ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ໄຂຂຶ້ນຢ່າງເປັນທາງການ

08/05/2024 13:47
Email Print 593
ຂປລ ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ທີ່ມະຫາວິທະຍາໄລແຫ່ງຊາດ ມຊ ຮັບກຽດເປັນເຈົ້າພາບໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ.
  *ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ທີ່ມະຫາວິທະຍາໄລແຫ່ງຊາດ ມຊ ຮັບກຽດເປັນເຈົ້າພາບ  ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດໃຫ້ກຽດເຂົ້າຮ່ວມໂດຍ ທ່ານ  ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາການນໍາຈາກກະຊວງກ່ຽວຂ້ອງ, ການນໍາຂັ້ນແຂວງ, ຄະນະນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ.

   ທ່ານອຸດົມ ພອນຄໍາເພັງ ປະທານຈັດງານມະຫະກໍາກິລາມະຫາວິທະຍາໄລລາວ ຄັ້ງທີ 2 ໄດ້ລາຍງານວ່າ: ການຈັດງານມະຫະກໍາກິລາມະຫາວິທະຍາໄລລາວ ເປັນການແຂ່ງຂັນກິລາໃນລະດັບມະຫາວິທະຍາໄລ, ສະຖາບັນການສຶກສາຊັ້ນສູງ ແລະ ວິທະຍາໄລ ທົ່ວປະເທດ ຊຶ່ງຈັດຂຶ້ນເປັນຄັ້ງທີ 2 ໂດຍປະຕິບັດເນື້ອໃນຂອງກອງປະຊຸມໃຫຍ່ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ 9 ເປົ້າໝາຍສູ້ຊົນທີ 8 ກໍ່ສ້າງ ແລະ ພັດທະນາບຸກຄະລາກອນການກິລາ-ກາຍະກາ ໃຫ້ມີຄຸນນະພາບແນໃສ່ໃຫ້ພົນລະເມືອງລາວ ມີສຸຂະພາບທີ່ແຂງແຮງ ແລະ ສາມາດສ້າງນັກກິລາແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້. ນອກຈາກນັ້ນກິລາຍັງເປັນເຄື່ອງມືທາງການທູດເຊື່ອມຄວາມສໍາພັນທີ່ດີເຊິ່ງກັນ ແລະ ກັນໃນສັງຄົມທັງພາຍໃນ ແລະ ຕ່າງປະເທດ. ສະນັ້ນ, ງານກິລາຄັ້ງນີ້ ກໍເພື່ອເປັນໂອກາດສ້າງການພົວພັນ ແລະ ສ້າງຄວາມສາມັກຄີຮັກແພງ ລະຫວ່າງ ບັນດາສະຖາບັນການສຶກສາຊັ້ນສູງ, ອາຊີວະສຶກສາ ວິທະຍາໄລ ທັງພາກລັດ ແລະ ເອກະຊົນ ທົ່ວປະເທດ; ເປັນການເສີມຂະຫຍາຍວຽກງານກິລາ-ກາຍະກໍາ ເຂົ້າສູ່ຖັນແຖວພະນັກງານ ຄູ-ອາຈານ, ນັກສຶກສາຢ່າງກວ້າງຂວາງຕໍ່ເນື່ອງ ແລະ ຫັນໄປສູ່ການພັດທະນາກິລາແຕ່ລະປະເພດ ເຂົ້າສູ່ລະດັບມາດຕະຖານ; ເປັນການຍົກຄຸນນະພາບທາງດ້ານຮ່າງກາຍ ແລະ ຈິດໃຈເຂົ້າໃນການສຶກສາຄົ້ນຄວ້າຮໍ່າຮຽນ ເພື່ອກຽມພ້ອມປະກອບສ່ວນເຂົ້າໃນພາລະກິດການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ; ສ້າງໂອກາດໃຫ້ນັກສຶກສາທຸກພາກສ່ວນ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ສ້າງນໍ້າໃຈສາມັກຄີຮັກແພງ, ມີລະບຽບວິໄນໃນຖັນແຖວຊາວໜຸ່ມນັກສຶກສາ-ປັນຍາຊົນ ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາຊັບພະຍາກອນມະນຸດ ແລະ ສະກັດກັ້ນສິ່ງປະກົດການຫຍໍ້ທໍ້ໃນສັງຄົມ; ເປັນໂອກາດຄັດເລືອກເອົານັກກິລາທີ່ດີເດັ່ນ ຜູ້ມີພອນສະຫວັນ ເປັນຕົວແທນນັກສຶກສາ ຂອງບັນດາມະຫາວິທະຍາໄລໃນລາວ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນກັບບັນດາສະຖາບັນການສຶກສາຊັ້ນສູງ ໃນງານມະຫາກໍາກິລາມະຫາວິທະຍາໄລຂອງບັນດາປະເທດອາຊຽນ ແລະ ມະຫາວິທະຍາໄລຂອງໂລກ, ທັງກຽມຄວາມພ້ອມເພື່ອເປັນເຈົ້າພາບຈັດງານໃນລະດັບພາກພື້ນ ແລະ ສາກົນໃນອະນາຄົດ.

    ງານແຂ່ງຂັນກິລາຄັ້ງນີ້ ລວມມີ 14 ພາກສ່ວນ ເຂົ້າຮ່ວມແຂ່ງຂັນ ຈາກ 5 ມະຫາວິທະຍາໄລ, 2 ວິທະຍາຄານ 6 ສະຖາບັນ ແລະ 1 ວິທະຍາໄລ ມີການຊີງໄຊ 11 ປະເພດກິລາຄື: ແລ່ນ-ລານ, ບານເຕະຊາຍ-ຍິງ, ດອກປີກໄກ່, ເທຄວັນໂດ, ປັນຈັກສີລັດ, ບານສົ່ງໃນຮົ່ມ-ຫາດຊາຍ, ບານບ້ວງ, ກະຕໍ້, ຢູໂດ, ອີ-ສະປອດ ແລະ ເປຕັງ; ປະກອບມີ 146 ລາຍການ, ມີການຊີງໄຊເອົາຫລຽນທັງໝົດ 526 ຫລຽນ, ໃນນີ້ມີ 146 ຫລຽນຄຳ, 146 ຫລຽນເງິນ ແລະ 234 ຫລຽນທອງ; ມີຄູຝຶກ ແລະ ນັກກິລາ ເຂົ້າຮ່ວມກວ່າ 1.000ຄົນ ແລະ ຄະນະຮັບຜິດຊອບ, ຄະນະກໍາມະການ, ອະນຸກໍາມະການກວ່າ 1. 000ຄົນ ແລະຈະດຳເນີນການແຂ່ງຂັນໄປຮອບວັນທີ 14 ພຶດສະພາ 2024 ຈຶ່ງຈະສໍາເລັດ.

ໂດຍ: ຢ່າຕົງ

KPL

ຂ່າວອື່ນໆ

ads
ads

Top