ທັບນັກກິລາກະຕໍ້ ແລະ ອີ-ສະປອດ ມຊ ຄອງຫລຽນຄຳ

14/05/2024 19:08
Email Print 4608
ຂປລ ໃນວັນທີ 13 ພຶດສະພາຜ່ານມານີ້, ທີ່ສະໜາມກິລາເຕະບານມະຫາວິທະຍາໄລແຫ່ງຊາດ ໄດ້ມີການແຂ່ງຂັນກິລາເຕະບານຊາຍ ງານມະຫະກຳກິລາມະຫາໄລລາວຄັ້ງທີ 2 ຮອບຊີງຫລຽນຄຳ.

*ໃນວັນທີ 13 ພຶດສະພາຜ່ານມານີ້, ທີ່ສະໜາມກິລາເຕະບານມະຫາວິທະຍາໄລແຫ່ງຊາດ ໄດ້ມີການແຂ່ງຂັນກິລາເຕະບານຊາຍ ງານມະຫະກຳກິລາມະຫາໄລລາວຄັ້ງທີ 2 ຮອບຊີງຫລຽນຄຳ ໂດຍການພົບກັນລະຫວ່າງທີມນັກກິລາວິທະຍາຄານກອງທັບ ແລະ ມະຫາວິທະຍາໄລສຸພານຸວົງ ເຊິ່ງຜົນປະກົດວ່າ ທີມ ນັກກິລາວິທະຍາຄານກອງທັບ ເອົາຊະນະທີມມະຫາວິທະຍາໄລສຸພານຸວົງ 2-1 ປະຕູ ຍາດໄດ້ຫລຽນຄຳມາຄອງສຳເລັດ. ສຳລັບຫລຽນເງິນຕົກເປັນຂອງມະຫາວິທະຍາໄລສຸພານຸວົງ, ຫລຽນທອງແມ່ນສະຖາບັນລາວ-ອາເມລິກາ. ຂະນະທີ່ທີມນັກກິລາບານສົ່ງໃນຮົ່ມ ວິທະຍາຄານກອງທັບກໍສາມາດຍາດໄດ້ຫລຽນຄຳທັງທີມຍິງ ແລະ ທີມຊາຍມາຄອງເຊັ່ນດຽວກັນ.  

ສຳລັບຜົນຂອງການແຂ່ງຂັນກິລາບານສົ່ງໃນຮົ່ມປະເພດຊາຍ ອັນດັບ 1 ຫລຽນຄຳ ແມ່ນວິທະຍາ ຄານກອງທັບ; ຫລຽນເງິນວິທະຍາຄານສັນຕິບານປະຊາຊົນ ແລະ ຫລຽນທອງສະຖາບັນລາວ-ອາເມລິກາ.

ຂະນະທີ່ກິລາບານສົ່ງໃນຮົ່ມປະເພດຍິງ ຫລຽນຄຳ ກໍຍັງແມ່ນວິທະຍາຄານກອງທັບ; ຫລຽນເງິນ ມະຫາວິ ທະຍາໄລແຫ່ງຊາດ ແລະ ຫລຽນທອງ ສະຖາບັນລາວ-ອາເມລິກາ.

ໂດຍ:ຢ່າຕົ່ງ

KPL

ຂ່າວອື່ນໆ

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

    • ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກສຶກສາ-ກິລາ

      ອະດີດຮອງປະທານປະເທດ ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມບ້ານແກ

      10/28/2026 9:51:27 AM

      ວັນທີ 25 ຕຸລາ 2026 ຜ່ານມາ, ທ່ານ ນາງ ປານີ ຢາທ່ໍຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ, ອະດີດຜູ້ຊີ້ນຳວຽກງານຮອບດ້ານແຂວງຈຳປາສັກ ໄດ້ເດີນທາງມາຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ພ້ອມທຶນເພື່ອຊຸກຍູ້, ພັດທະນາໂຮງຮຽນປະຖົມບ້ານແກ ນະຄອນປາກເຊ.

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.

    • ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງສຶກສາ-ກິລາ

      ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ

      10/14/2026 9:40:14 AM

      ກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ (ປະເພດ 3) ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານບໍລິຫານຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພາຍໃນກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະຍາໄລ ເຂົ້າຮ່ວມ.

ads
ads

Top