ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດກອງປະຊຸມ ສະພາສອບເສັງພາກຮຽນ II ສົກຮຽນ 2023-2024

17/05/2024 12:36
Email Print 750
ຂປລ ຂປລ. ວັນທີ 15 ພຶດສະພາ 2024 ຜ່ານມາ, ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ເປີດກອງປະຊຸມສະພາສອບເສັງພາກຮຽນທີ II ປະຈຳສົກຮຽນ 2023-2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງການ, 2 ກອງພັນ, ພະນັກງານ-ນັກຮົບ, ຄູອາຈານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ຂປລ. ວັນທີ 15 ພຶດສະພາ 2024 ຜ່ານມາ, ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ເປີດກອງປະຊຸມສະພາສອບເສັງພາກຮຽນທີ II ປະຈຳສົກຮຽນ 2023-2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງການ, 2 ກອງພັນ, ພະນັກງານ-ນັກຮົບ, ຄູອາຈານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ ໄດ້ຜ່ານແຜນການທວນຄືນ ການສອບເສັງພາກຮຽນທີ II ສົກຮຽນ 2023-2024  ເພື່ອເປັນການກວດກາຄືນ ການຈັດຕັ້ງການຮຽນ-ການສອນ ໃນໄລຍະສົກຮຽນທີ່ຜ່ານມາ, ການເລື່ອນຊັ້ນຮຽນຂອງນັກຮຽນຊັ້ນ ມ1, 5 ແລະ ມ6; ການປະຕິບັດຕາມຂັ້ນ ຕອນ-ບາດກ້າວການຮຽນ-ການສອນ ລະບົບສາມັນສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກ, ເປັນການ ວັດແທກ ແລະ ປະເມີນຜົນການຮຽນການສອນ ໃນໄລຍະຜ່ານມາ, ພ້ອມທັງຮັບປະກັນ ໃຫ້ບັ້ນດຳເນີນການຮຽນ-ການສອນ ມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດໂຄງການຫລັກສູດ ການຮຽນ-ການສອນ ປະຈຳສົກຮຽນ 2023-2024 ຂອງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ. ຈາກນັ້ນ ຍັງໄດ້ຜ່ານ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຊີ້ນຳລວມ ແລະ ອະນຸກຳມະການສອບເສັງ, ຜ່ານມາດຖານ, ເງື່ອນໄຂ, ລະບຽບການສອບເສັງ ແລະ ການປະ ເມີນຜົນການສອບເສັງຂອງນັກຮຽນ, ຜ່ານຕາຕະລາງສອບເສັງ ພາກຮຽນທີ II ປະຈຳສົກຮຽນ 2023-2024.

ໂອກາດດັ່ງກາວ, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການຈັດ ຕັ້ງປະຕິບັດການຮຽນ-ການສອນ ໃນໄລຍະຜ່ານມາຈົນໄດ້ຜົນສຳເລັດ ແລະ ເນັ້ນໃຫ້ບັນດາຄະນະກຳມະການ, ອະນຸກຳມະການ ແລະ ພາກສ່ວນຮັບຜິດຊອບໃນການສອບເສັງຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີ່ຮັບມອບ ໝາຍໃຫ້ປະສົບຜົນສຳເລັດ, ຮັກສາຈັນຍາບັນ-ຈັນຍາທຳ, ຮັກສາຄວາມສະຫງົບໃຫ້ໃດ້ 100% ເພື່ອເຮັດໃຫ້ບັ້ນ ສອບເສັງຄັ້ງນີ້ ໄດ້ຮັບໝາກ ຜົນຕາມຄາດໝາຍທີ່ວາງໄວ້.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້ວັດທະນະທຳ-ສັງຄົມ

      ຮູບເງົາ ນວນແສງ ກຽມເຂົ້າສາຍໃນໂຮງຮູບເງົາ 19 ກັນຍານີ້

      9/5/2024 2:59:54 PM

      ຂປລ. ຮູບເງົາ​ເລື່ອງ “ນວນແສງ” ກຽມເຂົ້າສາຍໃນໂຮງຮູບເງົາ ໃນວັນທີ 19 ກັນຍາ 2024 ຢູ່ໂຮງຮູບເງົາເມເຈີ ແພັດຕິນໍ່າ ຊິນີເພັກ ວຽງຈັນເຊັນເຕີ, ໂຮງຮູບເງົາເງົາເມເຈີ ແພັດຕິນໍ່າ ຊິນີເພັກ ໄອເຕັກ, ໂຮງຮູບເງົາປາກເຊ, ໂຮງຮູບເງົາຊີຕີ້ເພັກດົງໂດກ.

    • ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງວັດທະນະທຳ-ສັງຄົມ

      ລາວ ເພີ່ມທະວີການເຊື່ອມຕໍ່ກັບ ສ ເກົາຫລີ ຜ່ານການປັບປຸງ ສະໜາມບິນສາກົນຫລວງພະບາງ

      9/5/2024 2:43:12 PM

      ຂປລ. ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫລີ (KOTRA) ວຽງ​ຈັນ ຈັດສຳມະນາວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງ​ການ​ແບ່ງ​ປັນ​ຄວາມ​ຮູ້ (KSP) ພາຍ​ໃຕ້ຫົວຂໍ້ “ການປັບປຸງ ນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫລວງພະບາງ” ​ໃນ​ວັນ​ທີ 3 ກັນຍາ 2024 ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ ໂດຍການສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນ ສ ເກົາ ຫລີ ແນໃສ່ ຍົກລະດັບອຸສາຫະກຳການບິນຂອງລາວ, ສົ່ງເສີມການທ່ອງທ່ຽວ, ແລະ ສົ່ງເສີມການຟື້ນຟູເສດຖະກິດຂອງລາວ.

    • ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ໄດ້ຮັບລາງວັນການທ່ອງທ່ຽວໂລກ

      9/5/2024 2:33:20 PM

      ສາຍການບິນຫວຽດເຈັດ (VietJet) ໄດ້ຮັບ 2 ລາງວັນໃນງານມອບລາງວັນການທ່ອງທ່ຽວຂອງໂລກປີ 2024 ເຊິ່ງ ໄດ້ຮັບລາງວັນຄື: ສາຍການບິນຊັ້ນນໍາຂອງອາຊີ ດ້ານການໃຫ້ປະສົບການແກ່ລູກຄ້າ ແລະ ລາງວັນສາຍການບິນຊັ້ນນໍາດ້ານໂປຣແກມສະສົມຄະແນນຂອງອາຊີ ໂດຍພິທີ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ມະ​ນີລາ​ ປະເທດ​ຟີ​ລິບ​ປິນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນໍາ​ຕ່າງປະ​ເທດ ແລະ ຜູ້​ຊ່ຽວຊານ​ດ້ານ​ຂະ​ແໜງ​ການ​ການບິນ, ການ​ເດີນທາງ ​ແລະ ການທ່ອງທ່ຽວ.

    • ເມືອງລະຄອນເພັງ ກຽມຄວາມພ້ອມ  ເປີດດ່ານສາກົນ ປາກຕາພານ 100%ວັດທະນະທຳ-ສັງຄົມ

      ເມືອງລະຄອນເພັງ ກຽມຄວາມພ້ອມ ເປີດດ່ານສາກົນ ປາກຕາພານ 100%

      9/5/2024 2:29:51 PM

      ຂປລ. ດ່ານທ້ອງຖິ່ນປາກຕາພານ ຕັ້ງຢູ່ບ້ານປາກຕາພານ, ເມືອງລະຄອນເພັງ ແຂວງສາລະວັນ ມີປະຕູດ່ານເຊິ່ງໜ້າກັບດ່ານຊາຍແດນຖາວອນປາກແຊງ ອໍາເພີນາຕານ ແຂວງອຸບົນຣາຊະທານີ ຣາຊະອານາຈັກໄທ. ປັດຈຸບັນ, ພາກສ່ວນ​ກ່ຽວຂ້ອງ ກໍ​ຄື ​ເມືອງ​ລະຄອນ​ເພັງ ​​ແຂວງ​ສາລະ​ວັນ ແມ່ນ​ໄດ້​ກຽມ​ຄວາມ​ພ້ອມ​ຮອບດ້ານ​​ເພື່ອ​ເປີດ​ດ່ານ​ດັ່ງກ່າວ ​ເປັນ​ດ່ານ​ສາກົນ.

    • ການດຳລົງຊີວິດຂອງຊົນເຜົ່າກະຕູວັດທະນະທຳ-ສັງຄົມ

      ການດຳລົງຊີວິດຂອງຊົນເຜົ່າກະຕູ

      9/5/2024 12:33:30 PM

      ລາວ ເປັນປະເທດທີ່ມີອະລິຍະທໍາເກົ່າແກ່ໃນອາຊີຕາເວັນອອກສຽງໃຕ້ ແລະ ມີຄວາມຫລາກຫລາຍທາງດ້ານຊົນເຜົ່າ, ວັດທະ ນາທໍາ, ຮີດຄອງປະເພນີ ແລະ ຮູບແບບການດໍາລົງຊີວິດພົນລະເມືອງລາວ ປະກອບຫລາຍຊົນເຜົ່າ.

ads
ads

Top