ລະນຶກ ວິລະກຳອັນມະຫັດສະຈັນຂອງກອງພັນທີ 2

18/05/2024 07:56
Email Print 1060
ຂປລ * 18 ພຶດສະພາ 1959 ແມ່ນວັນທີ່ມີຄວາມທາງປະຫວັດສາດຂອງຊາດລາວ ກໍຄື ຂອງກອງ ທັບ ປະຊາຊົນລາວ ເພາະເປັນວັນທີ່ກອງ¬ພັນທີ 2 ວິລະຊົນຜ່າວົງປິດລ້ອມ ຂອງສັດ¬ຕູ ທີ່ທົ່ງໄຫ ຫີນ ແຂວງຊຽງຂວາງ ຊຶ່ງປີນີ້ກໍຄົບ ຮອບ 65 ປີ ຜົນງານດັ່ງກ່າວເປັນການ ຢັ້ງຢືນເຖິງ ນໍ້າໃຈ ອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄືກອງທັບ ປະຊາຊົນລາວ ໃນການຕໍ່ສູ້ປົດປ່ອຍ ປະເທດຊາດ .



* 18 ພຶດສະພາ 1959 ແມ່ນວັນທີ່ມີຄວາມທາງປະຫວັດສາດຂອງຊາດລາວ ກໍຄື ຂອງກອງທັບປະຊາຊົນລາວ ເພາະເປັນວັນທີ່ກອງ¬ພັນທີ 2 ວິລະຊົນຜ່າວົງປິດລ້ອມຂອງສັດ¬ຕູ ທີ່ທົ່ງໄຫຫີນ ແຂວງຊຽງ
ຂວາງ ຊຶ່ງປີນີ້ກໍຄົບຮອບ 65 ປີ ຜົນງານດັ່ງກ່າວ ເປັນການຢັ້ງຢືນເຖິງນໍ້າໃຈອັນພິລະອາດຫານ ຂອງນັກຮົບປະຕິວັດລາວ ກໍຄືກອງທັບ ປະຊາຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ຊຶ່ງພາຍຫລັງທີ່ພວກຈັກກະ ພັດອາເມລິ ກາ ແລະ ລູກມື ໄດ້ຮັບຄວາມປະລາໄຊຢ່າງຕໍ່ເນື່ອງ ໃນການດຳເນີນກົນອຸບາຍ ຫລອກເສືອອອກຈາກຖ້ຳ ແລະ ກົນອຸບາຍ ຫັນປ່ຽນໂດຍສັນຕິ ພວກເຂົາໄດ້ຕັດ¬ສິນໃຈ ໂຄ່ນລົ້ມລັດຖະບານປະສົມ ຈີກສັນ ຍາວຽງຈັນ ໃຊ້ຄວາມ ຮຸນແຮງຝືນປະຕິວັດ ດ້ວຍກຳລັງອາວຸດ ເພື່ອຫວັງດັບສູນກຳ¬ລັງປະຕິວັດ ພວກເຂົາໄດ້ອອກຄຳສັ່ງ ໃຫ້ລູກມືໃນທຸກເຂດແຂວງ ອອກແຮງປາບປາມກຳ¬ລັງຮັກຊາດ ຢ່າງໂຫດ¬ຮ້າຍປ່າເຖື່ອນ ພ້ອມດຽວກັນນີ້ ກໍດຳເນີນການປິດ ລ້ອມນາບຂູ່ ແລະ ຈັບກຸມຄຸມຂັງຜູ້ນຳຂອງແນວລາວຮັກຊາດ.

ກອງພັນທີ 2 ແມ່ນກຳລັງທີ່ຈົ່ງຮັກພັກດີຕໍ່ພັກ ແລະ ປະຊາຊົນ ມີມູນເຊື້ອຮັກຊາດທີ່ສູງສົ່ງ ມີນ້ຳໃຈປະຕິວັດສຸດກົກສຸດປາຍ ມີລະບຽບວິໄນທີ່ເຄັ່ງຄັດເຂັ້ມງວດ ເປັນກຳລັງທີ່ເຄີຍສ້າງຜົນງານອັນດີເດັ່ນ ໃນການຕໍ່ ສູ້ອັນພິລະ ອາດຫານ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາຜູ້ຮຸກ. ນັບແຕ່ມື້ທີ່ກອງພັນທີ 2 ໄດ້ເຄື່ອນທັບເຂົ້າມາຕັ້ງ ຢູ່ໃຈກາງທົ່ງໄຫຫີນ ຈັກກະພັດອາເມລິກາ ແລະ ພວກຫຸ່ນ ວຽງຈັນທີ່ເປັນລູກມື ກໍ ໄດ້ດຳເນີນກົນອຸບາຍ ເພື່ອຫວັງທັບມ້າງ ແລະ ດັບມອດກຳລັງຂອງກອງພັນທີ 2 ຊຶ່ງໃນເບື້ອງຕົ້ນ ພວກເຂົາໄດ້ນຳໃຊ້ເລ່ລ່ຽມກົນອຸບາຍ ດ້ວຍວິທີໂຄສະນາຊວນເຊື່ອຕົວະຍົວະ ຊື້ຈ້າງຈອບອອຍ ດ້ວຍເງິນຄຳ ນາງ ສາວ ແລະ ແບບດຳລົງຊີວິດທີ່ຟຸມ ເຟືອຍຍົວະເຍົ້າ ໃຫ້ກອງພັນທີ 2 ຍອມມອບອາວຸດ ແລະ ຮັບເອົາການປະດັບຊັ້ນ ເພື່ອຫວັງ ກືນເອົາກຳລັງຂອງກອງພັນທີ 2 ເຂົ້າເປັນກຳລັງ ຂອງກອງທັບລາຊະອານາຈັກ. ແຕ່ຄະ ນະພັກ ແລະ ຄະນະບັນຊາຂອງ ກອງພັນທີ 2 ກໍໄດ້ເດັດດ່ຽວ ນຳພາ ແລະ ອ້າຍນ້ອງພະນັກງານນັກຮົບ ດ້ວຍຄວາມທຸນທ່ຽງໝັ້ນໜຽວ ສາມາດຮັກສາ ແລະ ສະແດງໃຫ້ເຫັນໄດ້ທາດແທ້ ຂອງນັກຮົບປະຕິວັດ ຕໍ່ມາ ພວກເຂົາ ໄດ້ຫັນມານຳໃຊ້ວິທີການນາບຂູ່ ການບີບບັງຄັບ ໂດຍທາງອ້ອມ ເປັນຕົ້ນ ການຈຳກັດເຂົ້າປາອາຫານເຄື່ອງໃຊ້ສອຍ ແລະ ອື່ນໆ ການກະທຳຂອງພວກເຂົາ ເຖິງວ່າໄດ້ສ້າງຄວາມຫຍຸ້ງຍາກ ຫລາຍປະການ ໂດຍສະເພາະແມ່ນ ດ້ານຊີວິດການເປັນຢູ່ຂອງພະນັກງານນັກຮົບ ແລະ ຄອບຄົວ ແຕ່ພວກເຂົາ ກໍບໍ່ສາມາດເອົາຊະນະມານະຈິດ ປະຕິວັດຂອງ ນັກຮົບປະຕິວັດໄດ້ກົງກັນຂ້າມ ທົ່ວກອງພັນຍິ່ງມີຈິດໃຈບຸກບືນນ້ຳໃຈ ຄຽດແຄ້ນສັດຕູ ນັບມື້ນັບສູງ.




ເມື່ອເຮັດແນວໃດນັກຮົບປະຕິວັດ ກອງພັນທີ 2 ກໍບໍ່ຍອມຈຳນົນ ກົງກັນຂ້າມຊ້ຳພັດມີຄວາມທຸນທ່ຽງ ບໍ່ຢ້ານກົວຕໍ່ການກະທຳ ແລະ ສະຖານະການໃດໆ ພວກເຂົາກໍໄດ້ບືນເລິກເຂົ້າ ໂດຍໃຊ້ກຳລັງທະຫານລາຊະ ອະນາຈັກ ຈຳນວນ 3 ກອງພັນ ໂດຍມີກອງກຳລັງປືນໃຫຍ່ ລົດຫຸ້ມເກາະ ແລະ ເຮືອບິນທຳການປິດລ້ອມກອງພັນທີ 2 ໃຊ້ຖ້ອຍຄຳນາບຂູ່ ເພື່ອບັງຄັບ ໃຫ້ກອງພັນທີ 2 ມອບຕົວ. ຢືນຢູ່ຕໍ່ໜ້າສະພາບການທີ່ເຄັ່ງ ຕຶງ ແລະ ສ່ຽງ ເປັນສ່ຽງ ຕາຍດັ່ງກ່າວ ຄະນະພັກ ຄະນະບັນຊາກອງພັນໄດ້ເປີດກອງປະຊຸມປຶກສາຫາລືກັນຢ່າງເຄັ່ງຮ້ອນ ລະອຽດຮອບຄອບຖີ່ຖ້ວນບົນພື້ນ ຖານຄວາມເປັນເອກະພາບ ມີຄວາມຕັດສິນໃຈທີ່ໝັ້ນແກ່ນ ຂອງພະນັກງານນັກຮົບທົ່ວກອງພັນ ແລະ ດ້ວຍການອູ້ມຊູ ຊ່ວຍເຫລືອຂອງປະຊາຊົນ ເຂດຊຽງຂວາງ ກອງພັນທີ 2 ໄດ້ສ້າງວິລະກຳດ້ວຍການຕັດສິນໃຈ ບັນຊາກອງທະຫານຜ່າວົງລ້ອມ ອັນແໜ້ນໜາຂອງສັດຕູ ອອກໄປສູ່ເຂດ ທີ່ໝັ້ນປະຕິວັດ ໃນວັນທີ 18 ພຶດສະ ພາ (5) 1959 ດ້ວຍຄວາມພິລະອາດຫານ ແລະ ມີໄຊ.

ໄຊຊະນະຂອງກອງພັນທີ 2 ໃນການຜ່າວົງລ້ອມຂອງສັດຕູ ບໍ່ພຽງແຕ່ ເປັນການທັບມ້າງເລ່ລ່ຽມກົນອຸບາຍ ແລະ ການກະທຳຝືນປະຕິວັດ ຂອງພວກຈັກກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນ ທີ່ເປັນຕີນມື ເທົ່ານັ້ນ ແຕ່ຍັງເປັນການປຸກລະດົມ ແລະ ເປີດສາກ ໃຫ້ແກ່ການຫັນທິດຕໍ່ສູ້ປະຕິວັດ ໃຫ້ກ້າວໄປສູ່ໄລຍະ ແລະ ຄຸນນະພາບໃໝ່ ພ້ອມດຽວກັນນີ້ ກໍໄດ້ເປັນການປະກອບສ່ວນ ຂຽນປະຫວັດສາດ ແຫ່ງການຕໍ່ສູ້ທີ່ຮຸ່ງ ເຮືອງ ເຫລືອງເຫລື້ອມ ຂອງປະຊາຊົນລາວໃນໄລຍະຕໍ່ມາ.

ຈົ່ງພ້ອມກັນຕັ້ງໜ້າຮໍ່າຮຽນມູນເຊື້ອອັນສະຫງ່າງາມ ພິລະອາດຫານ ຂອງກອງພັນທີ 2 ວິລະຊົນ !



KPL

ຂ່າວອື່ນໆ

    • ຄຳ ຫລາກ-ລາກ-ຫລາດ ແລະ ລາດ ໃນພາສາລາວບົດ-ສາລະຄະດີ

      ຄຳ ຫລາກ-ລາກ-ຫລາດ ແລະ ລາດ ໃນພາສາລາວ

      3/13/2025 10:48:01 AM

      ຄໍາສັບທີ່ມີພະຍັນຊະນະແກນພື້ນສຽງໃກ້ຄຽງກັນ ເມື່ອປະກອບດ້ວຍສະຫລະ ແລະ ມີຕົວສະກົດຕາຍ, ທັງອັກສອນສູງ ແລະ ຕໍ່າ ຈໍາແນກສຽງຍາກ ໂດຍສະເພາະສໍານຽງສຽງເວົ້າຂອງຫລາຍທ້ອງຖ່ິນ.

    • ເມືອງໂພນທອງ ສຸມໃສ່ສ້າງພື້ນຖານໂຄງລ່າງ ຕິດພັນກັບການປະກອບສ່ວນຂອງປະຊາຊົນບົດ-ສາລະຄະດີ

      ເມືອງໂພນທອງ ສຸມໃສ່ສ້າງພື້ນຖານໂຄງລ່າງ ຕິດພັນກັບການປະກອບສ່ວນຂອງປະຊາຊົນ

      3/13/2025 10:41:57 AM

      ໄລຍະຜ່ານມາເມືອງໂພນທອງ ໄດ້ສຸມໃສ່ຕໍ່ການພັດທະນາພື້ນຖານໂຄງລ່າງຕິດພັນກັບການປະກອບສ່ວນຂອງປະຊາຊົນ ໄດ້ດຳເນີນການຈັດຕັ້ງປະຕິບັດເປັນຢ່າງດີ.

    • ວິທີຖະໜອມສາຍຕາ ເມື່ອຢູ່ຈໍຄອມພີວເຕີບົດ-ສາລະຄະດີ

      ວິທີຖະໜອມສາຍຕາ ເມື່ອຢູ່ຈໍຄອມພີວເຕີ

      3/13/2025 10:34:48 AM

      ໃນປັດຈຸບັນ ທຸກ​ມື້​ນີ້​ການ​ເຮັດ​ວຽກງານຕ່າງໆ, ການຮ່ຳຮຽນ ຫລື ​​ໃນເວລາ​ວ່າງກໍ​ຕາມບໍ່ວ່າ ຜູ້ໃຫຍ່, ໄວໜຸ່ມ, ເດັກນ້ອຍສ່ວນ​ຫລາຍ​ແມ່ນ​ຈະ​ນັ່ງ​ຈ່ອງ​ຢູ່​ກັບຈໍ​ຄອມ​ພິວ​ເຕີ,​​ ຈໍແທັບ​ເລັດ,​ ໂທລະສັບ​ຢູ່​ຕະຫລອດ...ເຊິ່ງ​ເປັນ​ສາ​ເຫດ​​ເຮັດ​ໃຫ້​ສາຍຕາ​ຂອງ​ຄົນ​ເຮົານັ້ນ ພົບ​ກັບ​ອາການ​ປວດຕາ, ຕາມົວ, ຕາ​ແຫ້ງ, ປວດ​ຫົວ, ປວດ​ຫລັງ ຫລື ບາງ​ຄົນ​ຈົນ​ເຖິງ​ຂັ້ນ​ສາຍຕາ​ສັ້ນ​ກໍ​ເປັນ​ໄດ້.

    • ຫາດສອງຄອນ ບັນຍາກາດດີ ທີວທັດງາມ ອາຫານແຊບບົດ-ສາລະຄະດີ

      ຫາດສອງຄອນ ບັນຍາກາດດີ ທີວທັດງາມ ອາຫານແຊບ

      3/13/2025 10:26:34 AM

      ມື້​ນີ້ ຄໍ​ລໍາ​ສົ່ງ​ເສີມ​ທຸລະ​ກິດ ຂໍ​ປ່ຽນບັນ​ຍາ​ກາດຈາກ​ຮ້ານ​ອາຫານ​ໃນນະຄອນ​ຫລວງ​ວຽງຈັນ ມາ​ຢ້ຽມ​ຢາມຮ້ານ​ອາຫານ ​ທາງ​ພາກ​ເໜືອຂອງ​ປະ​ເທດ​ລາວ ນັ້ນ​ກໍ​ຄື​ແຂວງ​ອຸດົມ​ໄຊ ​ເຊິ່ງມື້​ນີ້ຮ້ານ​ອາຫານທີ່​ເຮົາ​ນໍາ​ມາສະ​ເໜີ ​ມີ​ຊື່ວ່າ​ຫາດ​​ສອງ​ຄອນ ​ເຊິ່ງ​ເປັນໜຶ່ງ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ ຂອງ​ເມືອງ​ປາກ​ແບ​ງ ​ແຂວງອຸດົມ​ໄຊ.

    • ການກຳຈັດສັດຕູພືດແບບງ່າຍໆ ທີ່ເຮັດໄດ້ເອງບົດ-ສາລະຄະດີ

      ການກຳຈັດສັດຕູພືດແບບງ່າຍໆ ທີ່ເຮັດໄດ້ເອງ

      3/12/2025 9:56:51 AM

      ກະສິກອນຫລາຍທ່ານທີ່ປູກໝາກໄມ້ກິນໝາກ ມັກມີບັນຫາກ່ຽວກັບສະຕູພືດມາລົບກວນຜົນຜະລິດ ໂດຍສະເພາະແມ່ນໃນລະດູທີ່ໝາກໄມ້ເລີ່ມສຸກ ຈະມີແມງໄມ້ມາລົບກວນຫລາຍທີ່ສຸດ ເປັນຕົ້ນແມ່ນແມງວັນທອງ.

ads
ads

Top