ທັບນັກກິລາວິທະຍາຄານກອງທັບ ຄອງຫລຽນຄຳກິລາເຕະບານ ແລະ ບານສົ່ງໃນຮົ່ມ

15/05/2024 08:57
Email Print 3535
ຂປລ ໃນວັນທີ 13 ພຶດສະພາຜ່ານມານີ້, ທີ່ສະໜາມກິລາເຕະບານມະຫາວິທະຍາໄລແຫ່ງຊາດ ໄດ້ມີການແຂ່ງຂັນກິລາເຕະບານຊາຍ ງານມະຫະກຳກິລາມະຫາໄລລາວຄັ້ງທີ 2 ຮອບຊີງຫລຽນຄຳ.

*ໃນວັນທີ 13 ພຶດສະພາຜ່ານມານີ້, ທີ່ສະໜາມກິລາເຕະບານມະຫາວິທະຍາໄລແຫ່ງຊາດ ໄດ້ມີການແຂ່ງຂັນກິລາເຕະບານຊາຍ ງານມະຫະກຳກິລາມະຫາໄລລາວຄັ້ງທີ 2 ຮອບຊີງຫລຽນຄຳ ໂດຍການພົບກັນລະຫວ່າງທີມນັກກິລາວິທະຍາຄານກອງທັບ ແລະ ມະຫາວິທະຍາໄລສຸພານຸວົງ ເຊິ່ງຜົນປະກົດວ່າ ທີມ ນັກກິລາວິທະຍາຄານກອງທັບ ເອົາຊະນະທີມມະຫາວິທະຍາໄລສຸພານຸວົງ 2-1 ປະຕູ ຍາດໄດ້ຫລຽນຄຳມາຄອງສຳເລັດ. ສຳລັບຫລຽນເງິນຕົກເປັນຂອງມະຫາວິທະຍາໄລສຸພານຸວົງ, ຫລຽນທອງແມ່ນສະຖາບັນລາວ-ອາເມລິກາ. ຂະນະທີ່ທີມນັກກິລາບານສົ່ງໃນຮົ່ມ ວິທະຍາຄານກອງທັບກໍສາມາດຍາດໄດ້ຫລຽນຄຳທັງທີມຍິງ ແລະ ທີມຊາຍມາຄອງເຊັ່ນດຽວກັນ.  ສຳລັບຜົນຂອງການແຂ່ງຂັນກິລາບານສົ່ງໃນຮົ່ມປະເພດຊາຍ ອັນດັບ 1 ຫລຽນຄຳ ແມ່ນວິທະຍາ ຄານກອງທັບ; ຫລຽນເງິນວິທະຍາຄານສັນຕິບານປະຊາຊົນ ແລະ ຫລຽນທອງສະຖາບັນລາວ-ອາເມລິກາ.


    ຂະນະທີ່ກິລາບານສົ່ງໃນຮົ່ມປະເພດຍິງ ຫລຽນຄຳ ກໍຍັງແມ່ນວິທະຍາຄານກອງທັບ; ຫລຽນເງິນ ມະຫາວິ ທະຍາໄລແຫ່ງຊາດ ແລະ ຫລຽນທອງ ສະຖາບັນລາວ-ອາເມລິກາ.

ໂດຍ:ຢາຕົງ

KPL

ຂ່າວອື່ນໆ

    • ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນສຶກສາ-ກິລາ

      ສປປ ລາວ ເຂົ້າເປັນສະມາຊິກຫະພັນອາຫານໃນໂຮງຮຽນ

      9/5/2024 2:37:51 PM

      ຂປລ. ພິທີລົງນາມ ສປປ ລາວ ເຂົ້າຮ່ວມເປັນສະມາຊິກຂອງ ສະຫະພັນອາຫານໃນໂຮງຮຽນ (School Meals Coalition) ຈັດຂຶ້ນໃນວັນທີ 4 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ເຊິ່່ງການເຂົ້າຮ່ວມສະຫະພັນດັ່ງກ່າວ, ​ແມ່ນແນໃສ່ເສີມສ້າງ ຄວາມເຂັ້ມແຂງດ້ານໂພຊະນາການ, ການສຶກສາ ແລະ ສະຫວັດດີການຂອງເດັກ ໂດຍຜ່ານແຜນງານອາຫານ ໃນໂຮງຮຽນແບບຄົບວົງຈອນ

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການສ້າງກອງ 3 ປອດ

      9/4/2024 4:47:13 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມເຜີຍແຜ່ແຜນ ການວຽກງານປ້ອງກັນພາຍໃນ ແລະ ເປີດຂະບວນການກໍ່ສ້າງກົມກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025 ໃນວັນທີ 3 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ແລະ ຄູອານ ທົ່ວໂຮງຮຽນເຂົ້າຮ່ວມ.

    • ຮຽນໜັງສືສຶກສາ-ກິລາ

      ຮຽນໜັງສື

      9/3/2024 1:33:11 PM

      ສົກຮຽນໃໝ່ 2024-2025 ໄດ້ ເລີ່ມຂຶ້ນແລ້ວ, ພໍດີວັນທີ 2 ກັນຍາ ຖືກກັບມື້ບຸນເຂົ້າປະດັບດິນ, ຫລາຍທ້ອງຖ່ິນເຂດແຂວງ ມີຝົນແຕ່ເຊ້ົາມືດ ເປັນໄປຕາມລະດູການທາງທໍາມະຊາດ. ກ່ອນມື້ເຂົ້າສູ່ສົກຮຽນໃໝ່, ບັນດາສະຖານການສຶກສາ ກໍ່ໄດ້ຫ້າງຫາກະ ກຽມຄວາມພ້ອມພຽງດ້ານຕ່າງໆຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ເພື່ອໃຫ້ສາມາດປະຕິບັດໜ້າທີ່ສິດສອນ-ຮໍ່າຮຽນ ໄປຕາມເປົ້າໝາຍທີ່ວາງໄວ້.

    • ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025ສຶກສາ-ກິລາ

      ໂຮງຮຽນຫງວຽນຢູ ມີຄວາມພ້ອມທຸກດ້ານ ດຳເນີນການຮຽນ-ການສອນ ສົກ 2024-2025

      9/2/2024 2:50:32 PM

      ຂປລ. ໃນສົກຮຽນ 2024-2025 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ມີຄວາມພ້ອມທຸກດ້ານ ໃນການດຳເນີນການຮຽນ-ການສອນ ໂດຍສະເພາະ ດ້ານພື້ນຖານໂຄງລ່າງ ເປັນຕົ້ນຫ້ອງຮຽນ, ໂຕະຕັ່ງ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ

    • ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025ສຶກສາ-ກິລາ

      ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

      9/2/2024 2:36:56 PM

      ສານຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2024-2025

ads
ads

Top