ວປກ ຄວ້າຫລຽນຄຳ ກະຕໍ້ທີມຊຸດຄູ່ຊາຍ ໃນງານມະຫະກຳ ກິລາມະຫາວິທະຍາໄລ ຄັ້ງທີ 2

07/05/2024 12:29
Email Print 791
ຂປລ ທັບນັກກິລາກະຕໍ້ ວິທະຍາຄານປ້ອງກັນຊາດ (ວປກ) ສ້າງຜົນງານໄດ້ຢ່າງໂດດເດັ່ນ ໃນຮອບຊີງຊະນະເລີດ ຫລື ຊີງຫລຽນຄຳ ສາມາດເອົາຊະນະທີມມະຫາວິທະຍາໄລແຫ່ງຊາດ (ມຊ) ເຈົ້າພາບໄປໄດ້ 2-0 ຄູ່ ຄວ້າຫລຽນຄຳໄປຄອງໄດ້ສຳເລັ.

*ທັບນັກກິລາກະຕໍ້ ວິທະຍາຄານປ້ອງກັນຊາດ (ວປກ) ສ້າງຜົນງານໄດ້ຢ່າງໂດດເດັ່ນ ໃນຮອບຊີງຊະນະເລີດ ຫລື ຊີງຫລຽນຄຳ ສາມາດເອົາຊະນະທີມມະຫາວິທະຍາໄລແຫ່ງຊາດ (ມຊ) ເຈົ້າພາບໄປໄດ້ 2-0 ຄູ່ ຄວ້າຫລຽນຄຳໄປຄອງໄດ້ສຳເລັດ ເຊິ່ງເປັນຫລຽນຄຳທຳອິດຂອງງານມະຫະກຳກິລາ ມະຫາວິທະຍາໄລລາວ ຄັ້ງທີ 2.    

    ການແຂ່ງຂັນຄູ່ຊີງຫລຽນຄຳ ລະຫວ່າງ ວິທະຍາຄານປ້ອງກັນຊາດ ພົບກັບ ມະຫາວິທະຍາໄລແຫ່ງຊາດ ໄດ້ມີຂຶ້ນທ້າຍອາທິດຜ່ານມານີ້, ທ່ີສະໜາມກິລາໃນຮ່ົມໂອແລມປາເຊຍ ວິທະຍາເຂດດົງໂດກ ນະຄອນຫລວງວຽງຈັນ ໂດຍລະບົບການແຂ່ງຂັນແມ່ນຊະນະ 2 ໃນ 1 ເກມ ຄວ້າຫລຽນຄຳໄປຄອງ. ຜ່ານການແຂ່ງຂັນຄູ່ຊີງຊະນະເລີດປະກົດວ່າທີມນັກກິລາກະຕໍ້ ວປກ ສາມາດເອົາຊະນະທີມກະຕໍ້ ມຊ ໄປ 2-0 ຄູ່ ຄວ້າຫລຽນຄຳໄປຄອງໄດ້ສຳເລັດ ທັງເປັນຫລຽນຄຳທຳອິດຂອງງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2. ຂະນະທີ່ຫລຽນເງິນ ຕົກເປັນຂອງ ມຊ ແລະ ຫລຽນ ທອງຮ່ວມໄດ້ແກ່ ສະຖາບັນຍຸຕິທຳແຫ່ງຊາດ ແລະ ມະຫາວິທະຍາໄລ ສະຫວັນນະເຂດ.  

   ເປັນກຽດເຂົ້າຮ່ວມ ແລະ ມອບຫລຽນລາງວັນຂອງ ທ່ານ ອຸດົມ ພອນຄຳເພັງ ປະທານສະຫະພັນ ກິລາມະຫາວິທະຍາໄລລາວ ທັງເປັນປະທານຈັດງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2, ທ່ານ ພົນຈັດຕະວາ  ສົມພອນ ສີສຸວັນນະ ຮອງຜູ້ອຳນວຍການວິທະຍາຄານປ້ອງກັນຊາດ ແລະ ທ່ານ ຄຳສີ ຄຳພັນທອງ ຄະນະກຳມະການຈັດການແຂ່ງຂັນກິລາກະຕໍ້, ມີຄະນະນຳ, ຄູຝຶກ ແລະ ນັກກິລາ.   ຂະນະທີ່ການແຂ່ງຂັນກິລາດອກ ປີກໄກ່ຊາຍ-ຍິງງານມະຫະກຳກິລາ ມະຫາວິທະຍາໄລລາວ ຄັ້ງທີ 2 ໄດ້ ຈັດສະຫລາກເປັນທີ່ຮຽບຮ້ອຍແລ້ວໃນທ້າຍອາທິດຜ່ານມາ ໂດຍການ ແຂ່ງຂັນກິລາດອກປີກໄກ່ ຊາຍ- ຍິງ ມີນັກກິລາເຂົ້າຮ່ວມທັງໝົດ80 ຄົນ, ຍິງ 32 ຄົນ. ໃນນັ້ນ, ມີ 9 ພາກ ສ່ວນເຂ້ົາຮ່ວມຄື: ມະຫາວິທະຍາໄລ ແຫ່ງຊາດ (ມຊ), ມະຫາວິທະຍາ ໄລສຸພານຸວົງ (ມສ), ມະຫາວິທະຍາ ໄລວິທະຍາສາດສຸຂະພາບ (ມວສ),  ສະຖາບັນເຕັກໂນໂຊີສຸດສະກະ (ສຕ ສ), ສະຖາບັນທະນາຄານ (ສທຄ),  ສະຖາບານຍຸຕິທຳແຫ່ງຊາດ (ສຍຊ), ສະຖາບັນຣັຕນະບໍລິຫານທຸລະກິດ (ສຣບທ), ວິທະຍາໄລເຕັກນິກວິຊາຊີບ ກຽດຕິສັກ (ວຕວກ) ແລະ ສະຖາບັນລາວ-ອາເມລິກາ (ສ ລອ).ສ່ວນການແຂ່ງຂັນກິລາດອກປີກໄກ່ມີ ດ່ຽວຊາຍ 9 ທີມ, ຄູ່ຊາຍ 8 ທີມ, ດ່ຽວຍິງ 5 ທີມ, ຄູ່ຍິງ 7 ທີມ  ແລະ ຄູ່ປະສົມມີ 8 ທີມ, ເຊ່ິງເລ່ີມການແຂ່ງຂັນຂອງວັນທີ 6-9 ພຶດສະພາ 2024 ທີ່ສະໜາມດອກປີກໄກ່ໜອງວຽງຄໍາ.

ໂດຍ:ຢ່າຕົ່ງໂດຍ

KPL

ຂ່າວອື່ນໆ

ads
ads

Top