ລະນຶກ 70ປີ ໄຊຊະນະບັ້ນຮົມດຽນບຽນຟູ

29/04/2024 09:35
Email Print 304
ຂປລ ດຽນບຽນຟູຕັ້ງຢູ່ແຂວງດຽນບຽນ ທາງທິດຕາເວັນຕົກສ່ຽງເໜືອ ຂອງຫວຽດນາມ ມີຊາຍແດນຕິດຈອດກັບລາວ. ດຽນບຽນຟູ ແມ່ນພື້ນທີ່ຍຸດທະສາດທີ່ສໍາຄັນຊຶ່ງເຊື່ອມຕໍ່ກັນ ລະຫວ່າງ ພາກເໜືອຫວຽດນາມ, ພາກໃຕ້ຂອງຈີນ ແລະ ພາກຕາເວັນອອກສ່ຽງເໜືອຂອງລາວ.

**** ຕໍ່ຈາກສະບັບກ່ອນ ***

   ດຽນບຽນຟູຕັ້ງຢູ່ແຂວງດຽນບຽນ ທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ມີຊາຍແດນຕິດຈອດກັບລາວ. ດຽນບຽນຟູແມ່ນພື້ນ ທີ່ຍຸດທະສາດທີ່ສໍາຄັນຊຶ່ງເຊື່ອມຕໍ່ກັນ ລະຫວ່າງ ພາກເໜືອຫວຽດ ນາມ, ພາກໃຕ້ຂອງຈີນ ແລະ ພາກຕາເວັນອອກສ່ຽງເໜືອຂອງລາວ. ເດືອນ 7/1953 ສັດຕູ ໄດ້ປະຕິບັດ “ແຜນການນາວາ” ເພື່ອຈະຫວັງປິດລ້ອມດິນແດນທັງໝົດຂອງຫວຽດນາມ ແລະ ດັບສູນກໍາລັງຫລວງຂອງກອງທັບປະຊາຊົນຫວຽດນາມ  ເພື່ອກ້າວໄປເຖິງການຫັນປ່ຽນຫວຽດນາມ ໃຫ້ກາຍເປັນຖານທີ່ໝັ້ນທາງການທະຫານຂອງພວກລ່າເມືອງຂ້ຶນຢ່າງຖາວອນ.  ເດືອນ 9/1953, ກົມການເມືອງສູນກາງພັກກອມມູນິດຫວຽດນາມໄດ້ເປີດກອງປະຊຸມ ເພື່ອຕີລາຄາສະພາບການຢູ່ສະໜາມຮົບອິນດູຈີນ, ໄຈ້ແຍກໃຫ້ເຫັນເຖິງກົນອຸບາຍຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ອາເມລິກາ; ຊອກຫາຂໍ້ຂັດແຍ່ງ ແລະ ຈຸດອ່ອນທີ່ບໍ່ສາມາດແກ້ໄຂຢູ່ໃນແຜນການຂອງນາຍພົນນາວາ.  ກົມການເມືອງສູນກາງພັກໄດ້ມີມະຕິຕົກລົງເປີດບັ້ນຮົບຍຸດທະສາດໃນລະດູບານໃໝ່ ປີ 1953- 1954. ພ້ອມນ້ັນກໍວາງແຜນນະໂຍບາຍເປີດການບຸກໂຈມຕີສັດຕູໃນສະໜາມຮົບການຕ່າງປະເທດເພື່ອ ສ້າງເງື່ອນໄຂໃຫ້ແກ່ບັ້ນຮົບດຽນບຽນຟູ, ກອງບັນຊາການສູງສຸດໄດ້ອອກຄຳສັ່ງໃຫ້ເປີດບັ້ນຮົບບຸກໂຈມຕີຢ່າງແຂງແຮງໃນທົ່ວສະໜາມຮົບອິນດູຈີນດ້ວຍ 5 ບາດຄ້ອນຍຸດທະສາດຄື: ວັນທີ 10/12/1953 ກອງທັບ ຫວຽດນາມໄດ້ເປີດບັ້ນຮົບບຸກໂຈມຕີເຂົ້າເທສະບານຕາແສງລາຍເຈົາ, ການສູ້ຮົບແກ່ຍາວ 12 ວັນ-ຄືນ ຈຶ່ງປົດປ່ອຍລາຍເຈົາໄດ້. ໃນທ້າຍເດືອນ 12/1953 ໂດຍສົມ ທົບກັບທະຫານຫວຽດນາມ ກອງທັບລາວອິດສະຫລະໄດ້ເປີດບັ້ນຮົບບຸກໂຈມຕີເຂົ້າພາກກາງຂອງ ລາວ.


     ໃນທ້າຍເດືອນ 12 ປີ 1955 ກອງທັບລາວອິດສະຫລະສົມທົບກັບກອງທະຫານອາສາສະໝັກຫວຽດນາມ ໄດ້ບຸກລົງພາກໃຕ້ຂອງ ລາວ, ປົດປ່ອຍຕົວເມືອງອັດຕະປື, ສ່ວນໜຶ່ງຂອງ ແຂວງສາລະວັນ, ດົງບໍລະເວນ, ເວີນໄຊຊຽງປອງ. ກອງທັບປະຊາຊົນຫວຽດນາມ ເປີດບັ້ນຮົບໄຕຫງວຽນຊຶ່ງແກ່ຍາວ 12 ວັນ-ຄືນ ຈຶ່ງປົດປ່ອຍເທສະບານຕາແສງກອນຕຸມໄດ້. ໃນທ້າຍເດືອນ 1/1954 ກອງທະຫານລາວ- ຫວຽດນາມ ໄດ້ເປີດບັ້ນຮົບບຸກໂຈມຕີແນວປ້ອງກັນຂອງສັດຕູຢູ່ລ້ອງນໍ້າອູກ້າວສູ່ແຂວງຫລວງພະບາງ ແລະ ໂຈມຕີຂຶ້ນພາກເໜືອ ຂອງລາວ, ປົດປ່ອຍແຂວງຜົ້ງສາລີ.ການບຸກໂຈມຕີດ້ວຍ 5 ບາດ ຄ້ອນຍຸດທະສາດລ້ວນແຕ່ໄດ້ຮັບໄຊຊະນະ ແລະ ເປັນການທັບມ້າງກົນອຸບາຍຂອງນາວາ, ສ້າງເງື່ອນໄຂໃຫ້ກອງທັບຫວຽດນາມເປີດບັ້ນຮົບດຽນບຽນຟູ. ວັນທີ 6/12/1953 ກົມການເມືອງສູນກາງພັກຫວຽດນາມ ໄດ້ເປີດກອງປະຊຸມ ແລະ ມີມະຕິຕົກລົງເປີດບັ້ນຮົບດຽນບຽນຟໃນລະດູບານໃໝ່ 1953-1954. ກົມການເມືອງໄດ້ກໍານົດວ່າ: “ດຽນ ບຽນຟູແມ່ນກຸ່ມຖານທີ່ໝັ້ນທີ່ເຂັ້ມແຂງ ແຕ່ມັນກໍມີຈຸດບົກຜ່ອງພື້ນຖານຄືມັນຖືກໂດດດ່ຽວ” ກົມການ ເມືອງໄດ້ແຕ່ງຕັ້ງໃຫ້ທ່ານ ພົນເອກ ຫວໍ ຫງວຽນ ຢາບ ລັດຖະມົນຕີ ວ່າການກະຊວງປ້ອງກັນຊາດ ເປັນ ເລຂາຄະນະພັກດ້ານຮົບ ແລະ ເປັນ ຜູ້ບັນຊາການທະຫານສູງສຸດ, ລັດ ຖະບານ ໄດ້ຕົກລົງສ້າງຕັ້ງສະພາ ສະໜອງເຄື່ອງອຸປະໂພກ ແລະ ບໍລິ ໂພກ ໃຫ້ແກ່ແນວໜ້າໂດຍແມ່ນ ທ່ານ ຟາມວັນດົງ. ປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ກອງທັບ ແລະ ປະຊາຊົນນາມ ໄດ້ກຽມພ້ອມເພື່ອສະໜາມຮົບ ໂດຍປະຕິບັດຕາມຄໍາຂວັນທີ່ວ່າ: “ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກສິ່ງຢ່າງເພື່ອຕີເອົາໄຊ ຊະນະ”.

    ພາຍຫລັງທີ່ໄດ້ກະກຽມມາໄລຍະໜຶ່ງ, ເຖິງເວລາ 17 ໂມງ ຂອງວັນທີ 17/3/1954 ກອງທັບ ແລະ ປະຊາຊົນຫວຽດນາມ ກໍໄດ້ລັ່ນສຽງປືນບຸກໂຈມຕີສັດຕູ ໃນຂະນະທີ່ພວກເຂົາພວມເຜີຕົວ. ການບຸກໂຈມຕີດຽນບຽນຟູເປັນເວລາ 55 ວັນ-ຄືນ, ໄດ້ແບ່ງອອກເປັນ 3 ຄັ້ງ ໃຫຍ່ຄື: ການບຸກໂຈມຕີ ຄັ້ງທີ 1 ເລີ່ມ ແຕ່ວັນທີ 13-17/3/1954 ກອງ ທັບ ແລະ ປະຊາຊົນຫວຽດນາມໄດ້ດັບສູນ 2 ກຸ່ມ  ຖານທີ່ໝັ້ນຢູ່ໃນລາວ ແລະ ດົກເລິບຢ່າງຮາບຄາບ, ບັງຄັບໃຫ້ສັດຕູອອກມາຍອມຈໍານົນຢູ່ຈຸດບ້ານແກ້ວ, ທໍາລາຍສິ່ງກີດກັ້ນ, ເປີດທາງໄປສູ່ທິດເໜືອຂອງຖານທັບສັດຕູ. ການບຸກໂຈມຕີ ຄັ້ງທີ 2 ເລີ່ມແຕ່ວັນທີ 30/3 ຮອດທ້າຍເດືອນ 4/1954, ຮັດແຄບວົງປິດລ້ອມ ເພື່ອແບ່ງແຍກສັດຕູອອກແລ້ວບຸກໂຈມຕີຢ່າງລຽນຕິດ, ຢຶດໄດ້ກຸ່ມຖານທີ່ໝັ້ນສ່ວນໃຫຍ່ ລຽບຕາມຈຸດສູງທາງທິດຕາເວັນອອກ, ບັ້ນຮົບບຸກໂຈມຕີຂອງກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ເຮັດ ໃຫ້ສັດຕູຕົກຢູ່ທ່າຫວາດຫວັ່ນຢ້ານ ກົວ. ດຽນບຽນຟູ ໃນເວລານັ້ນ ແມ່ນ ໄດ້ກາຍເປັນຂຸມນາລົກຝັງທະຫານ ສັດຕູ. ໃນວັນທີ 19/4/1954 ກົມ ການເມືອງໄດ້ເປີດກອງປະຊຸມ ເພື່ອ ຕີລາຄາໝາກຜົນໃນການບຸກໂຈມ ຕີ 2 ຄັ້ງ ແລະ ໄດ້ຢັ້ງຢືນວ່າ: ທົ່ວພັກທົ່ວປວງຊົນ ຈະນໍາເອົາທຸກກໍາລັງສະໜອງຊ່ວຍໜູນໃຫ້ແກ່ບັ້ນຮົບດຽນບຽນຟູ ແລະ ຈະເຮັດສໍາເລັດຕາມຄວາມຮຽກຮ້ອງຕ້ອງການ ເພື່ອຍາດເອົາໄຊຊະນະໃນບັ້ນຮົບນີ້ໃຫ້ໄດ້ຢ່າງແນ່ນອນ. ການບຸກໂຈມຕີ ຄັ້ງທີ 3 ໃນວັນທີ 1/5/1954 ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ບຸກໂຈມຕີເຂົ້າດັບສູນເຮືອນຮັງສຸດທ້າຍຂອງສັດຕູຢູ່ໃນດຽນບຽນຟູ. ວັນທີ 7/5/1954 ນາຍພົນນາວາ ພ້ອມກັບເສນາທິການທະຫານທັງໝົດໄດ້ອອກມາຍອມຈໍານົນ. ບັ້ນຮົບດຽນບຽນຟູຍາດໄດ້ໄຊຊະນະອັນຍິ່ງໃຫຍ່, ດັບສູນ ແລະ ຈັບເປັນສະເລີຍເສິກ 16.200 ຄົນ, ຍິງເຮືອບິນຕົກ 62 ລໍາ, ຢຶດ ແລະ ທໍາລາຍອາວຸດຍຸດໂທປະກອນພາຫະນະສົງຄາມຂອງສັດຕູ ໄດ້ທັງໝົດ. ໄຊຊະນະບັ້ນຮົບດຽນບຽນຟູແມ່ນຈຸດສູງສຸດ, ແມ່ນການທົດສອບກໍາລັງແຮງຮອບດ້ານ, ດຸເດືອດຂ້ຽວຂາດທີ່ສຸດ ໃນພາລະກິດຕໍ່ສູ້ກູ້ຊາດ ລະຫວ່າງ ກອງທັບປະຊາຊົນຫວຽດນາມ ກັບພວກລ່າເມືອງຂຶ້ນຜູ້ຮຸກຮານ. ໄຊຊະນະບັ້ນຮົບດຽນບຽນຟູໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າ ຖືກພັງທະລາຍເປັນເທື່ອທໍາອິດຢູ່ໃນໂລກ, ບັງຄັບໃຫ້ພວກວາງ ແຜນຍຸດທະສາດຂອງລັດທິລ່າເມືອງຂຶ້ນ ຕ້ອງໄດ້ຫັນທິດໄປສູ່ການປະຕິບັດລັດທິລ່າເມືອງແບບໃໝ່.ໄຊຊະນະດຽນບຽນຟູ ເປັນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ ໃນພາລະກິດສ້າງສາພັດທະນາປະເທດຊາດຊົ່ວກາລະນານ, ມາ ນະຈິດຂອງດຽນບຽນຟູຍັງໃສແຈ້ງ, ຍັງເປັນກຳລັງແຮງປຸກລະດົມອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ ໃນພາລະກິດປ່ຽນໃໝ່ປະຕິບັດຈຸດໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ, ປະຊາທິປະໄຕ, ສີວິໄລ”. ສຳລັບປະເທດລາວໄຊຊະນະດຽນບຽນຟູ ໄດ້ມີຄວາມສໍາຄັນຄວາມສາມັກຄີພິເສດ, ຫວຽດນາມ,  ຮ່ວມສຳພັນສູ້ຮົບ ລະຫວ່າງ ລາວ-ຫວຽດນາມ, ເປັນໄຊຊະນະຕ້ານສັດຕູໂຕດຽວກັນ, ປະສານສົມທົບ ແລະ ອຸດໜູນຊຶ່ງກັນ ແລະ ກັນຕະຫລອດມາ.

ໂດຍ: ພິດສະໄໝ ສຸວັນນະລາດ

KPL

ຂ່າວອື່ນໆ

ads
ads

Top