ຄອບຄົວຕົວແບບໃນການສ້າງລາຍຮັບຈາກການລ້ຽງສັດ

15/05/2024 09:32
Email Print 694
ຂປລ ກິດຈະກຳສົ່ງເສີມໃຫ້ປະຊົນລ້ຽງສັດເປັນສິນຄ້າເປັນອີກໂຄງການໜ່ຶງທ່ີກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເນື່ອງຈາກວ່າກິດຈະກຳດັ່ງກ່າວ ເປັນທ່າແຮງຂອງຫລາຍທ້ອງຖິ່ນຍ້ອນມີສະພາບພ້ືນທີ່ເອື້ອຍອຳນວຍຊຶ່ງຜ່ານການຈັດຕັ້ງປະຕິບັດ.

     *ກິດຈະກຳສົ່ງເສີມໃຫ້ປະຊົນລ້ຽງສັດເປັນສິນຄ້າເປັນອີກໂຄງການໜ່ຶງທ່ີກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ເອົາໃຈໃສ່ໃນການຈັດຕັ້ງປະຕິບັດເນື່ອງຈາກວ່າກິດຈະກຳດັ່ງກ່າວ ເປັນທ່າແຮງຂອງຫລາຍທ້ອງຖິ່ນຍ້ອນມີສະພາບພ້ືນທີ່ເອື້ອຍອຳນວຍຊຶ່ງຜ່ານການຈັດຕັ້ງປະຕິບັດ ກໍເຫັນວ່າຫລາຍຄອບຄົວເຮັດໄດ້ດີ ແລະ ມີຊີວິດການເປັນຢູ່ຍ້ອນການລ້ຽງສັດເໝືອນດັ່ງຄອບຄົວນາງ ນິດ ທີ່ອາໃສຢູ່ບ້ານ ພຽງດ້າງ, ຂຶ້ນກັບກຸ່ມບຸນຖິ່ນ, ເມືອງຄໍາ ແຂວງຊຽງຂວາງ ຊຶ່ງບ້ານດັ່ງກ່າວຫ່າງຈາກຕົວເມືອງ 84 ກິໂລແມັດ ແລະ ເປັນບ້ານເປົ້າໝາຍຊຸດທີ່ 1 ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ.

    ຄອບຄົວນາງ ນິດ ມີສະມາຊິກ ທັງໝົດ 4 ຄົນ (ຍິງ 2 ຄົນ). ນາງ ນິດ ແລະ ຜົວຂອງລາວໄດ້ມີໂອກາດເຂົ້າຮ່ວມຮັບຟັງການແນະນໍາກຽວກັບໂຄງການ ທລຍ ໂດຍສະເພາະການສ້າງຕັ້ງກຸ່ມຊ່ວຍເຫລືອ ກັນ (ກຊກ) ແລະ ເຮັດໃຫ້ ນາງ ນິດ ແລະ ຜົວເຂົ້າໃຈເຖິງຈຸດປະສົງຂອງໂຄງການ ທລຍ ທີ່ຈະສະໜັບສະໜູນຊ່ວຍຄອບຄົວທຸກຍາກພາຍໃນບ້ານ ໃຫ້ຫລຸດພົ້ນຈາກຄວາມທຸກຍາກ. ຫລັງຈາກນັ້ນ ນາງ ນິດ ແລະ ຄອບຄົວໄດ້ຕົກລົງກັນເຂົ້າເປັນສະມາຊິກ ກຊກ. ນັບແຕ່ຕົ້ນປີ 2021 ເປັນຕົ້ນມາ, ນາງ ນິດ ໄດ້ເຂົ້າຮ່ວມກອງປະຊຸມ ກຊກ ແລະ ຝາກເງິນກັບກອງທຶນ ກຊກ ຢ່າງເປັນປົກກະຕິຊຶ່ງມາຮອດປັດຈຸບັນ ນາງ ນິດ ໄດ້ຝາກເງິນກັບກອງທຶນ ກຊກ ທັງໝົດ 355.000 ກີບ. ນອກຈາກນ້ັນ ນາງ ນິດ ແລະ ຜົວ ຍັງໄດ້ເຂົ້າຮ່ວມຝຶກອົບຮົມເຕັກນິກການປູກ-ການລ້ຽງທີ່ຈັັດໂດຍໂຄງການ ທລຍ ໂດຍສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ. ຫລັງຈາກນັ້ນ ຄອບຄົວ ນາງ ນິດ ໄດ້ກູ້ຢືມເງິນຈາກກອງທຶນ ກຊກ ຈໍານວນ 5.000.000 ກີບ ເພື່ອລົງທຶນຊ້ືໝູນ້ອຍ ຈໍານວນ 10 ໂຕ ມາລ້ຽງ (ລາຄາໝູນ້ອຍ ໂຕລະ 500.000- 600.000 ກີບ) ເປັນໄລຍະ 15- 30 ມື້ ເພື່ອໃຫ້ນໍ້າໜັກເພີ່ມຂຶ້ນ ແລ້ວ ຂາຍອອກປະມານ 850.000 ກີບ ຕໍ່ໂຕ. ໃນ 1 ປີ ຄອບຄົວ ນາງ ນິດ ໄດ້ຊື້ໝູນ້ອຍເຂົ້າມາລ້ຽງແລ້ວຂາຍອອກ 9 ຄັ້ງ ໂດຍໄດ້ກໍາໄລທັງໝົດ 20.250.000 ກີບ ຕໍ່ປີ. ນອກຈາກນີ້, ຄອບຄົວ ນາງ ນິດ ຍັງໄດ້ລ້ຽງໄກ່ໂດຍສາມາດສ້າງລາຍຮັບເຂົ້າສູ່ຄອບຄົວໄດ້ 10.000.000 ກີບຕໍ່ປີ, ລວມລາຍຮັບຈາກການລ້ຽງໝູ ແລະ ໄກ່ ແມ່ນ 30.250.0000 ກີບ/ປີ. ການສ້າງລາຍຮັບຈາກການລ້ຽງໝູ ແລະ ໄກ່ ຂອງຄອບຄົວ ນາງ ນິດ ໄດ້ກາຍເປັນແບບຢ່າງໃຫ້ຄອບຄົວອື່ນ ແລະ ສາມາດເປັນບ່ອນຮຽນຮູ້ພາຍໃນບ້ານພຽງດ້າງ ແລະ ບ້ານໃກ້ຄຽງ.

ໂດຍ: ຈັນທີ ສີລິເດດ ທລຍ ເມືອງຄໍາ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top