ຂປລ
ປັດຈຸບັນ ການບໍລິການຂົນສົ່ງຜູ້ໂດຍສານກາຍເປັນປັດໃຈສໍາຄັນ ປະກອບສ່ວນເຂົ້າໃນພັດທະນາເສດຖະກິດ-ສັງຄົມ, ໃຫ້ສິ່ງອໍານວຍຄວາມສະດວກສະບາຍ, ປະຢັດເງິນ,ປະຢັດເວລາ ແລະ ສ້າງລາຍ ຮັບໄດ້ດີ.
*ປັດຈຸບັນການບໍລິການຂົນສົ່ງຜູ້ໂດຍສານກາຍເປັນປັດໃຈສໍາຄັນ ປະກອບສ່ວນເຂົ້າໃນພັດທະນາ ເສດຖະກິດ-ສັງຄົມ,ໃຫ້ສິ່ງອໍານວຍຄວາມສະດວກສະບາຍ, ປະຢັດເງິນ,ປະຢັດເວລາ ແລະ ສ້າງລາຍຮັບໄດ້ດີ. ດ່ັງທີ່ຮູ້ທີ່ເຫັນປັດຈຸບັນນ້ີຕາມທາງທົ່ວນະຄອນຫລວງວຽງຈັນ ຈະເຫັນລົດຕັກຊີໄຟຟ້າຫລາຍຂຶ້ນໃນບ້ານເຮົາເນື່ອງຈາກວ່າສັງຄົມກໍາລັງໄດ້ຮັບຄວາມນິຍົມຈາກລູກຄ້າເພາະວ່າມີຄວາມສະດວກ, ສະບາຍ, ວ່ອງໄວທັນໃຈ ທີ່ສໍາຄັນລາຄາບໍ່ແພງຫລາຍ, ປະຊາຊົນສາມາດໃຊ້ບໍລິການໄດ້. ອີກຢ່າງໜຶ່ງການໃຊ້ບໍລິການລົດໄຟຟ້າ ຍັງຊ່ວຍເປັນການຮັກສາໂລກຮ້ອນນຳອີກ.
ດັ່ງນັ້ນ,ບໍລິສັດວີເຄກຣຸບ ການຄ້າຂາອອກ-ຂາເຂົ້າຈຳກັດ ໜຶ່ງໃນບໍລິສັດທີ່ມີຊື່ສຽງ ແລະ ເປັນທີ່ຮູ້ຈັກກັນດີໂດຍສະເພາະແມ່ນເປັນຜູ້ນຳລົດເຂົ້າ ແລະ ຈຳໜ່າຍລົດໄຟຟ້າໃນລາວປັດຈຸບັນໃຫ້ຄວາມສຳຄັນດ້ານການບໍລິການຜູ້ໂດຍສານ ຈຶ່ງເປີດບໍລິການລົດຕັກຊີໄຟຟ້າເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ສັງຄົມ.

ທ່ານ ນາງ ວຽງຄຳ ທອງນາລີ ປະທານບໍລິສັດວີເຄກຣຸບການຄ້າ ຂາອອກ-ຂາເຂົ້າຈຳກັດໃຫ້ຮູ້ວ່າ: ສຳລັບການບໍລິການຕັກຊີແມ່ນເລີ່ມແຕ່ເດືອນທັນວາ2023ເລີ່ມແຕ່ເດືອນທັນວາ2023ປັດຈຸບັນແມ່ນໄດ້ເລີ່ມທົດລອງແລ່ນຢູ່ 30 ຄັນ ພາຍໃນນະຄອນຫລວງວຽງຈັນ, ວັງວຽງ ແລະ ໃນອະນາຄົດມີແຜນຈະເພີ່ມຈຳນວນລົດໃຫ້ໄດ້ 300 ຄັນພາຍໃນ 3 ປີ ຊຶ່ງປະເພດລົດທີ່ນຳມາໃຫ້ບໍລິການແມ່ນປະເພດລົດໄຟຟ້າທັງໝົດ ເນື່ອງຈາກວ່າລົດໄຟຟ້າມີສ່ວນສຳຄັນໃນການຮັກສາໂລກຮ້ອນ. ສຳລັບຄ່າບໍລິການໄລຍະທຳອິດເລີ່ມຕົ້ນ 3 ກີໂລແມັດ ແມ່ນຈະເກັບ 50 ພັນກີບ ໄລຍະລະຫວ່າງ 3-6 ກິໂລແມັດແມ່ນ9ພັນກີບແລະຈະເພີ່ມຂຶ້ນຕາມໄລຍະທາງ. ນອກຈາກນີ້ ຍັງສາມາດໃຫ້ເຊົ່າເປັນມື້ໃນລາຄາບໍ່ສູງ. ບໍລິສັດ ວີເຄກຣຸບຂອງ ພວກເຮົາແມ່ນບໍລິສັດໜຶ່ງ ທີ່ມີທຸ ລະກິດຫລາກຫລາຍ ສຳລັບການ ບໍລິການລົດຕັກຊີ ແມ່ນເປັນແນວ ຄິດຕົນເອງເພື່ອເປັນການບໍລິການຜູ້ໂດຍສານພາຍໃນ ແລະ ຕ່າງປະເທດ ໃຫ້ມີບໍລິການພຽງພໍຕໍ່ຄວາມຕ້ອງການສັງຄົມ ແລະ ນອກນີ້ເປົ້າໝາຍພວກເຮົາກໍ່ເພື່ອຫວັງເປັນອີກໜຶ່ງຈຸດໝາຍໄດ້ສະແດງເຫັນເຖິງ ຄວາມຈະເລີນ ແລະ ມີການພັດທະນາຂອງປະເທດທີ່ສຳຄັນແມ່ນຈະໄດ້ຊ່ວຍການມີສ່ວນຮ່ວມຮັກສາ ໂລກຮ້ອນຈຶ່ງຕັດສິນໃຈນຳໃຊ້ລົດ ໄຟຟ້າ 100 ເປີເຊັນ ທັງໝົດເຖິງ ແມ່ນວ່າຈະເປັນການລົງທຶນທີ່ສູງ ແລະ ເຖິງໄລຍະການຄືນທຶນຍາວ ນານແດ່ກໍ່ຕາມແຕ່ກໍ່ເປັນຄວາມ ພາກພູມໃຈຂອງຕົນທ່ີມີສ່ວນຮ່ວມ ໃນການພັດທະນາດ້ານນີ້.

ທ່ານ ນາງ ວຽງຄຳ ເວົ້າຕື່ມວ່າ: ການ ບໍລິການາລົດຕັກຊີໄຟຟ້າແມ່ນການບໍລິການທີ່ເພີ່ມຄວາມສະດວກສະບາຍແກ່ສັງຄົມສະນັ້ນ, ຢາກໃຫ້ສັງຄົມເປີດໃຈໃຊ້ບໍລິການຜ່ານສາຍດ່ວນທີ່ເບີໂທ:1568ຮັບຮອງວ່າທ່ານຈະບໍຜິດຫວັງໃນການບໍລິການທີ່ວ່ອງໄວແລະໃສ່ໃຈລູກຄ້າທັງພາຍໃນແລະ ຕ່າງປະເທດທີ່ມາທ່ອງທ່ຽວ ຫລື ມາວຽກກໍ່ຈະໄດ້ຮັບຄວາມສະດວກສະບາຍໃນການໃຊ້ລົດບໍລິການດັ່ງກ່າວນ້ີແມ່ນຍັງຈະສາມາດໃຫ້ຊ່ວຍຫລຸດຜ່ອນບັນຫາບ່ອນຈອດລົດບໍ່ພຽງພໍ, ຫລຸດຜ່ອນການແອອັດຂອງລົດຕາມຫົນທາງ, ຫລຸດຜ່ອນການເກີດອຸບັດເຫດຕາມທາງອີກດ້ວຍ.
ໂດຍ:ມາລີດາ
KPL