ຜູ້ປະກອບການລາວ ຫວັງວ່າຄວ້າລາງວັນທ່ອງທ່ຽວອາຊຽນແບບຍືນຍົງ

29/04/2024 09:16
Email Print 930
ຂປລ ຜູ້ປະກອບທຸລະກິດໂຮງແຮມ,ຮ້ານອາຫານ ແລະ ການບໍລິການທ່ອງທ່ຽວອື່ນໆຫວັງຈະຄວ້າລາງວັນທ່ອງທ່ຽວອາຊຽນໃນປີຕໍ່ໜ້າ ຂະນະທີ່ 10 ປະເທດສະມາຊິກອາຊຽນຍັງເນັ້ນການພັດທະນາທ່ອງທ່ຽວແບບຍືນຍົງ ຕິດພັນກັບທໍາມະຊາດ, ວັດທະນະທໍາຮີດຄອງປະເພນີອັນດີງາມ, ປະຫວັດສາດ, ການມີສ່ວນຮ່ວມຂອງປະຊາຊົນ ແລະ ອື່ນໆ.

    *ຜູ້ປະກອບທຸລະກິດໂຮງແຮມ,ຮ້ານອາຫານ ແລະ ການບໍລິການທ່ອງທ່ຽວອື່ນໆຫວັງຈະຄວ້າລາງວັນທ່ອງທ່ຽວອາຊຽນໃນປີຕໍ່ໜ້າຂະນະທີ່ 10 ປະເທດສະມາຊິກອາຊຽນຍັງເນັ້ນການພັດທະນາທ່ອງທ່ຽວແບບຍືນຍົງຕິດພັນກັບທໍາມະຊາດ, ວັດທະນະທໍາຮີດຄອງປະເພນີອັນດີງາມ, ປະຫວັດສາດ, ການມີສ່ວນຮ່ວມຂອງປະຊາຊົນ ແລະ ອື່ນໆ. ດັ່ງທີ່ຮູ້ນໍາກັນ, ງານມະຫະກໍາການທ່ອງທ່ຽວ ອາຊຽນ ປະຈຳປີ 2024 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 22-27 ມັງກອນ 2024 ຜ່ານມາ ທີ່ນະຄອນຫລວງວຽງຈັນ, ສປປ ລາວ ເຊິ່ງໃນງານຄັ້ງນີ້ໄດ້ມີການຈັດງານມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ໂດຍມີຈຸດປະສົງເພື່ອມອບລາງວັນອັນຊົງກຽດໃຫ້ແກ່ບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ ຢູ່ປະເທດສະມາຊິກອາຊຽນທີ່ສາມາດບັນລຸຕາມເງື່ອນໄຂມາດຕະຖານທີ່ອາຊຽນກຳນົດໄວ້ ເຊິ່ງລວມມີ 4 ປະ ເພດມາດຕະຖານຄື:

1. ລາງວັນມາດ ຕະຖານໂຮງແຮມຂຽວອາຊຽນ ຄັ້ງ ທີ 9, ປະເທດລະ 5 ລາງວັນ;

2. ລາງວັນມາດຕະຖານເມືອງທ່ອງ ທ່ຽວອາຊຽນ ຄັ້ງທີ 4, ປະເທດລະ 5 ລາງວັນ;

3. ລາງວັນມາດຕະ ຖານສະຖານທີ່ຈັດງານອາຊຽນ ມີ 3 ປະເພດຄື: ສະຖານທີ່ຈັດກອງ ປະຊຸມ, ສະຖານທີ່ຈັດງານວາງສະ ແດງ, ສະຖານທີ່ຈັດງານເທດສະ ການ, ປະເທດລະ 5 ລາງວັນ/ປະ ເພດ;

4. ລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ, ປະເທດລະ 2 ລາງວັນ  ໃນນີ້, ສປປ ລາວ ໄດ້ຮັບທັງ 4 ປະເພດ ລວມທັງຫມົດ 20 ລາງວັນ ດັ່ງນີ້:

1. ລາງວັນມາດຕະຖານໂຮງແຮມຂຽວອາຊຽນ 5 ລາງວັນໄດ້ແກ່: ໂຮງແຮມອາມານຕາກາຫລວງພະບາງ, ໂຮງແຮມພູແມນຫລວງພະບາງ, ໂຮງແຮມພູວ່າວ ຫລວງພະບາງ, ໂຮງແຮມຄລາວພລາຊ່າ ນະຄອນຫລວງວຽງຈັນ ແລະ ຣີສອດເລີແກຣນ ປາກແບງ ແຂວງອຸດົມໄຊ;

2. ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2 ລາງວັນ ໄດ້ແກ່: ນະຄອນຫລວງວຽງຈັນ ແລະ ນະຄອນໄກສອນ ແຂວງສະຫວັນນະເຂດ; 

3. ລາງວັນສະຖານທີ່ຈັດງານອາຊຽນ ປະເພດສະຖານທີ່ຈັດກອງປະຊຸມ; 5 ລາງວັນ ໄດ້ແກ່: ໂຮງແຮມ ພູແມນ ຫລວງພະບາງ, ຫໍປະຊຸມ ແຫ່ງຊາດ, ໂຮງແຮມເລີປາເລຊຽງແກ້ວເດິຫລວງພະບາງ (ເດິແກຣນຫລວງພະບາງ), ໂຮງແຮມ ຫລວງພະບາງວິວ ແລະ ໂຮງແຮມດອກຈໍາປາ; ປະເພດສະຖານທີ່ງານວາງສະແດງ 1 ລາງວັນ ໄດ້ແກ່: ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ; ປະເພດສະຖານທີ່ຈັດງານເທສະການ 5 ລາງວັນ ໄດ້ແກ່: ພັດຕະຄານເຊັນພິລາ, ໂຮງແຮມ ຄລາວພລາຊ່າ, ໂຮງແຮມແລນມາກແມ່ຂອງຣີເວີໄຊ, ໂຮງແຮມດອນຈັນພາເລດ ແລະ ໂຮງແຮມ ຈໍາປາສັກແກຣນ;

4. ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 2 ລາງວັນ ໄດ້ແກ່: ຜະລິດຕະພັນການທ່ອງທ່ຽວເຂດຕົວເມືອງ: ຮ້ານອາຫານຄົວລາວ ນະຄອນຫລວງວຽງຈັນ ຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ: ຮ້ານອາຫານຕາດເຍືອງ ແຂວງຈໍາປາສັກ  ແລະ ອື່ນໆ.

      ເຖິງແນວໃດກໍດີສໍາລັບປີ 2025 ທີ່ຈະມາເຖິງນີ້ຜູ້ປະກອບການທຸລະກິດທ່ອງທ່ຽວທົ່ວປະເທດພວມສ້າງຂະບວນການແຂ່ງຂັນພັດທະນາ ແລະ ປະຕິບັດມາດຕະຖານທ່ອງທ່ຽວອາຊຽນແບບຍືນຍົງ ໂດຍຫວັງວ່າຈະສາມາດຄວ້າລາງວັນອີກຫລາຍລາຍການເພື່ອສ້າງຜົນໃຫ້ຕົນເອງ ແລະ ປະເທດຊາດ ພ້ອມດຽວກັນນັ້ນຍັງເປັນຕົວຢ່າງທີ່ດີສໍາລັບຄົນຮຸ່ນຕໍ່ໄປ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top