ຣັດເຊຍ ສະເຫລີມສະຫລອງວັນແຫ່ງໄຊຊະນະສົງຄາມປົກປ້ອງປິຕຸພູມ

10/05/2024 21:15
Email Print 624
ຂປລ ສະຫະພັນ ຣັດເຊຍ ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນແຫ່ງໄຊຊະນະ ສົງຄາມປົກປ້ອງ ປິຕຸພູມ ຣັດເຊຍ ຢູ່ນະຄອນຫຼວງ ມົດສະກູ ແລະ ມີການ ຈັດສວນ ສະໜາມ ຢູ່ຈະຕຸລັດແດງ ໂດຍມີ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ແລະ ບັນດາຜູ້ນຳ ປະເທດຕ່າງໆ.

ຂປລ - ສຳນັກຂ່າວຕາສ, ໃນວັນທີ 9 ພຶດສະພາ, ສະຫະພັນ ຣັດເຊຍ ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນແຫ່ງໄຊຊະນະ ສົງຄາມປົກປ້ອງ ປິຕຸພູມ ຣັດເຊຍ ຢູ່ນະຄອນຫຼວງ ມົດສະກູ ແລະ ມີການ ຈັດສວນ ສະໜາມ ຢູ່ຈະຕຸລັດແດງ ໂດຍມີ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ແລະ ບັນດາຜູ້ນຳ ປະເທດຕ່າງໆ. ໃນນັ້ນ ລວມມີ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງສປປລາວ,   ທ່ານ ອາເລັກຊານເດີ ລູຄາເຊັນໂກ ປະທານາທິບໍດີ ເບລາຣຸດ, ທ່ານ ມິກູແອນ ດິແອສ ກາແນນ ປະທານາທິບໍດີ ກູບາ ແລະ ທ່ານ ກາຊິມ ໂຈມາດ ໂຕກາແຢັບ ປະທານາທິບໍດີ ກາຊັກສະຖານເຂົ້າຮ່ວມດ້ວຍ.

ການຈັດສວນສະໜາມ ໃນຄັ້ງນີ້  ໄດ້ມີທະຫານ ເຂົ້າຮ່ວມ ເດີນຂະບວນ ເຖິງ 9.000 ກວ່າຄົນ, ອາວຸດທາງການ ທະຫານ 70 ກວ່າຊຸດ ແລະ ເຮືອບິນຮົບ ຈໍານວນໜຶ່ງ. ໃນນີ້ ມີລົດຫຸ້ມເກາະ ທີ-34 ເປັນສັນຍາລັກ ແຫ່ງໄຊຊະນະ ຂອງ ສົງຄາມໂລກ ຄັ້ງທີ 2 ./

KPL

ຂ່າວອື່ນໆ

ads
ads

Top