ລາວຕິດອັນດັບ 53 ຂອງໂລກ ເປັນປະເທດຄວນໄປຢ້ຽມຢາມ ປີ 2024

13/05/2024 10:32
Email Print 1539
ຂປລ ສປປ ລາວໄດ້ຮັບການຍົກຍ້ອງ ແລະ ໄດ້ຮັບການຄັດເລືອກໃຫ້ເປັນປະເທດທີ່ດີສຸດໃນໂລກຄວນໄປຢ້ຽມຢາມ ແລະ ສໍາຜັດສໍາລັບປີ 2024.

    * ສປປ ລາວໄດ້ຮັບການຍົກຍ້ອງ ແລະ ໄດ້ຮັບການຄັດເລືອກໃຫ້ເປັນປະເທດທີ່ດີສຸດໃນໂລກຄວນໄປຢ້ຽມຢາມ ແລະ ສໍາຜັດສໍາລັບປີ 2024. ອີງຕາມວາລະສານ ແລະ ເວັບໄຊຊີອີໂອສາກົນ (CEOworld) ໄດ້ເຜີຍແຜ່ຂໍ້ມູນສະຖິຕິໃນວັນທີ 15 ເມສາ 2024 ຜ່ານມານີ້ ໂດຍຕັ້ງຄໍາຖາມ ແລ ອະທິບາຍວ່າ: ມີທ່ານໃດບໍມັກຄວາມຄິດຂອງການສຳຫລວດສະຖານທີ່ໃໝ່ໆ ແລະ ພົບກັບຄົນໃໝ່? ພວກເຮົາໝັ້ນໃຈວ່າທຸກຄົນທ່ີເຮັດ, ການເລືອກປາຍທາງຂອງເຂົາເຈ້ົາອາດຂ້ຶນກັບຄວາມມັກຂອງໃຜມັນເຊັ່ນວ່າ: ຫາດຊາຍ, ພູຜາປ່າດົງ, ປະຫວັດສາດ, ວັດທະນະທໍາ, ການຊື້ເຄື່ອງ ແລະ ອື່ນໆທີ່ແຕກຕ່າງກັນ ເຊິ່ງຂໍ້ມູນທັງໝົດເຫລົ່ານັ້ນ ເພື່ອຊ່ວຍທ່ານຕັດສິນໃຈເລືອກຈະໄປສໍາຜັດກ່ຽວກັບສະຖານທີ່ພັກຜ່ອນຕ່ໍໄປຂອງທ່ານ ສະນ້ັນ ວາລະສານ ຊີອີໂອສາກົນ (CEOWORLD) ຈິ່ງໄດ້ລວບລວມບັນຊີລາຍຊື່ຂອງປະເທດທີ່ດີສຸດຈະໄປຢ້ຽມຢາມຄັ້ງໜຶ່ງໃນຊີວິດຂອງທ່ານ.

 

    ບັນຊີລາຍຊື່ດັ່ງກ່າວມານັ້ນປະກອບມີຫລາຍສະຖານທີ່ທ່ອງທ່ຽວ ແລະ ການຈັດອັນດັບແມ່ນອີງໃສ່ຄໍາຄິດເຫັນຂອງຜູ້ອ່ານຫລາຍກວ່າ 295.000 ຄົນ ເພື່ອເຮັດໃຫ້ຄົນມີ ສ່ວນຮ່ວມໃນການສໍາຫລວດຂໍ້ມູນ ອອກມາໄດ້ຮັບຜົນດີສຸດ. ສະເພາະ ສປປ ລາວ ແມ່ນໜຶ່ງ ໃນບັນດາ 10 ປະເທດສະມາຊິກອາຊຽນ, ກັບປະຊາກອນມີພຽງ 7 ລ້ານກວ່າຄົນ ເຊິ່ງປະເທດບໍ່ມີຊາຍແດນດ້ານໃດຕິດຈອດກັບທະເລ ແຕ່ເຕັມໄປດ້ວຍສິ່ງມະຫັດສະຈັນ ແລະ ໜ້າຄົ້ນຫາທີ່ຕ່ືນເຕ້ັນສໍາລັບການທ່ອງທ່ຽວດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ແລະ ວິຖີຊີວິດຂອງຄົນລາວ ຍັງຕິດພັນກັບທໍາມະຊາດ ນອກຈາກນັ້ນຍັງມີແຫລ່ງມໍລະດົກໂລກທີ່ຄວນໄປສໍາຜັດດ້ວຍຕາເຊັ່ນ: ມໍລະດົກໂລກຫລວງພະບາງ, ຜາສາດຫີນວັດພູຈໍາປາສັກ, ທົ່ງໄຫຫີນຊຽງຂວາງ.

 

   ພ້ອມດຽວກັນນັ້ນບັນຫາພື້ນຖານໂຄງລ່າງເສັ້ນທາງລົດໄຟ, ເຮືອນພັກ, ໂຮງແຮມ ແລະ ອື່ນໆທີ່ມີມາດຕະຖານສາມາດເອື້ອອໍານວຍຄວາມສະດວກສະບາຍ, ມີຄວາມປອດໄພ ແລະ ສະຫງົບດີໃຫ້ນັກທ່ອງທ່ຽວສາມາດເດີນທາງໄປມາໄດ້ໂດຍປັດສະຈາກຄວາມກັງວົນ; ແລະ ສິ່ງສໍາຄັນໜຶ່ງປະຊາຊົນລາວບັນດາເຜົ່າ ແຕ່ເໜືອຮອດໃຕ້ມີນິໃສຍິ້ມແຍ້ມແຈມໃສ ແລະ ເປັນມິດຕໍ່ແຂກຄົນ. ດ້ວຍຫລາຍປັດໃຈຕ່າງໆກ່ຽວພັນກັນນັ້ນເຮັດໃຫ້ວາລະສານຊີອີໂອສາກົນໄດ້ຈັດອັນດັບ ແລະ ຄັດເລືອກເອົາປະເທດທີ່ທ່າແຮງບົ່ມຊ້ອນໃຫ້ເປັນປະເທດທີ່ດີສຸດໃນໂລກຄວນໄປຢ້ຽມຢາມ ແລະ ສໍາຜັດສໍາລັບປີ 2024 ເຊິ່ງ ສປປ ລາວ ແມ່ນຕິດໃນອັນດັບທີ 5 ໃນອາຊຽນ ໂດຍຮອງຈາກໄທ, ອິນໂດເນເຊຍ,  ຟິລິບປິນ, ຫວຽດນາມ ແລະ ເປັນອັນດັບທີ 53 ໃນໂລກ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top