3 ເດືອນຕົ້ນປີ 2024 ນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ຽວລາວ 1,1 ລ້ານຄົນ

13/05/2024 14:17
Email Print 1833
ຂປລ ຂປລ. ໄລຍະ 3 ເດືອນຕົ້ນປີ ຫລື ໄຕມາດທໍາອິດຂອງປີ 2024 ມີນັກທ່ອງທ່ຽວຕ່າງປະເທດ 1,1 ລ້ານຄົນ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ, ເພີ່ມຂຶ້ນ 36% ທຽບໃສ່ໄລຍະດຽວກັນຂອງປີ 2023.

ຂປລ. ໄລຍະ 3 ເດືອນຕົ້ນປີ ຫລື ໄຕມາດທໍາອິດຂອງປີ 2024 ມີນັກທ່ອງທ່ຽວຕ່າງປະເທດ 1,1 ລ້ານຄົນ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ, ເພີ່ມຂຶ້ນ 36% ທຽບໃສ່ໄລຍະດຽວກັນຂອງປີ 2023.

ຕາມຂໍ້ມູນຈາກ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນຕົ້ນປີ 2024 ນີ້ ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ 1,1 ລ້ານເທື່ອຄົນ. ໃນນັ້ນ, ນັກທ່ອງທ່ຽວມາຈາກໄທ 347.595 ຄົນ, ຫວຽດນາມ 264.710 ຄົນ, ຈີນ 242.404 ຄົນ, ສ ເກົາຫລື 105.642 ຄົນ, ອາເມລິກາ 25.455 ຄົນ, ຝຣັ່ງ 20.339 ຄົນ, ອັງກິດ 14.2718 ຄົນ. ຣັດເຊຍ 11.805 ຄົນ ແລະ ນັກທ່ອງທ່ຽວ ຈາກປະເທດ ເຢຍລະມັນ 9.523 ຄົນ.

ສຳລັບທ່າແຮງ ທີ່ເຮັດໃຫ້ນັກທ່ອງທ່ຽວ ເຂົ້າມາ ສປປ ລາວ ຫລາຍຂຶ້ນ, ເນື່ອງຈາກ ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວ 2024 ແລະ ອຳນວຍຄວາມສະດວກທຸກຢ່າງ ໃຫ້ນັກທ່ອງທ່ຽວ ລວມທັງ ການນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງ ເສັ້ນທາງລົດໄຟ ລາວ-ຈີນ ເປັນທ່າແຮງສໍາຄັນຜ່ານ ແຂວງຫລວງພະບາງ ແລະ ອຸດົມໄຊ ມີຫລາຍສະຖານທີ່ໆມີຈຸດເດັ່ນທາງທຳມະຊາດອັນອຸດົມສົມບູນ ເຮັດໃຫ້ນັກທ່ອງທ່ຽວ ມີຄວາມສົນໃຈມາທ່ຽວພາຍໃຕ້ ປີທ່ອງທ່ຽວລາວ 2024. ພ້ອມນີ້, ອົງການທ່ອງທ່ຽວ ແລະ ຜູ້ປະກອບການ ໄດ້ມີການປັບປຸງການບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ໄດ້ເພີ່ມຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວຕື່ມອີກ ເພື່ອໃຫ້ຜູ້ມາທ່ຽວຊົມ ໄດ້ຮັບປະສົບການທີ່ດີ ແລະ ໜ້າສົນໃຈເພື່ອດຶງດູດ ນັກທ່ອງທ່ຽວໃຫ້ຫລາຍຂຶ້ນ.

ຂໍ້ມູນ-ພາບ: ໜັງສືພິມ ວຽງຈັນທາຍ

KPL

ຂ່າວອື່ນໆ

ads
ads

Top