ໂຄສະນາເກີນຄວາມຈິ່ງຜ່ານສື່ອອນລາຍ ມີໂທດທາງອາຍາ

29/04/2024 09:07
Email Print 252
ຂປລ ໄລຍະຜ່ານມາ ກໍຄືປັດຈຸບັນປາກົດມີການໂຄສະນາກ່ຽວກັບສັບພະຄຸນຢາ ແລະ ອາຫານເສີມຜ່ານສື່ອອນລາຍ, ທັງເຟສບຸກ, ຕິກຕ໋ອກ, ຢູທູບ ແລະ ອື່ນໆຢ່າງກວ້າງຂວາງ ຊຶ່ງເປັນການໂຄສະນາເກີນຄວາມເປັນຈິງ, ເວົ້າຕາມອໍາເພີໃຈ ແລະ ໂອ້ອວດສັບພະຄຸນທີ່ບໍ່ເປັນຄວາມຈິງ ເພື່ອດຶງດູດຜູ້ຊົມໃຊ້ ຫລື ຜູ້ບໍລິໂພກ.

*ໄລຍະຜ່ານມາ ກໍຄືປັດຈຸບັນປາກົດມີການໂຄສະນາກ່ຽວກັບສັບພະຄຸນຢາ ແລະ ອາຫານເສີມຜ່ານສື່ອອນລາຍ, ທັງເຟສບຸກ, ຕິກຕ໋ອກ, ຢູທູບ ແລະ ອື່ນໆ ຢ່າງກວ້າງຂວາງຊຶ່ງເປັນການໂຄສະນາເກີນຄວາມເປັນຈິງ, ເວົ້າຕາມອໍາເພີໃຈ ແລະ ໂອ້ອວດສັບພະຄຸນທີ່ບໍ່ເປັນຄວາມຈິງ ເພື່ອດຶງດູດຜູ້ຊົມໃຊ້ ຫລື ຜູ້ບໍລິໂພກ. ແຕ່ໃນຕົວຈິງແລ້ວກະຊວງສາທາລະນະສຸກ ແມ່ນມີນິຕິກໍາກ່ຽວຂ້ອງທີ່ໄດ້ກໍານົດຊັດເຈນຕໍ່ຜູ້ທີ່ຕ້ອງການຈໍາໜ່າຍຜະລິດຕະພັນດັ່ງກ່າວຕ້ອງໄດ້ຂຶ້ນທະບຽນ, ໄດ້ຮັບອະນຸຍາດນໍາເຂົ້າ ແລະ ໄດ້ຮັບອະນຸຍາດໂຄສະນາຈາກກົມອາຫານ ແລະ ຢາເພື່ອກວດສອບເນື້ອໃນໂຄສະນາກັບສັບພະຄຸນຂອງຜະລິດຕະພັນວ່າຖືກຕ້ອງ ຫລື ບ່ໍຈຶ່ງສາມາດດໍາເນີນການໄດ້.ຄວາມຈິງແລ້ວການສັ່ງຊື້ຢາ ແລະ ອາຫານເສີມຜ່ານລະບົບອອນລາຍ ແມ່ນມີຄວາມສ່ຽງຫລາຍເນື່ອງຈາກພວກເຮົາບໍ່ຮູ້ແຫລ່ງທີ່ມາຂອງຜະລິດຕະພັນຊຶ່ງອາດຈະມີທັງຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ (ອາດມີການລັກລອບນໍາເຂົ້າເຮັດໃຫ້ເຈົ້າໜ້າທີ່ກ່ຽວຂ້ອງບໍ່ຮັບຮູ້ນຳ) ເຮັດໃຫ້ມີຄວາມສ່ຽງສູງຕໍ່ສຸຂະພາບຂອງຜູ້ບໍລິໂພກຊຶ່ງຜ່ານມາກົມອາຫານ ແລະ ຢາໄດ້ອອກແຈ້ງເຕືອນເປັນປະຈໍາເພື່ອບໍໃຫ້ຜູ້ບໍລິໂພກຫລົງເຊື່ອການໂຄສະນາສັບພະຄຸນຢາ ແລະ ອາຫານເສີມຜ່ານສື່ສັງຄົມອອນລາຍໂດຍບໍ່ໄດ້ຮັບອະນຸຍາດເພາະມັນສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບຂອງຜູ້ບໍລິໂພກ. ຂະນະດຽວກັນໃນປະມວນກົດໝາຍອາຍາສະບັບປີ 2017, ມາດຕາທີ 306 ໄດ້ລະບຸໄວ້ວ່າ: ບຸກຄົນໃດຫາກໄດ້ໂຄສະນາສິນຄ້າ ຫລື ການບໍລິການເກີນຄວາມເປັນຈິງ ຫລື ບໍ່ຖືກຕ້ອງໂດຍເຈຕະນາຊຶ່ງກໍ່ຄວາມເສຍຫາຍຢ່າງຫລວງຫລາຍຈະຖືກລົງໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 3 ປີ ຫລື ດັດສ້າງໂດຍບໍຕັດອິດສະລະພາບ ແລະ ຖືກປັບໃໝແຕ່ 5 ລ້ານກີບ ຫາ 10 ລ້ານກີບ.ດັ່ງນັ້ນ,ຖ້າຫາກບຸກຄົນ ຫລື ນິຕິບຸກຄົນທີ່ໄດ້ຮັບອະນຸຍາດໃຫ້ມີການໂຄສະນາກ່ຽວກັບສັບພະຄຸນຢາ ແລະ ອາຫານເສີມ, ຜູ້ປະກອບການ ຈະລະບຸເລກອະນຸຍາດການໂຄສະນາຈາກພາກສ່ວນກ່ຽວຂ້ອງຢ່າງລະອຽດ. ສະນັ້ນ,  ກ່ອນຈະຊື້ ຫລື ກ່ອນຈະຊົມໃຊ້ຜະລິດຕະພັນດັ່ງກ່າວຜ່ານສື່ອອນລາຍ, ຜູ້ບໍລິໂພກຕ້ອງກວດກາໃຫ້ລະອຽດເພື່ອຄວາມຖືກຕ້ອງຕາມຄວາມເປັນຈິງເພື່ອສຸຂະພາບຂອງຕົນເອງ.

ໂດຍ: ໄໝຄຳຍ້ອມສິນ

KPL

ຂ່າວອື່ນໆ

ads
ads

Top