ຮ່ວມໃຈກັນສະກັດກັ້ນບໍ່ໃຫ້ໄຟໄໝ້ປ່າ

29/04/2024 09:01
Email Print 293
ຂປລ ດັ່ງທີ່ຮູ້ນໍາກັນ, ພໍກ້າວເຂົ້າສູ່ເດືອນເມສາຫາເດືອນພຶດສະພາ ພົບວ່າອາກາດແມ່ນຮ້ອນອົບເອົ້າ ເປັນພິເສດນັ້ນອາດມີຄວາມສ່ຽງ ຈະກໍ່ໃຫ້ເກີດອັກຄີໄຟ, ໄຟໄໝ້ ລາມປ່າໄດ້ງ່າຍ ແລະ ບັນຫາອື່ນໆ ອັນສືບມາຈາກທໍາມະຊາດເອງ ແລະ ພຶດຕິກໍາຂອງມະນຸດ.

    *ດັ່ງທີ່ຮູ້ນໍາກັນ, ພໍກ້າວເຂົ້າສູ່ເດືອນເມສາຫາເດືອນພຶດສະພາ ພົບວ່າອາກາດແມ່ນຮ້ອນອົບເອົ້າ ເປັນພິເສດນັ້ນອາດມີຄວາມສ່ຽງຈະກໍ່ໃຫ້ເກີດອັກຄີໄຟ, ໄຟໄໝ້ລາມປ່າໄດ້ງ່າຍ ແລະ ບັນຫາອື່ນໆອັນສືບມາຈາກທໍາມະຊາດເອງ ແລະ ພຶດຕິກໍາຂອງມະນຸດ. ປັດຈຸ ບັນຫລາຍໆທ້ອງຖິ່ນກໍ່ໄດ້ລົງມືທຳ ການຜະລິດລະດູຝົນແລ້ວ ໂດຍສະເພາະບາງເຂດຊົນນະບົດຍັງຖືເອົາການເຮັດໄຮ່ເຮັດສວນເພື່ອປູກເຂົ້າ, ພືດເສດຖະກິດນັ້ນ ສ່ວນໃຫຍ່ແມ່ນໄດ້ທຳການຈູດໄຮ່ ແລະ ເຮັດສວນເປັນຂະບວນໂດຍບ່ໍມີການວາງແຜນຮັບມືຄວາມປອດໄພ. ແຕ່ແນວໃດກໍດີສິ່ງສໍາຄັນການດັ່ງກ່າວນ້ັນຕ້ອງມີສະຕິ ແລະ ມິວິທີຢ່າງຮອບຄອບເປັນຕົ້ນກ່ອນຈູດຕ້ອງມີການຕັດແລວໄຟ ເພື່ອຮັບປະກັນບໍ່ໃຫ້ໄຟລາມປ່າໄດ້ອັນຈະສົ່ງຜົນກະທົບຕໍ່ຄວາມອຸດົມສົມບູບຂອງທຳມະຊາດກໍຄືສ່ິງແວດລ້ອມອື່ນ. ຂະນະທ່ີ່ຢູ່ບາງທ້ອງຖິ່ນພັດເກີດມີຝົນຕົກ ແລະ ມີພາຍຸເຂົ້າອັນໄດ້ສົ່ງຜົນສະທົບຕໍ່ຊັບສິນລວມຂອງລັດ, ຂອງປະຊາຊົນບໍ່ໜ້ອຍ ແລະ ກໍມີບາງເຂດໄດ້ແຫ້ງແລ້ງພໍສົມຄວນ ເຊິ່ງທັງຫມົດນັ້ນເກີດເປັນປະກົດອັນຫນຶ່ງທີ່ກ່ຽວຂ້ອງກັນ. ບາງຕົວຢ່າງຄວາມແຫ້ງແລ້ວດັ່ງກ່າວ ຍັງຕິດພັນກັບໄລຍະທຳການຜະລິດຂອງປະຊາຊົນໃນຊົນນະບົດໂດຍສະເພາະຜູ້ທີ່ຖືເອົາການຖາໄຮ່, ຖາງສວນເພື່ອປູກເຂົ້າ, ພືດເສດຖະກິດອື່ນໆ. ການເຮັດການ ຜະລິດດັ່ງກ່າວລ້ວນແລ້ວແຕ່ຕ້ອງໄດ້ທຳການຈູດເພື່ອອຳນວຍຄວາມສະດວກຕໍ່ການປູກ. ໃນໄລຍະຜ່ານມາເມື່ອຮອດລະດູການທຳການຜະລິດຄືດັ່ງປັດຈຸນີ້, ແມ່ນມັກພົບເຫັນເກີດມີໄຟໄໝ້ລາມປ່າເປັນວົງກວ້າງອັນໄດ້ສ້າງຄວາມເສຍຫາຍດ້ານຄວາມອຸດົນດົມສົມບູນ ທາງທຳມະຊາດບ່ໍໜ້ອຍ.

     ໜ່ຶງໃນນີ້ກໍແມ່ນໄຟໄໝ້ລາມປ່າຢູ່ເຂດປ່າສະຫງວນພູພະນັງ ເມືອງສັງທອງ ນະຄອນຫລວງວຽງຈັນ ເຊິ່ງນີ້ບໍ່ແມ່ນບົດຮຽນໜຶ່ງທີ່ພວກເຮົາຄວນເອົາໃຈໃສ່, ມີສະຕິບໍ່ເກີດໄຟໄໝ້ປ່າຂຶ້ນອີກຢູ່ໃນປີ້ນີ້. ແລະ ເພື່ອຫລຸດຜ່ອນຄວາເສຍຫາຍດັ່ງກ່າພວກເຮົາຕ້ອງມີສະຕິຕະຫລອດ ໂດຍສະເພາະການຈູດໄຮ່, ສວນຕ້ອງມີການຕັດແລ້ວໄຟໃຫ້ຮັບປະກັນກ່ອນ ຈຶ່ງທຳການຈູດເພື່ອບໍ່ໃຫ້ເກີດໄຟໄໝ້ລາມປ່າຄືໄລຍະຜ່ານມາ. ແນວໃດກໍຕາມສຳລັບປີນີ້ ໄດ້ເກີດໄຟປ່າຢູ່ຈຸດສຳຄັນຂອງບາງທ້ອງຖິ່ນ ໂດຍສະເພາະກໍແມ່ນເຫດການໄຟໄໝ້ລາມປ່າຢູ່ບໍລິເວນຜາຊົມນາງ ແລະ ຜາແດງ ເຊິ່ງເປັນແຫລ່ງທ່ອງທ່ຽວທາງທໍາມະຊາດຂອງເມືອງງອຍ ແຂວງຫລວງພະບາງ ເຊິ່ງເຫດການໄຟໄໝ້ລາມປ່າຄັ້ງນີ້, ກໍໄດ້ເຮັດໃຫ້ປະຊາຊົນຜູ້ທີ່ຢູ່ໃກ້ບໍລິເວນເກີດເຫດຮູ້ສຶກວິຕົກກັງວົນ ຢ້ານໄຟແຜ່ລາມເປັນວົງກວ້າງກະທົບຕໍ່ບ້ານເຮືອນປະຊາຊົນ.

    ໃນນັ້ນ, ໄດ້ສ້າງຄວາມເສຍເສຍຫາຍພື້ນທີ່ປ່າບາງສ່ວນ. ພື້ນທີ່ປ່າດັ່ງກ່າວນີ້ ມັກເກີດໄຟລາມປ່າທຸກປີສ່ວນໜຶ່ງອາດມາຈາກຈຸດບໍລິເວນພື້ນທີ່ປ່ານີ້ມີໃບໄມ້ແຫ້ງຫລາຍ ປະກອບດ້ວຍອາກາດຮ້ອນອົບເອົ້າຈຶ່ງເປັນເຊື້ອໄຟໄດ້ດີ. ໄຟໄໝ້ລາມປ່າຢູ່ແຫລ່ງທ່ອງທ່ຽວດັ່ງກ່າວ, ກໍເປັນເຫດການ ແລະ ບົດຮຽນໜຶ່ງທີ່ທົ່ວສັງຄົມຕ້ອງໄດ້ປະກອບສ່ວນ ແລະ ເອົາໃຈໃສ່ຍົກສູງສະຕິລະວັງຕົວເພ່ືອບ່ໍໃຫ້ເກີດເຫດການໄຟໄໝ້ລາມປ່າໃນຂອບເຂດທົ່ວປະເທດ. ຂະນະດຽວກັນປັດຈຸບັນນີ້, ກໍ່ແມ່ນໄລຍະທຳການຜະລິດ, ຖ່າງໄຮ່, ສວນ ແລະ ບາງທ້ອງຖິ່ນກໍ່ໄດ້ທຳການຈູດໄຮ່, ສວນແລ້ວເຊິ່ງກ່ອນຈູດກໍ່ຕ້ອງທຳການຕັດແລວໄຟໃຫ້ມີຄວາມປອດໄພກ່ອນ ຈຶ່ງທຳການຈູດເພື່ອຫລີກເວັ້ນບັນຫາໄຟໄໝ້ລາມປ່າທີ່ຈະສົ່ງກະທົບຕໍ່ປ່າໄມ້ໃນເຂດແຫລ່ງທ່ອງທ່ຽວກໍຄືປ່າໄມ້. ແນວໃດກໍ່ດີການປົກປັກຮັກສາສິ່ງ ແວດລ້ອມຢູ່ແຫລ່ງທ່ອງທ່ຽວ ບ່ໍວ່າຈະແມ່ນທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາເຊິ່ງລ້ວນແລ້ວຕ້ອງໄດ້ເພີ່ມທະວີໃນການຮັກສາສິ່ງແວດລ້ອມ ໂດຍສະເພາະແມ່ນແຫລ່ງທ່ອງທ່ຽວທາງທຳມະຊາດຍິ່ງມີຄວາມສຳຄັນໃນການປົກປັກຮັກສາປ່າໄມ້ໃຫ້ມີຄວາມອຸດົມສົມບູນ ຈຶ່ງຈະສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ແລະ ເມື່ອໄດ້ມາແລ້ວຢາກມາອີກຍ້ອນຄວາມບໍລິສຸດຂອງອາກາດຢູ່ແຫລ່ງທ່ອງທ່ຽວແຫ່ງນັ້ນໆປອດໂປ່ງສົດຊື່ນຕະຫລອດເວລາ.

ໂດຍ: ຢ່າຕົງ

KPL

ຂ່າວອື່ນໆ

ads
ads

Top