5864

s;Pfok, 4n gvq k[A oIq [fPo[Po26 gxa o8Q oc[[lb dlkvq [Iq ,7q oI5 j o8+ M,k pq d]tfa [7;k,I6 h .sh rtoa d'kooemj P;]tfa [-kf dkoles];frq o]tg,n v' c]t mu j 1j 6 vkwl gxa o|bj '.oczo'komuj le7a o0v']a f4t[ko g9Q kc0;'lts;a ootg0f 8y f8k, dkod+ lh k'rN o4ko37']j k'16j [h kookg-a ' gxu f;k'ltcf'I6 [rk[;a ow--tot[A oIq [ xq fxj vpfPo[Po26 7q [Iv[ 70 xu gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 07.05.2024 ປີທີ 23 ສະບັບທີ 5.923 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 w--totfPo[Po26 gxa og0a ,my fgpn v'mk' .odkoxq fxj vp-kf c]t lt4kxtok lxx ]k; ,v[{Ia [|h kmu j ]a f4t,q o8u dt-;'dtly de c]t xj kw,h pq d]tfa [dko8y f8k,d;fdk c]t xtg,u ozq odko9a f8A 'xt8y [a fdq f\kp [k'd5 j ,7q o,u 7;k,lj P'l6 ' 9kd,q o]try fmk'vkdkf vq 'dkoxtda ola '7q ,csj '-kf fegou odv'xt-5 ,ltrk [= ]y sko 7A 'mu XIII mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນອາທິດ ຜ່ານມາ, ທ່ານ ບຸນໂຈມ ອຸບົນປະ ເສີດ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຫົວໜ້າຫ້ອງວ່າການປົກ  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 *ມື້ນີ້ ເປັນວັນທີ່ມີຄວາມໝາຍທາງປະຫວັດສາດຂອງປະຊາຊົນ ສາມຊາດອິນດູຈີນ ຄື: ລາວ, ຫວຽດນາມ ແລະ ກຳປູເຈຍ ເພາະເປັນວັນ ຄົບຮອບ 70 ປີ ໄຊຊະນະບັ້ນຮົບດຽນບຽນຟູ ຊຶ່ງແມ່ນໄຊຊະນະທີ່ ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານ ຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມ ທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະ ຕະວັດທີ 20 ທີ່ໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິ ຈັກກະພັດໃຫ້ພັງທະລາຍ. ແມ່ນໄຊຊະນະຂອງ ສາມຊາດອິນດູຈີນເປັນ ເທື່ອທຳອິດທີ່ໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າຖືກພັງທະລາຍລົງ ຢູ່ໃນໂລກ, ໄຊຊະນະດັ່ງກ່າວ ຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນ ແຍງທີ່ໃສແຈ້ງ ໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນໄດ້ລຸກ ຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນແບບ ເກົ່າ ຢູ່ຫລາຍບ່ອນໃນທົ່ວໂລກ. ຕະຫລອດໄລຍະ 70 ປີ ແຫ່ງໄຊຊະນະດຽນບຽນຟູ ໄດ້ເຮັດໃຫ້ປະຊາ ຊົນຫວຽດນາມອ້າຍນ້ອງໄດ້ມີການພັດທະນາຢ່າງຮອບດ້ານ, ມີຜົນ ງານຍິ່ງໃຫຍ່ ແລະ ມີຄວາມໝາຍປະຫວັດສາດ; ດ້ານການເມືອງຮັກ ຂປລ. ໄຊຊະນະດຽນບຽນຟູ ເປັນໄຊຊະນະທີ່ຍິ່ງໃຫຍ່ທີ່ຫາອັນ ປຽບບໍ່ໄດ້, ໄຊຊະນະດຽນບຽນຟູ ຂປລ. ກະຊວງປ້ອງກັນປະເທດ ເປີດງານວາງສະແດງຮູບພາບ ວັນໄຊຊະນະບັ້ນຮົບປົດປ່ອຍດຽນ ບຽນຟູ ຄົບຮອບ 70 ປີ (07 ພຶດສະ ພາ 1954-07 ພຶດສະພາ 2024) ໃນວັນທີ 6 ພຶດສະພາ2024 ໂດຍ ການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການ ເມືອງສູນກາງພັກ, ຮອງປະທານປະ ເທດ, ທ່ານ ພົທ ວົງຄໍາ ພົມມະກອນ ກຳມະການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະ ລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ແລະ ພາກສ່ວນກ່ຽວ ຂປລ. ຜູ້ທີ່ມີຄວາມສ່ຽງສູງ ຈາກມົນລະພິດທາງອາກາດ ຫລື PM2.5 ແມ່ນເດັກນ້ອຍ,ຜູ້ອາຍຸ ສູງ, ແມ່ຍິງຖືພາ, ຜູ້ທີ່ເປັນພະຍາດ ຫອບຫືດ, ພະຍາດປອດຊໍາເຮື້ອ (COPD), ອາການພູມແພ້ທາງ ເດີນຫາຍໃຈ, ຄວາມດັນເລືອດສູງ, ໄຂມັນໃນເສັ້ນເລືອດ, ພະຍາດເບົາ ຫວານ, ພະຍາດອ້ວນ,ລະບົບຫລອດ ເລືອດຊຸດໂຊມ. ຜູ້ທີ່ເຮັດວຽກ ຫລື ອາໄສຢູ່ເຂດທີ່ມີມົນລະພິດໃນລະ ດັບສູງຢ່າງຕໍ່ເນື່ອງ ກໍອາດຈະໄດ້ ຮັບຜົນກະທົບຮ້າຍແຮງຂຶ້ນ. ສຳລັບດັດຊະນີຄຸນນະພາບອາ ກາດ (AQI) ຈະມີຫລາຍລະດັບ ທີ່ບົ່ງບອກເຖິງມົນລະພິດທາງອາ ເປັນປັດໄຈທໍາອິດ ທີ່ປຸກລະດົມຊັ້ນ ຄົນລຸກຂຶ້ນຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ເຮັດໃຫ້ພໍ່ແມ່ປະຊາຊົນຫວຽດນາມ ພ້ອມພຽງກັນ ເປັນຈິດໜຶ່ງໃຈດຽວ ຕໍ່ສູ້ກອບກູ້ເອົາເອກະລາດ ແລະ ສິດ ເສລີພາບ ມາເປັນຂອງຕົນເອງ ເຊິ່ງ ການນໍາພັກ-ລັດຖະບານ ແລະ ປະ ຊາຊົນຫວຽດນາມ ໄດ້ຖືເອົາບັ້ນຮົບ ນີ້ເປັນຕົ້ນແບບ ຫລື ຕົວຢ່າງ ໃນ ການສຶກສາອົບຮົມຄົນຮຸ່ນຕໍ່ໆມາ. ທ່ານ ວິໄລວັນ ພົມເຂ ອະດີດລັດ ຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ອະດີດເອກອັກຄະລັດຖະທູດ ຂປລ. ການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີVປີ 2025 ແມ່ນໜຶ່ງໃນແຜນ ງານທີ່ສໍາຄັນຂອງລັດຖະບານ ແຫ່ງສປປລາວ ໂດຍສະເພາະແມ່ນ ຍຸດທະສາດວ່າດ້ວຍການພັດທະນາ ລະບົບສະຖິຕິແຫ່ງຊາດແບບຍືນ ຍົງ 2016-2025 ແລະ ວິໄສທັດ ຮອດປີ 2030 ເຊິ່ງການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ ປະເທດ ຄັ້ງທີ V ປີ 2025 ແມ່ນ ການເກັບກໍາຂໍ້ມູນທາງດ້ານຄຸນລັກ ສະນະຂອງພົນລະເມືອງ, ການຂະ ຫຍາຍຕົວຂອງພົນລະເມືອງ, ການ ເກີດ, ການເສຍຊີວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດ ທະບຽນການເກີດ, ຄຸນລັກສະນະ ຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງ ການບໍລິການຕ່າງໆ ຂອງພົນລະ ເມືອງໃນ ສປປ ລາວ ຊ່ວງໄລຍະ 10 ປີ ຜ່ານມາ ເພື່ອສ້າງ ແລະ ປັບ ປຸງລະບົບຂໍ້ມູນຂ່າວສານ ເພື່ອຕິດ ຕາມສະພາບການປ່ຽນແປງດ້ານ ປະຊາກອນ. ຜົນສໍາເລັດຂອງການຈັດຕັ້ງປະ ຕິບັດການສໍາຫລວດ ຢ່າງມີປະສິດ ທິພາບປະສິດທິຜົນແມ່ນໄດ້ມາຈາກ ການຮ່ວມມືຂອງປວງຊົນລາວທັງ ຊາດ ລວມທັງພະນັກງານ, ທະ ຫານ, ຕຳຫລວດທີ່ດຳລົງຊີວິດໃນ ເຂດຕົວເມືອງ ແລະ ຊົນນະບົດ. ສະ ນັ້ນ, ແຜນໂຄສະນາຈຶ່ງແມ່ນໜຶ່ງໃນ ວຽກງານທີ່ສໍາຄັນໃນຂະບວນການ ຂປລ. ເມື່ອບໍ່ດົນມານີ້, ອົງການ ປະກັນສັງຄົມແຫ່ງຊາດ (ອປຊ) ຈັດກອງປະຊຸມສະພາບໍລິຫານຄັ້ງ ທີ XIII ໂດຍການເປັນປະທານທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ(ຮສສ), ທັງເປັນປະ ທານສະພາບໍລິຫານ ຂອງ ອປຊ, ມີຮອງປະທານສະພາບໍລິຫານ, ບັນ ດາຄະນະກໍາມະການ, ຄະນະອົງ ການປະກັນສັງຄົມແຫ່ງຊາດ ພ້ອມ  ອ່ານຕໍ່ໜ້າ 2 ຂປລ. ພິທີມອບ-ຮັບ ໜ້າທີ່ລັດ ຖະມົນຕີກະຊວງກະສິກໍາ ແລະ ປ່າ ໄມ້ ລະຫວ່າງ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ (ຜູ້ເກົ່າ) ແລະ ທ່ານລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກະສິກໍາ ແລະປ່າໄມ້ (ຜູ້ໃໝ່) ຈັດ ທ່ານ ວິໄລວັນ ພົມເຂ ລະດັບຄວາມຮູ້ໃຫ້ພະນັກງານນຳ ທ່ຽວລະດັບຊາດ ຄັ້ງທີ 30 ໃນວັນ ທີ 6 ພຶດສະພາ 2024 ແນໃສ່ສ້າງ ບຸກຄະລາກອນ ໃນຂະແໜງການ ທ່ອງທ່ຽວໃຫ້ມີຄຸນນະພາບ ເພື່ອ ຮອງຮັບການບໍລິການແກ່ນັກທ່ອງ ທ່ຽວ ທີ່ມາຢ້ຽມຢາມປະເທດເຮົາ. ທ່ານນາງດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວໄດ້ກ່າວວ່າ: ສປປ ລາວ ໄດ້ຖື ເອົາວຽກງານທ່ອງທ່ຽວເປັນເສດ ຖະກິດປາຍແຫລມ ທີ່ກະຕຸ້ນບັນດາ ທ່ານ ນາງ ດາລານີ ພົມມະວົງສາ ຂປລ. ສະຖາບັນສື່ມວນຊົນກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດຝຶກອົບຮົມຍົກ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/05/2024 xtgmf]k; ຫວຽດນາມ ຖືເອົາບັ້ນຮົບ... ຍົກລະດັບການຕິດຕາມ.. ອົງການປະກັນສັງຄົມ... ເປີດວາງສະແດງຮູບພາບ... ສາໄດ້ສະຖຽນລະພາບ, ບົດບາດການນຳພາ ແລະ ຄວາມສາມາດກຳອຳ ນາດຂອງພັກກອມມູນິດໄດ້ຮັບການຍົກສູງຂຶ້ນ, ລະບົບການບໍລິຫານລັດ ມີຄວາມເຂັ້ມແຂງ, ປະຊາຊົນມີຄວາມເຊື່ອໝັ້ນ ແລະ ເດີນຕາມພັກ. ດ້ານ ເສດຖະກິດກໍ່ເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ; ປະຊາຊົນຫລຸດພົ້ນອອກ ຈາກຄວາມທຸກຍາກ, ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍ ພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບຂຶ້ນ; ກຳລັງແຮງສັງລວມຂອງຊາດໄດ້ຮັບການຍົກສູງຂຶ້ນ; ດ້ານສັງຄົມໄດ້ ມີຄວາມກ້າວໜ້າ, ຊັບພະຍາກອນມະນຸດໄດ້ຮັບການພັດທະນາດ້ວຍຄຸນ ນະພາບສູງ. ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຮັກສາ ໄດ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ນັບທັງນ່ານນໍ້າ, ນ່ານຟ້າ, ເກາະດອນ ແລະ ລະບອບສັງຄົມນິຍົມ. ດ້ານການຕ່າງປະເທດ ຫວຽດນາມ ໄດ້ຮັບການ ເປີດກວ້າງ, ທີ່ຕັ້ງ, ບົດບາດ, ອິດທິພົນຂອງຫວຽດນາມ ໄດ້ຮັບການຍົກ ສູງຂຶ້ນໃນພາກພື້ນ ແລະສາກົນ ແລະ ບັນຫາອື່ນໆ. ບົດຮຽນອັນລໍ້າຄ່າໄຊຊະນະດຽນບຽນຟູ ໄດ້ຍູ້ແຮງໃຫ້ແກ່ຂະບວນ ການປົດປ່ອຍຊາດ ແລະ ສະຖາປະນາ ສປປ ລາວ ຊຶ່ງລວມມີ 4 ບົດຮຽນ ໃຫ້ແກ່ຂະບວນການປົດປ່ອຍຊາດຢູ່ລາວ ຄື: ບົດຮຽນການປຸກລະດົມຈິດ ໃຈຮັກຊາດ, ຄວາມເດັດດ່ຽວອົງອາດ, ກ້າແກ່ນ, ເດັດຂາດມີໄຊ ໃນການຕໍ່ສູ້ ຂອງທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ບົດຮຽນໃນການ ເສີມຂະຫຍາຍຄວາມເປັນເອກະລາດແຫ່ງຊາດ, ເປັນເຈົ້າຕົນເອງ, ເພິ່ງ ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຫົວຄິດປະດິດສ້າງໃນການ ກຳນົດແນວທາງປະຕິວັດ ແລະ ຍຸດທະສາດການທະຫານທີ່ຖືກຕ້ອງ, ບົດ ຮຽນໃນການສ້າງຄວາມສາມັກຄີທົ່ວປວງຊົນບັນດາເຜົ່າ ພາຍໃຕ້ການ ນຳພາຂອງພັກ, ບົດຮຽນໃນການສົມທົບກໍາລັງແຮງຂອງຊາດ ກັບກໍາ ລັງແຮງຂອງຍຸກສະໄໝ, ກຳລັງແຮງພາຍໃນປະເທດ ແລະ ການຊ່ວຍ ເຫລືອໃຫ້ການສະໜັບສະໜູນຈາກປະເທດບ້ານໃກ້ເຮືອນຄຽງ ແລະ ສາກົນ. ບັນດາບົດຮຽນທີ່ກ່າວມານັ້ນ ໄດ້ເປັນທິດສະດີເຍືອງທາງ, ເປັນພຶດຕິກຳ ທີ່ມີຊີວິດຊີວາທີ່ນັກຮົບປະຕິວັດລາວ ໝູນໃຊ້ຢ່າງປະດິດສ້າງເຂົ້າໃນ ການປະຕິວັດລາວ ແລະ ໄດ້ພິສູດໃຫ້ເຫັນໃນພຶດຕິກຳແຫ່ງການສະຖາປະ ນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໄຊຊະນະດຽນບຽນຟູ... ຂ້ອງ ເຂົ້າຮ່ວມ. ທ່ານ ພົທ ວົງຄໍາ ພົມມະກອນ ໄດ້ມີຄຳເຫັນໃນພິທີວ່າ: ເມື່ອຫວນ ຄືນຫລັງກ່ອນນີ້ 70 ປີ (ວັນທີ 07 ພຶດສະພາ 1954) ຊຶ່ງເປັນວັນໄຊ ຊະນະບັ້ນຮົບດຽນບຽນຟູ ປະຫວັດ ສາດອັນລືຊື່ ໃນການຕ້ານຈັກກະພັດ ລ່າເມືອງຂຶ້ນແບບເກົ່າຂອງກອງ ທັບ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ, ໄຊຊະນະບັ້ນຮົບດຽນ ບຽນຟູ ບໍ່ພຽງແຕ່ບັນທຶກໄວ້ໃນປະ ຫວັດສາດຂອງຊາດຫວຽດນາມ ໃນສັດຕະວັດທີ 20 ເທົ່ານັ້ນ, ແຕ່ມັນ ຍັງມີຄວາມໝາຍ ແລະ ຄວາມສໍາ ຄັນຂອງເຫດການປະຫວັດສາດ ໂລກທີ່ຊາວໂລກ ແລະ ປະຊາຊົນ ລາວ ພວກເຮົາບໍ່ເຄີຍຫລົງລືມ ຫວຽດນາມ ບົນຈິດໃຈ “ເຂົ້າເມັດ ຫັກ-ຜັກໃບດຽວກໍ່ບິແບ່ງປັນກັນ”. ດ້ວຍນໍ້າໃຈສາມັກຄີອັນບໍລິສຸດຜຸດ ຜ່ອງຂອງ ປະຊາຊົນ ແລະ ກອງທັບ ລາວ-ຫວຽດ ນາມທີ່ແທ້ຈິ່ງ ແລະ ໄດ້ສືບຕໍ່ເປັນມູນເຊື້ອປະກອບສວນ ເຂົ້າໃນໄຊຊະນະອັນເປັນປະຫວັດ ສາດຂອງສອງຊາດ ລາວ-ຫວຽດ ນາມ ຄື: ບັ້ນຮົບຍຸດທະສາດ “ໂຮ່ຈີ່ ມິງ” ປົດປ່ອຍ ແລະ ທ້ອນໂຮມປະ ເທດຊາດເຂົ້າເປັນໜຶ່ງໃນລະດູບານ ໃໝ່ປີ 1975 ແລະ ສ້າງກາລະໂອ ກາດພັນປີມີຄັ້ງໜຶ່ງໃຫ້ການປະຕິ ວັດລາວ ແລະ ປະຊາຊົນລາວລຸກຮື ຂຶ້ນຢຶດອໍານາດໄດ້ຢ່າງສົມບູນແບບ “ບົວບໍ່ຊໍ້າ ນໍ້າບ່ໍຂຸນ” ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະ ຊາຊົນລາວ ຂຶ້ນໃນປີ 1975. ການເປີດງານວາງສະແດງຮູບ ພາບໄຊຊະນະບັ້ນຮົບດຽນບຽນຟູ ໃນຄັ້ງນີ້, ເປັນການທົບທວນຫວນ ຄືນຜົນງານ-ໄຊຊະນະຂອງປະຊົນ ຫວຽດນາມອ້າຍນ້ອງພາຍໃຕ້ການ ນໍາພາຂອງພັກກອມມູນິດ ຫວຽດ ນາມ ອັນມີປະທານໂຮ່ຈີ່ມິງເປັນ ຜູ້ກໍ່ຕັ້ງ ແລະ ນໍາພາຕໍ່ສູ້ເພື່ອເອກະ ລາດ, ເສລີພາບ ແລະ ຄວາມພາ ສຸກຂອງປະຊາຊົນ; ເປັນການເສີມ ຂະຫຍາຍມູນເຊື້ອແຫ່ງຄວາມສາ ມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ-ສອງກອງ ທັບ ລາວ-ຫວຽດນາມໃນພາລະ ກິດຕໍ່ປົກປັກຮັກສາ ແລະ ສ້າງພັດ ທະນາປະເທດຊາດ ກໍຄື ການກໍ່ສ້າງ ລະບອບສັງຄົມນິຍົມທີ່ມັ່ງຄັ່ງ, ເຂັ້ມ ແຂງ; ເປັນການຮຽນຮູ້ເຖິງວິລະກຳ ອັນລໍ້າເລີດ, ຄວາມເດັດດ່ຽວໜ່ຽວ ແໜ້ນ ແລະ ພິລະອາດຫານຂອງ ກອງທັບ ແລະ ປະຊາຊົນຫວຽດ ນາມວິລະຊົນ ອ້າຍນ້ອງໃນພາລະ ກິດຕໍ່ສູ້ປົດປ່ອຍຊາດ ດ້ວຍບົດຮຽນ ແລະ ໄຊຊະນະດຽນບຽນຟູ ໄດ້ພິ ສູດໃຫ້ເຫັນສັດຈະທຳຂອງຍຸກສະ ໄໝທີ່ວ່າ: ຖ້າປະເທດທີ່ຖືກກົດຂີ່ ຂົ່ມເຫັງ ແຕ່ມີມະນະຈິດຕໍ່ສູ້ກູ້ຊາດ ທີ່ເດັດດ່ຽວ, ມີແນວທາງທີ່ຖືກຕ້ອງ, ມີຫົວຄິດປະດິດສ້າງ, ຮູ້ວິທີເຕົ້າ ໂຮມຄວາມສາມັກຄີຕໍ່ສູ້ ເພື່ອເອກະ ລາດຂອງຊາດຈະຕ້ອງໄດ້ຮັບໄຊ ຊະນະ, ສັດຈະທຳອັນນີ້ໄດ້ຢັ້ງຢືນ ໃຫ້ພວກເຮົາຮັບຮູ້ມາຮອດທຸກວັນ ນີ້ ເຊິ່ງຈະເປັນປະໂຫຍດສໍາລັບການ ສຶກສາຮຽນຮູ້ກ່ຽວກັບທີ່ຕັ້ງຍຸດທະ ສາດ ແລະ ຄວາມໝາຍສໍາຄັນຂອງ ໄຊຊະນະບັ້ນຮົບດຽນບຽນຟູ, ຈະ ເຮັດໃຫ້ຜູ້ຊົມຮູ້ກ່ຽວກັບເລື່ອງແທ້ ຄົນຈິງຈໍານວນໜຶ່ງ ເຊິ່ງລ້ວນແລ້ວ ແຕ່ເກີດມາຈາກລັດທິວິລະຊົນປະຕິ ວັດອັນເປັນໜ້າສັນລະເສີນ, ເຫັນ ໄດ້ຄວາມເລິກເຊິ່ງຂອງມິດຕະພາບ ແລະ ການພົວພັນສາມັກຄີພິເສດ ລະຫວ່າງສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ທີ່ໄດ້ຜ່ານ ການທົດສອບ ແລະ ຫລໍ່ຫລອມໃນ ແປວໄຟຂອງສົງຄາມອັນດຸເດືອດ ທີ່ເຕັມໄປດ້ວຍການເສຍສະຫລະ ອັນໃຫຍ່ຫລວງ. ພ້ອມນັ້ນ, ກໍເປັນ ການສະແດງເຖິງຄວາມຮູ້ບຸນຄຸນ ຕໍ່ພະນັກງານ-ນັກຮົບ ແລະ ປະຊາ ຊົນລາວກໍຄືພະນັກງານ-ນັກຮົບອາ ສາສະໝັກຫວຽດນາມ ທີ່ໄດ້ຮ່ວມ ກັນຕໍ່ສູ້, ເສຍສະຫລະຢ່າງບໍ່ມີຂອບ ເຂດເໝືອນດັ່ງສະຫາຍ, ອ້າຍນ້ອງ ຮ່ວມຄອບຄົວດຽວກັນ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ຂປລ. ຊຸດຝຶກອົບຮົມການຕິດ ຕາມກວດກາ ການປະເມີນຜົນການ ຈັດຕັ້ງປະຕິບັດກົດໝາຍ ໃຫ້ພະນັກ ງານ-ລັດຖະກອນຂອງສະພາແຫ່ງ ຊາດ(ສພຊ) ຈັດຂຶ້ນໃນວັນທີ 3-5 ພຶດສະພາ 2024 ຜ່ານມາ ຢູ່ແຂວງ ບໍລິຄຳໄຊ ໂດຍການເປັນປະທານ ຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ, ມີ ຄະນະຮັບຜິດຊອບ, ກອງເລຂາ, ວິທະຍາກອນ ແລະ ສຳມະນາກອນ ຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນ ການຍົກລະດັບຄວາມຮູ້, ຄວາມ ສາມາດ ແລະ ສົ່ງເສີມທັກສະດ້ານ ວິຊາການ ເພື່ອສາມາດປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ໃນ ການເປັນເສນາທິການດ້ານວຽກ ງານຕິດຕາມກວດກາການປະເມີນ ຜົນການຈັດຕັ້ງປະຕິບັດກົດໝາຍ ຢ່າງເປັນລະບົບຄົບຊຸດ, ມີປະສິດທິ ພາບ, ຮັດກຸມ ແລະ ເປັນເອກະພາບ ຕອບສະໜອງໃຫ້ໄດ້ຕາມຄວາມ ຮຽກຮ້ອງຕ້ອງການໃນການປະຕິ ບັດໜ້າທີ່ວຽກງານຕົວຈິງ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບ ຟັງການສະເໜີມະຕິຂອງຄະນະປະ ຈຳສະພາແຫ່ງຊາດ ວ່າດ້ວຍການ ຕິດຕາມກວດກາການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ, ປຶ້ມ ຄູ່ມືການຕິດຕາມກວດກາການປະ ເມີນຜົນການຈັດຕັ້ງປະຕິບັດກົດ ໝາຍ ແລະ ບົດຮຽນການຕິດຕາມ ກວດກາການປະເມີນຜົນການຈັດ ຕັ້ງປະຕິບັດກົດໝາຍ 3 ຂົງເຂດ (ເສດຖະກິດ-ການເງິນ, ປກຊປກສ ແລະ ຍຸຕິທຳ); ເຜີຍແຜ່ມະຕິ ຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາການ ຜັນຂະຫຍາຍມາດຕາຂອງກົດ ໝາຍ ທີ່ກຳນົດໃຫ້ອອກເປັນນິຕິກຳ ໃຕ້ກົດໝາຍ, ມະຕິວ່າດ້ວຍການຕີ ຄວາມໝາຍ ແລະ ອະທິບາຍກົດ ງານໂຄສະນາປະຊາສໍາພັນຢູ່ຂັ້ນ ແຂວງທ່ອງຖິ່ນ, ການລົງທຶນທີ່ຕິດ ພັນກັບການຄຸ້ມຄອງກອງທຶນ ແລະ ວຽກອື່ນໆ ດ້ວຍການສ້າງຄວາມ ເຂັ້ມແຂງວຽກງານໂຄສະນາປະ ຊາສໍາພັນຂັ້ນທ້ອງຖິ່ນ ໂດຍການປະ ສານສົມທົບກັບອໍານາດການປົກ ຄອງຂັ້ນແຂວງ ແລະ ພາກສ່ວນ ກ່ຽວຂ້ອງ ເພື່ອເຮັດໃຫ້ການຂະ ຫຍາຍອັດຕາການປົກຄຸມປະກັນ ສັງຄົມໄປທົ່ວສັງຄົມຢ່າງມີປະສິດ ທິຜົນ. ໂອກາດນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ຮຽກຮ້ອງໃຫ້ຄະນະສະ ພາບໍລິຫານ ອປຊ ຈົ່ງພ້ອມກັນຍົກ ສູງຄວາມຮັບຜິດຊອບຂອງຕົນ, ເສີມຂະຫຍາຍປະຊາທິປະໄຕ, ສຸມ ສະຕິປັນຍາເຂົ້າໃນການຄົ້ນຄ້ວາ ປະກອບຄຳເຫັນຕໍ່ກັບບັນຫາຕ່າງໆ ຢ່າງເລິກເຊິ່ງ, ພ້ອມກັນຊອກໃຫ້ ເຫັນດ້ານດີທີ່ຈະຕ້ອງໄດ້ເສີມຂະ ຫຍາຍ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດຕົ້ນຕໍພ້ອມກັນແກ້ໄຂຢ່າງ ຖືກຕ້ອງ, ບົນຈິດໃຈຄວາມເປັນ ເອກະພາບ ແລະ ຄວາມຮັບຜິດຊອບ ຂອງຄະນະສະພາບໍລິຫານ ເພື່ອ ເຮັດໃຫ້ເນື້ອໃນບົດສະຫລຸບ, ແຜນ ການ, ແຜນວຽກ ແລະ ແຜນງົບປະ ມານ ໃຫ້ມີເນື້ອໃນທີ່ອຸດົມສົມບູນ, ຄົບຖ້ວນ ເປັນແນວທາງໃຫ້ແກ່ອົງ ການປະກັນສັງຄົມແຫ່ງຊາດ ສາ ມາດນຳໃຊ້ເຂົ້າໃນການຈັດຕັ້ງປະ ຕິບັດໃນຕໍ່ໜ້າຢ່າງມີຜົນສຳເລັດ; ວຽກປັບປຸງກົດໝາຍວ່າດ້ວຍການ ປະກັນສັງຄົມ ກໍເຊັ່ນກັນຕ້ອງຄົ້ນ ຄວ້າໃຫ້ມີຄຸນນະພາບ ແລະ ສາ ມາດນໍາໃຊ້ໄດ້ຍາວນານ ເພື່ອປົກ ປ້ອງສິດຜົນປະໂຫຍດຂອງຊາວຜູ້ ອອກແຮງງານ ແລະ ຜູ້ໃຊ້ແຮງ ງານລວມທັງຜູ້ປະກັນຕົນພາກສະ ໝັກໃຈໃຫ້ໄດ້ຮັບບໍລິການເກີດຜົນ ປະໂຫຍດສູງສຸດ. ຂໍ້ມູນ: ຂ່າວສານ ຮສສ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດ ນາມໄດ້ໃຫ້ສໍາພາດໃນໂອກາດກຽມ ສະເຫລີມສະຫລອງວັນໄຊຊະນະ ບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ ວ່າ: ບັ້ນຮົບດຽນບຽນຟູ ຖືວ່າ ເປັນບັ້ນຮົບທີ່ມີຄວາມໝາຍສຳຄັນ ເລິກເຊິ່ງ, ເມື່ອເວົ້າເຖິງບັ້ນຮົບດຽນ ບຽນຟູການນໍາ ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມທຸກຊັ້ນ ຄົນ ແມ່ນພ້ອມກັນເປັນຈິດໜຶ່ງໃຈ ດຽວ ໂດຍຮັບຮູ້ວ່າປະຫວັດສາດ ໄດ້ສ້າງໄວ້ເປັນມູນມໍລະດົກອັນລໍ້າ ຄ່າ ຂອງຫວຽດນາມ ໂດຍໄດ້ຖືເອົາ ບັ້ນຮົບນີ້ເປັນຕົ້ນແບບ ຫລື ຕົວ ຢ່າງໃນການສຶກສາອົບຮົມຄົນຮຸ່ນ ຕໍ່ໆມາ. ສສ ຫວຽດນາມ ເປັນຫົວ ເມືອງຂຶ້ນຂອງພວກລ່າເມືອງຂຶ້ນ ແບບເກົ່າ ພ້ອມກັບ ສປປ ລາວ ກວ່າ 1 ສະຕະວັດ. ພ້ອມກັນນີ້, ກໍມີ ຫລາຍປະເທດໃນໂລກທີ່ຕົກເປັນ ຫົວເມືອງຂຶ້ນ ເນື່ອງຈາກເປັນປະ ເທດມະຫາອຳນາດ, ມີວິທະຍາ ສາດ-ເຕັກນິກທີ່ຂະຫຍາຍຕົວກວ່າ. ແຕ່ໃນຕົວຈິງປະຊາຊົນປະເທດອິນ ດູຈີນ ກໍຄື ປະຊາຊົນຫວຽດນາມ ແມ່ນບໍ່ຢ້ານ, ນັບແຕ່ວິນາທີທີ່ພວກ ລ່າເມືອງຂຶ້ນແບບເກົ່າ ເຂົ້າມາປົກ ຄອງຫວຽດນາມປະຊາຊົນຫວຽດ ນາມທຸກຊັ້ນຄົນ ກໍໄດ້ມີການເຄື່ອນ ໄຫວປະຕິວັດທັນທີ, ຄັດຄ້ານການ ເຄື່ອນໄຫວຂອງພວກລ່າເມືອງຂຶ້ນ ໃນຮູບແບບຕ່າງໆ. ຂະນະດຽວກັນ ປະທານ ໂຮ່ຈີ່ມິງ ກໍໄດ້ຊອກຫາເສັ້ນ ທາງປົດປ່ອຍຊາດ ແລະ ໄດ້ນໍາເອົາ ທິດສະດີປະຕິວັດມາຜັນຂະຫຍາຍ ແລະ ປຸກລະດົມຊວນເຊື່ອປະຊາ ຊົນບັນດາປະເທດອິນດູຈີນ ກໍຄື ປະ ຊາຊົນຫວຽດນາມ ໂດຍທ່ານໄດ້ ເວົ້າວ່າ: “ບໍ່ມີຫຍັງປະເສີດກວ່າ ຄວາມເປັນເອກະລາດ ແລະ ເສລີ ພາບ” ເຊິ່ງເປັນຄໍາເວົ້າທີ່ເຮັດໃຫ້ປະ ຊາຊົນຫວຽດນາມ ບໍ່ຢາກເປັນຫົວ ເມືອງຂຶ້ນຂອງສັດຕູ. ດັ່ງນັ້ນປະ ດ້ວຍວິຊາການເຂົ້າຮ່ວມ ເພື່ອສະ ຫລຸບລາຍງານການຈັດຕັ້ງປະຕິບັດ ໜ້າວຽກຕາມທິດຊີ້ນຳຂອງກອງ ປະຊຸມຄັ້ງທີ XII ທີ່ຜ່ານມາ, ປະ ຈຳງວດ I ແລະ ທິດທາງແຜນການ ປະຈໍາງວດ II ປີ 2024, ພ້ອມ ທັງຜ່ານແຜນງົບປະມານປະຈໍາປີ 2025 ແລະ ແຜນງົບປະມານໂຄງ ການ 5 ປີ (ປີ 2026-2030). ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມ ແຫ່ງ ຊາດ ໄດ້ລາຍງານຜົນສຳເລັດ,ດ້ານ ອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ໃນການ ຈັດຕັ້ງປະຕິບັດໄລຍະຜ່ານມາເຊັ່ນ: ການປະຕິບັດຕົວເລກຄາດໝາຍສູ້ ຊົນປີ 2024 ແມ່ນໄດ້ເອົາຕົວເລກ ໝາຍ, ມະຕິວ່າດ້ວຍການໂຄສະນາ ເຜີຍແຜ່ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງສະ ພາແຫ່ງຊາດແລະຄຳແນະນຳຂອງ ຄະນະປະຈຳສະພາແຫ່ງຊາດ ກ່ຽວ ກັບການສະຫລຸບຕີລາຄາການໂຄ ສະນາເຜີຍແຜ່ກົດໝາຍ. ຈາກນັ້ນ, ກໍໄດ້ຈັດແບ່ງກຸ່ມເພື່ອທົດລອງການ ຄົ້ນຄວ້າຂຽນແຜນການແລະ ເອກະ ສານຕົວຈິງ ແນໃສ່ເຮັດໃຫ້ຜູ້ເຂົ້າ ຮ່ວມສາມາດຝຶກຝົນການຂຽນ ເນື້ອໃນຕົ້ນຕໍກ່ຽວກັບການຕິດຕາມ ກວດກາການປະເມີນຜົນການຈັດ ຕັ້ງປະຕິບັດກົດໝາຍ ເພື່ອເປັນເສ ນາທິການໃຫ້ແກ່ຄະນະນຳກຳມາທິ ການໃນການຈັດ ຕັ້ງປະຕິບັດວຽກ ງານດັ່ງກ່າວ. ທ່ານ ຈະເລີນ ເຍຍປາວເຮີ ໄດ້ ມີຄຳເຫັນວ່າ: ວຽກງານຕິດຕາມ ກວດກາການປະເມີນຜົນການຈັດ ຕັ້ງປະຕິບັດກົດໝາຍ ເຖິງແມ່ນວ່າ ຍັງເປັນວຽກງານໃໝ່ສຳລັບພວກ ເຮົາກໍຕາມ, ແຕ່ຕ້ອງໄດ້ພ້ອມກັນຕັ້ງ ໜ້າຈັດຕັ້ງປະຕິບັດໃຫ້ມີປະສິດທິ ພາບ ແລະ ປະສິດທິຜົນດີຂຶ້ນກວ່າ ເກົ່າ ເພື່ອຮັບປະກັນໃຫ້ຂະແໜງ ການຕ່າງໆ ຈັດຕັ້ງປະຕິບັດລັດຖະ ທຳມະນູນ, ກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍ ໃຫ້ມີຄວາມເຂັ້ມງວດ ແລະ ສັກສິດ. ພ້ອມນີ້, ທ່ານຍັງໄດ້ ເນັ້ນໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ ເຜີຍແຜ່, ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມມະຕິຂອງ ຄະນະປະຈຳສະພາແຫ່ງຊາດ ວ່າ ດ້ວຍການຕິດຕາມກວດກາການ ປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍ, ມະຕິວ່າດ້ວຍການຕິດ ຕາມກວດກາການຜັນຂະຫຍາຍ ມາດຕາຂອງກົດໝາຍທີ່ກຳນົດ ໃຫ້ອອກເປັນນິຕິກຳໃຕ້ກົດໝາຍ ໃຫ້ເລິກເຊິ່ງກວ້າງຂວາງຕື່ມ; ເອົາ ໃຈໃສ່ຄົ້ນຄວ້າປຶ້ມຄູ່ມືການຕິດຕາມ ກວດກາ ການປະເມີນຜົນການຈັດ ຕັ້ງປະຕິບັດກົດໝາຍ ໃນການຈັດ ຕັ້ງປະຕິບັດວຽກງານຕົວຈິງ ແລະ ພະຍາຍາມຖອດຖອນບົດຮຽນ ຈາກການຕິດຕາມກວດກາການປະ ເມີນຜົນການຈັດຕັ້ງປະຕິບັດກົດ ໝາຍໃນ 3 ຂົງເຂດທີ່ຜ່ານມາໃຫ້ ລະອຽດຊັດເຈນ ເພື່ອປັບປຸງແກ້ໄຂ ວິທີ, ຂັ້ນຕອນ, ຮູບການໃນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ດີຂຶ້ນເທື່ອລະກ້າວ; ເພີ່ມທະວີ ການປະສານສົມທົບກັບບັນດາກຳ ມາທິການພາຍໃນສະພາແຫ່ງຊາດ ເພື່ອກຳນົດແຜນຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະ ຕິບັດກົດໝາຍໃນແຕ່ລະປີໃຫ້ມີ ຄວາມວ່ອງໄວ, ຊັດເຈນ ແລະ ທັນ ຕາມກຳນົດເວລາ; ເພີ່ມທະວີປະ ສານສົມທົບກັບບັນດາກະຊວງ, ອົງການ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກໍາມາທິການຕົນ ເພື່ອຕິດຕາມ ກວດກາບັນດາກົດໝາຍ ແລະ ນິຕິ ກໍາທີ່ເຫັນວ່າຍັງບໍ່ທັນສອດຄ່ອງ ກັບລັດຖະທໍາມະນູນແລະກົດໝາຍ, ມາດຕາໃດຂອງກົດໝາຍທີ່ຍັງບໍ່ ທັນໄດ້ຈັດຕັ້ງຜັນຂະຫຍາຍອອກ ເປັນນິຕິກຳໃຕ້ກົດໝາຍ. ຂ່າວ-ພາບ: ອານຸສອນ ພູມມີທອນ ກາດ ເຊິ່ງຄວາມອັນຕະລາຍ ແລະ ວິທີປ້ອງກັນຂອງຄົນແຕ່ລະກຸ່ມກໍ ເຊັ່ນດຽວກັນ. ສະເພາະກຸ່ມທີ່ມີຄວາມສ່ຽງສູງ: ຖ້າຄ່າຂອງດັດຊະນີຄຸນນະພາບ ອາກາດສູງເກີນກວ່າ 51, ທ່ານ ຄວນຫລຸດຜ່ອນການໃຊ້ເວລາອອກ ໄປກາງແຈ້ງ, ໃສ່ຜ້າອັດປາກ-ດັງ N95, ຖ້າທ່ານມີເງື່ອນໄຂຄວນໃຊ້ ເຄືອງຟອກອາກາດພາຍໃນເຮືອນ ແລະ ຄວນເຮັດຄວາມສະອາດປ່ຽນ ແຜງຟອກອາກາດ ເພື່ອໃຫ້ແນ່ໃຈວ່າ ເຄື່ອງນັ້ນຍັງເຮັດວຽກໄດ້ດີ; ຫລີກ ລ່ຽງພື້ນທີ່ໆມີນສັນ ຈອນໜາແໜ້ນ, ເຂດທີ່ມີຝຸ່ນລະອອງ ໃນການກໍ່ສ້າງ, ເຂດທີ່ມີການເຜົາໄໝ້; ຄວນໄປໃຊ້ ຖະໜົນ ແລະ ເສັ້ນທາງທີ່ບໍ່ມີການ ຈາລາຈອນແອອັດ ຫລື ໄລຍະລົດ ແລ່ນບໍ່ຫລາຍ ເພື່ອຫລີກລ່ຽງມົນລະ ພິດຈາກການສັນຈອນ. ເມື່ອມີອາການຫາຍໃຈຍາກ, ວິນຫົວ-ປວດຮາກ, ເຈັບໜ້າເອິກ, ອາການລະຄາຍເຄືອງຕາ ແລະ ຄໍ ຢ່າງຮຸນແຮງໃຫ້ໄປປຶກສາແພດ ຫລື ໄປໂຮງໝໍໃກ້ບ້ານທ່ານ. ຂໍ້ມູນ-ພາບ: ສູນຂ່າວສານການແພດ ສຸຂະສຶກສາ ທານ ໂຮ່ຈີ່ມິງ ຈຶ່ງປຸກລະດົມທຸກ ຊັ້ນຄົນຫວຽດນາມ ເຂົ້າຮ່ວມຂະ ບວນການຕໍ່ສູ້ທຸດຂົງເຂດແຕ່ພູດອຍ ລົງຫາທົ່ງພຽງ. ໃນເວລາດຽວກັນ ຂະບວນການປະຕິວັດແມ່ນນັບມື້ ແຮງຂຶ້ນແລະປະທານໂຮ່ຈີ່ມິງກໍໄດ້ ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ໂດຍໄດ້ມີການນໍາພາອັນສະຫລາດ ສ່ອງໃສ ແລະ ແບ່ງໜ້າທີ່ຮັບຜິດ ຊອບ, ພ້ອມທັງໄດ້ເລີ່ມຕົ້ນການ ເຄື່ອນໄຫວຂອງກຳລັງປະກອບອາ ວຸດບຸກໂຈມຕີພາກເໜືອ-ພາກໃຕ້, ຍິ່ງຕີເທົ່າໃດຍິ່ງຂະຫຍາຍຕົວຂຶ້ນ, ຢູ່ ສປປ ລາວ ແລະ ຢູ່ກຳປູເຈຍ ກໍ ຖືກໂຈມຕີ ເຮັດໃຫ້ສັດຕູນັບມື້ນັບ ຢ້ານກົວ. ທ່ານ ວິໄລວັນ ພົມເຂ ຍັງໃຫ້ຮູ້ ອີກວ່າ: ມາໃນຊຸມປີ 1950 ຈັກກະ ພັດລ່າເມືອງຂຶ້ນແບບເກົ່າເຫັນວ່າ ສະຖານະການອາດໄປບໍ່ລອດຖ້າ ຫາກພວກເຮົາຍັງໃຊ້ຍຸດທະສາດ ອັນເກົ່າ. ສະນັ້ນ, ພວກຈັກກະພັດລ່າ ເມືອງຂຶ້ນຈຶ່ງເບິ່ງຕາມແຜນທີ່ອິນ ດູຈີນ ເຫັນວ່າ ດຽນບຽນຟູ ເປັນຈຸດ ເປັນໃຈກາງ ໂດຍເລືອກເປັນທີ່ຕັ້ງ ເພື່ອຈະບໍ່ໜີອອກຈາກອິນດູຈີນ ໂດຍສະເພາະແມ່ນຫວຽດນາມ. ແຕ່ປະຊາຊົນຫວຽດນາມກໍບໍ່ຢ້ານ ກົວເອົາໜ້ອຍຕີຫລາຍແລະມີຍຸດທະ ສາດສະເພາະ ພາຍໃຕ້ການນໍາ ພາຂອງປະທານ ໂຮ່ຈີ່ມິງ ບຸກໂຈມ ຕີເລື້ອຍໆມາ ສຸດທ້າຍພວກຈັກກະ ພັດກໍຍອມປະລາໄຊ ແລະ ຮັບຮູ້ ຄວາມເປັນເອກລາດ, ເສລີພາບ ຂອງປະຊາຊົນອິນດູຈີນ ໂດຍສະ ເພາະປະຊາຊົນຫວຽດນາມ ແລະ ຍອມເຊັນສັນຍາເຊີແນວ ໃນປີ 1954. ໃນໂອກາດສະເຫລີມສະຫລອງ ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ( 07/05/195407/05/2024 ນີ້, ທ່ານ ວິໄລວັນ ພົມເຂ ໄດ້ຕີລາຄາວ່າ: ບັ້ນຮົບດຽນ ບຽນຟູ ເປັນບັ້ນຮົບທີ່ຍິ່ງໃຫຍ່ທີ່ ຫາອັນປຽບບໍ່ໄດ້, ຈາກໄຊຊະນະ ດຽນບຽນຟູ ເປັນປັດໄຈທຳອິດ ຂອງການປຸກລະດົມຊັ້ນຄົນທີ່ເປັນ ຫົວເມືອງຂຶ້ນ ບໍ່ຢ້ານກົວຕໍ່ພວກຈັກ ກະພັດລ່າເມືອງຂຶ້ນ ແລະ ເປັນຈຸດ ເລີ່ມຕົ້ນທີ່ເຮັດໃຫ້ມະນຸດຢູ່ໃນໂລກ ຮັບຮູ້ວ່າ ພວກຈັກກະພັດລ່າເມືອງ ຂຶ້ນທີ່ໄປຮຸກຮານປະເທດຕ່າງໆ ແມ່ນບໍ່ໃຫຍ່ໂຕຫຍັງ ຂໍແຕ່ປະຊາຊົນ ຢູ່ປະເທດນັ້ນໆ ພ້ອມພຽງສາມັກຄີ ກັນ, ມີການນໍາພາທີ່ຖືກຕ້ອງກໍສາ ມາດເອົາຊະນະໄດ້. ຂ່າວ: ສົມຫວັງ ຂອງແຜນ 5 ປີ(2021-2025) ມາສະເລ່ຍເປັນຕົວເລກຄາດໝາຍ ສູ່ຊົນໃນແຕ່ລະປີ. ຜ່ານການຈັດຕັ້ງ ປະຕິບັດຕົວຈິງໃນໄລຍະ 3 ປີ ສາ ມາດບັນລຸຕົວເລກຄາດໝາຍສູ້ຊົນ ດັ່ງນີ້: ໜ່ວຍງານໃນທົ່ວປະເທດ ໄດ້ໂຄສະນາປະຊາສໍາພັນ 1.841 ຄັ້ງ ເທົ່າກັບ 46% ຂອງແຜນການ 5 ປີ, ວຽກງານທະບຽນ ແລະ ເງິນ ສົມທົບບັນລຸ 139.768 ຄົນ ເທົ່າ ກັບ 88% ຂອງແຜນການ 5 ປີ ແລະ ວຽກງານຫົວໜ່ວຍວິສາຫະ ກິດ ຂຶ້ນທະບຽນໃໝ່ ບັນລຸ 1.060 ຫົວໜ່ວຍ ເທົ່າກັບ 84% ຂອງແຜນ ການ 5 ປີ. ພ້ອມນີ້, ຍັງຈະໄດ້ສືບຕໍ່ ພັດທະນາປັບປຸງລະບົບຖານຂໍ້ມູນ ປະກັນສັງຄົມ ຫັນໄປສູ່ທັນສະໄໝ, ພັດທະນາແອັບພລິເຄຊັນ, ພັດທະ ນາລະບົບເຊື່ອມຕໍ່ຖານຂໍ້ມູນກັບ ພາກສ່ວນກ່ຽວຂ້ອງ; ສືບຕໍ່ພັດທະ ນາໂປຣແກຣມການຈ່າຍເງິນອຸດ ໜູນປະກັນສັງຄົມພາກວິສາຫະກິດ, ຂະຫຍາຍຕາໜ່າງການບໍລິການ ປະກັນສັງຄົມແບບເຄື່ອນທີ່ໃຫ້ແກ່ ແຮງງານນອກລະບົບ, ເປີດນໍາໃຊ້ ລະບົບຊຳລະເງິນສົມທົບພາກວິສາ ຫະກິດຜ່ານລະບົບທະນາຄານຮ່ວມ ທຸລະກິດ ລາວ-ຫວຽດ. ສໍາລັບການ ປັບປຸງແກ້ໄຂການຈັດຕັ້ງປະຕິບັດ ອຸດໜູນປະກັນສຸຂະພາບທີ່ຕິດພັນ ກັບການຂະຫຍາຍອັດຕາປົກຄຸມ ຂອງລະບົບປະກັນສັງຄົມໄດ້ສົມ ທົບກັບກະຊວງສາທາລະນະສຸກໃນ ການປຶກສາຫາລືຮີບຮ້ອນ ເພື່ອແກ້ ໄຂບັນຫາການຈັດຕັ້ງປະຕິບັດວຽກ ປະກັນສຸຂະພາບ ເພື່ອລາຍງານຂໍ ທິດຊີ້ນຳຕໍ່ລັດຖະບານໃນໄວໆນີ້. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ພ້ອມ ກັນປະກອບຄໍາຄິດຄໍາເຫັນ, ປຶກສາ ຫາລືຄົ້ນຄວ້າຫລາຍບັນຫາສຳຄັນ ດ້ວຍຄວາມຮັບຜິດຊອບສູງເປັນ ຕົ້ນ ສະເໜີໃຫ້ມີການແຕ່ງຕັ້ງຄະນະ ຮັບຜິດຊອບ ເພື່ອຊ່ວຍຊຸກຍູ້ວຽກ ບາງກຸ່ມຄົນມີ...

glu ,0tspkp,6 og-N vdkoIj ;,,n Iv[fh ko]ts;j k' lv'-kf ]k;{s;Pfok, .sh \A o7q '8ts]vfdko xtgmf]k; 3 07/05/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ໂດຍ:​ມາລີດາ/ສັນຍ​ າ (ເນື່ອງໃນໂອກາດວັນໄຊຊະນະດຽນບຽນຟູ ຄົບຮອບ 70 ປີ 7/5/1954 - 7/5/2024) ບົດສະເໜີ ໂດຍ: ຢ່າຕົ່ງ g]u j ,9kd8= j kskl6 ' oh vpsk.spj ]h P'xk0kp rk.sh 7v[7q ; ,u 16 j ,u dy ofu 0B ogxa odh k;M ເລືອກເຟັ້ນ..., ເດັດດ່ຽວຫັນເອົາເສດ ຖະກິດຂອງປະເທດເຮົາອອກສູ່ ໂລກ, ນໍາໃຊ້ຊັບພະຍາກອນທີ່ມີຢູ່ ໃຫ້ຄຸ້ມຄ່າ, ທັງພັດທະນາ, ທັງຊອກ ເອົາຄວາມຮູ້ ແລະ ໂອກາດໃໝ່ໆ ຂອງໂລກມານໍາໃຊ້, ຍາດແຍ່ງທຶນ ຮອນ, ເຕັກໂນໂລຊີຈາກພາຍນອກ ກະທົບໃສ່ໃຫ້ອອກ ເປັນຜະລິດຕະ ພັນ, ສ້າງຍີ່ຫໍ້ສິນຄ້າທີ່ມີຄຸນນະພາບ ອອກສູ່ຕະຫລາດໂລກໃຫ້ຫລາຍຂຶ້ນ ແລະ ເປັນເຈົ້າການຄິດໄລ່-ໄຕ່ຕອງ ການນໍາເອົາຜະລິດຕະພັນຈາກ ພາຍນອກມາຊົມໃຊ້ຢ່າງມີຈຸດສຸມ ແລະ ມີການເລືອກເຟັ້ນ”. ມີບາງຄໍາເຫັນທີ່ເກັບກໍາມາ, ເຮັດ ອັນໃດກໍ່ຕາມ ແມ່ນຢູ່ບົນພື້ນຖານ ສະພາບຈຸດພິເສດແລະ ເງື່ອນໄຂຕົວ ຈິງບົນຈິດໃຈບຸກທະລຸບືນຕົວຢ່າງ ແຂງແຮງໂດຍແທ້ຈິງ. ໃນສະພາບ ທີ່ພວກເຮົາຍັງບໍ່ທັນຫລຸດພົ້ນອອກ ຈາກສະຖານະພາບດ້ອຍພັດທະ ນາ, ແນ່ນອນວ່າ ມີຫລາຍດ້ານທີ່ ພວກເຮົາຍັງມີບົດຮຽນ-ປະສົບ ການທີ່ຈໍາກັດຢູ່ ເມື່ອສົມທຽບໃສ່ ສະພາບໃໝ່. ແຕ່ຢູ່ບົນພື້ນຖານບັນ ດາມູນເຊື້ອທີ່ພວກເຮົາເຮັດສໍາເລັດ ມາແມ່ນເລີ່ມຈາກນ້ອຍຫາໃຫຍ່, ແຕ່ຕໍ່າຫາສູງ ບົນຈິດໃຈບຸກບືນສູງ, ສົມທົບຢ່າງແຂງແຮງລະຫວ່າງ ອັນ ທີ່ເປັນມູນເຊື້ອດີງາມ ແລະ ຄວາມ ກ້າວໜ້າທັນສະໄໝ, ໝາຍວ່າສົມ ທົບຢ່າງກົມກຽວລະຫວ່າງອັນເກົ່າ ແລະ ອັນໃໝ່ ເຂົ້າໃນການພັດທະ ນາຢ່າງສອດຄ່ອງ, ສົມຄູ່ກັນ. ການພັດທະນາ ມັນຮຽກຮ້ອງ ໃຫ້ພວກເຮົາຕ້ອງບຸກບືນສູ້ຊົນໃຫ້ ສູງສຸດ, ນໍາໃຊ້ກາລະ-ໂອກາດທີ່ ເໝາະສົມບົນຈິດໃຈເຄັ່ງຮ້ອນແທ້ ຈຶ່ງຈະທັນການ. ດ້ວຍສະພາບພັດ ທະນາໃນໄລຍະໃໝ່ ບໍ່ອາດໃຫ້ພວກ ເຮົາແກ່ຍາວເວລາໃນບັນດາວຽກ ຫລື ເຮັດແບບຕາມມີຕາມເກີດຂາດ ຄວາມຮັບຜິດຊອບທີ່ສູງໃນບັນດາ ໜ້າວຽກຕ່າງໆ, ເຖິງເວລາແລ້ວທີ່ ພວກເຮົາຄວນກ້າວໄປໜ້າດ້ວຍ ບາດກ້າວທີ່ແຈ່ມແຈ້ງໜັກແໜ້ນ, ບົນຈິດໃຈບຸກທະລຸດ້ານຈິນຕະນາ ການອັນແທ້ຈິງ ຈຶ່ງຈະສອດຄ່ອງ ສົມຄູ່ກັບຍຸກສະໄໝ. ເອົາໃຈໃສ່ ຢ່າງແຂງແຮງ ແລະ ສະເໝີຕົ້ນສະ ເໝີປາຍໃນການສ້າງຄວາມເປັນ ເຈົ້າດ້ານຄວາມຮັບຮູ້ ເພື່ອຂຸດຄົ້ນ ນໍາໃຊ້ໃນສິ່ງທີ່ມີ, ໃນສິ່ງທີ່ສາມາດ ເຮັດ, ນໍາໃຊ້ທຸກທ່າແຮງບົ່ມຊ້ອນ ຢ່າງມີຈຸດສຸມຈະແຈ້ງ. ພ້ອມດຽວ ກັນນັ້ນ ຄວາມຮຽກຮ້ອງໃນໄລຍະ ໃໝ່ປະການສໍາຄັນ ໜຶ່ງແມ່ນພວກ ເຮົາຄວນນໍາໃຊ້ຊັບພະຍາກອນ, ທຶນຮອນ ແລະ ບັນດາທ່າແຮງບົ່ມ ຊ້ອນທີ່ມີຢ່າງກຸ້ມຄ່າ, ປະຢັດ ແລະ ມີປະສິດທິພາບ ປະສິດທິ ຜົນສູງສຸດ ເພື່ອສ້າງເງື່ອນໄຂໃຫ້ມີການສະສົມ ທ້ອນໂຮມກໍາລັງຊັບ-ກໍາລັງແຮງ ຕ່າງໆທີ່ມີ ນໍາໄປຜັນຂະຫຍາຍໃຫ້ ແຕກແໜງຈໍ່ດອກອອກໝາກອັນ ຫລາກຫລາຍຕໍ່ໆໄປ ຢ່າງຍືນຍົງ. ສະພາບຜ່ານມາ ໃຫ້ພວກເຮົາເຫັນ ແຈ້ງວ່າຄວາມຫຍຸ້ງຍາກເກີດຂຶ້ນ ອັນໄດ້ຮັບຜົນກະທົບຈາກສະພາບ ພາຍນອກ ແລະ ສະພາບເງື່ອນໄຂ ພາຍໃນນັ້ນແມ່ນຍ້ອນພວກເຮົາຍັງ ບໍ່ທັນມີຄວາມເຂັ້ມແຂງພໍ ຫລື ບໍ່ທັນ ມີພູມຕ້ານທານທີ່ແຂງແຮງ ເພື່ອ ຕ້ານກັບພະຍາດຕ່າງໆທີ່ມີມາເປັນ ໄລຍະໆ. ການໃຊ້ຈ່າຍທີ່ມີລັກສະນະ ບໍ່ປະຢັດເທົ່າທີ່ຄວນ ກໍ່ແມ່ນສ່ວນ ໜຶ່ງທີ່ພາໃຫ້ບໍ່ສາມາດທ້ອນຫອມ ຊັບມີພຽງພໍ ເພື່ອແກ້ໄຂຍາມຈໍາ ເປັນ. ປະເດັນສໍາຄັນໜຶ່ງ ພວກເຮົາ ກໍ່ຄວນປະຕິບັດຢ່າງເປັນເຈົ້າການ ນໍາໃຊ້ຜົນຜະລິດທີ່ພວກເຮົາຜະ ລິດເອງໄດ້, ສົ່ງເສີມການຜະລິດ ພາຍໃນໃຫ້ເຂັ້ມແຂງ ແລະ ກ້າວໄປ ສູ່ການສົ່ງອອກ ເພື່ອສ້າງລາຍຮັບ ເຂົ້າປະເທດນັບມື້ຫລາຍ. ຈະເຮັດ ໃຫ້ຂະບວນການຜະລິດສິນຄ້າພາຍ ໃນປະເທດມີບັນຍາກາດຟົດຟື້ນ ແຂງແຮງ, ນອກຈາກພ້ອມກັນຊົມ ໃຊ້ທົ່ວເຖິງຄອບຄົວຫົວເຮືອນແລ້ວ, ການສົ່ງເສີມການຜະລິດແມ່ນສໍາ ຄັນ ເພື່ອໃຫ້ຜູ້ຜະລິດດໍາລົງຄົງຕົວ ຢ່າງຍືນຍົງ ເຊິ່ງນະໂຍບາຍມີຈະ ແຈ້ງແລ້ວ, ມີແຕ່ວ່າພາກປະຕິບັດ ຈະເຮັດແນວໃດໃຫ້ຜູ້ຜະລິດ-ຜູ້ ປະກອບການເຕີບໃຫຍ່ຂະຫຍາຍ ຕົວ ໂດຍສະເພາະການສົ່ງເສີມດ້ານ ສິນເຊື່ອ-ທຶນຮອນ, ເຕັກນິກ-ວິຊາ ການ, ຕະຫລາດ ແລະ ອື່ນໆ. ດ້ວຍເຫດນັ້ນ ໃນໄລຍະໃໝ່, ພວກເຮົາຕ້ອງພ້ອມກັນບຸກທະລຸ ທາງດ້ານຈິນຕະນາການຢ່າງແຂງ ແຮງແທ້ ຈຶ່ງຈະປະຕິບັດແນວຄິດ ຊີ້ນໍາອັນຖືກຕ້ອງກ່ຽວກັບ ສອຈ ຢ່າງມີປະສິດທິພາບ ແລະ ປະສິດ ທິຜົນສູງ. * ໃນໂອກາດວັນໄຊຊະນະບັ້ນ ຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024) ໄດ້ໝູນ ວຽກມາຮອດອີກເທື່ອໜຶ່ງ ເຊິ່ງທົ່ວ ພັກ-ທົ່ວລັດ, ທົ່ວກຳລັງປະກອບອາ ວຸດຂອງລາວເຮົາລ້ວນແຕ່ໄດ້ອອກ ແຮງແຂ່ງຂັນສ້າງຜົນງານ, ປິຕິ ຍິນດີຂ່ຳນັບຮັບຕ້ອນວັນທີ່ມີຄວາມ ໝາຍສຳຄັນດັ່ງກ່າວ ຢ່າງເປັນຂະ ບວນຟົດຟື້ນ. ວັນໄຊຊະນະດຽນບຽນ ຟູ ແມ່ນໄຊຊະນະທີ່ສະຫວ່າງສະ ໄຫວທີ່ສຸດ ໃນປະຫວັດສາດການຕໍ່ ສູ້ຕ້ານການຮຸກຮານຈາກຈັກກະພັດ ພາຍນອກຂອງປະຊາຊົນຫວຽດ ນາມ ຜູ້ພິລະອາດຫານກໍຄືການປະ ກອບສ່ວນຂອງກອງທັບປະຊາຊົນ ລາວ ໃນການຮ່ວມສຳພັນສູ້ຮົບໃນ ບັ້ນຮົບດຽນບຽນຟູ ຈົນໄດ້ຮັບໄຊ ຊະນະ ແລະ ໄດ້ບັງຄັບໃຫ້ພວກລ່າ ເມືອງຂຶ້ນແບບເກົ່າ ຕ້ອງຍອມຮັບ ເຊັນສັນຍາເຊີແນວ ປີ 1954 ໃນ ທີ່ສຸດ. ເນື່ອງໃນໂອກາດວັນໄຊຊະນະ ບັ້ນຮົບດຽນບຽນຟູໝູນວຽນ ຄົບ ຮອບ 70 ປີນີ້, ທ່ານ ພົນເອກ ຈັນ ສະໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ໄດ້ໃຫ້ສຳພາດຕໍ່ ສື່ມວນຊົນວ່າ: ສາຍພົວພັນມິດຕະ * ຄວາມເປັນເອກະລາດເປັນເຈົ້າ ຕົນເອງ, ເພິ່ງຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງແມ່ນ ສໍາຄັນ ແລະ ແມ່ນຄວາມຮຽກຮ້ອງ ການອັນພາວະວິໄສ. ແນວຄິດຊີ້ນໍາ ກ່ຽວກັບການສ້າງເສດຖະກິດເອ ກະລາດ ເປັນເຈົ້າຕົນເອງ (ສອຈ) ແມ່ນຖືກຕ້ອງທີ່ສຸດ, ເຕັມໄປດ້ວຍ ເນື້ອໃນຈິດໃຈອັນສໍາຄັນ ແລະ ເລິກ ເຊິ່ງ ທີ່ພວກເຮົາຄວນເຊື່ອມຊຶມໃຫ້ ເລິກເຊິ່ງເຖິງຖອງ, ນໍາເອົາໄປຈັດ ຕັ້ງຜັນຂະຫຍາຍໃຫ້ຖືກທິດ ແລະ ເກີດດອກອອກຜົນຕາມລະດັບຄາດ ໝາຍໃນແຕ່ລະດ້ານ. ແນວຄິດຊີ້ນໍາ ສອຈ ອີກເນື້ອໃນ ສໍາຄັນແມ່ນ“ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງເລີ່ມ ຈາກຕໍ່າຫາສູງ, ຈາກນ້ອຍຫາໃຫຍ່ ແຕ່ຕ້ອງບົນພື້ນຖານການບຸກບືນສູ້ ຊົນສູງສຸດ ແລະ ຕ້ອງໃຊ້ເວລາອັນ ເໝາະສົມ ດ້ວຍຈິດໃຈເຄັ່ງຮ້ອນ, ບໍ່ ອະນຸຍາດໃຫ້ແກ່ຍາວ ໂດຍບໍ່ມີບາດ ກ້າວເດີນທີ່ຈະແຈ້ງ ແລະ ປ່ອຍປະ ຕາມເປັນຕາມເກີດໄດ້ອີກ. ດັ່ງນັ້ນ ກ່ອນອື່ນຫມົດຕ້ອງບຸກທະລຸດ້ານ ຈິນຕະນາການ, ສ້າງຄວາມຮັບຮູ້ ເຂົ້າໃຈ ຂອງທົ່ວພັກ, ທົ່ວລັດ, ທົ່ວ ກໍາລັງປະກອບອາວຸດແລະທົ່ວປວງ ຊົນຕໍ່ການສ້າງຄວາມເປັນເຈົ້າດ້ານ ຄວາມຮັບຮູ້ ເພື່ອຂຸດຄົ້ນນໍາໃຊ້ໃນ ສິ່ງທີ່ມີຢູ່ ຂອງປະເທດຊາດ ແລະ ສັງຄົມລາວ, ໃນສິ່ງທີ່ເຮົາສາມາດ ເຮັດໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນ ຂອງປະເທດ, ຮູ້ວາງແຜນໃນການ ຂຸດຄົ້ນ, ຄຸ້ມຄອງ, ນໍາໃຊ້ຊັບພະຍາ ກອນຂອງຊາດ ໃຫ້ອອກມາເປັນ ທຶນຮອນຢ່າງມີປະສິດທິຜົນ, ສ້າງ ໃຫ້ຄົນລາວເປັນເຈົ້າຫລາຍຂຶ້ນ ໃນ ການຮູ້ຫາເງິນຢ່າງເປັນລະບົບ, ຮູ້ ສະສົມ ແລະ ນໍາໃຊ້ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມຂຶ້ນ ໃໝ່ຢ່າງບໍ່ຢຸດຢັ້ງ. ອີກດ້ານໜຶ່ງຕ້ອງ ໃຫ້ຄົນລາວຮູ້ຊອກຄົ້ນຫາລາຍຮັບ ແລະ ຮູ້ສະສົມ, ປະຢັດ ທັງຮູ້ໃຊ້ຈ່າຍ ຢ່າງຄຸ້ມຄ່າແລະ ເກີດດອກອອກຜົນ, ຮູ້ຈັກຂຸດຄົ້ນ-ປົກປ້ອງຕະຫລາດ ພາຍໃນແລະກ້າເຂົ້າເຖິງ-ຍາດແຍ່ງ ສ່ວນແບ່ງຈາກຕະຫລາດສາກົນ, ຮູ້ຈັກເຂົ້າເຖິງເຕັກໂນໂລຊີໃໝ່ ທີ່ ທັນສະໄໝ ຂອງຍຸກສະໄໝ ແລະ ນໍາໃຊ້ສິ່ງທີ່ໂລກມີແຕ່ເຮົາຍັງຂາດ ໃຫ້ໄດ້ຢ່າງສົມສ່ວນ ແລະ ມີການ ຄາດຄະເນໄດ້ຍາກນັ້ນ ພວກອິດທິ ກຳລັງປໍລະປັກ ໄດ້ໃຊ້ທຸກຄວາມພະ ຍາຍາມເພື່ອມ້າງເພທຳລາຍ ແລະ ແບ່ງແຍກສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດຂອງສອງ ຊາດລາວ-ຫວຽດນາມ ຢ່າງບໍ່ລົດ ລະ. ຢືນຢູ່ຕໍ່ໜ້າສະພາບການດັ່ງກ່າວ ນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ພວກເຮົາ ຕ້ອງເພີ່ມທະວີຮັດແໜ້ນ ແລະ ເພີ່ມ ພູນຄູນສ້າງຄວາມສາມັກຄີແບບພິ ເສດແລະການຮ່ວມມືຮອບດ້ານລະ ຫວ່າງສອງຊາດລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງກວ່າ ເກົ່າ; ຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອດັ່ງກ່າວ, ເພີ່ມທະວີການ ສືບຕໍ່ສຶກສາອົບຮົມໃຫ້ທຸກຮຸ່ນຄົນ, ທຸກໄວ, ທຸກເພດ ແລະ ທຸກໆຄົນ ເຂົ້າ ໃຈຢ່າງເລິກເຊິ່ງເຖິງປະຫວັດສາດ ມູນເຊື້ອຄວາມເປັນມາຂອງນໍ້າໃຈ ມິດຕະພາບ, ຄວາມສາມັກຄີສູ້ຮົບ ລະຫວ່າງສອງຊາດ, ສອງກອງ ທັບລາວ-ຫວຽດນາມ ດ້ວຍນໍ້າໃຈ ພິລະອາດຫານຊານໄຊ ຍາດເອົາ ໄຊຊະນະເປັນຂັ້ນໆມາຈົນ ເຖິງປັດຈຸ ບັນ, ໃຫ້ທຸກຄົນຮຸ່ນຫລັງຂອງສອງ ປະເທດເປັນຜູ້ປົກປັກຮັກສາໃຫ້ໝັ້ນ ຄົງຕະຫລອດການລະນານ. * ການປູ​ ກຝັງ-​ລ້ຽງສັດ ເ​ປັນອີກ ໜຶ່ງອາຊີບທີ່​ ປ​ ະຊາຊົນລາວ ບັ​ ນດາ ເຜົ່າຍຶດຖືຫ​ ລາຍມາແຕ່ດົນນານ ເ​ພື່ອ​ ລ້ຽງປາກລ້ຽງທ້ອງ ແລະ ສ້າງເສດ ຖະກິດຄ​ ອບຄົວ ໃຫ້ມີຢູ່ມີກິນ​ເໝືອນ ກັບຄອບຄົວທ່ານ ເກດສະພາຈັນທະ ສອນ ສະມາຊິກຊາວໜຸ່ມຂອງໜ່ວຍ ຮາກຖານຊາວໜຸ່ມ ພະແນກກະສິ ກຳ ແລະ ປ່າໄມ້ແຂວງຜົ້ງສາລີ, ພະ ນັກງານວິຊາການອາສາສະໝັກສັງ ກັດຂະແໜງລ້ຽງສັດ ແລະ ການປະ ມົງ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ປັດຈຸບັນຢູ່ບ້ານໃໝ່ ເມືອງ ບູນເໜືອ, ແຂວງຜົ້ງສາລີ ກໍແມ່ນ ບຸກຄົນໜຶ່ງທີບຸກບືນປະຕິບັດໜ້າທີ່ ວິຊາສະເພາະຂອງຕົນແລະການຈັດ ເນື້ອທີ່ນາຍັງມີໜ້ອຍຜົນຜະລິດເຂົ້າ ປີໜຶ່ງ ໄດ້ພຽງ 270 ກິໂລກຣາມ ເຮັດນາມາຫລາຍປີແຕ່ເຂົ້າພັດບໍ່ພໍ ກຸ້ມກິນ ຈຶ່ງເຮັດໃຫ້ຄອບຄົວປະສົບ ກັບຄວາມຍຸ້ງຍາກຂາດເຂີນມາຕະ ຫລອດ. ດັ່ງນັ້ນຈຶ່ງໄດ້ມີແນວຄິດຫັນ ປ່ຽນຈາກການເຮັດນາ ມາລ້ຽງປາ ໂດຍສິ່ງທີ່ຊຸກຍູ້ໃຫ້ຕົນເອງລ້ຽງປາ ກໍ່ຍ້ອນການນຳພະແນກກະສິກຳ ແລະ ປ່າໄມ້ ກໍ່ຄືຄະນະໜ່ວຍຮາກ ຖານຊາວໜຸ່ມ ພະແນກໄດ້ມີແບບ ແຜນສົ່ງເສີມການຜະລິດທາງດ້ານ ສະບຽງອາຫານ, ກຸ້ມຕົນເອງ, ເພິ່ງ ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ຍ້ອນໄດ້ຮັບການເອື້ອ ອຳນວຍຈາກຫລາຍພາກສ່ວນທີ່ມີ ການວາງແຜນແລະຈັດຕັ້ງປະຕິບັດ ເຊັ່ນ: ໄດ້ຮັບການເນະນຳຈາກວິຊາ ການຈາກພະແນກກະສິກກຳ ແລະ ປ່າໄມ້ບວກໃສ່ກັບຄວາມຮູ້ຂອງຕົນ ເອງທີ່ໄດ້ຮຽນຈົບຈາກດ້ານການ ລ້ຽງສັດມາກ່ອນແລະທາງດ້ານທະ ນາຄານນະໂຍບາຍ ໄດ້ສ້າງເງື່ອນ ໄຂຫລາຍດ້ານໃນການສະໜອງ ທືນກູ້ຢືມໃຫ້ແກ່ການປູກ ແລະ ການ ລ້ຽງສັດປະເພດຕ່າງໆ, ພ້ອມນີ້ຄອບ ຄົວຂອງຕົນເອງກໍ່ມັກການລ້ຽງ ປາ ໂດຍໄດ້ເລີ່ມລົງມື ລ້ຽງມາແຕ່ປີ 2020 ເປັນຕົ້ນມາ ​ໂດຍໃຊ້ດິນນາ ຈຳນວນ 1 ຕອນ ໃນເນື້ອທີ່ 0,08 ເຮັກຕາ ສາມາດຈຳໜ່າຍປາອອກ 1 ຊຸດ ໃນປະລິມານ 1.5 ໂຕນ ຂາຍ ໄດ້​ເງິນ 63 ລ້ານ ກີບຕໍ່ປີ ໂດຍຫັກ ຄ່າສິ້ນເປື້ອງການບູລະນະຮັກສາ ສະຖານທ່ີ, ອາຫານ ແລະ ອື່ນໆ ອອກທັງໝົດ 44 ລ້ານກີບ ຍັງ ເຫລືອກໍາໄລຫັກເຂົ້າໄວ້ຄອບຄົວ ຕົວຈິງ 19 ລ້ານກີບ ມີລາຍຮັບເພີ່ມ ສະເລ່ຍໃສ່ຫົວຄົນພາຍໃນຄອບຄົວ 9 ລ້ານ 5 ແສນກີບ ຕໍ່ຄົນຕໍ່ປີ. ທ່ານ ເກດສະພາ ​ເວົ້າ​ຕື່ມວ່າ: ຂັ້ນຕອນຂອງການລ້ຽງປາ ແມ່ນ ພາຍຫລັງທີຈຳໜ່າຍປາອອກໝົດ ແມ່ນຕາກໜອງໃຫ້ແຫ້ງ ແລ້ວວ່ານ ປຸຍຂາວ, ໃສ່ຝຸ່ນຄອກປະໄວ້ 7 ວັນ ແລ້ວເອົານໍ້າເຂົ້າໃສ່ໄວ້ 3 ວັນ ຈຶ່ງ ເອົາປານ້ອຍລົງປ່ອຍໂດຍການປ່ອຍ ປານ້ອຍໃສ່ໜອງແມ່ນເລີ່ມເຂົ້າ ເດືອນເມສາ ໂດຍແນວພັນປານ້ອຍ ແມ່ນຊື້ມາຈາກ ສປ ຈີນ ແລະ ນະ ຄອນຫລວງວຽງຈັນ ມາປ່ອຍ ໂດຍ ໃຫ້ອາຫານເປັນປະຈຳວັນ (ເຊົ້າ ແລະ ແລງ) ແ​ ລະ ຕິດຕາມສັງເກດ ການເປັນປະຈຳ ແລະ ປ່ອຍນ້ຳ ເຂົ້າ ອອກເປັນປະຈຳ. ສຳລັບການຈຳ ໜ່າຍປາທີ່ໃຫຍ່ອອກຂາຍແມ່ນມີພໍ່ ຄ້າ, ແມ່ຄ້າຄົນກາງເຂົ້າມາຊື້ຢູ່ໜອງ ປາເລີຍ ເ​ຊິ່ງພາຍຫລັງທີ່ຫັ​ ນມາເຮັດ​ ອາຊີບນີ້​ ເ​ສີມເ​ຮັດໃ​ ຫ້ຄອບຄົວມີລາຍ ຮັບດີຂຶ້ນ ໃ​ ນກ​ ານສ້າງສາພັດທະນາ​ ຄອບຄົວ​ໃຫ້​ມີ​ຢູ່​ມີ​ກິນ​ຄື​ບ້ານເມືອງ​ ເພິ່ນ. ສຳລັບທິດທາງແຜນການໃນ ຕໍ່ໜ້າຈະສູ້ຊົນບຸກບືນລ້ຽງປາ ໃຫ້ ດີກວ່າເກົ່າ ໂດຍໃຫ້ມີຜົນຜະລິດເພີ່ມ ຂຶ້ນເປັນ 2 ໂຕນຕໍ່ປີ. ພາບອັນຍິ່ງໃຫຍ່, ຄວາມສາມາຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງ ກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກຳເນີດເກີດຂຶ້ນ ບົນພື້ນຖານການຮ່ວມສຳພັນສູ້ຮົບ ຕໍ່ສູ້ກັບສະຕູຜູ້ຮຸກຮານໂຕດຽວກັນ ແລະ ຜ່ານຜ່າການຊຸບຫລໍ່ທົດສອບ ໃນຂະບວນວິວັດຂອງການປະຕິວັດ ອັນຍືດເຍື້ອຍາວນານ, ລໍາບາກກາກ ກຳ, ດຸເດືອດຂ້ຽວຂາດເຕັມໄປດ້ວຍ ຄວາມເສຍສະຫລະ, ເດັດດ່ຽວ ໜຽວແໜ້ນ ແລະ ອາດຫານຊານໄຊ ທີ່ສຸດດ້ວຍຈິດໃຈ.“ ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍແບ່ງກັນກິນ” ປະ ຫວັດສາດຂອງສອງຊາດໄດ້ຈາລຶກ ໄວ້ຕະຫລອດການທີ່ເລືອດເນື້ອ ແລະ ຍາດເຫື່ອຂອງນັກຮົບປະຕິວັດ ລາວ-ຫວຽດນາມ ໄດ້ເຈື່ອຈານອາບ ຍ້ອມຜືນແຜ່ນດິນຂອງສອງປະເທດ ພວກເຮົາຈົນບໍ່ມີສັບຄໍາເວົ້າໃດທີ່ ທຽມຖານ ແລະ ພັນລະນໄດ້. ແນວໃດກໍຕາມໃນເງື່ອນໄຂສະ ພາບແວດລ້ອມສາກົນແລະພາກພື້ນ ມີການຜັນແປໄປຢ່າງສັບສົນ ແລະ ຕັ້ງປະຕິບັດຄຳຂວັນ4ບຸກແລ້ວຍັງ ເອົາໃຈໃນການພັດທະນາເສດຖະ ກິດຄອບຄົວຂອງຕົນເອງ ໂດຍການ ລ້ຽງປາ ໂ​ ດຍອີ​ ງໃສ່ທ່າແຮງບົ່ມຊ້ອນ ຂອງທ້ອງຖິ່ນ ເພື່ອຄວາມເຂັ້ມແຂງ ໃຫ້ແກ່ຄອບຄົວຕາມແນວທາງຂອງ ພັກ ແລະ ນະໂຍບາຍຂອງລັດ. ​ທ່ານ ເກດສະພາ ຈັນທະສອນ​ ເຜີຍວ່​ າ: ແຕ່ກອນຄອບຄົວຂອງລາວ ເປັນຄອບຄົວໜື່ງໃນຄອບຄົວທີ່ທຸກ ຍາກ,ມີຈຳນວນພົນ2ຄົນ,ຍິງ1ຄົນ ອາຊີບຕົ້ນຕົ້ນຕໍແມ່ນພະນັກງານອາ ສາສະໝັກ ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ເຮັດນາປູກເຂົ້າ ໂດຍອາໄສແຕ່ທຳມະຊາດບວກກັບ

RkJQdWJsaXNoZXIy MTc3MTYxMQ==