ແນວຄິດ ທິດສະດີ ມາກ-ເລນິນ ຍືນຍົງໃນໂລກແຫ່ງຄວາມຈິງ

24/04/2024 10:56
Email Print 419
ຂປລ ວັນທີ 22 ເມສາ 1870 ເປັນອີກວັນໜຶ່ງທີ່ມີຄວາມໝາຍສຳຄັນ ທາງປະສາດຂອງຊົນຊັ້ນກຳມະກອນໃນທົ່ວໂລກ ແລະ ຂອງບັນດາ ປະເທດສັງຄົມນິຍົມ ເພາະເປັນວັນເກີດຂອງຜູ້ນຳທີ່ຍິ່ງໃຫຍ່ຂອງລະບົບສັງຄົມນິຍົມນັ້ນກໍຄື ທ່ານ ວະ ລາດີເມຍ ອິລິສ ເລນິນ ຊຶ່ງປີນີ້ກໍຄົບ ຮອບ 154 ປີພໍດີ (22/04/1870- 22/04/2024).

    *ວັນທີ 22 ເມສາ 1870 ເປັນອີກວັນໜຶ່ງທີ່ມີຄວາມໝາຍສຳຄັນ ທາງປະສາດຂອງຊົນຊັ້ນກຳມະກອນໃນທົ່ວໂລກ ແລະ ຂອງບັນດາປະເທດສັງຄົມນິຍົມ ເພາະເປັນວັນເກີດຂອງຜູ້ນຳທີ່ຍິ່ງໃຫຍ່ຂອງລະບົບສັງຄົມນິຍົມ ນັ້ນກໍຄື ທ່ານ ວະ ລາດີເມຍ ອິລິສ ເລນິນ ຊຶ່ງປີນີ້ກໍຄົບຮອບ 154 ປີພໍດີ (22/04/1870- 22/04/2024). ດັ່ງນັ້ນ ໃນມື້ນີ້ຈຶ່ງ ຮິບໂຮມຂໍ້ມູນຈໍານວນໜຶ່ງທີ່ພົວພັນເຖິງຜົນງານອັນໃຫຍ່ຫລວງຂອງ ທ່ານ ເລນິນ ໃນການຜັນຂະຫຍາຍແນວຄິດຂອງທ່ານ ມາກ-ອັງແກນ ກ່ຽວກັບພັກກອມມູນິດ ທີ່ຍອດຍິ່ງ ບາງສ່ວນມາສຶກສານໍາກັນ.

    ເມື່ອເວົ້າເຖິງຜົນງານອັນຍິ່ງໃຫຍ່ຂອງ ທ່ານ ເລນິນ, ພວກເຮົາ ຕ້ອງບໍ່ລືມບັນດາສາຍກ້ຽວພັນ, ໂດຍສະເພາະບຸກຄົນສໍາຄັນທີ່ມີບົດບາດເຮັດໃຫ້ ທ່ານ ເລນິນ ປະສົບ ຜົນສໍາເລັດທັງທາງດ້ານການຄົ້ນຄວ້າທິດສະດີ ແລະ ນໍາໃຊ້ເຂົ້າໃນພຶດຕິກໍາຕົວຈິງນັ້ນແມ່ນແນວຄິດ ທິດສະດີຂອງທ່ານ ກາກມາກ ແລະ ອັງແກນ ກ່ຽວກັບພັກກອມມູນິດ.  ທ່ານ ກາກມາກ ແລະ ອັງແກນ ແມ່ນຜູ້ທໍາອິດທີ່ໄດ້ຍົກບັນດາແນວຄິດພື້ນຖານກ່ຽວກັບພັກກອມມູນິດ ແລະ ຮ່າງຖະແຫລງການຂອງພັກ ກອມມູນິດທີ່ເປັນເອກະສານໃນລັກ ສະນະໂຄງການການເມືອງທໍາອິດຂອງຂະບວນການກອມມູນິດ, ກໍ່ຄືການສ້າງຕັ້ງອົງການຈັດຕັ້ງກອມມູນິດທໍາອິດຂຶ້ນຢູ່ໃນໂລກເຊິ່ງມີຊື່ວ່າ ພັນທະມິດບັນດາພັກກອມມູນິດ. ພວກເພິ່ນໄດ້ຮຽກຮ້ອງໃຫ້ກອງນໍາໜ້າປະຕິວັດສອງຊົນຊັ້ນ ຕ້ອງປະກອບອາວຸດດ້ວຍທິດສະດີທີ່ກ້າວໜ້າ, ມີລະດັບຄວາມຕື່ນຕົວສູງ.

   ພ້ອມດຽວກັນນັ້ນໃນພຶດຕິກໍາຕົວຈິງ ພັກຕ້ອງເປັນຜູ້ທີ່ເດັດດ່ຽວກ່ອນໝູ່ ແລະ ຮູ້ດຶງດູດເອົາມະຫາ ຊົນກ້າວໜ້າເດີນໄປໜ້າພ້ອມກັນ... ໂດຍພາຍໃຕ້ການຊີ້ນໍາຂອງ ທ່ານ ກາກມາກ ແລະ ອັງແກນ, ກົດລະບຽບຂອງພັນທະມິດບັນດາຊາວກໍາມະກອນ ໄດ້ຮັບການຮ່າງຂຶ້ນ; ກົດລະບຽບດັ່ງກ່າວມີບາງເນື້ອໃນສໍາຄັນ ເປັນຕົ້ນພັກຕ້ອງແມ່ນຖັນແຖວທີ່ມີການຈັດຕັ້ງແໜ້ນໜາ; ບັນດາອົງການນໍາພາຂອງພັກຕ້ອງໄດ້ຮັບການເລືອກຕັ້ງຢ່າງປະຊາທິປະໄຕ  ແລະ  ຈະລົບລ້າງເວລາໃດກໍ່ໄດ້ຖ້າເຂົາເຈົ້າບໍ່ເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ; ພັກຕ້ອງແມ່ນກ້ອນກໍາລັງທີ່ເປັນເອກະພາບທາງດ້ານການເມືອງ-ແນວຄິດ-ການຈັດຕັ້ງ, ບົນພື້ນຖານອີງໃສ່ລັດທິສັງຄົມນິຍົມວິທະຍາສາດຢ່າງແໜ້ນແຟ້ນ ຈຶ່ງເຮັດໃຫ້ພັກກາຍເປັນກໍາລັງການເມືອງທີ່ມີຄວາມສາມາດດຶງດູດມະຫາຊົນສ່ວນຫລາຍ ເຂົ້າຮ່ວມໃນການຕໍ່ສູ້ຕ້ານຊົນຊັ້ນນາຍທຶນ ແລະ ກໍ່ສ້າງລັດທິກອມມູນິດ… ສໍາລັບທ່ານ ເລນິນ ແມ່ນໄດ້ສືບທອດແນວຄິດ-ທິດສະດີຂອງທ່ານ ກາກມາກ ແລະ ອັງແກນ ເຊິ່ງບັນດາຫລັກການພື້ນຖານຂອງ ເລນິນ ກ່ຽວກັບພັກແບບໃໝ່ຂອງຊົນຊັ້ນກໍາມະກອນ ມີບາງເນື້ອໃນສໍາຄັນພື້ນຖານຄື: ລັດທິມາກ ແມ່ນພື້ນຖານແນວຄິດ, ແມ່ນເຂັມຊ້ີທິດໃຫ້ທຸກການເຄື່ອນໄຫວຂອງພັກກອມມູນິດ; ພັກກອມມູນິດແມ່ນກອງນໍາໜ້າທາງດ້ານການເມືອງທີ່ມີການຈັດຕັ້ງ, ແມ່ນຖັນແຖວທີ່ມີການຈັດຕັ້ງແໜ້ນໜາກ່ອນໝູ່, ປະຕິວັດກ່ອນໝູ່ ແລະ ມີຄວາມຕື່ນຕົວກ່ອນໝູ່ຂອງຊົນຊັ້ນກໍາມະກອນ; ເມື່ອເປັນພັກກໍາອໍານາດພັກແມ່ນແກນນໍາຂອງລະບົບການເມືອງສັງຄົມນິຍົມ ແລະ ແມ່ນພາກສ່ວນໜຶ່ງຂອງລະບົບດັ່ງກ່າວ; ລວມສູນປະຊາທິປະໄຕແມ່ນຫລັກການພື້ນຖານໃນການກໍ່ສ້າງການຈັດຕັ້ງ, ການດໍາລົງຊີວິດ ແລະ ການເຄື່ອນໄຫວຂອງພັກ; ພັກແມ່ນກ້ອນກໍາລັງເອກະພາບທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ຖືເອົາການຕໍາໜິຕິຊົມຕົນເອງ ແລະ ຕິຊົມກັນເປັນກົດເກນຂະຫຍາຍຕົວຂອງພັກ; ພັກພົວພັນສະໜິດແໜ້ນກັບມະຫາຊົນ, ຕໍ່ສູ້ຢ່າງເດັດດ່ຽວ ເພື່ອສະກັດກັ້ນ ແລະ ແກ້ໄຂພະຍາດອາດຍາສິດ, ຫ່າງເຫີນມະຫາຊົນ.ຄືດັ່ງຮັບຮູ້ນໍາກັນແລ້ວວ່າທິດ ສະດີຮູບຖານເສດຖະກິດ-ສັງຄົມແມ່ນພື້ນຖານທິດສະດີ ແລະ ວິທີວິທະຍາຂອງລັດທິມາກ-ເລນິນ ທີ່ໃຊ້ເພື່ອເຂົ້າເຖິງການຄົ້ນຄວ້າ-ອະທິບາຍ, ຄາດຄະເນການຂະຫຍາຍຕົວທີ່ມີລັກສະນະປະຫວັດສາດ, ທໍາມະຊາດຂອງສັງຄົມມະນຸດເວົ້າລວມ, ເວົ້າສະເພາະແມ່ນຂອງແຕ່ລະປະເທດ. ສໍາລັບພັກປະຊາຊົນ ປະຕິວັດລາວ ກໍ່ແມ່ນພັກທີ່ໄດ້ຍຶດໝັ້ນລັດທິມາກ-ເລນິນ ແລະ ນໍາມາໝູນໃຊ້ໃນພຶດຕິກໍາຕົວຈິງຢູ່ປະເທດເຮົາຢ່າງປະດິດສ້າງ, ສໍາເລັດຜົນ ແລະ ຍືນຍົງໂດຍພັກເຮົາຖືເອົາການວາງແນວທາງຍຸດທະສາດ, ຍຸດໂທບາຍຢ່າງຖືກຕ້ອງເປັນບັນຫາສໍາຄັນ ເພື່ອສືບຕໍ່ປັບປຸງພັກ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ເຮັດລ້ອນພາລະກໍາປະຫວັດສາດອັນຍິ່ງໃຫຍ່ຄື: “ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຄວາມດ້ອຍພັດທະນາຂອງປະເທດຊາດ” ນັ້ນແມ່ນການໝູນໃຊ້ທິດສະດີມາກ-ເລນິນທີ່ຖືກຕ້ອງທີ່ສຸດ.

ຮຽບຮຽງໂດຍ: ໄໝຄຳ ຍ້ອມສິນ

KPL

ຂ່າວອື່ນໆ

    • ປະຕິບັດ 6 ມີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂ່າວປອມບົດ-ສາລະຄະດີ

      ປະຕິບັດ 6 ມີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂ່າວປອມ

      5/6/2024 10:08:33 AM

      ຫລາຍບົດໃນຄໍລຳສື່ອອນລາຍຜ່ານມາກໍໄດ້ນຳສະເໜີເລື້ອຍໆກ່ຽວ ກັບໄພຮ້າຍໃນການບໍລິໂພກຂ່າວປອມ ຫລື ພາສາອັງກິດເອີ້ນວ່າ: Fake News ໝາຍເຖີງຂ່າວທີ່ມີເນື້ອໃນບໍ່ເປັນຄວາມຈິງ, ຫລອກລວງ ຫລື ຂ່າວສ້າງສະຖານະການຊຶ່ງສ່ວນໃຫຍ່ຖືກເຜີຍແຜ່ໃນສື່ສັງ ຄົມອອນລາຍເພາະປັດຈຸບັນ ຄົນຫັນມາບໍລິໂພກຂໍ້ມູນຂ່າວຜ່ານສື່ປະເພດນ້ີນັບມ້ືຫລາຍຂ້ຶນ ເນ່ືອງຈາກສັງຄົມຍຸກໃໝ່ທີ່ແຂ່ງຂັນກັນດ້ານຄວາມວ່ອງໄວ, ຂ່າວສານຜ່ານສ່ືສັງຄົມອອນລາຍ ແມ່ນສາມາດຕອບສະໜອງໄດ້ດີເພາະມີຄວາມສະດວກ, ວ່ອງໄວ ແລະ ຕົ້ນທຶນກໍ່ຕໍ່າໃນການເຂົ້າເຖິງ.

    • ຜູ້ດຽວເຮັດໃຫ້ຫລາຍຄົນຫຍຸ້ງບົດ-ສາລະຄະດີ

      ຜູ້ດຽວເຮັດໃຫ້ຫລາຍຄົນຫຍຸ້ງ

      5/6/2024 9:46:06 AM

      ບັນຫາໄຟໄໝ້ລາມປ່າໃນປະເທດລາວເຮົາ ແມ່ນໄດ້ເກີດຂຶ້ນທຸກປີຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ປ່າອື່ນໆອັນສ້າງຄວາມເສຍຫາຍບໍ່ໜ້ອຍຕໍ່ຄວາມອຸດົມສົມບູນຂອງຊີວະນາໆພັນ.

    • ສາມແຍກກໍ່ນ່ອຍ ເສັ້ນທາງຍຸດທະສາດ ໃນບັ້ນຮົມດຽນບຽນຟູບົດ-ສາລະຄະດີ

      ສາມແຍກກໍ່ນ່ອຍ ເສັ້ນທາງຍຸດທະສາດ ໃນບັ້ນຮົມດຽນບຽນຟູ

      5/6/2024 9:37:58 AM

      ໃນບົດກ່ອນໄດ້ນຳສະເໜີໄປແລ້ວກ່ຽວກັບການນຳໃຊ້ລົດຖີບ ເຂົ້າໃນການລຳລຽງຂົນສົ່ງໃນບັນຮົບດຽນບຽນຟູ ໄປແລ້ວມາບົດນີ້ ສືບຕໍ່ນຳສະເໜີ ເສັ້ນທາງຍຸດທະສາດສຳຄັນໃນການລຳລຽງຂົນສົ່ງ ໃນບັ້ນຮົບດັ່ງກ່າວນັ້ນກໍແມ່ນເຂດທາງແຍກກໍ່ນ່ອຍຢູ່ເຂດເມືອງມາຍເຊີນ ແຂວງເຊີນລາ ຊຶ່ງແມ່ນຊ່ວງທາງຄົມມະນະຄົມທ່ີເປັນຈຸດສຸມຂອງການສູ້ຮົບທີ່ດຸເດືອດ.

    • ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບບົດ-ສາລະຄະດີ

      ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບ

      5/2/2024 4:06:11 PM

      * ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ໃຫ້ກໍາເນີດປັດຊະຍາມາກສິດ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ ເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ໃນສອງສາມວັນນີ້, ໜັງສືພິມປະເທດລາວ ຂໍນຳເອົາປະຫວັດສາດ ແຫ່ງຊີວິດ ແລະ ການເຄື່ອນໄຫວຂອງທ່ານ ກາກມາກ ມານໍາສະເໜີໃຫ້ທຸກທ່ານ ພ້ອມກັນທົບທວນຫວນຄືນນໍາກັນ ຕື່ມອີກເທື່ອໜຶ່ງ.

    • ເຮັດກະແລ້ມຂາຍ ຈິ່ງໄດ້ຈັບເງິນລ້ານບົດ-ສາລະຄະດີ

      ເຮັດກະແລ້ມຂາຍ ຈິ່ງໄດ້ຈັບເງິນລ້ານ

      5/2/2024 10:20:59 AM

      ອາກາດທີ່ຮ້ອນອົບເອົ້າແບບນ້ີເຊື່ອວ່າຫລາຍທ່ານມີວິທີຄາຍຄວາມຮ້ອນທີ່ແຕກຕ່າງກັນອອກໄປ,​ ໃນນີ້​ການໄດ້ຮັບປະທານອາຫານຫວານໆ​ເຢັນໆ ຖືວ່າສາມາດຊ່ວຍດັບຄວາມ​ຮ້ອນ​​ ແລະ ​​ເຮັດ​ໃຫ້​ອາລົມ​ດີ​ຂຶ້ນ​ໄດ​້​ດ້ວຍອາຫານ​ປະ​ເພດ​ຫວານໆເຢັນ.

ads
ads

Top