ເຮັດກະແລ້ມຂາຍ ຈິ່ງໄດ້ຈັບເງິນລ້ານ

02/05/2024 10:20
Email Print 355
ຂປລ ອາກາດທີ່ຮ້ອນອົບເອົ້າແບບນ້ີເຊື່ອວ່າຫລາຍທ່ານມີວິທີຄາຍຄວາມຮ້ອນທີ່ແຕກຕ່າງກັນອອກໄປ,​ ໃນນີ້​ການໄດ້ຮັບປະທານອາຫານຫວານໆ​ເຢັນໆ ຖືວ່າສາມາດຊ່ວຍດັບຄວາມ​ຮ້ອນ​​ ແລະ ​​ເຮັດ​ໃຫ້​ອາລົມ​ດີ​ຂຶ້ນ​ໄດ​້​ດ້ວຍອາຫານ​ປະ​ເພດ​ຫວານໆເຢັນ.

    *ອາກາດທີ່ຮ້ອນອົບເອົ້າແບບນ້ີເຊື່ອວ່າຫລາຍທ່ານມີວິທີຄາຍຄວາມຮ້ອນທີ່ແຕກຕ່າງກັນອອກໄປ,​ໃນນີ້​ການໄດ້ຮັບປະທານອາຫານຫວານໆ​ເຢັນໆຖືວ່າສາມາດຊ່ວຍດັບຄວາມ​ຮ້ອນ ​​ແລະ​​ ເຮັດ​ໃຫ້​ອາລົມ​ດີ​ຂຶ້ນ​ໄດ​້​ດ້ວຍອາຫານ​ປະ​ເພດ​ຫວານໆເຢັນ​​ ເປັນ​ຕົ້ນ​:​ ກະ​ແລັມ,​ ນໍ້າ​ປັ່ນ, ​ນໍ້າ​ຫວານ​​ ແລະ​ ອື່ນໆ​ອີກ​ຫລາກ​ຫລາຍ​ແລ້ວ​ແຕ່​ຄວາມ​ມັກ​ຂອງ​ແຕ່ລະຄົນ​ວ່າມັກ​​ກິນ​ແບບ​ໃດ​ ​ແຕ່​ສໍາລັບ​ຜູ້​ຂຽນ​ເອງ​​ແມ່ນ​ມັກ​ກິນ​ກະ​ແລັມເຊັ່ນກັນ​ ສະ​ນັ້ນ,​ ມື້​ນີ້​ຈຶ່ງ​ຈະ​ພາ​ບັນດາ​ທ່ານ​ມາ​ຮູ້ຈັກ​ກັບ​ກະ​ແລັມ​​ເຂົ້າໜຽວ​ໃບ​ເຕີຍ​ແຊບໆ​ຂອງອ້າຍ​ບຸນ​ສົງ​ເປັນອີກ​​ກະ​ແລັມ​ເຈົ້າໜຶ່ງທີ່​ແຊບ​ຊ້ອຍດ້ວຍລົດ​ຊາດກະ​ແລັມ​​ ທີ່​ຫອມ​ຫວານ​ກົມກຽວກັບ​​ເຂົ້າໜຽວ​ໃບ​ເຕີຍ ​ໄດ້ເປັນ​ຢ່າງ​ດີຈຶ່ງ​ເຮັດ​ໃຫ້​ລູກ​ຄ້າ​ຕິດ​ອົກ​ຕິດ​ໃຈ​ ຈົນ​ສາມາດ​ສ້າງ​ຍອດຂາຍ​ໄດ້​10-15​ລ້ານ​ກີບ​ຕໍ່​ເດືອນ​​​ໃນ​ໄລຍະ​ອາກາດ​ຮ້ອນໆ​ແບບ​ນີ້.

    ທ່ານ​ບຸນ​ສົງ​ພື້ນຖານ​ແມ່ນຄົນ​​ ທ່າ​ແຂກ​ແຂວງ​ຄໍາ​ມ່ວນ​​ແຕ່ປັດຈຸບັນ ຢູ່ບ້ານ​ຂົວ​ຫລວງ​​ເວົ້າ​ໃຫ້​ຟັງວ່າ:​​ ກ່ອນ​ຈະ​ມາ​ເ​ຮັດ​ອາຊີບ​ນ້ີ​​ ແມ່ນເຮັດ​​ສວນ​ມາ​ກ່ອນແຕ່​ກໍ່​ພໍ​ແຕ່​ໄດ້​ຢູ່​,​​ ໄດ້​ກິນ​ໃນ​ຊີວິດ​ປະ​ຈໍາ​ວັນບໍ່ພໍ​ສິ​ໄດ້​ເກັບ​ທ້ອນ​​ຈຶ່ງ​ມີ​ແນວ​ຄິດ​ຫັນປ່ຽນອາຊີບໃໝ່​ຈຶ່ງ​ໄດ້ປຶກສາ​ກັບ​ຄອບຄົວ​ວ່າຈະເຮັດ​ຫຍັງ,​​ ເຮັດ​ຢູ່​ໃສ​​ເພາະວ່າ​ຕົ້ນ​ທຶນ​ບໍ່​ສູງ​ສິ​ເຮັດ​ຫຍັງ​ກໍ່​ຍາກຕ້ອງ​ໄດ້​ຄິດ​ແລ້ວ​ຄິດ​ອີກ​ຈຶ່ງ​ຕັດສິນ​ໃຈ​ ມາ​ເຮັດ​ກະ​ແລັມຂາຍ​​ເພາະ​ເປັນ​ສິ່ງ​ທີ່​ມັກຢູ່​ແລ້ວ​ອີ​ກຢ່າງໜຶ່ງ​ໄລຍະ​ນັ້ນ​ ລະດູ​ຮ້ອຍ​ຖ້າ​ເຮັດ​ຄົງ​ຈະ​ໄດ້​ຂາຍ​ດີ.​ ພາຍຫລັງ​ຕັດສິນ​ໃຈ​ໄດ້​ແລ້ວ​ວ່າ​ຈະ​ເຮັດ​ຫຍັງ​ ກໍ​ໄດ້​ໄປ​ຮຽນວິທີ​​​ເຮັດ​ກະ​​​ເມື່ອ​ເປັນ​ແລ້ວກໍ​ນໍາ​ມາປັບ​​ໃຊ້​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ​​ ກໍຄືການ​​ເຮັດ​ກະ​ແລັມຂາຍ​​​ແຕ່​ປີ ​2022​ ຫລັງ​ຈາກ​ການລະບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ​​ເບົາບາງ​ລົງກໍໄດ້ຊ້ືຖັງ​ກະ​ແລັມ​ແລ້ວ​ກໍ​​ແຕ່ງ​ລົດຈັກໃຫ້​​ເປັນ​ລົດ​ກະ​ແລັມ​​ເພື່ອ​ເລາະຂາຍຕາມ​​ ຈຸດ​ຕ່າງໆ​ໃນ​ຂອບ​ເຂດບ້ານໂນນ ຄໍ້,​ໂນນ​ຫວາຍ,​​ເມືອງນ້ອຍ,​ຊຽງ ດາ​ ​ແລະ​ ໜ້າ​ໄອ​ເຕັກ​ໃນ​ມື້​ທີ່​ມີ​ຕະ​ຫລາດຜັກ​ປອດ​ສານພິດ​ ​ແມ່ນໄດ້ ຂາຍດີ​ຫລາຍ​ຈົນຢາກ​ໃຫ້​ມີ​ຕະຫລາດ​​ ນີ້​ທຸກ​ມື້.​ສໍາລັບກະ​ແລັມທີ່​ຂາຍ​ກໍ​ມີ​ ລົດ​ເຜືອກ,​ໝາກພ້າວ,​ສະ​ຕໍ​ເບີລີ, ໃບ​ເຕີຍ​​ເສີບພ້ອມ​ເຂົ້າໜຽວ​ໃບເຕີຍ​​ຫອມໆຫວານ​​ແມ່ນ​ເຂົ້າກັນ​ຫລາຍ​​​​ ເພາະ​ອາກາດ​ໃນ​​ໄລຍະ​ນີ້​ແມ່ນ​​ໄດ້​ຂາຍ​ດີ​ຫລາຍ​ໃນ​ແຕ່​ລະ​ມື້​ສະ​ເລຍ​​ ແລ້ວຫລາຍ​ຮ້ອຍ​ຈອກ​​​ເນື່ອງຈາກ​​ວ່າ​ລູກ​ຄ້າ​ຕິດ​ໃຈໃນລົດຊາດ​​ຂອງ​​ກະ​ແລັມ​ ເພາະມີຄວາມຄວາມໂດດ​ເດັ່ນທີ່ຄວາມເປັນທຳມະຊາດ​ ບໍ່ແຕ່ງສີ,​ບໍ່ແຕ່ງກິ່ນ,​ບໍ່ມີສານກັນບູດ​​ ເພາະ​ຕົນ​ເອງ​ເອົາ​ໃຈໃສ່​​ເຮັດ​ເອງ​ ໃນທຸກໆຂັ້ນຕອນການຜະລິດ ເພື່ອ ໃຫ້ໄດ້ສິນຄ້າຄຸນນະພາບດີທີ່ສຸດ​ອອກສູ່ສັງຄົມທັງນີ້ກໍ່ເພື່ອເຮັດໃຫ້ຜູ້ບໍລິໂພກໄດ້ຮັບປະທານອາຫານທີ່ແຊບ​ ແລະ​ ເປັນມິດຕໍ່ສຸຂະພາບ​​ໂດຍ​ປັດຈຸບັນ​ມີ​ເຖີງ​4 ​ລົດ​ຊາດ​ໃຫ້​ ທ່ານ​ໄດ້​ກິນ​ຕາມ​ຄວາມ​ຕ້ອງ​ການ​. ທ່ານ​ບຸນ​ສົງ​​​ເວົ້າ​ຕື່ມ​ວ່າ:​ພາຍ​ຫລັງ​ທີ່​ຫັນປ່ຽນອາຊີບ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ມລາຍ​ຮັບ​ເພີ່ມຂຶ້ນ​ເດືອນໜຶ່ງ​ປະ​ມານ​ 10​ ປາຍ​ລ້ານ​​ ຖ້າ​ໄລຍະ​ລະດູ​ແລ້ງ, ​ສ່ວນລະ​ດູໜາວປະມານ​5-6​ ລ້ານ​ກີບ. ສຳລັບລູກຄ້າທຸກໆ ທ່ານທີ່ສົນ​ໃຈສັ່ງຊ້ືຜະລິດຕະພັນກະແລັມ​ ​ໄວ້ເປັນ​ອາຫານ​ຫວານ​​ໃນ​ງານ​ຕ່າງໆ​ ກໍ​ສາມາດ​ຕິດຕໍ່​ໄດ້​ທີ່​ເບີໂທລະສັບ ​​020​ 93378892​ ​ໃນ​ລາຄາ​ 2​ ລ້ານ​ກີບ​ຂຶ້ນ​ໄປ​​ໄດ້​ກະ​ແລັມ​ 200​​ ປາຍ​ຈອກ,​​ ແຖມ​ຈວຍ​ເຂ້ົາໜົມ​100​ ອັນ​ ມີ​ເຂົ້າໜຽວ​ໃບ​ເຕີຍ​ກ໋ອງໜຶ່ງ, ​ ໝາກຕາວ​2​ກ໋ອງ, ​ມີຖົ່ວດິນໂລໜຶ່ງ.

​​ໂດຍ:​​ມາລີ​ດາ​

KPL

ຂ່າວອື່ນໆ

ads
ads

Top