ເກີດເຫດແຜ່ນດິນໄຫວ ຢ່າງຮຸນແຮງ ຢູ່ຍີ່ປຸ່ນ ຂະໜາດ 6,6 ລິກເຕີ

18/04/2024 19:01
Email Print 188
ຂປລ ສຳນັກງານ ອຸຕຸນິຍົມ ວິທະຍາ ແຫ່ງຊາດ ຍີ່ປຸ່ນ (ເຈເອັມເອ) ລາຍງານ ເກີດແຜ່ນດິນໄຫວ ຢ່າງຮຸນແຮງ ຂະໜາດ 6,6 ລິກເຕີ

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງໂຕກຽວປະເທດ ຍີ່ປຸ່ນເມື່ອວັນທີ 18 ​ເມສາ, ສຳນັກງານ ອຸຕຸນິຍົມວິທະຍາແຫ່ງຊາດ ຍີ່ປຸ່ນ (​ເຈເອັມເອ) ລາຍງານເກີດແຜ່ນດິນໄຫວ ຢ່າງຮຸນແຮງ ຂະໜາດ 6,6 ລິກເຕີ , ໂດຍມີຈຸດ ສູນກາງ ຢູ່ເລິກລົງໄປໃຕ້ທະເລປະມານ 39 ກິໂລແມັດ ລະຫວ່າງເກາະ ຄີວຊູ ກັບ ເກາະ ຊີໂກກຸ ເຮັດໃຫ້ມີຜູ້ບາດເຈັບຢ່າງໜ້ອຍ 8 ຄົນ. ສ່ວນຄວາມເສຍຫາຍອື່ນໆ  ພວມຢູ່ລະຫວ່າງການປະເມີນຂອງເຈົ້າໜ້າທີ່ ./

KPL

ຂ່າວອື່ນໆ

ads
ads

Top