ຍ່າງເພື່ອສຸຂະພາບ ສະຫລອງວັນກຳມະກອນສາກົນ ຄົບຮອບ 138 ປີ

01/05/2024 12:47
Email Print 442
ຂປລ ຂປລ. ພິທີຍ່າງເພື່ອສຸຂະພາບ ສະເຫລີມສະຫລອງ ວັນກຳມະກອນສາກົນ ຄົບຮອບ 138 ປີ (1/5/1886-1/5/2024) ພາຍໃຕ້ຄໍາຂວັນ: “ຄວາມຍຸຕິທຳໃນສັງຄົມ ແລະ ວຽກທີ່ມີຄຸນຄ່າເປັນທຳສຳລັບທຸກຄົນ” ຈັດຂຶ້ນໃນວັນທີ 1 ພຶດສະພາ 2024 ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ



ຂປລ. ພິທີຍ່າງເພື່ອສຸຂະພາບ ສະເຫລີມສະຫລອງ ວັນກຳມະກອນສາກົນ ຄົບຮອບ 138 ປີ (1/5/1886-1/5/2024) ພາຍໃຕ້ຄໍາຂວັນ:
“ຄວາມຍຸຕິທຳໃນສັງຄົມ ແລະ ວຽກທີ່ມີຄຸນຄ່າເປັນທຳສຳລັບທຸກຄົນ” ຈັດຂຶ້ນໃນວັນທີ 1 ພຶດສະພາ 2024 ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ,​ ຮອງປະທານ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງວຽງຈັນ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາ ກົນປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ແລະ ມວນຊົນຊາວ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.



ໂອກາດດັ່ງກ່າວ
, ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ   ໄດ້ຍົກໃຫ້ເຫັນປະຫວັດແຫ່ງ ການກໍາເນີດເຕີບໃຫຍ່ ຂອງວັນກໍາມະກອນສາກົນ ຄົບຮອບ 138 ປີ ເຊິ່ງເປັນວັນທີ່ມີ​ຄວາມ​ໝາຍ​ສຳຄັນຢ່າງ​ຍິ່ງ ​ສຳລັບຊົນ​ຊັ້ນ​ກຳມະກອນ ​ແລະ ຊາວ​ຜູ້ອອກ​ແຮງ​ງານ​ໃນ​ທົ່ວ​ໂລກ, ​ເປັນ​ວັນ​ທີ່​ຊົນ​ຊັ້ນ​ກຳມະກອນ ​ໄດ້​ເຕົ້າ​ໂຮມຄວາມສາມັກຄີກັນ ລຸກ​ຮື​ຂຶ້ນ​ຕໍ່ສູ້​ຕ້ານ​ການ​ກົດ​ຂີ່​ຂູດ​ຮີດ ​ເພື່ອ​ທວງ​ເອົາ​ສິດທິ​ພື້ນຖານຂອງ​ຕົນ ​ແລະ ຜົນ​ປະ​ໂຫຍດອັນ​ຊອບ​ທຳ​ຂອງ​ຕົນ​ ຈາກ​ພວກ​ນານາຍທຶນ ເຊິ່ງໃນສັດຕະວັດ​ທີ XVIII ຫາ​ຕົ້ນ ສັດຕະວັດທີ XIX ຊົນ​ຊັ້ນ​ກໍາມະກອນຖືກ​ກົດ​ຂີ່​ຂູດ​ຮີດຢ່າງ​ໜັກໜ່ວງ, ພວກ​ນາຍທຶນ ​ໄດ້​ບັງຄັບ​ໃຫ້​ກຳມະກອນ​ອອກແຮງ​ງານ​ 14-15 ຊົ່ວ​ໂມງ​ຕໍ່​ມື້ ອອກແຮງງານໜັກແຕ່​​ໄດ້ຄ່າ​ແຮງ​ງານ​ຕໍ່າ,​ ການປ້ອງກັນສຸຂະພາບ, ຄວາມປອດໄພບໍ່ດີ ແລະ ບໍ່ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງນັບມື້ນັບຮຸນແຮງ ​ຍ້ອນສາ​ຍເຫດ​ດັ່ງກ່າວ ຈຶ່ງ​ມີ​ຫລາຍ​ຂະ​ບວນການ​ ຂອງ​ກຳມະກອນລຸກ​ຂຶ້ນ​ຕໍ່ສູ້ ພົ້ນເດັ່ນກວ່າໝູ່ ໃນວັນທີ 1 ​ພຶດສະພາ 1886 ຢູ່ປະເທດອາເມລິກາ ຢູ່ຕົວເມືອງຊິກາໂກ ເປັນຄັ້ງທໍາອິດທີ່ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ຖືເອົາເນື້ອໃນ ຂອງຖະແຫລ່ງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີ ຂອງກໍາມະກອນ​ວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວ​ໂມງຕໍ່ມື້ (8 ຊົ່ວ​ໂມງ​ເຮັ​ດວຽກ, 8 ຊົ່ວ​ໂມງຕ້ອງ​​ພັກ​ຜອ່ນ, 8 ຊົ່ວ​ໂມງ​ໃຫ້​ມີ​ໂອກາດ​ໄດ້​ຮໍ່າຮຽນ​​). ຫລັງຈາກນັ້ນ, ໄດ້ກໍານົດເອົາວັນທີ 1 ​ພຶດສະພາ 1886 ເປັນວັນກໍາມະກອນສາກົນ. ນັບແຕ່ນັ້ນມາ ວັນທີ 1 ​ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ ຂອງຊົນຊັ້ນກໍາມະກອນ ​ແລະ ​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ໂລກ, ​ເປັນ​ວັນແຫ່ງມະຫາ​ສາມັກຄີ ​ຂອງຊົນ​ຊັ້ນ​ກຳມະກອນ​ທົ່ວໂລກ ທີ່ໄດ້​ສະ​ແດງ​ພະລັງ​ແຮງທີ່​ເຂັ້ມ​ແຂງຂອງ​ຕົນ ​ແລະ ມີ​ການສະ​ເຫລີ​ມສະ​ຫລອງ​ຢ່າງ​ຄຶກຄື້ນ ​ໃນ​ແຕ່ລະ​ປີ ຢູ່ຫລາຍປະ​ເທດໃນທົ່ວ​ໂລກ.



ສໍາລັບ ສປປ ລາວ ພັກ-ລັດຖະບານ ໄດ້ມອບໝາຍຄວາມຮັບຜິດຊອບອັນສໍາຄັນ ໃຫ້ສູນກາງສະຫະພັນກໍາມະບານລາວ ຈັດຕັ້ງງານສະເຫລີມສະຫລອງ ເພື່ອເຮັດໃຫ້ວັນດັ່ງກ່າວ
, ມີຄວາມໝາຍຄວາມສໍາຄັນ, ​ສ້າງຄວາມເຂົ້າໃຈ ແລະ ລະນຶກເຖິງມູນເຊື້ອ ວັນດັ່ງກ່າວ.



ພ້ອມນີ້
, ທ່ານ ພອນສານ ວິໄລເມັ້ງ ຍັງໄດ້ຕາງໜ້າໃຫ້ຄະນະປະທານ, ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະເໜີມາຍັງການຈັດຕັ້ງພັກ-ລັດ, ການຈັດ​ຕັ້ງກໍາມະບານແຕ່ລະຂັ້ນ, ຫົວໜ່ວຍ​ແຮງ​ງານ ​ແລະ ສັງຄົມ ຈົ່ງ​ເພີ່ມທະວີ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ຕໍ່​ກັບ​ການໂຄສະນາ​ສຶກສາ​ອົບຮົມ ການເມືອງແນວຄິດ, ຊ່ວຍເຫລືອ, ກໍ່ສ້າງ, ພັດທະນາ​ກໍາມະກອນ​​ ແລະ ຜູ້ອອກ​ແຮງ​ງານ​ລາວ ໃຫ້​​ເຕີບ​ໃຫຍ່​ເຂັ້ມ​ແຂງທາງດ້ານສີມືແຮງງານ, ການຮັບຮູ້ຂໍ້ມູນຂ່າວສານ ແລະ ມີລະບຽບວິໄນ ໃນການອອກແຮງງານ ໃຫ້ໄດ້ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ສົມ​ຄູ່​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​​ ໃນ​ການ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​​ໃນໄລຍະ​ໃໝ່. ​ພ້ອມ​ກັນ​ ເຫັນຄຸນຄ່າຂອງ​ແຮງ​ງານກໍາມະກອນ, ຜູ້​ອອກ​ແຮງ​ງານ​ລາວ ​ແລະ ເພີ່ມທະວີ ໃນການປົກ​ປ້ອງ​ສິດຜົນປະ​ໂຫຍ​ດ ອັນ​ຊອບ​ທໍາ ໃຫ້ມີຄວາມ​ສະ​ເໜີ​ພາບ, ມີລາຍ​ຮັບ​ທີ່​ເປັນ​ທຳ ​ແລະ ການ​ອອກ​ແຮງ​ງານ​ທີ່​ປອດ​ໄພ​​ ແລະ ຮຽກຮ້ອງ​ມາ​ຍັງ​ກໍາມະກອນ​ ​ແລະ ຜູ້​ອອກ​ແຮງ​ງານລາວ ຈົ່ງ​​ມີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ປະກອບສ່ວນເຂົ້າໃນ ການປະຕິບັດແຜນພັດທະນາ ເສດຖະກິດຂອງຊາດ, ​ສືບ​ຕໍ່ຝຶກ​ຝົນ​ຫລໍ່​ຫລອມຕົນ​ເອງ​​ ໃຫ້​ກາຍ​ເປັນ​ກຳ​ລັງແຮງ​ງານ ​ທີ່​ມີ​ລະບຽບ​ວິ​ໄນ​ໃນ​ການ​ອອກ​ແຮງ​ງານ, ​ເສີມ​ຂະຫຍາຍ​ຄຸນ​ລັກ​ສະນະອັນ​ດີ​ເລີດ ທາດ​ແທ້, ມູນ​ເຊື້ອອັນ​ດີງາມ​ ຂອງ​ຊົນ​ຊັ້ນ​ກໍາມະກອນ​ລາວ ແລະ ກາຍ​ເປັນ​ກໍາລັງ​ຫລັກ​ແຫລ່ງ ​ໃນພາລະກິດການປົກປັກຮັກສາ​​ ແລະ ສ້າງສາພັດທະນາ​​​ປະ​ເທດ​ຊາດ ໃຫ້ຍືນຍົງ ແລະ ໝັ້ນຄົງ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top