ໄຊຊະນະດ້ຽນບຽນຝູ ມີຄຸນຄ່າອັນໃຫຍ່ຫຼວງ ຕໍ່ການປະຕິວັດຂອງ 3 ປະເທດ ຫວຽດນາມ- ລາວ -ກຳປູເຈຍ

01/05/2024 11:29
Email Print 455
ຂປລ ໃນໄລຍະສົງຄາມ ຕໍ່ສູ້ກັບລັດທິ ລ່າເມືອງຂຶ້ນ ເປັນເວລາດົນນານ ດ້ວຍຄວາມຫຍຸ້ງຍາກລຳບາກ, ຍາມໃດ ປະຊາຊົນຫວຽດນາມ ກໍໄດ້ຮັບການສະໜັບສະໜູນຢ່າງແຂງແຮງ ຈາກ ປະເທດລາວ ແລະ ປະເທດກຳປູເຈຍ. ສະນັ້ນ ໄຊຊະນາ ດ້ຽນບຽນຝູ ບໍ່ພຽງແຕ່ແມ່ນຂອງ ກອງທັບ ແລະ ປະຊາຊົນຫວຽດນາມເທົ່ານັ້ນ ຫາກຍັງມີອິດທິພົນ, ມີຄຸນຄ່າອັນໃຫຍ່ຫລວງ ສຳລັບການຕໍ່ຕ້ານຮ່ວມຂອງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ.

ຂປລ. ຕາມຂ່າວສານ ຫວຽດນາມ, ໃນໄລຍະສົງຄາມ ຕໍ່ສູ້ກັບລັດທິ ລ່າເມືອງຂຶ້ນ ເປັນເວລາດົນນານ ດ້ວຍຄວາມຫຍຸ້ງຍາກລຳບາກ, ຍາມໃດ ປະຊາຊົນຫວຽດນາມ ກໍໄດ້ຮັບການ ສະໜັບສະໜູນ ຢ່າງແຂງແຮງ ຈາກ ປະເທດລາວ ແລະ ປະເທດກຳປູເຈຍ. ສະນັ້ນ ໄຊຊະນາ ດ້ຽນບຽນຝູ ບໍ່ພຽງແຕ່ແມ່ນຂອງ ກອງທັບ ແລະ ປະຊາຊົນ ຫວຽດນາມ ເທົ່ານັ້ນ   ຫາກຍັງມີ ອິດທິພົນ, ມີຄຸນຄ່າ ອັນໃຫຍ່ຫລວງ ສຳລັບການຕໍ່ຕ້ານຮ່ວມຂອງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ.

ນີ້ແມ່ນການຢືນຢັນ ຂອງ ທ່ານ ສຸພານຸວົງ ນາຍົກລັດຖະມົນຕີລາວ ທີ່ຕີພິມລົງ ໜັງສືພີມກອງທັບປະຊາຊົນ ລາວ , ສະບັບລົງວັນທີ 26/4/1954 ໂດຍເນື້ອໃນ ແມ່ນອ້າງອິງ ຈາກໂທລະເລກຂອງແນວໂຮມ ປະເທດຊາດ ເອກະພາບຂະແມ ທີ່ສົ່ງເຖິງບັນດາພະນັກງານ ແລະ ນັກຮົບຫວຽດນາມ ຢູ່ສະໜາມຮົບດ້ຽນບຽນຝູ ເມື່ອເດືອນ 4/1954.ໂດຍກຳລັງປືນໃຫຍ່ ຂອງພວກເຮົາໄດ້ຕໍ່ສູ້ຢ່າງພິລະອາດຫານ ແລະ ຍາດໄດ້ຜົນງານຢ່າງໂດດເດັ່ນ ບໍ່ພຽງແຕ່ເປັນການປົກປັກຮັກສານ່ານຟ້າ, ການໜູນຊ່ວ່ຍ ກຳລັງທະຫານພາກພຶ້ນດິນ ໃນການຕໍ່ສູ້ຢ່າງກ້າຫານ ຫາກຍັງເປັນການປະກອບສ່ວນເຂົ້າໃນການສະກັດກັ້ນ ກອງທັບຝຣັ່ງ ຢູ່ດ້ຽນບຽນຝູ.

ທ່ານສຸພານຸວົງ ກ່າວຄຳປາໄສ ໃນບົດຄວາມ ທີ່ ຕີພິມລົງ ໃນໜັງສືພີມກອງທັບປະຊາຊົນລາວ, ໂດຍມີເນື້ອໃນວ່າ  ທ່ານ ພານຸວົງ ໄດ້ຕາງໜ້າ ໃຫ້ທົ່ວກອງທັບ ແລະ ປວງຊົນລາວ ທົ່ວປະເທດ ຂໍສົ່ງຄຳອວຍພອນ ຢ່າງຈິງໃຈ ແລະ ຊົມເຊີຍ ການໄດ້ຮັບ ໄຊຊະນະ ຂອງ ກອງທັບປະຊາຊົນ ຫວຽດນາມ ໃນບັ້ນຮົບດ້ຽນບຽນຝູ. ກອງທັບລາວ ມີຄວາມຮູ້ສຶກ ປິຕິຍິນດີ ແລະເຊື່ອໝັ້ນ ວ່າ  ຫວຽດນາມ ຕ້ອງໄດ້ຮັບໄຊຊະນະ  ແລະ ສິ່ງດັ່ງກ່າວ ກໍເປັນໄຊຊະນະ ຂອງຕົນເອງ. ນອກນີ້ ທ່ານ ສຸພານຸວົງ ຍັງເນັ້ນໜັກວ່າ ໄຊຊະນະ ດ້ຽນບຽນຝູ ມີອິດທິພົນ ແລະ ມີຄຸນຄ່າ ອັນໃຫຍ່ຫລວງ ຕໍ່ການຕໍ່ສູ້ຮ່ວມຂອງ 3 ປະເທດ ຫວຽດນາມ,ລາວ, ກຳປູເຈຍ ແລະ ການເຄື່ອນໄຫວ ຕໍ່ສູ້ ປົກປັກຮັກສາ ສັນຕີພາບ ຂອງໂລກໃນປັດຈຸບັນ.

ຕາມທັດສະນະ ຂອງ ທ່ານ ສຸພານຸວົງ ລະບຸວ່າ ການໄດ້ຮັບໄຊຊະນະ ດ້ຽນບຽນຝູ ເປັນສິ່ງອຳນວຍຄວາມສະ ດວກຢ່າງຫລວງຫລາຍ ໃຫ້ແກ່ກອງທັບ ແລະ ປະຊາຊົນລາວ ໄດ້ມີບາດກ້າວພັດທະນາ ເພື່ອໃຫ້ໄດ້ຮັບໄຊຊະນະ, ການປັບປຸງເຂດທີ່ໝັ້ນ ຂອງ ເຂດປົດປ່ອຍ,  ຊຸກຍູ້ການສູ້ຮົບ ຂອງກອງທັບຢ່າງຮອບດ້ານ ເພື່ອເກ້າວຂຶ້ນ. ບໍ່ພຽງແຕ່ເທົ່ານັ້ນ , ດ້ຽນບຽນ ຝູໄດ້ຮັບການປົດປ່ອຍ ຈະເປັນການເປີດກວ້າງ ເສັ້ນທາງຊາຍແດນ ລະຫວ່າງ ພາກເໜືອ ປະເທດລາວແລະ ພາກເໜືອ ຂອງຫວຽດນາມ ເຮັດໃຫ້ຄວາມ ສາມັກຄີ ຫວຽດນາມ-ລາວ ນັບມື້ແໜ້ນແຟ້ນ ຂຶ້ນກວ່າເກົ່າອີກ. ໃນຂະນະດຽວກັນ, ທ່ານສຸພານຸວົງ ມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສ ຂອງພັກແຮງງານຫວຽດນາມ ແລະ ປະທານໂຮຈິມິງ, ພ້ອມດ້ວຍນໍ້າໃຈ ສູ້ຮົບຢ່າງພິລະອາດຫານ, ກອງທັບ ແລະ ປະຊາຊົນ ຫວຽດນາມ ຈະຕ້ອງໄດ້ຮັບໄຊຊະນະ  ແລະ ຈະປະຕິບັດໜ້າທີ່ ໃນການທຳລາຍ ກຳລັງສັດຕູ ທັງໝົດ ຢູ່ດ້ຽນບຽນຝູ.

ນອກນັ້ນ, ທ່ານ ສູຸພານຸວົງ ຍັງຢືນຢັນວ່າ ປະຊາຊົນລາວ ແລະ ປະເທດລາວ ໄດ້ຕິດຕາມທຸກເວລາ ກ່ຽວກັບການ ຕໍ່ສູ້ຢ່າງພິລະອາດຫານ ຂອງ ວິລະຊົນ ຫວຽດນາມ, ພ້ອມທັງ ມີຄວາມພະຍາຍາມ ຮໍ່າຮຽນຈາກ ຫວຽດນາມ ແລະ ໃຫ້ຄຳໝັ້ນ ສັນຍາຕໍ່ເພື່ອນມິດວ່າ ຈະສົມທົບຢ່າງແໜ້ນແຟ້ນ ໃນການຕໍ່ສູ້ໃນຄັ້ງນີ້ ດ້ວຍຄວາມມານະ ພະຍາຍາມ ເພີ່ມທະວີບັນດາ ການເຄື່ອນໄຫວ ໃນທຸກດ້ານ, ພັດທະນາ ການຕໍ່ສູ້ຢ່າງເດັດດ່ຽວ, ຊຸກຍູ້ກໍ່ສ້າງ ກຳລັງປະກອບອາວຸດ ຢ່າງຕັ້ງໜ້າ ແລະ ອົບ ຮົມພະນັກງານ ແລະ ອື່ນໆ.ໃນຂະນະດຽວກັນ  ປະຊາຊົນ ກຳປູເຈຍ, ແນວໂຮມປະເທດຊາດ ຂະແມ ໄດ້ສົ່ງໂທລະເລກ ເຖິງບັນດາ ພະນັກງານ ແລະ ນັກຮົບຫວຽດນາມ ຢູ່ໃນບັ້ນຮົບ ດ້ຽນບຽນຝູ ເດືອນ 4/1954.

​ແປ​ຮຽບຮຽງ​ໂດຍ: ດາ​ວັນ

KPL

ຂ່າວອື່ນໆ

ads
ads

Top