ສປຈີນ ຊ່ວຍເຫລືອດ້ານມະນຸດສະທຳ ໄປຍັງ ກາຊາ ເພີ່ມຂຶ້ນ

18/04/2024 19:01
Email Print 220
ຂປລ ສະຖານ ເອກອັກ ຄະລັດຖະທູດ ຈີນ ປະຈຳ ເອຢິບ ເປີດເຜີຍວ່າ: ສິ່ງຂອງ ຊ່ວຍເຫລືອ ດ້ານມະນຸດສະທຳ ທີ່ຈັດສັນ ໂດຍ ລັດຖະບານ ຈີນ ເພື່ອຊາວ ປາເລສຕີນ ຈຳນວນ 2 ຊຸດ ໄດ້ຂົນສົ່ງ ໄປຍັງ ສະໜາມບິນ ອັລ-ອາຣິຊ ແລະ ທ່າກຳປັ່ນ ຊາອິດ ຢູ່ເອຢິບ

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ວັນທີ 17 ເດືອນເມສາ, ສະຖານ​ ເອກ​ອັກ ຄະ​ລັດຖະທູດ ຈີນ ​ປະຈຳ ​ເອຢິບ ​ເປີດ​ເຜີຍ​ວ່າ: ສິ່ງ​ຂອງ ຊ່ວຍ​ເຫລືອ​ ດ້ານ​ມະນຸດສະທຳ ທີ່​ຈັດ​ສັນ ​ໂດຍ​ ລັດຖະບານ ຈີນ ​ເພື່ອ​ຊາ​ວ ປາ​ເລ​ສຕີນ​ ຈຳນວນ 2 ຊຸດ ​ໄດ້​ຂົນ​ສົ່ງ ໄປຍັງ ​ສະໜາມ​ບິນ ​ອັລ-ອາຣິຊ ​ແລະ ທ່າ​ກຳ​ປັ່ນ ​ຊາ​ອິດ ​ຢູ່ເອຢິບ ​ໃນ​ລະຫວ່າງ​ ວັນ​ທີ 18-19 ​ເມສາ​ນີ້. ເຄື່ອງ​ຊ່ວຍ​ເຫລືອ​ ດັ່ງກ່າ​ວ ປະ​ກອບ​ດ້ວຍ ​ເຕັ້ນ, ຜ້າ​ຫົ່ມ, ​ເສື້ອ​ຜ້າ, ຢາປິ່ນປົວ​ພະຍາດ ​ແລະ ​ແປ້​ງປະ​ກອບ​ອາຫານ ​ໂດຍການຂົນ​ສົ່ງ​ ຜ່ານ​ດ່ານ ​ຊາຍ​ແດນ ຣາຟາ. ນອກຈາກນັ້ນ, ​ລັດຖະບານ ຈີນ ຍັງ​ຈະສືບຕໍ່ ໃຫ້​ ຄວາມ​ຊ່ວຍ​ເຫລືອ​ ໃຫ້ປາ​ເລ​ສຕິ​ນ ເພື່ອ​ບັນ​ເທົາ​ສະຖານະ​ການ ດ້ານ​ມະນຸດ ສະທຳ ​ໃນ​ກາຊາ./

KPL

ຂ່າວອື່ນໆ

ads
ads

Top