ຂປລ
ຂປລ. ບັນຍາກາດມື້ທີ 3 ໃນການຫລິ້ນບຸນປີໃໝ່ລາວ ຕາມສະຖານທີ່ວັດວາອາຮາມຫລາຍແຫ່ງ ໃນນະຄອນຫລວງວຽງຈັນ ເຕັມໄປດ້ວຍມວນຊົນມາຈາກທຸກສາລະທິດ ໄດ້ພ້ອມພາກັນເອົານໍ້າອົບນໍ້າຫອມ ແລະ ນ້ຳທີ່ສະອາດ ໄປຫົດສົງຄູບາອາຈານ ແລະ ພະພຸດທະຮູບ ຕາມວັດວາອາຮາມ ຕາມຮີດ 12, ຄອງ 14 ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຢ່າງຖືກຕ້ອງຕາມຮີດຄອງປະເພນີ ດ້ວຍບັນຍາກາດຄຶກຄື້ນ
ຂປລ. ບັນຍາກາດມື້ທີ 3 ໃນການຫລິ້ນບຸນປີໃໝ່ລາວ ຕາມສະຖານທີ່ວັດວາອາຮາມຫລາຍແຫ່ງ ໃນນະຄອນຫລວງວຽງຈັນ ເຕັມໄປດ້ວຍມວນຊົນມາຈາກທຸກສາລະທິດ ໄດ້ພ້ອມພາກັນເອົານໍ້າອົບນໍ້າຫອມ ແລະ ນ້ຳທີ່ສະອາດ ໄປຫົດສົງຄູບາອາຈານ ແລະ ພະພຸດທະຮູບ ຕາມວັດວາອາຮາມ ຕາມຮີດ 12, ຄອງ 14 ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຢ່າງຖືກຕ້ອງຕາມຮີດຄອງປະເພນີ ດ້ວຍບັນຍາກາດຄຶກຄື້ນ, ທັງເປັນການຖືໂອກາດດັ່ງກ່າວ ເພື່ອຂໍພອນໃນໂອກາດບຸນປີໃໝ່ລາວ ພສ 2567 ໃຫ້ມີແຕ່ຄວາມສຸກ ໂຊກດີ, ມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດ ແລະ ຄອບຄົວຕະຫລອດໄປ.
ສຳລັບໃນວັນທີ 15 ເມສາ ນີ້, ບັນຍາກາດ ພາຍໃນວັດຢູ່ນະຄອນ ຫລວງວຽງຈັນ ກໍຄື ວັດແຫ່ງຕ່າງໆໃນຂອບເຂດທົ່ວປະເທດ ພໍ່ແມ່ປະຊາຊົນຊົນ ຕ່າງກໍພາກັນເຂົ້າຫົດສົງ ພະພຸດທະຮູບຢ່າງຫລວງ ຫລາຍ ຊຶ່ງເຕັມໄປດ້ວຍມີບັນຍາກາດທີ່ຄຶກຄື້ນມ່ວນຊື່ນ. ພ້ອມນີ້, ຍັງໄດ້ຈັດໃຫ້ມີການຕັກບາດສະ ຫວັນຄົບອາຍຸ, ການສ່ຽງຊີ ແລະ ອື່ນໆ ໃຫ້ມວນຊົນໄດ້ຖວາຍປັດໄຈ ເພື່ອເຮັດບຸນ ແລະ ຂໍພອນຮັບໂຊກຮັບໄຊ ຕະຫລອດປີໃໝ່ ຕື່ມອີກ.
ຂ່າວ: ສົມຫວັງ
ພາບ: ຂັນໄຊ
KPL