ງານວາງສະແດງເຄື່ອງບໍລິໂພກສາກົນຈີນ ຄັ້ງທີ 4

13/04/2024 15:33
Email Print 486
ຂປລ ງານວາງສະແດງ ເຄື່ອງບໍລິໂພກ ສາກົນຈີນ ຄັ້ງທີ 4 ໄດ້ຈັດຂຶ້ນ ຢູ່ແຂວງໄຫຫລຳຈີນ ພາຍໃຕ້ ຫົວຂໍ້ວ່າ “ຊົມໃຊ້ ໂອກາດການເປີດປະຕູ ຮ່ວມກັນ, ພ້ອມກັນ ສ້າງຊີວິດການເປັນຢູ່ ທີ່ດີງາມ”ເພື່ອເຮັດໃຫ້ ກິດຈະກຳຕ່າງໆ ໃນງານວາງສະແດງ ເຄື່ອງບໍລິໂພກ ຄັ້ງນີ້

    ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ວັນທີ 13 ເມສານີ້, ງານວາງສະແດງ ເຄື່ອງບໍລິໂພກ ສາກົນຈີນ ຄັ້ງທີ 4 ໄດ້ຈັດຂຶ້ນ ຢູ່ແຂວງໄຫຫລຳຈີນ ພາຍໃຕ້ ຫົວຂໍ້ວ່າ ຊົມໃຊ້ ໂອກາດການເປີດປະຕູ ຮ່ວມກັນ, ພ້ອມກັນ ສ້າງຊີວິດການເປັນຢູ່ ທີ່ດີງາມເພື່ອເຮັດໃຫ້ ກິດຈະກຳຕ່າງໆ ໃນງານວາງສະແດງ ເຄື່ອງບໍລິໂພກ ຄັ້ງນີ້ ມີຄວາມສົມບູນ ຂຶ້ນຕື່ມອີກ, ແຂວງໄຫຫລຳຈີນ ຈະຈັດກິດຈະກຳ ດ້ານການທ່ອງທ່ຽວ ວັດທະນະທຳ ແລະ ການບໍລິໂພກ ຢ່າງຫລາກຫລາຍ ສີສັນ ໃຫ້ແກ່ ນັກທຸລະກິດ ທີ່ເຂົ້າຮ່ວມ ງານວາງສະແດງ ແລະ ນັກທ່ອງທ່ຽວ ທັງຫລາຍໃນ 5 ດ້ານ ເຊັ່ນ: ການທ່ຽວຊົມ ທິວທັດທີ່ສວຍງາມການສຳຜັດກັບ ມໍລະດົກ ວັດທະນະທຳ ນາມມະທຳ ແລະ ການກິນອາຫານແຊບຫລາຍໆ ຂອງແຂວງໄຫຫລຳ ເປັນຕົ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top