ກະຊວງ ຮສສ ມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

11/04/2024 13:51
Email Print 666
ຂປລ ຂປລ. ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ(ຮສສ) ຈັດພິທີມອບໃບຢັ້ງຢືນໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ໃບຍ້ອງຍໍກົມກອງ, ບຸກຄົນດີເດັ່ນປະຈຳປີ 2023 ໃນວັນທີ 10 ເມສາ 2024 ໂດຍການເປັນປະທານ ແລະ ມອບ​ໃບ​ຢັ້ງຢືນຂອງ ສະຫາຍ ນາງ ໃບຄຳ ຂັດທິຍະ ກຳມະການ​ສູນ​ກາງ​ພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ



ຂປລ. ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ(ຮສສ) ຈັດພິທີມອບໃບຢັ້ງຢືນໜ່ວຍ ພັກປອດໃສ
, ເຂັ້ມແຂງ, ໜັກແໜ້ນ ແລະ ໃບຍ້ອງຍໍກົມກອງ, ບຸກຄົນດີເດັ່ນປະຈຳປີ 2023 ໃນວັນທີ 10 ເມສາ 2024 ໂດຍການເປັນປະທານ ແລະ ມອບ​ໃບ​ຢັ້ງຢືນຂອງ ສະຫາຍ ນາງ ໃບຄຳ ຂັດທິຍະ ກຳມະການ​ສູນ​ກາງ​ພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຮອງເລຂາຄະນະພັກ, ຄະນະປະຈຳພັກ,  ພ້ອມດ້ວຍຄະນະພັກ, ສະມາຊິກພັກ ພາຍໃນ ແລະ ອອ້ມຂ້າງກະຊວງ ເຂົ້າຮ່ວມ.

ສະຫາຍ ຄຳໄຊ ເຊຍຢິງຢ່າງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ​ໄດ້​ໃຫ້​ຮູ້ວ່າ: ຜ່ານການນຳພາຊີ້ນຳຢ່າງໃກ້ຊິດຂອງຄະນະພັກ, ຄະນະນຳກະຊວງ ຮສສ ໂດຍຖືເອົາວຽກງານດັ່ງກ່າວເປັນໜ້າທີ່ໃຈກາງ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ຊຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ໜ່ວຍງານວິຊາການຊ່ວຍວຽກລົງຊີ້ນຳ ແລະ ແນະນຳວິທີສະຫລຸບ, ວິທີສ້າງແຜນການ, ຊຸກຍູ້, ຕິດຕາມ, ກວດກາປະເມີນການຈັດຕັ້ງປະຕິບັດ ແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕາມ 5 ເນື້ອໃນການຄັດເລືອກກົມ-ກອງ ແລະ ບຸກຄົນດີເດັ່ນ ​ເຊິ່ງປີ 2023 ໄດ້ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ທັງໝົດ 11 ໜ່ວຍພັກ, ຮັບຮອງເອົາຂໍ້ແຂ່ງຂັນຂອງບັນ ດາກົມ-ກອງໄດ້ 12 ພາກສ່ວນ ແລະ ບຸກຄົນທັງໝົດ 468 ທ່ານ. ຜ່ານການຕິດຕາມ, ກວດກາ, ປະເມີນຜົນ ແລະ ຄັດເລືອກສາມາດຮັບຮອງ ໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 7 ໜ່ວຍພັກ ແລະ ກົມ-ກອງດີເດັ່ນປະເພດ 1 ໄດ້ 7 ກົມກອງ ແລະ ບຸກຄົນດີເດັ່ນປະເພດ I ໄດ້ 438 ທ່ານ.

ໂອກາດນີ້, ສະຫາຍ ນາງ ໃບຄຳ ຂັດທິຍະ ໄດ້ໂອ້ລົມ​ໂດຍເນັ້ນໃຫ້ຄະນະພັກ ແຕ່ລະຂັ້ນສຸມໃສ່ເຮັດວຽກງານສຶກອົບຮົມການເມືອງ-ແນວຄິດຢ່າງແຂງແຮງ ຖືເປັນຄວາມຮັບຜິດຊອບໂດຍກົງ ໃນການນຳພາຂອງຕົນ ເພື່ອເປັນປັດໄຈສຳຄັນສອດຫ້ອຍ ໄປທຸກຂົງເຂດການເຄື່ອນໄຫວ ແລະ ມີຄວາມເປັນເອ ກະພາບຕໍ່ບັນດາແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະ ບຽບການຕ່າງໆຂອງລັດ ເພື່ອນຳພາຈັດຕັ້ງປະຕິບັດ ໂດຍໃຫ້ຄະນະພັກແຕ່ລະຂັ້ນ ນຳເອົາບັນດາເອກະສານທີ່ຕິດພັນ ກັບໜ້າທີ່ການເມືອງຂອງຕົນ ມາເຊື່ອມຊຶມຕໍ່ໃຫ້ພະນັກງານ-ສະມາຊິກພັກ ຮັບຮູ້, ເຂົ້າໃຈ, ຄະ ນະພັກແຕ່ລະຂັ້ນຕ້ອງໄດ້ຈັດຕັ້ງຄົ້ນຄ້ວາ, ເຊື່ອມຊຶມ, ກຳແໜ້ນເນື້ອໃນຈິດໃຈແຜນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂໍ້ແຂ່ງຂັນຂອງກົມ-ກອງ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາປະຈຳປີ 2024 ໃຫ້ເລິກເຊິ່ງ ຜັນຂະຫຍາຍໃຫ້ເປັນແຜນງານ, ແຜນການ, ຄາດໝາຍສູ້ຊົນຂອງຄະນະພັກ ແຕ່ລະຂັ້ນໃຫ້ລະອຽດ ພ້ອມທັງນຳພາ-ຊີ້ນຳຈັດຕັ້ງປະຕິບັດ ໃຫ້ຖືເປັນຄວາມຮັບຜິດ ຊອບໂດຍກົງຂອງຄະນະພັກ ແຕ່ລະຂັ້ນມີຜົນສຳເລັດເປັນຢ່າງດີ.

ຂ່າວ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

ads
ads

Top