ອາຊຽນ-ອົດສະຕຣາລີ ກຳນົດວິໄສທັດຍຸດທະສາດຮ່ວມມື

03/04/2024 06:04
Email Print 1343
ຂປລ ການພົວພັນຄູ່ຮ່ວມມືແມ່ນ້ໍາຂອງ- ອົດສະຕຣາລີໄລຍະທີ 2 ນີ້ ຈະຕໍ່ຍອດຈາກການລົງທຶນທີ່ມີຢູ່ແລ້ວຂອງເຮົາເພື່ອສະໜັບສະໜູນການໃຊ້ຊັບພະຍາກອນນ້ຳໃນແມ່ນ້ຳຂອງໃຫ້ຍືນຍົງສຳລັບ ສປປ ລາວ ແລະ ບັນດາປະເທດລຸ່ມແມ່ນ້ຳຂອງ.

*** ຕໍ່ຈາກສະບັບກ່ອນ ***

*ການພົວພັນ ຄູ່ຮ່ວມມື ແມ່ນ້ໍາຂອງ- ອົດສະຕຣາລີ ໄລຍະທີ 2 ນີ້ ຈະຕໍ່ຍອດ ຈາກການລົງທຶນທີ່ມີຢູ່ແລ້ວຂອງເຮົາ ເພື່ອສະໜັບສະໜູນການໃຊ້ຊັບພະຍາກອນນ້ຳ ໃນແມ່ນ້ຳຂອງໃຫ້ຍືນຍົງ ສຳລັບ ສປປ ລາວ ແລະ ບັນດາປະເທດລຸ່ມແມ່ນ້ຳຂອງ. ນອກຈາກນີ້ຍັງໄດ້ປະກາດການລິເລີ່ມໂຄງການຮ່ວມມືສຳລັບພື້ນຖານໂຄງລ່າງໄລຍະທີ 2 ພ້ອມດ້ວຍຄຳໝັ້ນສັນຍາທີ່ຈະລົງທຶນ 140 ລ້ານໂດລາອົດສະຕຣາລີ. ການສະໜັບສະໜູນດັ່ງກ່າວຈະຊ່ວຍຂະຫຍາຍການຮ່ວມມືໃນຂົງເຂດ ພະລັງງານ ແລະ ຄົມມະນາຄົມຂົນສົ່ງ ຢູ່ ສປປ ລາວ. ການເພິ່ມທະວີການຄ້າ ແລະ ການລົງທຶນສອງສົ້ນແມ່ນຫົວຂໍ້ສຳຄັນຂອງກອງປະຊຸມສຸດຍອດສະໄໝພິເສດ ແລະ ທ່ານນາຍົກລັດຖະມົນຕີ ອາບານີຊີ ໄດ້ປະກາດບ້ວງເງິນລົງທຶນຂອງອາຊີຕາເວັນອອກສ່ຽງໃຕ້ ຈຳອກັບລັດຖະບານ ແລະ ພາກເອກະຊົນ ກ່ຽວກັບການຮ່ວມມືດ້ານເສດຖະກິດ.

   

  ຂ້າພະເຈົ້າດີໃຈຫລາຍທີ່ນັກທຸລະກິດດີເດັ່ນ ຈາກ ສປປ ລາວ ແມ່ນທ່ານ ຊາວສ ໂອສເຊີນ ປະທານ AgCoTech ເຊິ່ງທ່ານມີຄວາມຊ່ຽວຊານ ແລະ ຮູ້ຈັກ ສປປ ລາວ ເປັນຢ່າງດີ. AgCo-Tech ເປັນທຸລະກິດກະເສດທີ່ປະດິດສ້າງຂອງອົດສະຕຣາລີ ທີ່ເຮັດວຽກເພື່ອຫລຸດຜ່ອນການປ່ອຍ ກາສມີເທນ ໃນ ສປປ ລາວ. ບໍລິສັດຜະລິດກ້ອນຢາ ສໍາລັບອຸດສາຫະກໍາ-ກະສິກໍາທີ່ຊ່ວຍ ຫລຸດຜ່ອນກາສເຮືອນແກ້ວ ໂດຍການ ຫລຸດຜ່ອນກາສມີເທນ ທີ່ປ່ອຍອອກ ຈາກຄວາຍ ແລະ ເພີ່ມການຜະລິດນົມ ຄວາຍ. ການນຳໃຊ້ເຕັກ ໂນໂລຊີທີ່ທັນ ສ ະໄໝ ເພື່ອສ້າງຜົນ ກະທົບທາງສັງ ຄົມ ແລະ ສະພາບແວດລ້ອມທີ່ດີຂຶ້ນຖືເປັນສິ່ງທີ່ສະແດງໃຫ້ເຫັນວ່າ ບໍລິສັດໃນອົດສະຕຣາລີແມ່ນນຳໃຊ້ປະຕິບັດໄດ້ດີຫລາຍ. ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຕັ້ງໃຈຂອງພວກຂ້າພະເຈົ້າໃນດ້ານສາທາລະນະສຸກ ແລະ ນະວັດຕະກຳທາງວິທະຍາສາດ, ທ່ານລັດຖະມົນຕີແອວບານີຊີໄດ້ປະ ກາດວ່າອົດສະຕຣາລີ ຈະປະກອບສ່ວນສະໜັບສະໜູນທຶນຈຳນວນ 3 ລ້ານໂດລາ ເພື່ອເສີມຂະຫຍາຍໂຄງການ ຄອບຄຸມພະຍາດໄຂ້ເລືອດອອກ ປະຈຳນະຄອນຫລວງວຽງຈັນ ໂດຍການຮ່ວມມືກັບກະຊວງສາທາລະນະສຸກ, ອົງການຊ່ວຍເຫລືອເດັກປະຈຳ ສປປ ລາວ ແລະ ໂຄງການຍຸງລາຍ ໂລກຂອງອົດສະຕຣາລີ.

    ທ່ານນາຍົກແອວບານີຊີ ໄດ້ກ່າວໃນກອງປະຊຸມສຸດຍອດສະໄໝພິເສດຄັ້ງນີ້ວ່າ ມັນໄດ້ສະແດງໃຫ້ເຫັນເຖິງຫລັກໝັ້ນ ຂອງອົດຕຣາລີທີ່ຈະເພີ່ມທະວີການຮ່ວມມືກັບ ສປປ ລາວ ແລະ ອາຊຽນ. ໃນວາລະສະຫລຸບກອງປະຊຸມນີ້, ບັນດາຜູ້ນຳໄດ້ຮັບຮອງເອົາ 2 ເອກະສານຜົນກອງປະຊຸມ. ຖະແຫລງການວິໄສທັດຂອງຜູ້ນຳອາຊຽນ-ອົດສະຕຣາລີ ວ່າດ້ວຍຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ ໄດ້ກຳນົດວິໄສທັດຍຸດທະສາດຮ່ວມກັນໃນ 50 ປີຕໍ່ໜ້າ ໃນຖານະເປັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກຢູ່ໃນພາກພື້ນ. ຖະແຫລງການເມວເບີນວ່າດ້ວຍການຮ່ວມມືເພື່ອອະນາຄົດໄດ້ຢັ້ງຢືນ ເຖິງຄວາມມຸ່ງຫມັ້ນຂອງພວກເຮົາທີ່ຈະເຮັດວຽກຮ່ວມກັນເພື່ອແກ້ໄຂສິ່ງທ້າທາຍ ໃນຂະນະດຽວກັນນີ້ກໍຖືວ່າເປັນໂອກາດທີ່ທຸກຄົນທີ່ອາໃສຢູ່ໃນພາກພ້ືນ ຈະໄດ້ຮັບຜົນປະໂຫຍດນ້ີຮ່ວມກັນ. ເມື່ອກ່າວເຖິງຄຳເຫັນຂອງກອງປະຊຸມ, ຂ້າພະເຈົ້າຖືວ່າເປັນກຽດຫລາຍທ່ີໄດ້ຮັບຟັງນາຍົກລັດຖະມົນຕີ ທ່ານ ສອນໄຊ ປະກາດວ່າ ອົດສະຕຣາລີ ເປັນປະເທດເພື່ອນມິດທີ່ເກົ່າແກ່ ແລະ ສະໜິດສະໜົມທີ່ສຸດຂອງອາຊຽນ, ອົດສະຕຣາລີໃຫ້ຄຳໝັ້ນສັນຍາ ຈະຢືນຄຽງບ່າຄຽງໄລ່ ສປປ ລາວ ໃນທຸກບາດກ້າວ.*** ອ່ານຕໍ່ສະບັບໜ້າ ***

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top