ພື້ນຖານເສດຖະກິດ ດີຈີຕອນ ຫວຽດນາມ ອາດບັນລຸ 39 ຕື້ໂດລາສະຫະລັດໃນປີນີ້

26/11/2025 16:22
ຂປລ ຕາມການລາຍງານ ປະຈຳປີ ເສດຖະກິ ດີຈີຕອນ ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້ (e-Conomy SEA 2025) ຄັ້ງທີ 10 ໂດຍ Google, Temasek ແລະ Bain & Company ປະກາດ ໃນວັນທີ 25 ພະຈິກ, ພື້ນຖານເສດຖະກິດ ດີຈີຕອນ ຫວຽດນາມ ໄດ້ຮັບການ ຄາດຄະເນວ່າ ອາດບັນລຸ 39 ຕື້ໂດລາສະຫະລັດ ຍອດມູນຄ່າສິນຄ້າ ໃນທ້າຍປີ 2025.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ຕາມການລາຍງານ ປະຈຳປີ ເສດຖະກິ ດີຈີຕອນ ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້ (e-Conomy SEA 2025) ຄັ້ງທີ 10 ໂດຍ Google, Temasek ແລະ Bain & Company ປະກາດ ໃນວັນທີ 25 ພະຈິກ, ພື້ນຖານເສດຖະກິດ ດີຈີຕອນ ຫວຽດນາມ ໄດ້ຮັບການ ຄາດຄະເນວ່າ ອາດບັນລຸ 39 ຕື້ໂດລາສະຫະລັດ ຍອດມູນຄ່າສິນຄ້າ ໃນທ້າຍປີ 2025. ບັນດາຂົງເຂດ ຫລັກແຫລ່ງຂອງພື້ນຖານເສດຖະກິດ ດີຈີຕອນ ລ້ວນແຕ່ຮັບຮູ້ ການເຕີບໂຕ ຢູ່ໃນລະດັບສອງຕົວເລກ. ການຄ້າເອເລັກໂຕຣນິກ ໄດ້ປະກອບສ່ວນ ຢ່າງໃຫຍ່ຫລວງ ເຂົ້າໃນຍອດ ມູນຄ່າ ສິນຄ້າຂອງ ສສ ຫວຽດນາມ, ກວມເອົາ 2/3 ຂອບຂະໜາດພື້ນຖານເສດຖະກິດ ດີຈີຕອນ ແລະ ໄດ້ຮັບການຄາດຄະເນວ່າ ເພີ່ມຂຶ້ນ 17%, ບັນລຸ 25 ຕື້ ໂດລາສະຫະລັດ ໃນທ້າຍປີ 2025. ໃນບົດລາຍງານຄັ້ງນີ້, ສສ ຫວຽດນາມ ຢັ້ງຢືນໄດ້ທີ່ຕັ້ງນຳໜ້າ ອາຊີ ຕາເວັນອອກ ສ່ຽງໃຕ້ ກ່ຽວກັບ ລະດັບຄວາມພ້ອມ ແລະ ຄວາມໄວ້ວາງໃຈ ຂອງຜູ້ຊົມໃຊ້ສຳລັບ ບັນຍາປະກິດ(AI). ສິ່ງດັ່ງກ່າວ ໄດ້ສ່ອງແສງຜ່ານ 3 ດັດຊະນີແກ່ນສານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top