ປະທານປະເທດ ຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນລະດັບສູງ

21/11/2025 18:04
ຂປລ ໃນວັນທີ 20 ພະຈິກ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຂັ້ນສູງ ຈາກບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕ້ັງສາກົນ ທ່ີເຂ້ົາຮ່ວມກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV.

      ຂປລ. ໃນວັນທີ 20 ພະຈິກ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຂັ້ນສູງ ຈາກບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕ້ັງສາກົນ ທ່ີເຂ້ົາຮ່ວມກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ເພື່ອລາຍງານຜົນສຳເລັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ພາຍໃຕ້ການນຳພາຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນຮອງປະທານຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ.

     ໃນການຢ້ຽມຂໍ່ານັບຄັ້ງນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານຜົນສຳເລັດຂອງກອງປະຊຸມໂຕະມົນລະດັບສູງ ຄັ້ງທີ XIV ປີ 2025 ຊຶ່ງມີ 4 ຫົວຂໍ້ຫລັກຄື: ກອງປະຊຸມໂຕະມົນ ໄດ້ເປັນເອກະພາບກັນຮັບຮອງ ແລະ ລົງນາມຖະແຫລງການວຽງຈັນ ສະບັບທີ III (2026- 2035); ກອງປະຊຸມໄດ້ສະຫລຸບ ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2020- 2025) ແລະ ນໍາສະເໜີຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026- 2030) ພ້ອມທັງເປັນເອກະພາບສູງ ໃນການເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດ ໂດຍສຸມໃສ່ກໍານົດມາດຕະການ ແລະ ນະໂຍບາຍຢ່າງລະອຽດຈະແຈ້ງ ເພື່ອແນໃສ່ບັນລຸ 6 ເປົ້າໝາຍຂອງແຜນດັ່ງກ່າວ; ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການກະກຽມຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ການຈັດຕັ້ງປະຕິບັດແຜນດຳເນີນງານ ໂດຮາ ສຳລັບປະເທດດ້ອຍພັດທະນາ ຂອງ ສປປ ລາວ, ເພື່ອຮັບປະກັນອະນາຄົດຂອງທຸກຄົນ ດ້ວຍການຊຸກຍູ້ການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດການສະໜອງທຶນ, ການຄຸ້ມຄອງໜີ້ສິນທີ່ຮັດກຸມເພື່ອຄຸ້ມຄອງ-ບໍລິຫານໜີ້ສິນແບບຍືນຍົງ ແລະ ສາມາດສະໜອງງົບປະມານ ໃຫ້ແກ່ຂະແໜງການທີ່ສຳຄັນ ເຊັ່ນ: ຂະແໜງການສຶກສາ ແລະ ສາທາລະນະສຸກອັນເປັນພື້ນຖານສໍາຄັນໃນການຫລຸດພົ້ນອອກຈາກ ສະຖານນະພາບປະເທດດ້ອຍພັດທະນາຂອງ ສປປ ລາວ; ກອງປະຊຸມໄດ້ຮັບຟັງບົດສະເໜີຜົນການປຶກສາຫາລື ໃນເວທີສົນທະນາລະດັບສູງພາຍໃຕ້ຫົວຂໍ້: “ພາຍຫລັງອອກຈາກສະຖານະພາບດ້ອຍພັດທະນາ, ເປີດປະຕູສູ່ແນວທາງໃໝ່ໃນການພັດທະນາ-ການເຕີບໂຕ, ສົ່ງເສີມການມີວຽກເຮັດງານທຳ ແລະ ເຕັກໂນໂລຊີ” ໂດຍການລົງເລິກການເຂົ້າເຖິງເຕັກໂນໂລຊີ ແລະ ການຖ່າຍໂອນຄວາມຮູ້, ການຫັນເປັນສີຂຽວ, ປັນຍາປະດິດກາຍເປັນເຄື່ອງທັນສະໄໝ ແລະ ສຳຄັນ ແລະ ການຄຸ້ມຄອງບໍລິຫານລັດ ແລະ ການເງິນ.

       ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຂອງຄະນະຜູ້ແທນໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ພ້ອມນີ້, ທ່ານຍັງໃຫ້ທິດຊີ້ນຳໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໂຕະ ມົນລະດັບສູງ ຄັ້ງທີ XIV ໃຫ້ເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດໄປສູ່ປະຊາຊົນຢ່າງແທ້ຈິງ.

ຂ່າວ: ກິດຕາ; ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top