ກອງປະຊຸມເວທີປຶກສາຫາລືທຸລະກິດ ພະລັງງານ ຈີນ-ຣັດເຊຍ ຄັ້ງທີ 7

26/11/2025 16:23
ຂປລ ກອງ​ປະ​ຊຸມ​ ເວ​ທີ​ປຶກ​ສາ​ຫາ​ລື​ ທຸ​ລະ​ກິດ ​ພະ​ລັງ​ງານ​ຈີນ-ຣັດ​ເຊຍ​ ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນຫລວງ​ ປັກ​ກິ່ງ. ທ່​ານ ​ສີ ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ ກອງ​ປະ​ຊຸມ​ດັ່ງ​ກ່າວ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 25 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ ເວ​ທີ​ປຶກ​ສາ​ຫາ​ລື​ ທຸ​ລະ​ກິດ ​ພະ​ລັງ​ງານ​ຈີນ-ຣັດ​ເຊຍ​ ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນ ​ຢູ່​ນະ​ຄອນຫລວງ​ ປັກ​ກິ່ງ. ທ່​ານ ​ສີ ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ ກອງ​ປະ​ຊຸມ​ດັ່ງ​ກ່າວ. ເນື້ອ​ໃນ​ສານ​ຊົມ​ເຊີຍ​ ຂອງ​ທ່ານ ​ສີ​ ຈິ້ນ​ຜິງ ​ລະ​ບຸ​ວ່າ: ການ​ຮ່ວມ​ມື ​ດ້ານ​ພະ​ລັງ​ງານ​ລະ​ຫວ່າງ​ ສປ ຈີນ-ຣັດ​ເຊຍ ​ເລີ່ມ​ຕົ້ນ​ມາ ​ແຕ່​ດົນ​ແລ້ວ ແລະ ມີ​ພື້ນ​ຖານ​ທີ່​ດີ, ເປັນ​ແບບ​ຢ່າງ​ ໃນ​ການ​ຮ່ວມ​ມື ​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ໄດ້​ເສີມ​ຂ​ະ​ຫຍາຍ ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ ເຂົ້າ​ໃນ​ການ​ຊຸກ​ຍູ້​ ການ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ສອງ​ປະ​ເທດ ກໍ​ຄື ​ເພີ່ມ​ພູນ​ຄູນ​ສ້າງ​ ຄວາມ​ຜາ​ສຸກ​ ໃຫ້​ແກ່​ ປະ​ຊາ​ຊົນ​ສອງ​ຊາດ ແລະ ສປ ຈີນ​ ຍິນ​ດີ​ຮ່ວມ​ກັບ ​​ຣັດ​ເຊຍ ເພື່ອສືບ​ຕໍ່​ປັບ​ປຸງ​ ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ ດ້ານ​ພະ​ລັງ​ງານ​ ຢ່າງ​ຮອບ​ດ້ານ, ຮ່ວມ​ກັນ​ຮັກ​ສາ​ ຄວາມ​ໝັ້ນ​ທ່ຽງ ແລະ ຄວາມ​ໂລ່ງ​ລ່ຽນ​ ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ ​ພະ​ລັງ​ງານ​ຂອງ​ທົ່ວ​ໂລກ, ຊຸກ​ຍູ້​ການ​ສ້າງ​ລະ​ບົບ​ຄຸ້ມ​ຄອງ​ພະ​ລັງ​ງານ​ທົ່ວ​ໂລກ​ ທີ່​ມີ​ຄວາມ​ຍຸ​ຕິ​ທຳ ຄວາມ​ທ່ຽງ​ທຳ, ດຸ່ນ​ດ່ຽງ ແລະ ສ້າງ​ຜົນ​ປະ​ໂຫຍດ​ ຢ່າງ​ທົ່ວ​ເຖິງກວ່າ​ເກົ່າ, ເພີ່ມ​ຄວາມ​ໝັ້ນ​ທ່ຽງ ຫລາຍກວ່າ​ເກົ່າ​ ເຂົ້າ​ໃນ​ຄວາມ​ໝັ້ນ​ຄົງ ​ດ້ານ​ພະ​ລັ​ງ​ງານ ແລະ ການ​ຫັນ​ປ່ຽນ​ຮູບ​ແບບ ​ການ​ພັດ​ທະ​ນາ​ຕາມ​ທິດ​ສີ​ຂຽວ​ ແລະ ກາກບອນ​ຕ່ຳຂອງ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top