ສປ ຈີນ ຍິງສົ່ງຍານອະວະກາດເສິນໂຈ່ວ 22 ສຳເລັດຜົນ ຢ່າງຈົບງາມ

26/11/2025 16:23
ຂປລ ສປ ຈີນ​ ໄດ້​ຍິງຈະຫລວດ ​ສົ່ງ​ຍານ​ສາງ​ເຈິ່ງ 2F Y22 ທີ່​​ບັນ​ທຸກ ຍານ​ອະ​ວະ​ກາດ​ເສິນ​ໂຈ່ວ 22 ​ຢູ່​​ຖານສົ່ງ​ດາວ​ທຽມ​ ຈິວ​ສວນ, ຫລັງ​ຈາກ​ນັ້ນ ຍານ​ອະ​ວະ​ກາດ ​ໄດ້​ແຍກ​ອອກ​ຈາກ ຈະຫລ​ວດ ​ສົ່ງ​ຍານ ​ຢ່າງ​ສຳ​ເລັດ​ຜົນ ແລະ ເຂົ້າ​ສູ່​ວົງ​ໂຄ​ຈອນ​ ທີ່​ກຳ​ນົດ​ໄວ້, ​ເຮັດ​ໃຫ້ ​ການ​ຍິງ​ສົ່ງ​ຍານ​ຄັ້ງ​ນີ້ ປະ​ສົບ​ຜົນ​ສຳ​ເລັດ ​ຢ່າງ​ຈົບ​ງາມ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ແຫລ່ງ​ຂ່າວ​ຈາກ ​ຫ້ອງ​ການ​ໂຄງ​ການ​ ການ​ບິນ​ອະ​ວະ​ກາດ​ ບັນ​ທຸກ​ຄົນ​ຂອງ ສປ ​ຈີນ ​ໃຫ້​ຮູ້​ວ່າ: ວັນ​ທີ 25 ພະ​ຈິກ​ນີ້, ​ສປ ຈີນ​ ໄດ້​ຍິງຈະຫລວດ ​ສົ່ງ​ຍານ​ສາງ​ເຈິ່ງ 2F Y22 ທີ່​​ບັນ​ທຸກ ຍານ​ອະ​ວະ​ກາດ​ເສິນ​ໂຈ່ວ 22 ​ຢູ່​​ຖານສົ່ງ​ດາວ​ທຽມ​ ຈິວ​ສວນ, ຫລັງ​ຈາກ​ນັ້ນ ຍານ​ອະ​ວະ​ກາດ ​ໄດ້​ແຍກ​ອອກ​ຈາກ ຈະຫລ​ວດ ​ສົ່ງ​ຍານ ​ຢ່າງ​ສຳ​ເລັດ​ຜົນ ແລະ ເຂົ້າ​ສູ່​ວົງ​ໂຄ​ຈອນ​ ທີ່​ກຳ​ນົດ​ໄວ້, ​ເຮັດ​ໃຫ້ ​ການ​ຍິງ​ສົ່ງ​ຍານ​ຄັ້ງ​ນີ້ ປະ​ສົບ​ຜົນ​ສຳ​ເລັດ ​ຢ່າງ​ຈົບ​ງາມ.ນີ້​ແມ່ນ​​ ການ​ຍິງ​ສົ່ງ ​ຍານ​ອະ​ວະ​ກາດ​ຄັ້ງ​ທີ 38 ນັບ​ແຕ່​ ສປ ຈີນ ​ປະ​ຕິ​ບັດ​ໂຄງ​ການ​ ການ​ບິນ​ອະ​ວະ​ກາດ ​ບັນ​ທຸກ​ຄົນ ເປັນ​ຕົ້ນ​ມາ ແລະ ​ເປັນການ​ບິນ ​ຄັ້ງ​ທີ 610 ຂອງ​ຈະຫລວດ ​ສົ່ງ​ຍານ​ລະ​ບົບ​ສາງ​ເຈິ່ງ​ຂອງ​ ສປ ຈີນ. ນອກ​ນີ້ ຍັງ​ເປັນ​ການ​ຍິງ​ສົ່ງ​ຍານ​ອະ​ວະ​ກາດ​ສຸກ​ເສີນ ​ຄັ້ງ​ທຳ​ອິດ ​ຂອງ​ໂຄງ​ການ​ການ​ບິນ​ ບັນ​ທຸກ​ຄົນ​ ຂອງ ສປ ​ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top