ຫົວໜ້າຫ້ອງວ່າການສູນກາງພັກ ເນັ້ນໃຫ້ຄະນະ ບໍລິຫານງານ ສຊປລ ເອົາໃຈໃສ່ຫລາຍບັນຫາ

02/04/2024 19:19
Email Print 618
ຂປລ ຂປລ. ໃນໂອກາດດຳເນີນຕໍ່ກອງປະຊຸມ ສາມັນຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄັ້ງທີ 5 ສະໄໝທີ VIII ໃນວັນທີ 2 ເມສາ 2024 ນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນ ກາງພັກ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ)



ຂປລ. ໃນໂອກາດດຳເນີນຕໍ່ກອງປະຊຸມ ສາມັນຄົບຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄັ້ງທີ
5 ສະໄໝທີ VIII ໃນວັນທີ 2 ເມສາ 2024 ນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນ ກາງພັກ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ສືບຕໍ່ເອົາໃຈໃສ່ຫລາຍບັນຫາສຳຄັນ ເປັນຕົ້ນ ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ວຽກງານປັບປຸງກົງຈັກການຈັດ ຕັ້ງຂອງຕົນໃຫ້ເຂັ້ມ ແຂງ-ໜັກແໜ້ນ, ສືບຕໍ່ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດຢ່າງແຂງແຮງ, ເປັນຮູບປະທໍາຕົວຈິງ ໃນຖັນແຖວຊາວໜຸ່ມ-ໄວໜຸ່ມ ລວມເຖິງການເຄື່ອນໄຫວຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ຕ້ອງຕິດແໜ້ນກັບຮາກຖານແທ້  ໂດຍເລີ່ມຈາກການຕິດຕາມ, ເລືອກ ເຟັ້ນກໍ່ສ້າງສະມາຊິກຊາວໜຸ່ມ ຜູ້ທີ່ໜັກແໜ້ນ, ດີເດັ່ນ, ຈູບຈ້າວຫ້າວຫັນ, ມີຜົນສໍາເລັດ ເພື່ອສະເໜີຢັ້ງຢືນຂະຫຍາຍເຂົ້າໃນການຈັດຕັ້ງພັກ ແລະ ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ ໃນສະພາບປັດຈຸບັນ ທີ່ພວມຜະເຊີນກັບ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ອື່ນໆ.




ພ້ອມນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ເນັ້ນໃຫ້ ຄະນະຊາວໜຸ່ມແຕ່ລະຂັ້ນ ເອົາໃຈໃສ່ປັບ ປຸງກົງຈັກການຈັດຕັ້ງ ໃຫ້ໄປຕາມທິດກະທັດຮັດ
, ສົມເຫດສົມຜົນ, ສອດຄ່ອງຕາມພາລະບົດບາດຂອງຕົນ, ສັບຊ້ອນຕຳແໜ່ງງານໃຫ້ເໝາະສົມກັບຄວາມຮູ້ຄວາມສາມາດ ແລະ ວິຊາສະເພາະຂອງແຕ່ລະສະຫາຍ, ສ້າງກົນໄກການນຳພາ, ແບບແຜນວິທີການເຮັດວຽກ ແລະ ການເຄື່ອນໄຫວຢ່າງມີຈຸມສຸມ ແລະ ມີເປົ້າໝາຍທີ່ລະອຽດຊັດເຈນ ສາມາດຕີລາຄາສະຫລຸບລາຍງານໄດ້, ພ້ອມທັງໃຫ້ເອົາໃຈໃສ່ກໍ່ສ້າງ ຖັນແຖວພະນັກງານ ຊາວໜຸ່ມ, ຖືເອົາບັນຫານີ້ ເປັນຂອດຕັດສິນຜົນໄດ້ຜົນເສຍ ຫລື ສ້າງຄວາມເຂັ້ມແຂງ ຂອງຜູ້ທີ່ເຮັດວຽກ ຊາວໜຸ່ມ-ເຍົາວະຊົນ ໃນສະພາບການໃໝ່. ສະນັ້ນ, ພະນັກງານຕ້ອງໄດ້ຮັບການບຳລຸງສ້າງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນກ່ວາເກົ່າ, ຊອກໄດ້ຜູ້ທີ່ຫ້າວຫັນ, ເດັ່ນແທ້, ມີຄວາມຈົງຮັກພັກດີ ໄປຕາມອຸດົມການຂອງພັກ ເພື່ອຮັບປະກັນກໍ່ສ້າງໃຫ້ເປັນ ພະນັກງານສືບທອດປ່ຽນແທນ ທີ່ມີຄຸນນະພາບ ແລະ ເປັນລະບົບຕໍ່ເນື່ອງ; ເອົາໃຈໃສ່ຊີ້ນໍາຊຸກຍູ້ການກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງຊາວໜຸ່ມໃຫ້ຕໍ່ເນື່ອງ ໂດຍສະເພາະແມ່ນ ດ້ານເນື້ອໃນ ຕ້ອງເລິກເຊິ່ງແທດຕົວຈິງ ແລະ ບຸກທະລຸ ເພື່ອແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ໃນຖັນແຖວຊາວໜຸ່ມ; ເອົາໃຈໃສ່ເລືອກ ເຟັ້ນບຸກຄະລາກອນ ທີ່ຈະປະກອບເຂົ້າໃນຄະນະ ບໍລິຫານງານຊາວໜຸ່ມແຕ່ລະຂັ້ນ ຕ້ອງຮັບປະກັນມາດ ຖານ-ເງື່ອນໄຂ ທີ່ໄດ້ກຳນົດໄວ້, ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດຖືກຕ້ອງ, ກຽມເງື່ອນໄຂໃຫ້ແກ່ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໃນຕໍ່ໜ້າ ແລະ ໃຫ້ສືບຕໍ່ຄົ້ນຄວ້າກະກຽມເງື່ອນໄຂຕ່າງໆ ລວມທັງບຸກຄະລາກອນ ທີ່ຈະປະກອບເຂົ້າໃນ ຄະນະບໍລິຫານງານສະຫະ ພັນຊາວໜຸ່ມລາວ ເພື່ອເປີດກອງປະຊຸມໃຫຍ່ ປະກາດການສ້າງຕັ້ງສະຫະພັນຊາວໜຸ່ມ ໂດຍໄວຕາມມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດ ໃຫ້ສ້າງຕັ້ງສະຫະພັນຊາວໜຸ່ມລາວ; ສືບຕໍ່ເປັນເຈົ້າການໃນການ ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຢ່າງແຂງແຮງ, ເປັນຮູບປະທໍາຕົວຈິງ ໃນຖັນແຖວຊາວໜຸ່ມ-ໄວໜຸ່ມ ໂດຍຖືເອົາຂະບວນການ 4 ບຸກ ຍູ້ແຮງການປະຕິບັດ 2 ວາລະແຫ່ງຊາດ ເຮັດໃຫ້ກາຍເປັນການກະທໍາ, ກາຍເປັນຂະບວນການອັນກວ້າງຂວາງ ແລະ ເລິກເຊິ່ງຂອງຊາວໜຸ່ມ-ເຍົາວະຊົນ ຢ່າງແທ້ຈິງ, ຊາວໜຸ່ມຕ້ອງຕື່ນຕົວເປັນເຈົ້າການ ຈັດຕັ້ງປະຕິບັດມາດຕະ ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ. ພ້ອມນີ້, ການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ຕ້ອງຫັນເປັນແຜນການ, ໂຄງການ ແລະ ກິດຈະກຳອັນລະອຽດ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ສາມາດສະຫລຸບຕີລາຄາແຕ່ລະໄລຍະ ເຫັນຜົນໄດ້ຢ່າງຊັດເຈນ ໂດຍໃຫ້ຖືເອົາຄໍາຂວັນ ປຸກລະດົມທີ່ວ່າ ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ”. ພ້ອມທັງໃຫ້ສ້າງການຫັນປ່ຽນໃໝ່, ຍົກລະດັບຄຸນນະພາບ ການສ້າງຂະບວນການ ຂອງ ຊາວໜຸ່ມລາວ ໂດຍການ ເພີ່ມທະວີປຸກລະດົມ ນໍ້າໃຈອາສາສະມັກ ຂອງກຳລັງຊາວໜຸ່ມໃນທຸກສາຂາອາຊີບ ໂດຍສະເພາະ ຜູ້ເປັນຄູສອນ, ເປັນແພດ-ໝໍ ໃນຂອບເຂດທົ່ວປະເທດ ໃຫ້ມີນໍ້າໃຈເສຍສະລະສູງກວ່າເກົ່າ, ກຽມພ້ອມຕະລຸມບອນ ໃນເວລາທີ່ປະເທດຊາດຮຽກຮ້ອງຕ້ອງການ ໃຫ້ສົມກັບເປັນກຳລັງ ປະຈັນບານ ເປັນແຂນຂວາທີ່ໄວ້ເນື້ອເຊື່ອໃຈຂອງພັກ; ສືບຕໍ່ປຸກລະດົມກໍາລັງແຮງຂອງ ຊາວໜຸ່ມລາວບັນດາເຜົ່າ ເຂົ້າສູ່ຂະບວນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ, ເສີມຂະຫຍາຍມູນເຊື້ອປະຈັນບານ ຂອງຊາວໜຸ່ມແຫ່ງຍຸກສະໄໝ ຊ່ວຍເຫລືອສັງຄົມ; ໃຫ້ສືບຕໍ່ຊຸກຍູ້, ສົ່ງເສີມ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ, ຄະນະທີ່ປຶກສາດ້ານເສດຖະກິດ ຂອງຄະນະເລຂາທິການສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບຊາວໜຸ່ມ ໃນການສົ່ງເສີມການຜະລິດພາຍໃນ ເພື່ອຮັບໃຊ້ ແລະ ສົ່ງອອກຕ່າງປະເທດໃຫ້ຫລາຍຂຶ້ນ ກາຍເປັນກຳລັງແຮງສັງລວມ ຫ້ແກ່ພັກ, ລັດ ກໍຄື ຊາວໜຸ່ມ-ເຍົາວະຊົນລາວ ແລະ ຕັ້ງໜ້າຮັກສາ-ເສີມຂະຫຍາຍມູນເຊື້ອ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ ແລະ ຕ້ານຄ່ານິຍົມ ທີ່ຂັດຕໍ່ກົດໝາຍ ແລະ ລະບຽບການຂອງລັດ.




ພ້ອມກັນນີ້
, ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງສ້າງການຫັນປ່ຽນໃໝ່ ທີ່ແຂງແຮງ ແລະ ເລິກເຊິ່ງ ໃນວຽກງານໂຄສະນາສຶກສາອົບຮົມຊາວໜຸ່ມ ໃຫ້ແທດເໝາະກັບສະພາບການໃນໄລຍະໃໝ່, ການສຶກສາອົບຮົມ ຕ້ອງຕິດພັນກັບຂະບວນການຕົວຈິງໃຫ້ຫລາຍຂຶ້ນ, ມີເນື້ອໃນສອດຄ່ອງກັບຈິດຕະສາດ ຂອງຊາວໜຸ່ມ-ເຍົາວະຊົນ ແລະ ຕ້ອງເຮັດຫລາກຫລາຍຮູບແບບ ເພື່ອດຶງດູດຄວາມສົນໃຈຂອງຊາວໜຸ່ມ ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າຊ່ວຍ ແລະ ນໍາໃຊ້ທ່າແຮງພື້ນຖານໂຄງລ່າງວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມ ທີ່ມີຢູ່ແລ້ວ ສົມທົບກັບສູນກິດຈະກຳຄົບວົງຈອນ ຂອງຊາວໜຸ່ມ ທີ່ບ້ານດົງໝາກຄາຍ ໃຫ້ເກີດປະໂຫຍດສູງສຸດ ເພື່ອສ້າງກິດຈະກໍາ ນຳເອົາຜົນປະໂຫຍດ ແລະ ການພັດທະນາຕົວຈິງມາສູ່ຊາວໜຸ່ມ-ເຍົາວະຊົນລາວ.

ຂ່າວ: ກິດຕາ

ພາບ: ສັນທະນາ

KPL

ຂ່າວອື່ນໆ

    • ຖອດຖອນບົດຮຽນການະຕິບັດ ວິໄສທັດ ແລະ ຍຸດທະສາດການພັດທະນາແຮ່ທາດການເມືອງ

      ຖອດຖອນບົດຮຽນການະຕິບັດ ວິໄສທັດ ແລະ ຍຸດທະສາດການພັດທະນາແຮ່ທາດ

      1/21/2025 2:44:09 PM

      ຂປລ. ກົມຄຸ້ມຄອງບໍ່ແຮ່ ຈັດກອງປະຊຸມເປີດກວ້າງ ເພື່ອສະຫລຸບ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດຕາມວິໄສທັດ ຮອດປີ 2040 ແລະ ຍຸດທະສາດ ການພັດທະນາແຮ່ທາດ ຮອດປີ 2030 ເພື່ອພັດທະນາວຽກງານຂອງຂະແໜງບໍ່ແຮ່ ປະຈຳປີ 2024 ແລະ ວາງແຜນການ ປີ 2025 ວັນທີ 20-21 ມັງກອນ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ພ້ອມພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫລວງໂຕກຽວການເມືອງ

      ນາຍົກລັດຖະມົນຕີ ພ້ອມພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫລວງໂຕກຽວ

      1/21/2025 2:30:37 PM

      ຂປລ. ໃນຕອນເຊົ້າວັນທີ 21 ມັງກອນ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງນະຄອນຫລວງໂຕກຽວ, ປະເທດຍີ່ປຸ່ນ ເພື່ອດໍາເນີນການຢ້ຽມຢາມ ​ແລະ ເຮັດວຽກທາງການ ແຕ່ວັນທີ 21-23 ມັງກອນ 2025 ເຊິ່ງຖືກຕ້ອນຮັບໂດຍ ທ່ານ ມິຢາຊິຕະ ທາດະຢຸກິ (MIYASHITA Tadayuki) ຫົວໜ້າກົມພິທີ ການທູດ, ກະຊວງການຕ່າງປະເທດຍີ່ປຸ່ນ, ພ້ອມດ້ວຍຄະນະນໍາ ແລະ ພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

    • ປະກາດແຕ່ງຕັ້ງກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດຄົນໃໝ່ການເມືອງ

      ປະກາດແຕ່ງຕັ້ງກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດຄົນໃໝ່

      1/21/2025 2:26:11 PM

      ຂປລ. ພິທີປະກາດການແຕ່ງຕັ້ງ ສະຫາຍ ໂພໄຊ ໄຂຄໍາພິທູນ ເປັນກໍາມະການຄະນະບໍລິ ຫານງານພັກແຂວງ, ທັງເປັນກໍາມະການປະຈໍາພັກແຂວງ ແລະ ເປັນຮອງເຈົ້າແຂວງສະຫວັນນະເຂດ (ຄົນໃໝ່) ຈັດ​ຂຶ້ນໃນຕອນບ່າຍວັນທີ 20 ມັງກອນ 2025 ຢູ່ແຂວງສະຫວັນນະເຂດ​ໂດຍ​ມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຈັດຕັ້ງສູນກາງພັກ, ມີ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຂອງແຂວງ ເຂົ້າຮ່ວມ.

    •  ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່ການເມືອງ

      ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່

      1/20/2025 3:25:40 PM

      ຂປລ. ພິທີປະກາດການຈັດຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໂດຍ​ເປັນ​ກຽດ​ເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງ ຫົວໜ້າພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ

    • ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີການເມືອງ

      ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີ

      1/20/2025 3:16:46 PM

      ຂປລ. ໃນ​ວັນ​ທີ 20 ມັງກອນ 2025 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ຄະນະ ໄດ້​ເຂົ້າ​ອວຍພອນ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຮອງ​ປະ ທານ​ຜູ້​ປະຈຳການ ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 76 ປີ.

ads
ads

Top