ສ້າງວິວັດທະນາການພັດທະນາແບບຍືນຍົງໃຫ້ ອາຊຽນ ເປັນຮູບປະທຳ

02/04/2024 23:21
Email Print 1077
ຂປລ ເວທີປາໄສ ອະນາຄົດ ອາຊຽນ 2024 ດ້ວຍຫົວຂໍ້ວ່າ “ສ້າງປະຊາຄົມ ອາຊຽນ ພັດທະນາໄວ, ຍືນຍົງ, ຖືປະຊາຊົນ ເປັນໃຈກາງ” ຈະຖືກຈັດຂຶ້ນ ໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມ ຂອງບັນດາການນຳ ລັດຖະບານ, ບັນດານັກວາງ ນະໂຍບາຍ, ບັນດາ ນັກຊ່ຽວຊານ, ນັກຮຽນຮູ້ ແລະ ຜູ້ຕາງໜ້າຂອງປະຊາຄົມ ວິສາຫະກິດ ມາຈາກ ບັນດາປະເທດ ສະມາຊິກ ອາຊຽນ ພ້ອມກັບ ບັນດາຄູ່ຮ່ວມມື ແລະ ເພື່ອນມິດສາກົນ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເວທີປາໄສ ອະນາຄົດ ອາຊຽນ 2024 ດ້ວຍຫົວຂໍ້ວ່າ “ສ້າງປະຊາຄົມ ອາຊຽນ ພັດທະນາໄວ, ຍືນຍົງ, ຖືປະຊາຊົນ ເປັນໃຈກາງ” ຈະຖືກຈັດຂຶ້ນ ໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມ ຂອງບັນດາການນຳ ລັດຖະບານ, ບັນດານັກວາງ ນະໂຍບາຍ, ບັນດາ ນັກຊ່ຽວຊານ, ນັກຮຽນຮູ້ ແລະ ຜູ້ຕາງໜ້າຂອງປະຊາຄົມ ວິສາຫະກິດ ມາຈາກ ບັນດາປະເທດ ສະມາຊິກ ອາຊຽນ ພ້ອມກັບ ບັນດາຄູ່ຮ່ວມມື ແລະ ເພື່ອນມິດສາກົນ. ນີ້ແມ່ນ ຂໍ້ລິເລີ່ມ ໂດຍ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ສະເໜີ ທີ່ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 43 ຢູ່ ອິນໂດເນເຊຍ (ເດືອນ ກັນຍາ 2023). ເຫດການນີ້ ເພື່ອແນໃສ່ ສ້າງພື້ນຖານ ຫລາຍຝ່າຍ, ຫລາຍຂັ້ນ ແລະ ຫລາຍສົ້ນ ເພື່ອຊຸກຍູ້ ບັນດາການປຶກສາ ຫາລື ເລິກເຊິ່ງ, ກ້ວາງຂວາງ ແລະ ຮອບດ້ານ ກ່ຽວກັບ ບັນດາ ບັນຫາ ສຳຄັນ ສຳລັບ ອະນາຄົດ ແລະ ການພັດທະນາຂອງ ອາຊຽນ. ສຳລັບ ເວທີປາໄສ ຄັ້ງນີ້ ຈະມີຫລາຍແນວ ຄວາມຄິດໃໝ່, ມີລັກສະນະ ປະດິດ ຄິດສ້າງສູງ, ມີລັກສະນະປ່ຽນແປງ ໃໝ່ ເພື່ອສາມາດ ປະກອບສ່ວນ ເຂົ້າໃນວິວັດ ການແລກປ່ຽນ, ປຶກສາຫາລື ໃນຂອບເຂດ ອາຊຽນ, ກໍ່ຄື ອາຊຽນ ແລະ ບັນດາປະເທດ ຄູ່ຮ່ວມມື ຢ່າງເປັນທາງການ. ດ້ວຍເວທີປາໄສ ມີລັກສະນະ ເປີດຄືເວທີປາໄສ ອະນາຄົດ ອາຊຽນ, ດ້ວຍເປົ້າໝາຍ ຈະແຈ້ງ ແມ່ນມຸ່ງໄປເຖິງ ອະນາຄົດ ແລະ ຈະມີບັນດາ ແນວຄວາມຄິດໃໝ່ ເພື່ອໃຫ້ ອາຊຽນ ສາມາດ ສ້າງອະນາຄົດ ຂອງຕົນ ໃນໄລຍະຈະມາເຖິງ ຢ່າງມີປະສິດທິຜົນທີ່ສຸດ ເປັນຮູບປະທຳ, ຕອບສະໜອງ ຜົນປະໂຫຍດ ຂອງແຕ່ລະປະເທດ ສະມາຊິກ ອາຊຽນ ກໍ່ຄື ປະຊາຊົນ ອາຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ


KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top