ຫ້ອງວ່າການກະຊວງປ້ອງກັນປະເທດ ປາຖະກະຖາ 2 ວັນສຳຄັນປະຫວັດສາດ

28/03/2024 13:21
Email Print 286
ຂປລ ຂປລ. ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024), ວັນເສຍອົງຄະ ແລະ ເສຍສະ ຫລະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ (21 ມີນາ 1946-21 ມີນາ 2024) ​ໃນວັນທີ 28 ມີນາ 2024




ຂປລ. ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ
69 ປີ (22 ມີນາ 1955-22 ມີນາ 2024), ວັນເສຍອົງຄະ ແລະ ເສຍສະ ຫລະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ (21 ມີນາ 1946-21 ມີນາ 2024) ​ໃນວັນທີ 28 ມີນາ 2024 ໂດຍການປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫລ້າ ຄະນະປະຈຳພັກຫ້ອງວ່າການ, ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.




ໂອກາດ​ນີ້, ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫລ້າ ໄດ້ຍົກໃຫ້ເຫັນປະຫວັດສາດ
, ມູນເຊື້ອແຫ່ງການກໍາເນີດ ເຕີບໃຫຍ່ຂະຫຍາຍຕົວ, ຄວາມໝາຍຄວາມສໍາຄັນ ແລະ ຜົນສໍາເລັດແຫ່ງການນໍາພາ-ຊີ້ນໍາ ອັນປີຊາສາມາດ ສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ໃນຕະຫລອດໄລຍະ 69 ປີ ທີ່ຜ່ານມາ ພັກໄດ້ນໍາພາປວງຊົນລາວທັງຊາດ ຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງຈັກກະ ພັດຕ່າງດ້າວ ຢ່າງອົງອາດກ້າຫານ ເຕັມໄປດ້ວຍນໍ້າໃຈເສຍສະຫລະອັນສູງສົ່ງ ສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ຈາກນັ້ນພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມີຄວາມສະຫງົບສຸກ, ມີສະຖຽນນະພາບທາງດ້ານການເມືອງ, ເສດຖະກິດມີການ ຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ໜັ້ນທ່ຽງ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ພື້ນຖານໂຄງລ່າງໄດ້ຮັບການພັດທະນາ ແລະ ມີຄວາມສີວິໄລຂຶ້ນເລື້ອຍໆ. ພ້ອມກັນນີ້, ສະຫາຍຍັງໄດ້ຍົກ​ໃຫ້ເຫັນມູນເຊື້ອ, ປະຫວັດຄວາມເປັນມາ, ຄວາມໝາຍຄວາມສໍາຄັນ ຂອງວັນເສຍອົງຄະ ແລະ ວັນເສຍສະຫລະຊີວິດເພື່ອປະເທດຊາດ ເຊິ່ງແມ່ນບັ້ນຮົບໜຶ່ງທີ່ສໍາຄັນໃນປະຫວັດສາດຂອງຊາດລາວ, ເປັນ ວັນຄຽດແຄ້ນຂອງປະຊາຊົນລາວ ຕໍ່ພວກລ່າເມືອງຂຶ້ນແບບເກົ່າ, ທັງເປັນແວ່ນແຍງ ອັນເຫລື້ອມໃສ ຂອງນ້ຳໃຈສູ້ຮົບຢ່າງພິລະອາດຫານ ບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍຄື ການບັນຊາທີ່ເດັດດ່ຽວໜຽວແໜ້ນ ຂອງຄະນະກອງບັນຊາການ ກຳລັງປະກອບອາວຸດຂອງພວກເຮົາ ໂດຍແມ່ນປະ ທານ ສຸພານຸວົງ ເປັນຜູ້ນຳພາ, ບັ້ນຮົບດັ່ງກ່າວ ເຖິງບໍ່ໄດ້ຮັບໄຊຊະນະ ແລະ ຖືກນອງເລືອດ ກໍຕາມ ແຕ່ມັນກໍເປັນການປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກ ຂຶ້ນຢ່າງເປັນຂະບວນ ຕໍ່ສູ້ຕ້ານການຮຸກຮານ ຂອງພວກລ່າ ເມືອງຂຶ້ນແບບເກົ່າ, ພິສູດໃຫ້ເຫັນເຖິງຄວາມສະຫລາດ, ຄວາມເກັ່ງກ້າສາມາດ ແລະ ມີໄຫວພິບໃນການຊີ້ນຳ ແລະ ບັນຊາສູ້ຮົບຂອງກໍາລັງປະຕິວັດລາວ, ສະແດງໃຫ້ປະຊາຊົນລາວ ແລະ ຊາວໂລກເຫັນແຈ້ງເຖິງທາດແທ້ ຄວາມປ່າເຖື່ອນ, ໂຫດຫ້ຽມສາມານ ຂອງພວກລ່າເມືອງຂຶ້ນ ແບບເກົ່າ ທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະແມ່ນຊາວເມືອງທ່າແຂກ ເຊິ່ງກາຍເປັນເຫດການປະຫວັດສາດ ແຫ່ງການຕໍ່ສູ້ພິລະອາດຫານຂອງປະຊາຊົນລາວ ແລະ ກາຍເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ຂອງພວກເຮົາ ກ້າວໄປສູ່ການ ປົດປ່ອຍຊາດຢ່າງສົມບູນ.

ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫລ້າ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ -ຄະນະບັນຊາ, ພະນັກງານ-ນັກຮົບ ຈົ່ງເຊີດຊູນໍ້າໃຈຮັກຊາດອັນສູງສົ່ງ, ເສີມຂະຫຍາຍທາດແທ້ມູນ ເຊື້ອອັນດີງາມຂອງວັນດັ່ງກ່າວ ເພື່ອປົກປັກຮັກສາໝາກຜົນ ຂອງການປະຕິວັດ ແລະ ພ້ອມກັນກ້າວຂຶ້ນ ສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກ ຍາດເອົາໄຊຊະນະມາສູ່ປະເທດຊາດ, ມາສູ່ປະຊາຊົນ ເຮັດໃຫ້ປະເທດຊາດ ໃຫ້ມີຄວາມສະຫງົບ, ສັງຄົມມີຄວາມສິວິໄລ ແລະ ຍຸຕິທຳ ເປັນກ້າວໆ.

ຂ່າວ-ພາບ: ສຸກສາຄອນ ພົງໄຊຜົນ

KPL

ຂ່າວອື່ນໆ

ads
ads

Top