ຟາຍສຽງທີ່ມີພາບເຄື່ອນໄຫວ ສໍາລັບ ວິຊາພາສາອັງກິດຂັ້້ນ ປ5 ສາມາດເຂົ້າເບິ່ງໄດ້ແລ້ວ

27/04/2024 10:52
Email Print 545
ຂປລ ຂປລ. ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບ ສະໜູນຈາກລັດຖະບານອົດສະຕຣາລີ ຜະລິດສື່ການຮຽນການສອນທີ່ເປັນຟາຍສຽງ ທີ່ມີພາບເຄື່ອນໄຫວ ຕາມປຶ້ມແບບ ຮຽນວິຊາພາສາອັງກິດ



ຂປລ. ເມື່ອບໍ່ດົນມານີ້
, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບ ສະໜູນຈາກລັດຖະບານອົດສະຕຣາລີ ຜະລິດສື່ການຮຽນການສອນທີ່ເປັນຟາຍສຽງ ທີ່ມີພາບເຄື່ອນໄຫວ ຕາມປຶ້ມແບບ ຮຽນວິຊາພາສາອັງກິດ ໂດຍມີນັກຮຽນຕ່າງປະເທດຫລາຍຄົນ ອາສາສະໝັກເຂົ້າຮ່ວມບັນທຶກສຽງຄັ້ງນີ້ ເຊິ່ງຈະຊ່ວຍໃຫ້ນັກຮຽນລາວ ຮຽນຮູ້ພາສາອັງກິດແບບມ່ວນຊື່ນ, ພ້ອມທັງຈະໄດ້ຮັບຟັງສຳນຽງ ແບບເຈົ້າຂອງພາສາທີ່ມີຄວາມຫລາກຫລາຍ ໃນການເວົ້າພາສາອັງກິດ.



ຟາຍສຽງທີ່ມີພາບເຄື່ອນໄຫວ ສໍາລັບວິຊາພາສາອັງກິດຂັ້້ນ ປ5
, ປ4, ປ3 ແລະ ຟາຍສຽງວິຊາພາສາລາວ, ດົນຕີ ແລະ ກິລາ ຂອງຂັ້ນ ປ1, ປ2 ແລະ ປ3 ຍັງສາມາດເຂົ້າໄປຟັງໄດ້ທາງ ຊ່ອງຢູທູບ ວິດີໂອສຳລັບການພັດທະນາຄູ (Teacher Development Videos) ພ້ອມທັງຍັງມີອີກຫລາຍໆວິດີໂອ ທີ່ຈະຊ່ວຍໃນການສອນຫລັກສູດສະບັບປັບປຸງໃໝ່.

https://www.youtube.com/playlist?list=PLHgzBq8k1cfKlSKRRTTDmOUeB7OYzcsNz

KPL

ຂ່າວອື່ນໆ

ads
ads

Top