ສະຫລອງວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 69 ປີ

28/03/2024 06:12
Email Print 399
ຂປລ ຫ້ອງວ່າການສູນກາງພັກ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 69 ປີ (24/3/1955-24/3/ 2024) ແລະ ສະຫລຸບຜົນງານປະ ຈໍາປີ 2023 ແລະ ທິດທາງໃນຕໍ່ໜ້າ ໃນວັນທີ 22 ມີນາ 2024 ພາຍໃຕ້ ການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິ ການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີສະຫາຍການນຳຫ້ອງວ່າການ ສູນກາງພັກ, ຕະຫລອດຮອດພະນັກ ງານ-ລັດຖະກອນ ທົ່ວຫ້ອງວ່າການ ສູນກາງພັກ ເຂົ້າຮ່ວມ.

      *ຫ້ອງວ່າການສູນກາງພັກ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງ ຫ້ອງວ່າການສູນກາງພັກ ຄົບຮອບ 69 ປີ (24/3/1955-24/3/ 2024) ແລະ ສະຫລຸບຜົນງານປະຈໍາປີ 2023 ແລະ ທິດທາງໃນຕໍ່ໜ້າໃນວັນທີ 22 ມີນາ 2024 ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີສະຫາຍການນຳຫ້ອງວ່າການສູນກາງພັກ, ຕະຫລອດຮອດພະນັກງານ-ລັດຖະກອນທົ່ວຫ້ອງວ່າການສູນກາງພັກເຂົ້າຮ່ວມ.

    ໃນໂອກາດນີ້, ສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫ້ອງວ່າການສູນກາງພັກໄດ້ສະຫລຸບ ຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2023 ເຊິ່ງ ເຫັນວ່າ 1 ປີ ຜ່ານມາ ສາມາດຍາດໄດ້ຜົນສຳເລັດຫລາຍດ້ານ ເປັນຕົ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຄົ້ນຄວ້າປັບປຸງພາລະບົດບາດຂອງຫ້ອງວ່າການສູນກາງພັກ, ຄົ້ນຄວ້າສ້າງແຜນຝຶກອົບຮົມກໍານົດຕໍາແໜ່ງງານຂອງຫ້ອງວ່າການສູນກາງພັກ; ເອົາໃຈໃສ່ນຳພາ-ຊີ້ນໍາ ການສ້າງແຜນການເຄື່ອນໄຫວວຽກງານຂອງການນຳຂັ້ນສູງຢູ່ພາຍໃນ ແລະ ຕ່າງປະເທດ, ຄ້ົນຄວ້າສ້າງ ແຜນຝຶກອົບຮົມຂຽນກໍານົດຕໍາແໜ່ງ ງານຂອງຫ້ອງວ່າການສູນກາງ  ພັກ, ເປັນເຈົ້າການຄົ້ນຄວ້ານະໂຍ ບາຍຕໍ່ພະນັກງານ-ລັດຖະກອນພາຍ ໃນ ເພື່ອແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດດ້ວຍຫລາຍ ຮູບແບບຕາມຄວາມເໝາະສົມ; ເອົາໃຈໃສ່ຕິດຕາມ, ກວດກາການປັບປຸງກົງຈັກການຈັດຕັ້ງ, ການ ສັບຊ້ອນ-ຈັດວາງພະນັກງານຢູ່ບັນດາກົມ ທີ່ຂຶ້ນກັບຫ້ອງວ່າການສູນກາງພັກເປັນປົກກະຕິ; ໄດ້ເປັນເສນາທິການຊ່ວຍກົມການເມືອງ, ຄະນະເລຂາທິການສູນກາງພັກ ຄົ້ນຄວ້າອອກມະຕິຈຳນວນໜຶ່ງ.

  

  ໃນໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ຫວນຄືນມູນເຊື້ອ ແລະ ຜົນສຳເລັດຂອງຫ້ອງວ່າການສູນກາງພັກຕະຫລອດໄລຍະ 69 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນຄວາມເປັນມາ, ວິລະກຳອັນລ້ຳເລີດ, ຜົນສຳເລັດອັນໃຫຍ່ຫລວງ ແລະ ບົດຮຽນອັນອຸດົມສົມບູນ, ລະອິດລະອ້ຽວ ເຕັມໄປດ້ວຍສິ່ງທ້າທາຍທົດສອບນາໆປະການໃນແຕ່ ລະໄລຍະຂອງຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຫ້ອງວ່າການສູນກາງພັກກໍຄື ການປະຕິບັດໜ້າທີ່ ທີ່ຕິດພັນກັບວຽກງານການເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກໄດ້ຍົກເອົາມູນເຊື້ອທາດແທ້ປະຕິວັດ, ບົດຮຽນຂອງຫ້ອງວ່າການສູນກາງພັກຈຳນວນໜຶ່ງເປັນຕົ້ນບົດບາດຄວາມສຳຄັນ ໃນການເປັນເສນາທິການໃຫ້ກັບສູນກາງພັກ, ໜ້າທີ່ຄວາມຮັບຜິດຊອບ ແລະ ຜົນງານທີ່ຍາດມາໄດ້ຕະລອດໄລຍະ 69 ປີ ທີ່ຜ່ານມາ.

     ພ້ອມນີ້, ສະຫາຍ ທອງ ສະລິດ ມັງໜໍ່ເມກ ຍັງເນັ້ນໃຫ້ຫ້ອງວ່າການສູນກາງພັກສືບຕໍ່ຍູ້ແຮງ ບາງບັນຫາຕົ້ນຕໍເປັນຕົ້ນ ຄະນະພັກທຸກຂັ້ນຕ້ອງເຊີດຊູສະຕິຄວາມຮັບຜິດຊອບ, ເອົາໃຈໃສ່ນໍາພາ-ຊີ້ນໍາສຶກສາອົບຮົມວຽກງານການເມືອງແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ-ພະນັກງານ ທົ່ວຫ້ອງວ່າການສູນກາງພັກຢ່າງໃກ້ຊິດຕິດແທດ ແລະ ລະອຽດ, ແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ; ສ້າງການຫັນປ່ຽນດ້ານວຽກພັກ-ພະນັກງານໃຫ້ມີຄວາມເຂັ້ມແຂງຫລາຍຂຶ້ນກວ່າເກົ່າ, ສ້າງການຫັນປ່ຽນທາງດ້ານຄຸນນະພາບ ໃນຂົງເຂດວຽກງານເສນາທິການຮັບໃຊ້ການນຳຂັ້ນສູງໃຫ້ນັບມື້ນັບເຂັ້ມແຂງຍິ່ງຂຶ້ນ, ຍົກສູງວຽກງານການບໍລິຫານຮັບໃຊ້ ແລະ ຄວາມປອດໄພຂອງການນຳເປັນວຽກບູລິມະສິດ, ເປັນເຈົ້າການຄົ້ນຄວ້າສັງລວມ, ວິເຄາະ, ວິໄຈບັນຫາຍຸດທະສາດຂອງພັກ ຢ່າງເລິກເຊິ່ງ ແລະ ມີວິທະຍາສາດ. ໃນໂອກາດດຽວກັນນີ້, ຍັງໄດ້ມີການມອບ-ຮັບ ນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ໃຫ້ 6 ໜ່ວຍພັກຄື: ໜ່ວຍ ພັກກົມຈັດຕັ້ງ-ພະນັກງານ, ໜ່ວຍພັກກົມກວດກາ, ໜ່ວຍພັກກົມຄົ້ນຄວ້າສັງລວມ, ໜ່ວຍພັກກົມເລຂາ ນຸການ-ການນໍາ, ໜ່ວຍພັກກົມກໍ່ສ້າງຮາກຖານການເມືອງ ແລະ ໜ່ວຍພັກກົມພິພິທະພັນ ໄກສອນ ພົມວິຫານ ແລະ ອານຸສອນສະຖານການນໍາປະຕິວັດ. ພ້ອມນັ້ນ, ກໍໄດ້ຮັບຮອງເອົາແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ຈໍາໜວນ 12 ໜ່ວຍພັກ. ນອກນີ້, ຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ກົມກອງດີເດັ່ນປະເພດ I ຈໍານວນ 6 ກົມ, ປະເພດ II ຈໍານວນ 5 ກົມ; ມອບໃບຍ້ອງຍໍພະແນກດີເດັ່ນປະເພດ I ຈໍານວນ 32 ພະແນກ, ປະເພດ II ມີ 12 ພະແນກ; ບຸກຄົນດີເດັ່ນປະເພດ I ຈໍານວນ 127 ສະຫາຍ, ປະເພດ II ມີ 111 ສະຫຍາຍ ແລະ ປະເພດ III ມີ 34 ສະຫາຍ.

ຂ່າວ: ກິດຕາ; ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top