ເມືອງໝື່ນ ຫວນຄື້ນມູນເຊື້ອ 2 ວັນປະຫວັດສາດ ຂອງພັກ-ຂອງຊາດ

27/03/2024 15:43
Email Print 460
ຂປລ ຂປລ. ​​ແຫ​ລ່ງຂ່າວ​ຈາກ ​ເມືອງ​ໝື່ນ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ເມືອງໝື່ນ ຈັດປາຖະກະຖາ 2 ວັນປະຫວັດສາດ ຄື, ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2023)

 

     ຂປລ. ​​ແຫ​ລ່ງຂ່າວ​ຈາກ ​ເມືອງ​ໝື່ນ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ເມືອງໝື່ນ ຈັດປາຖະກະຖາ 2 ວັນປະຫວັດສາດ ຄື, ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2023) ແລະ ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫລະຊິວິດເພື່ອຊາດ ຄົບຮອບ 78 ປີ (21 ມີນາ 1946 ຫາ 21 ມີນາ 2023) ​ໂດຍ​ການ​ປາຖະກະຖາ​ຂອງ ທ່ານ ພອນເທີດ ສຸຫວັດດີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆໝື່ນ, ມີຄະນະປະຈຳພັກເມືອງ, ຫົວໜ້າຫ້ອງການ ຕະຫລອດຮອດພະນັກງານ-ລັດຖະກອນພາຍໃນເມືອງເຂົ້າຮ່ວມ
   ​ໂອກາດ​ນີ້, ທ່ານ ພອນເທີດ ສຸຫວັດດີ ໄດ້ຍົກໃຫ້ເຫັນ ເຖິງມູນເຊື້ອການກຳເນີດ ແລະ ການຂະຫຍາຍຕົວຂອງພັກ ປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ
69 ປີ ທີ່ຜ່ານມາ ໂດຍສະເພາະແມ່ນການກຳເນີດ, ທາດແທ້ ແລະ ອຸດົມການຂອງພັກ ຜົນງານທີ່ຍາດມາໄດ້ໃນແຕ່ລະໄລຍະ ທັງ​ໄລັຍະປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນລະນຶກເຖິງຄຸນງາມຄວາມດີ, ຂະບວນການຕໍ່ສູ້ອັນພິລະອາດຫານ ແລະ ນໍ້າໃຈເສຍສະຫລະອັນສູງສົ່ງ ຂອງບັນດານັກຮົບທີ່ໄດ້ອຸທິດ ເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ທີ່ມີຫລາຍເຫດການປະຫວັດສາດ ທີ່ປວງຊົນລາວທັງຊາດບໍ່ມີວັນລືມໄດ້.
    ການຈັດ​ປາຖະກະຖາ​ຄັ້ງ​ນີ້, ກໍເພື່ອເປັນການໂຄສະນາສຶກສາອົບຮົມ ໃຫ້ສະມາຊິກພັກ
, ພະນັກ ງານ-ລັດຖະກອນພາຍໃນເມືອງ ຮັບຮູ້, ເຂົ້າໃຈກ່ຽວກັບພາລະບົດບາດ, ຄວາມໝາຍຄວາມສໍາຄັນ, ການເຕີບໃຫຍ່ຂະຫຍາຍຕົວ, ຜົນສໍາເລັດ ແລະ ຜົນງານທີ່ພົ້ນເດັ່ນ ຂອງພັກປະຊາຊົນປະຕິວັດລາວ ໃນການນຳພາຕະຫລອດໄລຍະຜ່ານມາ, ທັງເປັນການຈາລຶກເຖິງບຸນຄຸນ, ຄຸນງາມຄວາມດີຂອງເຫລົ່ານັກຮົບປະຕິວັດລາວ ແລະ ປະຊາຊົນບັນດາເຜົ່າ ທີ່ເສຍສະຫລະຊີວິດ ເພື່ອພາລະກິດປະຕິວັດ.

ຂ່າວ-ພາບ: ນາງ ວັນນາ

KPL

ຂ່າວອື່ນໆ

ads
ads

Top