ກຽມເປີດຂະບວນ ຈົດທະບຽນການເກີດ ຜ່ານລະບົບ ເອເລັກໂຕຣນິກ ຢູ່​ແຂວ​ງຫົວພັນ

27/03/2024 15:37
Email Print 391
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຫົວພັນ ​ໃຫ້​ຮູ້​ວ່າ: ​ໃນລະຫວ່າງວັນທີ 26 ມີນາ ເຖິງ 9 ເມສາ 2024 ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ສົມທົບກັບ ພະແນກພາຍໃນແຂວງຫົວພັນ

 

ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຫົວພັນ ​ໃຫ້​ຮູ້​ວ່າ: ​ໃນລະຫວ່າງວັນທີ 26 ມີນາ ເຖິງ 9 ເມສາ 2024 ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ສົມທົບກັບ ພະແນກພາຍໃນແຂວງຫົວພັນ  ຈະໄດ້ລົງກວດກາການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເປີດຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ.

ການກະກຽມເປີດຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ແມ່ນໄດ້ແບ່ງເປັນ 4 ທີມ ເພື່ອລົງໂຄສະນາເຜີຍແຜ່ ກ່ຽວກັບຄວາມໝາຍຄວາມສໍາຄັນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກການຈົດທະບຽນການເກີດ ເພື່ອປຸກລະດົມປະຊາຊົນ ໃຫ້ມາໃຊ້ບໍລິການຈົດທະບຽນການເກີດຜ່ານລະບົບດັ່ງກ່າວຢ່າງເປັນຂະບວນການ ຢູ່ໃນ 13 ບ້ານຂອງເມືອງຊຳເໜືອ ເຊິ່ງແຕ່ລະທິມ ມີວິຊາການກະຊວງພາຍໃນ, ພະແນກພາຍໃນແຂວງ, ຫ້ອງການພາຍໃນ ເມືອງ, ຂະແໜງການກ່ຽວຂ້ອງ ແລະ ອໍານາດການປົກຄອງຂັ້ນບ້ານ ໃຫ້ຂໍ້ແນະນໍາ ໂດຍນໍາໃຊ້ແຜ່ນພັບ, ໂປສເຕີ ແລະ ຄລິບວິດີໂອ ທີ່ໃຫ້ຄວາມຮູ້ພື້ນຖານເຖິງ ຮູບແບບວິທີການລົງທະບຽນຜົນປະໂຫຍດທີ່ຈະໄດ້ຮັບຈາກການຈົດທະບຽນການເກີດ ແລະ ຄວາມສໍາຄັນຂອງການຈົດທະບຽນ ແລະ ໃບຢັ້ງຢືນການເກີດ.

ຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ແບບເຄື່ອນທີ່ ເພື່ອໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການຂອງພາກລັດ ໄດ້ສະດວກ ແລະ ວ່ອງ ໄວ, ເປັນການເພີ່ມຄວາມເຂົ້າໃຈ ແລະ ປຸກລະດົມຄວາມຕື່ນຕົວຂອງພົນລະເມືອງ ໃຫ້ເຂົ້າມາໃຊ້ ບໍລິການ ຈົດທະບຽນການເກີດ, ປົກປ້ອງສິດຜົນປະໂຫຍດຂອງຕົນເອງ ກໍຄື ບຸກຄົນກ່ຽວຂ້ອງ, ທັງເປັນການເພີ່ມຈໍານວນການຈົດທະບຽນການເກີດ ເຂົ້າລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ໃຫ້ບັນລຸເປົ້າໝາຍ, ໃຫ້ພົນລະເມືອງທຸກຄົນ ໄດ້ຮັບເອກະສານຢັ້ງຢືນສະຖານະພາບ ການເປັນພົນລະເມືອງລາວ ຈາກການຈົດທະບຽນ ແລະ ສາມາດນໍາໃຊ້ຂໍ້ມູນສະຖິຕິພົນລະເມືອງ, ປະກອບ ສ່ວນເຂົ້າໃນການສ້າງນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

KPL

ຂ່າວອື່ນໆ

ads
ads

Top