ມອບ-ຮັບສັນຍາເງິນກູ້ ນະໂຍບາຍ ສິນເຊື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ

27/03/2024 15:20
Email Print 351
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຜົ້ງ​ສາລີ ​ໃຫ້​ຮູ້​ວ່າ: ພິທີມອບ-ຮັບສັນຍາເງິນກູ້ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ ລະຫວ່າງ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງອຸດົມໄຊ ແລະ ທະນາຄານພັດທະນາລາວ ຈໍາກັດ ສາຂາ ແຂວງຜົ້ງສາລີ

 

   ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຜົ້ງ​ສາລີ ​ໃຫ້​ຮູ້​ວ່າ: ພິທີມອບ-ຮັບສັນຍາເງິນກູ້ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ ລະຫວ່າງ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອແຂວງອຸດົມໄຊ ແລະ ທະນາຄານພັດທະນາລາວ ຈໍາກັດ ສາຂາ ແຂວງຜົ້ງສາລີ ຈັດ​ຂຶ້ນ​ໃນວັນທີ 26 ມີນາ 2024 ພາຍໃຕ້ເປັນປະທານຂອງ ທ່ານ ຄໍາເຫລັກ ແສນທະພູມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ,  ມີຄະນະຮັບຜິດຊອບຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
   ໃນພິທີ ທ່ານ ແອ ສ້ອຍສຸວັນ ຕາງໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບສຳນວນເງິນກູ້ ຂອງຫົວໜ່ວຍທຸລະກິດທີ່ສະເໜີຂໍແຫລ່ງທຶນນະໂຍບາຍສິນເຊື່ອ ເພື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ ຜ່ານທະນາຄານການພັດທະນາລາວ ຈຳກັດ ຈຳນວນ
1 ຫົວໜ່ວຍ ຊື່ວິສາຫະກິດສ່ວນບຸກຄົນ ສຸກຈະເລີນ ຟາມລ້ຽງໄກ່ຄົບວົງຈອນ, ທີ່​ໃນວົງເງິນ 2,5 ຕື້ກີບ ​ເຊິ່ງເປົ້າໝາຍນໍາໃຊ້ເງິນກູ້ທຶນໝູນວຽນຊື້ໄກ່ພັນໄຂ່ ແລະ ຫົວອາຫານ, ອັດຕາດອກເບ້ຍ 6%/ປີ, ໄລຍະເວລາກູ້ຢືມ 5 ປີ ຍົກເວັ້ນຄ່າທໍານຽມ ​ໂດຍ​ທະນາຄານໄດ້ມີການປະເມີນຄວາມສ່ຽງສິນເຊື່ອ, ປະກອບເອກະສານຕາມລະບຽບຂອງທະນາຄານ ແລະ ໄດ້ຮັບການອະນຸມັດຈາກສໍານັກງານໃຫຍ່ຂອງທະນາຄານພັດທະນາລາວຈຳກັດ.
    ພ້ອມ​ນີ້,
ທ່ານ ສົມວິໄຊ ຫລວງໄຊສຸກ ຜູ້ຕາງໜ້າຈາກພະແນກຄຸ້ມຄອງການເງິນ ​ໄດ້ຜ່ານສັນຍາເງິນກູ້ລະຫວ່າງສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ ແລະ ທະນາຄານພັດທະນາລາວ ຈຳກັດ. ຈາກນັ້ນ, ຕາງໜ້າທັງສອງຝ່າຍກໍ​ໄດ້ຮ່ວມເຊັນສັນຍາ ແລະ ມອບຮັບຢ່າງເປັນທາງການ.

ຂ່າວ-ພາບ: ສິນນະກອນ ໂນລະສິນ

KPL

ຂ່າວອື່ນໆ

ads
ads

Top