ຫໍພິພິທະພັນແຫ່ງຊາດ ສູນລວມເອກະລັກ ວັດທະນະທຳອັນຍອກຍິ່ງຂອງລາວ

25/03/2024 06:02
Email Print 1668
ຂປລ ຫໍພິພິທະພັນແຫ່ງຊາດ ເມື່ອກ່ອນແມ່ນຫໍວາງສະແດງມູນເຊື້ອ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1980 ເພື່ອສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ ຮອບ 5 ປີ (1975-1980).

     *ຫໍພິພິທະພັນແຫ່ງຊາດ ເມື່ອກ່ອນແມ່ນຫໍວາງສະແດງມູນເຊື້ອ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1980 ເພື່ອສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົຮອບ 5 ປີ (1975-1980). ຕໍ່ມາໄດ້ປ່ຽນເປັນຫໍພິພິທະພັນປະຕິວັດໃນປີ 1985, ມາຮອດປີ 2000 ໄດ້ຍົກລະດັບຂຶ້ນເປັນຫໍພິພິທະພັນແຫ່ງຊາດ ໂດຍນໍາໃຊ້ອາຄານເກົ່າສ້າງຂຶ້ນໃນປີ 1925 ເຊິ່ງເປັນສະຖາປັດຕະຍະກໍາຍຸກອະນານິຄົມ, ເປັນອາຄານທີ່ເຄີຍນໍາໃຊ້ເປັນສະຖານທີ່ປະກາດເອກະລາດ ອະທິປະໄຕ ແຫ່ງຊາດເໜືອການຄອບຄອງຂອງລະບອບອະນານິຄົມຝຣັ່ງບົນຜືນແຜ່ນດິນລາວ ໃນວັນທີ 12 ຕຸລາ 1945, ຕັ້ງຢູ່ຖະໜົນສາມແສນໄທ, ບ້ານອານຸ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ.


      ກ່ອນແມ່ນຫໍວາງສະແດງມູນເຊື້ອ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1980 ເພື່ອສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 5 ປີ (1975-1980). ຕໍ່ມາໄດ້ປ່ຽນເປັນຫໍພິພິທະພັນປະຕິວັດໃນປີ 1985, ມາຮອດປີ 2000 ໄດ້ຍົກລະດັບຂຶ້ນເປັນຫໍພິພິທະພັນ ແຫ່ງຊາດ ໂດຍນໍາໃຊ້ອາຄານເກົ່າສ້າງຂຶ້ນໃນປີ 1925 ເຊິ່ງເປັນສະຖາ ປັດຕະຍະກໍາຍຸກອະນານິຄົມ, ເປັນອາຄານທີ່ເຄີຍນໍາໃຊ້ເປັນສະຖານທີ່ປະກາດເອກະລາດ ອະທິປະໄຕ ແຫ່ງຊາດເໜືອການຄອບຄອງຂອງລະບອບອະນານິຄົມຝຣັ່ງບົນຜືນແຜ່ນດິນລາວ ໃນວັນທີ 12 ຕຸລາ 1945, ຕັ້ງຢູ່ຖະໜົນສາມແສນໄທ, ບ້ານອານຸ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ. ທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະເທດລາວວ່າ: ຫໍພິພິທະພັນແຫ່ງຊາດ ໄດ້ຍ້າຍມາອາຄານຫລັງໃໝ່ໃນປີ 2017 ເຊິ່ງເປັນອາຄານໃໝ່ສ້າງຂຶ້ນໃນປີ 2013 ໃຊ້ເວລາການກ່ໍສ້າງທັງໝົດ 4 ປີ ເພື່ອຕອບສະໜອງນະໂຍບາຍແຫ່ງການອະນຸລັກປົກປັກຮັກສາສືບທອດ ແລະ ສົ່ງເສີມມູນເຊື້ອປະຫວັດສາດ ແລະ ອະລິຍະທໍາອັນດີງາມຂອງຊາດ ທີ່ບັນພະບູລຸດຂອງລາວໄດ້ສ້າງສັນມາໃນອະດີດ ຜ່ານແຕ່ລະຍຸກແຕ່ລະສະໄໝອັນໄດ້ກາຍເປັນມໍລະດົກອັນລໍ້າຄ່າ ແລະ ເປັນເອກະລັກຢັ້ງຢືນຮາກເຫງົ້າທາງວັດທະນະທໍາຂອງປວງຊົນລາວ ທັງຊາດທັງເປັນການປັບປຸງຍົກລະດັບຫໍພິພິທະພັນແຫ່ງຊາດໃຫ້ຮັບປະກັນໄດ້ຄວາມປອດໄພມີຄວາມກວ້າງຂວາງຄວາມທັນສະໄໝ ແລະ ມີເນ້ືອໃນອຸດົມສົມບູນຂ້ຶນເທື່ອລະກ້າວຕາມວິໄສທັດຂອງລັດຖະບານ.


    ຫໍພິພິທະພັນແຫ່ງຊາດ ໄດ້ຈັດວາງສະແດງຕາມໂຄງຮ່າງເນື້ອໃນວາງສະແດງທີ່ໄດ້ກຳນົດຕາມຍຸກສະໄໝ ແລະ ໄລຍະປະຫວັດສາດຊາດລາວ ເຊ່ິງປະກອບມີ 7 ພາກຄື:

   ພາກທີ 1: ແຜ່ນດິນລາວຍຸກດຶກດຳບັນ ຢູ່ໃນຍຸກນີ້ໄດ້ນໍາສະເໜີກ່ຽວກັບທໍລະນີວິທະຍາ, ວິວັດທະນາການທາງບັນພະຊີວິນວິທະຍາ, ການຄົ້ນພົບຊາກໄດໂນເສົາ (ຄົ້ນພົບຢູ່ ແຂວງ ສະຫວັນນະເຂດ) ແລະ ວິວັດທະນາການທາງມະນຸດວິທະຍາ;

   ພາກທີ2: ຍຸກກ່ອນປະຫວັດສາດ ຢູ່ໃນຍຸກນີ້ໄດ້ນໍາສະເໜີກ່ຽວກັບຍຸກຫີນ ແລະ ຍຸກໂລຫະ;

   ພາກທີ 3:  ປະຫວັດສາດຊາດລາວສະໄໝກ່ອນລ້ານຊ້າງ ຢູ່ໃນຍຸກນ້ີໄດ້ນໍາສະເໜີກ່ຽວກັບປະຫວັດສາດຊາດລາວຕອນຕົ້ນສະໄໝສີໂຄດຕະບູນ (ສີໂຄດຕະບອງ-ນໍາສະເໜີສິລະປະມອນ), ສະໄໝຊາຍຟອງ (ນໍາສະເໜີສິລະປະຂອມບູຮານ) ແລະ ກ່ອນການກໍາເນີດອານາຈັກລາວລ້ານຊ້າງ (ນໍາສະເໜີເມືອງບູຮານຄື: ເມືອງຊາຍຟອງບູຮານ, ເມືອງສຸວັນນະໂຄມຄໍາບູຮານ ແລະ ເມືອງໄຜ່ໜາມບູຮານ ແລ້ວປ່ຽນມາເປັນເມືອງວຽງຄໍາ ໃນເວລາຕໍ່ມາ);

   ພາກທີ 4: ປະຫວັດສາດຊາດລາວສະໄໝລ້ານຊ້າງ ຢູ່ໃນຍຸກນີ້ໄດ້ນໍາສະເໜີກ່ຽວກັບອານາຈັກລາວລ້ານຊ້າງສະໄໝຊຽງທອງ ເປັນນະຄອນຫລວງ (ຊຽງທອງປ່ຽນຊື່ມາເປັນເມືອງຫລວງພະບາງໃນເວລາຕໍ່ມາ), ວຽງຈັນ ເປັນນະຄອນຫລວງ, ອານາຈັກລາວລ້ານຊ້າງຖືກແຍກອອກເປັນສາມອານາຈັກ (ອານາຈັກຫລວງພະບາງ, ອານາຈັກວຽງຈັນ ແລະ ອານາຈັກຈໍາປາສັກ) ແລະ ອານາຈັກລາວລ້ານຊ້າງຕົກເປັນປະເທດສະຣາດ (ເມືອງສ່ວຍ) ຂອງສັກດິນາສະຫຍາມ ແຕ່ປີ 1779-1893 ຫລັງຈາກນີ້ອານາຈັກລາວລ້ານຊ້າງແມ່ນກ້າວເຂົ້າສູ່ຍຸກລ່າອານານິຄົມຂອງຕາເວັນຕົກ ແລະ ໃນທີ່ສຸດໄດ້ຕົກເປັນຫົວເມືອງຂ້ຶນຂອງ ພວກລ່າເມືອງແບບເກົ່າ ແລະ ແບບໃໝ່;

   ພາກທທີ 5: ຂະບວນການຕໍ່ສູ້ ເພື່ອເອກະລາດແຫ່ງຊາດຂອງປະຊາຊົນລາວ ຢູ່ໃນຍຸກນີ້ ໄດ້ນໍາສະເໜີກ່ຽວກັບອານາຈັກລາວລ້ານຊ້າງຕົກເປັນຫົວເມືອງຂຶ້ນຂອງພວກລ່າເມືອງຂຶ້ນຝຣັ່ງ, ຂະບວນການຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ຂະບວນການຕໍ່ສູ້ກູ້ຊາດຕ້ານຈັກກະພັດ ອາເມລິກາ ແລະ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງເປັນໄລຍະທີ່ບ້ານເມືອງມີຄວາມສັບສົນວຸ້ນວາຍ ເຮັດໃຫ້ເກີດມີຂະບວນການຕໍ່ຕ້ານ, ຂະບວນການຕໍ່ສູ້ກູ້ຊາດ ແລະ ກ້າວໄປສູ່ການປ່ຽນແປງລະບອບການເມືອງໃນທີ່ສຸດ ແລ້ວນໍາໄປສູ່ການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃນປີ 1975;      

   ພາກ ທີ 6: ການປົກປັກຮັກສາ ແລະ ສ້າງສາປະເທດຊາດພາກນີ້ ໄດ້ນໍາສະເໜີດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ດ້ານວັດທະນະທໍາ-ສັງຄົມ, ດ້ານການເມືອງ ແລະ ດ້ານການຕ່າງປະເທດ;

    ພາກທີ 7: ຊົນເຜົ່າໃນປະເທດລາວພາກນີ້ໄດ້ນໍາສະເໜີກ່ຽວກັບວິຖີຊີວິດຂອງບັນດາຊົນເຜົ່າໃນ 50 ຊົນເຜົ່າ, ຢູ່ໃນ 50 ຊົນເຜົ່ານີ້ໄດ້ແຍກອອກເປັນ 4 ໜວດພາສາ ຄື: ໝວດພາສາລາວ-ໄຕ ລວມມີ 8 ຊົນເຜົ່າ, ຊົນເຜົ່າໝວດພາສາມອນ- ຂະແມ ລວມມີ 33, ຊົນເຜົ່າໝວດ ພາສາຈີນ-ຕິເບດລວມມີ 7 ຊົນເຜົ່າ ແລະ ຊົນເຜົ່າໝວດພາສາມົ້ງ-ອິ້ວ ມຽນລວມມີ 2 ຊົນເຜົ່າ ພາກທີ່ໄດ້ສະເໜີເນື້ອໃນກ່ຽວກັບວິຖີຊີວິດ ຂອງຊົນເຜົ່າທີ່ກ່າວມາທັງຍົກໃຫ້ເຫັນການຕັ້ງພູມລໍາເນົາ, ການຕັ້ງບ້ານເຮືອນ, ການດໍາລົງຊີວິດ,ຮີດຄອງປະເພນີ, ຄວາມເຊື່ອ, ປະເພນີການເກີດ-ການຕາຍ, ປະເພນີການແຕ່ງດອງ-ການສືບຕະກຸນ, ປະເພນີການແຕ່ງກາຍ-ເອ້ຢ້ອງ, ພາສາ ແລະ ສິລະປະວັນນະຄະດີ ແລະ ບຸນປະເພນີທີ່ນອນຢູ່ໃນຮີດສິບສອງທີ່ເປັນມໍຣະດົກນາມມະທໍາ.ເມື່ອທ່ານເຂົ້າມາຢ້ຽມຊົມການວາງສະແດງ ຢູ່ຫໍພິພິທະພັນແຫ່ງຊາດ ຈະໄດ້ຮຽນຮູ້ວັດທະນະທຳທີ່ມີຄວາມຫລາກຫລາຍ, ປະຫວັດສາດຊາດລາວທີ່ໜ້າຄົ້ນຫາ ແລະ ອະລິຍະທໍາ 3000 ປີ ທີ່ບັນພະບູລຸດລາວ ໄດ້ສ້າງໄວ້ໃຫ້ຮຸ່ນລູກ-ຮຸ່ນຫລານສືບທອດຕໍ່ໄປພາຍພາກໜ້າ ຊຶ່ງພາຍໃນມີຫ້ອງວາງສະແດງມີ 5 ຫ້ອງໃຫຍ່ ໃນເນື້ອທີ່ທັງໝົດ 2450 ຕາ ແມັດ. ຫໍພິພິທະພັນແຫ່ງຊາດ ຕັ້ງຢູ່ຖະໜົນໄກສອນ ພົມວິຫານ, ບ້ານ ສີວິໄລ, ເມືອງໄຊທານີ, ນະຄອນ ຫລວງວຽງຈັນ ເປີດບໍລິການໃຫ້ແຂກພາຍໃນ ແລະ ຕ່າງປະເທດ ເຂົ້າຊົມການວາງສະແດງທຸກໆວັນເລີ່ມແຕ່ວັນຈັນ ຫາ ວັນອາທິດ. ເວລາ ເປີດບໍລິການ:8:00-16:00 ໂມງ (ວັນຈັນ - ວັນສຸກ).  ສຳລັບວັນເສົາ- ວັນທິດ ແມ່ນ 9:00-16:00 ໂມງ. ຂະນະທີ່ຄ່າບໍລິການເຂົ້າຊົມຄົນລາວ ແມ່ນ 5.000 ກີບຕໍ່ຄົນ, ຄົນຕ່າງປະເທດ 30.000 ກີບຕໍ່ຄົນ. ທ່ານສາມາດສອບຖາມຂໍ້ມູນໄດ້ທີ່: museuminfo.2020@gmail. com ຫລື ໂທຕິດຕໍ່ພົວພັນໄດ້ທີ່: 856 021 212461; ເຟສບຸກ: ຫໍພິພິທະພັນແຫ່ງຊາດ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ສັບປະດາວັດທະນະທຳຊາວໜຸ່ມຈີນ-ອາຊຽນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ສັບປະດາວັດທະນະທຳຊາວໜຸ່ມຈີນ-ອາຊຽນ ປະຈຳປີ 2026

      11/17/2026 4:23:49 PM

      ນະຄອນຫຼວງວຽງຈັນ ເປັນເຈົ້າພາບຈັດງານສັບປະດາວັດທະນະທຳຊາວໜຸ່ມ ຈີນ-ອາຊຽນ 2026 ພາຍໃຕ້ຫົວຂໍ້: "ການເຊື່ອມໂຍງຂອງຊາວໜຸ່ມ ຮ່ວມກັນສ້າງອະນາຄົດທີ່ຍືນຍົງ"

    • 28 ຕາແສງ ຢູ່ແຂວງອຸດົມໄຊ ໄດ້ຮັບອຸປະກອນໄອທີ ວັດທະນະທຳ-ສັງຄົມ

      28 ຕາແສງ ຢູ່ແຂວງອຸດົມໄຊ ໄດ້ຮັບອຸປະກອນໄອທີ

      11/17/2026 6:20:58 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພິທີມອບ-ຮັບ ອຸປະກອນໄອທີ ໃຫ້ແກ່ຄະນະກຳມະ ການປົກຄອງ 28 ຕາແສງ ພາຍໃນ 7 ເມືອງ ແຂວງອຸດົມໄຊ ຈາກ ຄະນະຈັດຕັ້ງສູນກາງພັກ ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ແຂວງອຸດົມໄຊ ຕາງໜ້າມອບໂດຍ ທ່ານ ດອນ ໄພວົງ ຮອງຄະນະຈັດຕັ້ງສູນກາງ ພັກ ແລະ ຕາງໜ້າຮັບໂດຍຄະນະ ກຳມະການປົກຄອງ 28 ຕາແສງ, ມີ ທ່ານ ວົງສະຫວັນ ໄຊຍະວົງ ປະ ທານຄະນະກຳມະການປົກຄອງ ແຂວງອຸດົມໄຊ ແລະ ພາກສ່ວນທ່ີກ່ຽວຂ້ອງ ເຂົ້າຮ່ວມ.

    • ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວວັດທະນະທຳ-ສັງຄົມ

      ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວ

      11/17/2026 6:15:35 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທ່ານ ທະນູໄຊ ບັນຊາລິດ ປະທານຄະນະກຳມະ ການປົກຄອງແຂວງອັດຕະປື ພ້ອມ ຂະແໜງການທີ່ກ່ຽວຂ້ອງຂອງ ແຂວງ ໄດ້ຕ້ອນຮັບ ທ່ານ ລີ ຈອງ ຮັອບ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມແຫ່ງສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ພ້ອມ ຄະນະ ໃນວັນທີ 11 ພະຈິກ 2026, ທີ່ສຳນັກງານແຂວງອັດຕະປື, ໃນ ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ເພື່ອປຶກສາຫາລື, ແລກປ່ຽນຂໍ້ມູນ ແລະ ຊຸກຍູ້ການຮ່ວມມືດ້ານການພັດ ທະນາໃຫ້ນັບມື້ເລິກເຊິ່ງ ແລະ ເປັນ ຮູບປະທຳຍິ່ງຂຶ້ນ.

    • ເຜີຍແຜນການນຳໃຊ້ດີຈີຕອນ ເພື່ອຄຸ້ມຄອງການເກັບລາຍຮັບຂອງລັດວັດທະນະທຳ-ສັງຄົມ

      ເຜີຍແຜນການນຳໃຊ້ດີຈີຕອນ ເພື່ອຄຸ້ມຄອງການເກັບລາຍຮັບຂອງລັດ

      11/17/2026 6:10:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ໄດ້ເຜີຍແຜ່ ແລະ ແນະນຳການນຳ ໃຊ້ລະບົບຄຸ້ມຄອງໃບເກັບເງິນແບບ ເອເລັກໂຕຣນິກ (E-Tax In-voice) ແລະ ລະບົບຄ່າທຳນຽມ, ຄ່າບໍລິການ (D-Filing) ໃຫ້ພະ ນັກງານທີ່ຮັບຜິດຊອບວຽກງານດັ່ງ ກ່າວ ໃນທົ່ວແຂວງໃນທ້າຍອາທິດ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການ ປົກຄອງແຂວງ, ທ່ານ ຄຳພັນ ພັນ ທຸລັກ ຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍການນຳພະແນກການ ເງິນແຂວງ, ສ່ວຍສາອາກອນ ແຂວງ, ການນຳເມືອງແກ້ວອຸດົມ, ພະນັກງານຈາກພະແນກການ ຕ່າງໆ ແລະ ຕາງໜ້າຫົວໜ່ວຍ ທຸລະກິດເຂົ້າຮ່ວມ.

    • ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້ວັດທະນະທຳ-ສັງຄົມ

      ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

      11/13/2026 10:11:52 AM

      ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 20-24 ພະຈິກ 2026 ໂດຍຈະຈັດຫຼາຍກິດຈະກຳຕິດພັນກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຊຶ່ງມີບັນດາກິດຈະກຳປິ່ນອ້ອມ ຄື: ພິທີກຳທາງພຸດທະສາສະໜາ, ສະແດງສິລະປະ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າຫຼາກຫຼາຍປະເພດ, ຫຼາຍສີສັນ ແລະ ອື່ນໆ.

ads
ads

Top