ຄຕພ ເຊື່ອມຊຶມວັນສຳຄັນຂອງພັກ-ຂອງຊາດ ແລະ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ

22/03/2024 15:47
Email Print 545
ຂປລ ຂປລ. ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຊື່ອມຊຶມເອກະສານເຊັ່ນ: ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69 ປີ; ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນລະນຶກນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ເປີດຂະບວນການແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2024 ຈັດຂຶ້ນໃນວັນທີ 22 ມີນາ 2024.



ຂປລ. ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຈັດປາຖະກະຖາເຊື່ອມຊຶມເອກະສານເຊັ່ນ: ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69 ປີ
; ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນລະນຶກນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ແລະ ເປີດຂະບວນການແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2024 ຈັດຂຶ້ນໃນວັນທີ 22 ມີນາ 2024.

ໃນພິທີ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການກຳເນີດ ແລະ ການຂະຫຍາຍຕົວຂອງພັກ ປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 69 ປີ ທີ່ຜ່ານມາ ໂດຍສະເພາະແມ່ນການກຳເນີດ, ທາດແທ້ ແລະ ອຸດົມການຂອງພັກ ຜົນງານທີ່ຍາດມາໄດ້ໃນແຕ່ລະໄລຍະ ປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງເຫັນໄດ້ວ່າ ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເສດຖະກິດແຫ່ງຊາດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນລາວໄດ້ຮັບການປັບປຸງດີຂຶ້ນ.  ພ້ອມນີ້, ສະຫາຍ ທອງສະຫວັນ ພົມວິຫານ ຍັງຍົກໃຫ້ເຫັນເຖິງການຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າ ຕ້ານກັບພວກລ່າເມືອງຂຶ້ນ ນັບແຕ່ປີ 1930 ເປັນຕົ້ນມາ ໂດຍສະເພາະແມ່ນບັ້ນຮົບປ້ອງກັນເມືອງທ່າແຂກໃນເດືອນມີນາ ປີ 1946 ເຊິ່ງນຳພາການຕໍ່ສູ້ໂດຍ ປະທານ ສຸພານຸວົງ ພາຍຫລັງພວກລ່າເມືອງຂຶ້ນ ແລະ ລູກແລ້ງຕີນມືຂອງ ພວກເຂົາໄດ້ສ້າງໂທດກຳທີ່ບໍ່ມີວັນລືມ  ໃຫ້ແກ່ປະຊາຊົນລາວ, ພວກເຂົາໄດ້ເຂັນຂ້າປະຊາຊົນ, ຂ້າແມ່ມານດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ກະເປົາຖິ້ມລົງນ້ຳຂອງ ແລະ ເອົົາປືນກວາດຍິງໃສ່ຝູງຄົນ ແລ້ວໂຍນລົງນ້ຳຂອງເວລານັ້ນ ນ້ຳຂອງ ເຕັມໄປດ້ວຍເລືອດ ແລະ ຊາກສົບຂອງ ປະຊາຊົນຜູ້ບໍລິສຸດ ທັງແມ່ຍິງ ແລະ ເດັກນ້ອຍ 3.000 ກ່ວາຄົນຖືກຂ້າຕາຍ, ເຮືອນຊານບ້ານຊ່ອງຖືກທຳລາຍ ເປັນຈຳນວນຫລວງຫລາຍ ຄອບຄົວຜົວ-ເມຍ, ພໍ່-ແມ່-ລູກຖືກພັດພາກຈາກກັນ ລູກກາຍເປັນ ລູກກຳພ້າ-ກຳພອຍ ຍ້ອນການກະທຳອັນໄຮ້ມະນຸດສະທຳ ແລະ ໂຫດຮ້າຍປ່າເຖື່ອນດັ່ງກ່າວນັ້ນ ສປປ ລາວ ຈຶ່ງຖືເອົາວັນທີ 21 ມີນາ ເປັນວັນຄຽດແຄ້ນຂອງ ປະຊາຊົນລາວ ຕໍ່ສັດຕູຜູ້ຮຸກຮານ. ພ້ອມນີ້, ພັກ-ລັດ ຍັງໄດ້ກຳນົດເອົາວັນທີ 21 ມີນາ ເປັນວັນລະນຶກເຖິງນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ນັບແຕ່ປີ 2014 ເປັນຕົ້ນມາ. 




ໃນຕອນທ້າຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າ ຄຕພ ມີຄຳເຫັນຕໍ່ພິທີເປີດຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ຮອດປີ 2025 ໂດຍເນັ້ນໃຫ້ບັນດາກົມຖືເອົາ ການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການ ກໍ່ສ້າງໜ່ວຍພັກປອດໃສ
, ເຂັ້ມແຂງ, ໜັກແໜ້ນ ເພື່ອເຮັດໃຫ້ ສອງວຽກດັ່ງກ່າວໄປໃນລວງດຽວກັນ ທີ່ສູນກາງພັກ ແລະ ລັດຖະກອນວາງອອກ.

KPL

ຂ່າວອື່ນໆ

ads
ads

Top