ຂຸນນໍ້າກອງແລງ ສະຖານທີ່ທ່ອງທ່ຽວທຳມະຊາດ ໄດ້ຮັບການພັດທະນາຄົບວົງຈອນ

19/03/2024 05:25
Email Print 3032
ຂປລ ສະຖານທີ່ທ່ອງທ່ຽວທຳມະຊາດຂຸນນໍ້າກອງແລງ ເປັນສະຖານທີ່ທ່ອງທ່ຽວໜຶ່ງ ທີ່ໄດ້ຮັບການພັດທະນາເປັນສະຖານທີ່ທ່ອງທ່ຽວຄົບວົງຈອນລະດັບສາກົນ, ໂດຍມີຫລາກຫລາຍກິດຈະກໍາໄວ້ບໍລິການໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ມີຄວາມສົນໃຈມັກຮັກດ້ານການທ່ອງທ່ຽວທຳມະຊາດ.

    *ສະຖານທີ່ທ່ອງທ່ຽວທຳມະຊາດຂຸນນໍ້າກອງແລງ ເປັນສະຖານທີ່ທ່ອງທ່ຽວໜຶ່ງ ທີ່ໄດ້ຮັບການພັດທະນາເປັນສະຖານທີ່ທ່ອງທ່ຽວຄົບວົງຈອນລະດັບສາກົນ, ໂດຍມີຫລາກຫລາຍກິດຈະກໍາໄວ້ບໍລິການໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ມີຄວາມສົນໃຈມັກຮັກດ້ານການທ່ອງທ່ຽວທຳມະຊາດ.ສະຖານທີ່ດັ່ງກ່າວ, ຕັ້ງຢູ່ບ້ານ ນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເສັ້ນທາງເລກທີ 13 ໃຕ້ ປະມານ 18 ກິໂລແມັດ, ຫ່າງຈາກ ເມືອງທ່າແຂກ 38 ກິໂລແມັດ. ຂຸນນໍ້າກອງແລງ ເປັນບ່ອນກໍາເນີດຂອງນໍ້າກອງແລງ ຊຶ່ງເປັນສາຂາຂອງນໍ້າຄອນແກ້ວ, ເປັນວັງນໍ້າຂຽວມໍລະກົດ, ມີຄວາມກວ້າງປະມານ 70-80 ແມັດມົນທົນ, ເລິກປະມານ 25 ແມັດ, ລັກສະນະຂອງຂຸນກອງແລງແມ່ນເປັນຮູບໜ່ວຍມົນ ຄືກັບກອກສູບຢາ, ທາງພື້ນລຸ່ມນໍ້າມີທາງນໍ້າຢູ່ 1 ທາງ, ມີຄວາມຍາວປະມານ 22 ແມັດ (ສະເພາະບ່ອນທີ່ສາມາດເຂົ້າໄດ້) ອ້ອມຮອບວັງນໍ້າດັ່ງກ່າວແມ່ນເຕັມໄປດ້ວຍຕົ້ນຂະມ້າ.

       ຂຸນນໍ້າກອງແລງແມ່ນ ເອີ້ນຕາມຕຳນານວ່າ: ເມື່ອຮອດເວລາຍາມແລງຂອງທຸກວັນສິນໃນສະໄໝກ່ອນຈະໄດ້ຍິນສຽງດັງຕຶງ... ຄືກັບສຽງກອງແລງທີ່ຄູບາຕີຢູ່ວັດ, ຕາມຄວາມເຊື່ອໃນເມື່ອກ່ອນຄິດວ່າ ແມ່ນຄົນບັງບົດເປັນຜູ້ຕີ ແລະ ຢູ່ບໍລິເວັນຂຸນນໍ້າກອງແລງນີ້ແມ່ນຫ້າມຫາປາ.ອີງຕາມນິທານພື້ນບ້ານກ່ຽວກັບຂຸນກອງແລງໄດ້ເລົ່າວ່າ: ກ່ອນໜ້ານີ້ຫລາຍຮ້ອຍປີຜ່ານມາທີ່ວັດ ບ້ານນາຄື ມີພະອາຈານອົງໜຶ່ງຊື່ວ່າ: ຍາຄູປາກບ້ຽວ ແລະ ຈົວນ້ອຍ ທັງສອງອົງໄດ້ມາອາບນໍ້າຢູ່ໃນຂຸນ ນ້ຳແຫ່ງນີ້, ເມື່ອອາບນໍ້າແລ້ວກໍ່ນັ່ງງອຍງ່າໄມ້ສູບຢາ ພໍດີກອກຢາກ່ໍຫລຸດມືຕົກລົງນໍ້າ, ຍາຄູກໍ່ຄິດເສຍ ດາຍກອກຢານັ້ນ ຈຶ່ງໄດ້ແຕ່ງໃຫ້ຈົວນ້ອຍໄປເອົາຫລອດໄໝນຳຊາວບ້ານໄດ້ 7 ຫລອດມາແລ້ວຍາຄູກໍ່ຈັບສົ້ນໜຶ່ງມຸດລົງໄປໃນພື້ນນໍ້າ ເພື່ອຊອກຫາກອກຢາ, ສ່ວນຈົວນ້ອຍຢູ່ເທິງຖ້າຕໍ່ສົ້ນໄໝໃສ່ຫລອດອື່ນຈົນໝົດ 7 ຫລອດ ພໍດີຍາຄູກໍ່ເຖິງພື້ນນໍ້າ, ຢູ່ຈຸດໃຈກາງຂອງຂຸນນ້ຳນັ້ນຍາຄູໄດ້ພົບທໍ່ແກ້ວໃຫຍ່ອັນໜຶ່ງເປັນສີມໍລະກົດໃສງາມແຕ່ມີນໍ້າຢູ່ທາງໃນໃຫຍ່ເທົ່າກັບກອງດຶກ (ກອງເພນ) ຫລື ກອງແລງທີ່ຄູບາໃຊ້ຕີຢູ່ວັດ ກໍ່ເລີຍຮ້ອງຂຸນນ້ຳແຫ່ງນີ້ວ່າ “ຂຸນນໍ້າກອງແລງ” ຈົນມາຮອດປັດຈຸບັນ.

     ປັດຈຸບັນສະຖານທີ່ດັ່ງກ່າວ, ໄດ້ຖືກພັດທະນາໂດຍ ບໍລິສັດກຣີນເວີ ຈໍາກັດຜູ້ດຽວ ໃນເນື້ອທີ່ປະມານ 67 ເຮັກຕາ ພາຍຫລັງທີ່ພັດທະນາແລ້ວ ຂຸນກອງແລງໄດ້ກາຍເປັນສະຖານທີ່ທ່ອງທ່ຽວແບບຄົບວົງຈອນລະດັບສາກົນ. ປະກອບມີຫລາກຫລາຍກິດຈະກໍາໄວ້ຄອຍບໍລິການແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ສະຖານທີ່ຕາກ ອາກາດ, ກິດຈະກຳປີນຜາ, ລ່ອງ ເຮືອ, ຂີ່ສະລິງ, ຂົວອູ່, ເສັ້ນທາງ ອອບໂຣດ, ຍ່າງປ່າ ແລະ ອື່ນໆ.ຢ່າງໃດກໍຕາມໜັງສືພີມປະເທດລາວ ໂດຍສະເພາະຄໍລຳທ່ອງທ່ຽວເມືອງລາວ ຂໍຝາກເຖິງນັກທ່ອງທ່ຽວທັງຫລາຍທັງພາຍໃນ ແລະ ຕ່າງປະເທດທີ່ມາທ່ອງທ່ຽວສະຖານທີ່ດັ່ງກ່າວ ເອົາໃຈໃສ່ຮັກສາຄວາມສະອາດເປັນສຳຄັນ, ໂດຍບໍ່ຖິ້ມຂີ້ເຫຍື້ອຊະຊາຍ ແລະ ຕ້ອງຖິ້ມໃສ່ຈຸດທີ່ຈັດສັນໄວ້ ເພື່ອເຮັດໃຫ້ສະຖານທ່ອງທ່ຽວມີຄວາມສະອາດສວຍງາມ, ທັງເປັນການຮັກສາສິ່ງແວດລ້ອມໃຫ້ຍືນຍົງຕະຫລອດໄປດ້ວຍຄວາມປາດຖະໜາດີຈາກຄໍລຳທ່ອງທ່ຽວເມືອງລາວ ກໍຄືບໍລິສັດເບຍລາວ ເບຍຂອງຄົນລາວ ຄົນທີ່ຈິງໃຈ.

ບົດໂດຍ: ມະນີລັດ
ພາບ: ແດງສະຫວັດ ແສນພານິດ

KPL

ຂ່າວອື່ນໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

    • 6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບທ່ອງທ່ຽວ

      6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບ

      6/30/2025 1:22:05 PM

      ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ads
ads

Top