ກຳປູເຈຍ ປາບປາມ ບັນດາເສັ້ນທາງ ການສໍ້ໂກງ ທາງອອນລາຍ ຢ່າງຂ້ຽວຂາດ

14/10/2026 16:43
Email Print 115
ຂປລ ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນໃໝ່ ຫລັກ​ໝັ້ນຂອງຕົນ ​ໃນການ​ຕ້ານ​ການສໍ້ໂກງ​ ທາງອອນລາຍ, ໃຫ້ຄຳໝັ້ນ ສັນຍາວ່າ ຈະສືບຕໍ່​ ປ​ະຕິ​ບັດກົດໝາຍ ຢ່າງເຂັ້ມງວດ ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ ສໍ້ໂກງຫລອກລວງ, ​ສັ່ງຟ້ອງ​ບັນ​ດາຫົວໂປ່​ນຳໜ້າ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ່​ຄືອາຍັດຊັບສິນ ຂອງອາດຊະຍາກຳ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນໃໝ່ ຫລັກ​ໝັ້ນຂອງຕົນ ​ໃນການ​ຕ້ານ​ການສໍ້ໂກງ​ ທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່​ ປ​ະຕິ​ບັດກົດໝາຍ ຢ່າງເຂັ້ມງວດ ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ ສໍ້ໂກງຫລອກລວງ, ​ສັ່ງຟ້ອງ​ບັນ​ດາຫົວໂປ່​ນຳໜ້າ ແລະ ຜູ້​ມີ​ສ່ວນ​ກ່ຽວ​ຂ້ອງ, ກໍ່​ຄືອາຍັດຊັບສິນ ຂອງອາດຊະຍາກຳ. ຂໍ້ມູນ​ດັ່ງ​ກ່າວໂດຍ ທ່ານ ໄຊສິນາຣິດ(Chhay Sinarith), ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ, ທັງ​ເປັນ​ຫົວ​ໜ້າ ຄະນະກຳມະການຕ້ານການສໍ້ໂກງ ທາງອອນລາຍ (CCOS) ໄດ້ຊີ້ໃຫ້ເຫັນວ່າ: ກຸ່ມຕ້ານການສໍ້ໂກງ ​ທາງ​ອອນລາຍ ລະດັບ​ຊາດ ​ ໄດ້​ຜັນ​ຂະ​ຫຍາຍ​ ບັນ​ດາ​ມາດຕະການ ດ້ານນິຕິກຳ ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ ທີ່​ຖືກສົງໄສ, ລວມທັງ ການບຸກເຂົ້າ​ ບັນ​ດາສະຖານທີ່, ສັ່ງ​ຟ້ອງ​ ຕໍ່ຜູ້ທີ່​ມີ​ສ່ວນກ່ຽວຂ້ອງ ແລະ ​ສືບ​ຕໍ່ສືບສວນ ​ບັນ​ດາຄະດີ ທີ່​ພວມຖືກ ດຳເນີນຄະດີ ຢູ່ສານ. ກ່ຽວຂ້ອງ ເຖິງເຂດພັດທະນາ​ ອ່າວລອງເບ(Long Bay) ​ຢູ່ແຂວງ ກະກົງ(Koh Kong),ພ້ອມທັງໄດ້ເນັ້ນ ໄດ້ເນັ້ນໜັກວ່າ ​ອຳ​ນາດ​ ການ​ປົກ​ຄອງ ກຳປູເຈຍ ບໍ່ອະນຸຍາດໃຫ້ເຂດນີ້ ​ເຄື່ອນ​ໄຫວ ​ຄື​ດັ່ງ​ຮາກ​ຖານ ສຳລັບ ການສໍ້ໂກງ ​ໂດຍ​ອີງ​ໃສ່ ເຕັກໂນໂລຢີ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top