ຂປລ
ບົດລາຍງານຫລ້າສຸດ ຂອງທະນາຄານ United Overseas Bank (UOB) ຂອງ ສິງກະໂປ ໄດ້ຍົກລະດັບ ຄາດຄະເນ ການເຕີບໂຕໃນປີ 2026 ຂອງ ສສ ຫວຽດນາມ ແຕ່ 8,5% ຂຶ້ນເປັນ 9,2%.
ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ບົດລາຍງານຫລ້າສຸດ ຂອງທະນາຄານ United Overseas Bank (UOB) ຂອງ ສິງກະໂປ ໄດ້ຍົກລະດັບ ຄາດຄະເນ ການເຕີບໂຕໃນປີ 2026 ຂອງ ສສ ຫວຽດນາມ ແຕ່ 8,5% ຂຶ້ນເປັນ 9,2%.ໃນໄລຍະ 9 ເດືອນຂອງປີນີ້, ອຸດສາຫະກຳ ແລະ ການກໍ່ສ້າງ ເພີ່ມຂຶ້ນກວ່າ 11%, ປະກອບເກືອບ 50% ເຂົ້າລະດັບ ການເພີ່ມຍອດ ມູນຄ່າເພີ່ມ ຂອງພື້ນຖານເສດຖະກິດ, ສູງກວ່າການບໍລິການ. ໃນຂະນະນັ້ນ, ຂະແໜງ ເອເລັກໂຕຣນິກ ຮັກສາບົດບາດເສົາຄ້ຳ, ດ້ວຍວົງເງິນ ການສົ່ງອອກ ຄອມພິວເຕີ, ຜະລິດຕະພັນເອເລັກໂຕຣນິກ ແລະ ເຄື່ອງອາໄຫລ່ ຮອດກາງເດືອນກັນຍາ ບັນລຸປະມານ 111 ຕື້ໂດລາສະຫະລັດ. ການເຕີບໂຕ ໃນໄຕມາດ IV ອາດຈະບັນລຸ ປະມານ 9,7%, ໄດ້ໜູນຊ່ວຍ ຍ້ອນການຍູ້ແຮງ ການປ່ອຍເງິນ ລົງທຶນຂອງລັດ ໃນໄລຍະທ້າຍປີ, ຊ່ວຍໃຫ້ລະດັບ GDP ບັນລຸ 9,2%./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL