ອີຢູ ຊຸກຍູ້ວິວັດການເຂົ້າເປັນສະມາຊິກຂອງ ອູແກຣນ

14/10/2026 16:53
Email Print 132
ຂປລ ສະ​ຫະ​ພາບ ເອີຣົບ (ອີ​ຢູ) ໄດ້​ເປີດຕື່ມ 2 ກຸ່ມ​ເຈ​ລະ​ຈາ ກ່ຽວຂ້ອງເຖິງ ການ​ຮັບເຂົ້າ​ ເປັນ​ສະ​ມາ​ຊິກ​ກັບ ອູແກຣນ, ພາຍ​ຫລັງ ​ທີ່​ສະ​ພາ​ແຫ່ງ​ຊາດປະເທດນີ້​ ໄດ້​ຮັບ​ຮອງ​ເອົາກົດໝາຍ ວ່າ​ດ້ວຍ​ ການປົກ​ປ້ອງສິດ ດ້ານການສຶກສາ ຂອງ​ບັນ​ດາຊົນເຜົ່າສ່ວນໜ້ອຍ, ລວມທັງ ການສຶກສາ ດ້​ວຍພາສາ ຮົງກາຣີ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ວັນ​ທີ 13 ຕຸ​ລາ, ສະ​ຫະ​ພາບ ເອີຣົບ (ອີ​ຢູ) ໄດ້​ເປີດຕື່ມ 2 ກຸ່ມ​ເຈ​ລະ​ຈາ ກ່ຽວຂ້ອງເຖິງ ການ​ຮັບເຂົ້າ​ ເປັນ​ສະ​ມາ​ຊິກ​ກັບ ອູແກຣນ, ພາຍ​ຫລັງ ​ທີ່​ສະ​ພາ​ແຫ່ງ​ຊາດປະເທດນີ້​ ໄດ້​ຮັບ​ຮອງ​ເອົາກົດໝາຍ ວ່າ​ດ້ວຍ​ ການປົກ​ປ້ອງສິດ ດ້ານການສຶກສາ ຂອງ​ບັນ​ດາຊົນເຜົ່າສ່ວນໜ້ອຍ, ລວມທັງ ການສຶກສາ ດ້​ວຍພາສາ ຮົງກາຣີ. ການ​ຕັດ​ສິນ​ໃຈນີ້ ໄດ້​ແກ້ໄຂ​ສິ່ງ​ກີດ​ຂວາງ, ເປີດ​ຊ່ອງທາງ ໃຫ້ແກ່ວິ​ວັດ​ການເຂົ້າ​ເປັນ​ສະ​ມາ​ຊິກ ​ອີ​ຢູ ຂອງ ​ກີ​ແອັບ.ກ່າວຄຳເຫັນ ຕໍ່ສື່ມວນຊົນ, ທ່ານ ໂທມາສ ເບີນ(Thomas Byrne), ລັດຖະມົນຕີ​ ກະ​ຊວງ​ການຕ່າງປະເທດ, ຮັບ​ຜິດ​ຊອບ​ບັນ​ຫາ ເອີຣົບ ແລະ ການປ້ອງກັນ​ຊາດຂອງ ອຽກ​ລັງ, ເຊິ່ງເປັນປະເທດດຳລົງຕຳແໜ່ງ ປະທານໝູນວຽນຂອງ ​ອີ​ຢູ, ​ໃຫ້​ຮູ້ວ່າ ອີ​ຢູ ແລະ ອູແກຣນ ໄດ້ກ້າວໄປຕື່ມ ບາດກ້າວ​ໜຶ່ງ ​ທີ່ສຳຄັນໃນ​ວິ​ວັດ​ການ ການ ເຂົ້າເປັນ​ສະ​ມາ​ຊິກ ດ້ວຍ​ການ​ເປີດ 2 ກຸ່ມເຈລະຈາລວມ​ມີ: "ຕະຫລາດພາຍໃນ" ແລະ "​ກຳ​ລັງ​ແກ່ງ​ແຍ້ງ ແລະ ການເຕີບ​ໂຕຢ່າງ​ຮອບ​ດ້ານ".ວົງ​ການ​ເຈົ້າ​ໜ້າ​ທີ່ ເອີ​ລົບ ກໍ່​ຊົມ​ເຊີຍ ​ຂໍ້​ຕົກ​ລົງຂອງ ບັນດາ ປະເທດ ສະມາ ຊິກ ​ອີ​ຢູ ​ກ່ຽວ​ກັບ​ການເປີດ 2 ກຸ່ມເຈລະຈາກັບ ອູແກຣນ, ​ພ້ອມ​ກັນ​ນັ້ນ​ ກໍ່ສະ​ແດງ​ ຄວາມ​ປາດ​ຖະ​ໜາ ຢາກ​ຜັນ​ຂະ​ຫຍາຍ ​ບັນ​ດາກຸ່ມເຈລະຈາ ທີ່ຍັງເຫລືອ​ໂດຍ​ໄວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top