ຈັດກອງປະຊຸມ ວຽກງານກ່ຽວກັບ ແຫລ່ງບູຮານຄະດີ ຂະໜາດໃຫຍ່ ທົ່ວປະເທດຈີນ

14/10/2026 15:38
ຂປລ ກອງປະຊຸມ ວຽກງານ ກ່ຽວກັບ ແຫລ່ງບູຮານຄະດີ ຂະໜາດໃຫຍ່ ທົ່ວປະເທດຈີນ ຈັດຂຶ້ນຢູ່ນະຄອນ ເຈີ້ງໂຈ່ວ ແຂວງເຮີນານ. ແຫລ່ງບູຮານຄະດີ ຂະໜາດໃຫຍ່ ແມ່ນຊັບພະຍາກອນ ວັດທະນະທຳ ອັນສຳຄັນແຫ່ງຊາດຈີນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 13 ຕຸລານີ້,ກອງປະຊຸມ ວຽກງານ ກ່ຽວກັບ ແຫລ່ງບູຮານຄະດີ ຂະໜາດໃຫຍ່ ທົ່ວປະເທດຈີນ ຈັດຂຶ້ນຢູ່ນະຄອນ ເຈີ້ງໂຈ່ວ ແຂວງເຮີນານ. ແຫລ່ງບູຮານຄະດີ ຂະໜາດໃຫຍ່ ແມ່ນຊັບພະຍາກອນ ວັດທະນະທຳ ອັນສຳຄັນແຫ່ງຊາດຈີນ. ອົງການ ມໍລະດົກ ວັດທະນະທຳ ແຫ່ງຊາດຈີນ ໄດ້ຄັດເລືອກ ແຫລ່ງບູຮານຄະດີ 150 ແຫ່ງ ທີ່ເປັນຕົວແທນແຫລ່ງ ບູຮານ ຄະດີ  ແລະ ສຸສານບູຮານ 330,000 ກວ່າແຫ່ງ ໃນທົ່ວປະເທດຈີນ. ແຫລ່ງບູຮານຄະດີຂະໜາດໃຫຍ່ ໝາຍເຖິງ ຮ່ອງຮອຍຂອງເຂດຕັ້ງຖິ່ນຖານ ຂະໜາດໃຫຍ່, ຕົວເມືອງ, ພະລາຊະວັງ ແລະ ສຸສານ ເປັນຕົ້ນ ທີ່ມີຈຸດພິເສດ ຂະໜາດໃຫຍ່,ມີມູນຄຸນຄ່າສູງ ແລະ ມີຜົນສະທ້ອນ ອັນເລິກເຊິ່ງ ຍາວນານ,ແມ່ນຊັບພະຍາກອນວັດຖຸບູຮານຫລັກ ທີ່ຢືນຢັນຈີນ ມີປະຫວັດສາດ ມະນຸດລ້ານປີ, ປະຫວັດສາດ ວັດທະນະທຳ ໝື່ນປີ ແລະ ປະຫວັດສາດ ອະລິຍະທຳ 5 ພັນກວ່າປີ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top