ຂປລ
ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ໂຟເຣ ເອັສໂຊຊິມນາ ນາຊິງເບ ປະທານສະພາ ລັດຖະມົນຕີ ໂຕໂກ ທີ່ມາຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫລວງປັກກິ່ງ ແລະ ໄດ້ສະເໜີຫລັກການ 4 ຂໍ້ ຕໍ່ການເຂົ້າຮ່ວມ ຢ່າງສ້າງສັນຂອງທຸກຝ່າຍ ໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງ ອາຟຣິ ກາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 13 ຕຸລານີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ໂຟເຣ ເອັສໂຊຊິມນາ ນາຊິງເບ ປະທານສະພາ ລັດຖະມົນຕີ ໂຕໂກ ທີ່ມາຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫລວງປັກກິ່ງ ແລະ ໄດ້ສະເໜີຫລັກການ 4 ຂໍ້ ຕໍ່ການເຂົ້າຮ່ວມ ຢ່າງສ້າງສັນຂອງທຸກຝ່າຍ ໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງ ອາຟຣິກາ ຄື: ໜຶ່ງ ຍຶດໝັ້ນຄວາມເປັນຜູ້ນຳ ຂອງອາຟຣິກາ. ປະຊາຊົນອາຟຣິກາ ແມ່ນເຈົ້າ ຂອງທີ່ແທ້ຈິງ ຂອງອາຟຣິກາ ແລະ ຄວນມີບົດບາດຫລັກໃນກິດຈະການ ລະດັບພາກພື້ນ. ສອງ ປົກປັກຮັກສາ ຄວາມຍຸຕິທຳ ແລະ ຄວາມເປັນທຳ. ທຸກຝ່າຍທີ່ເຂົ້າຮ່ວມ ຄວນປະຕິບັດຕາມຈຸດປະສົງ ແລະຫລັກການຂອງກົດບັດສະຫະປະຊາຊາດ, ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດ ທີ່ກ່ຽວ ຂ້ອງ, ປະຕິບັດລັດທິຫຼາຍຝ່າຍທີ່ແທ້ຈິງ, ຄຳນຶງເຖິງຄວາມກັງວົນທີ່ສົມເຫດສົມຜົນຂອງທຸກຝ່າຍ ແລະ ສະແຫວງຫາວິທີແກ້ໄຂ ທີ່ຍຸຕິທຳແລະສົມເຫດສົມຜົນ. ສາມ ຕ້ອງຊຸກຍູ້ໃຫ້ຍຸດຕິສົງຄາມ ເພື່ອສັນຕິພາບ. ຕ້ອງເສີມຂະຫຍາຍບົດ ບາດຂອງເວທີ ແລະກົນໄກຕ່າງໆ ທີ່ນຳພາໂດຍເຂດໂລກໃຕ້ ເຊັ່ນ: ສານໄກ່ເກ່ຍສາກົນເປັນຕົ້ນ, ເຄົາລົບເຊິ່ງກັນແລະກັນ, ປຶກສາຫາລື ຢ່າງກວ້າງຂວາງ, ສະແຫວງ ຫາສິ່ງທີ່ຄືກັນ ແລະ ສະຫງວນ ສິ່ງທີ່ແຕກຕ່າງກັນ, ເຂົ້າໃຈ ແລະ ຜ່ອນຜັນຕໍ່ກັນ. ສີ່ ຈັດການແກ້ໄຂທັງຕົ້ນເຫດ ແລະ ປາຍເຫດ. ທັງສຸມໃສ່ຄວາມປອດໄພ ໃນສະເພາະໜ້າ ແລະ ການວາງແຜນພັດ ທະນາ ໄລຍະຍາວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL