ຂປລ
ຂປລ. ໃນປີ 2023 ສປປ ລາວ ມີມູນຄ່າການ ສົ່ງອອກ ແລະ ນໍາເຂົ້າ ສິນຄ້າ ທັງໝົດ ປະມານ 15.558 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 3,5% ທຽບໃສ່ປີ 2022. ໃນນັ້ນ, ມູນຄ່າການສົ່ງອອກສິນຄ້າ ປະມານ 8.370 ລ້ານໂດລາ, ເພີ່ມຂຶ້ນ 3,5% ທຽບໃສ່ປີ 2022, ສ່ວນມູນຄ່າການນຳເຂົ້າສິນຄ້າ ປະມານ 7.189 ລ້ານໂດລາ, ເພີ່ມຂຶ້ນ 5% ທຽບໃສ່ປີ 2022.

ສຳລັບ ສິນຄ້າສົ່ງອອກຫລັກ ປະກອບມີ: ໄຟຟ້າ 2.382 ລ້ານໂດລາ, ຄຳປະສົມ-ຄຳແທ່ງ 703 ລ້ານໂດລາ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 467 ລ້ານໂດລາ, ແຮ່ທອງ 425 ລ້ານໂດລາ, ແຮ່ເຫລັກ 411 ລ້ານໂດລາ, ເກືອກາລີ 401 ລ້ານໂດລາ, ມັນຕົ້ນ 333 ລ້ານໂດລາ, ຢາງພາລາ 310 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 284 ລ້ານໂດລາ ແລະ ນ້ຳຕານ 265 ລ້ານໂດລາສະຫະລັດ. ໃນນັ້ນ, ສິນຄ້າສ່ວນໃຫຍ່ ສົ່ງອອກໄປ ປະເທດໄທ ປະມານ 2.884 ລ້ານໂດລາ, ຈີນ ປະມານ 2.504 ລ້ານໂດລາ, ຫວຽດນາມ ປະມານ 1.391 ລ້ານໂດລາ, ອົດສະຕຣາລີ ປະມານ 385 ລ້ານໂດລາ ແລະ ກໍາປູເຈຍ ປະມານ 200 ລ້ານໂດລາສະຫະລັດ.

ສ່ວນ ສິນຄ້ານໍາເຂົ້າ ປະກອບມີ: ນ້ຳມັນກາຊວນ 952 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 606 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 580 ລ້ານໂດລາ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ 451 ລ້ານໂດລາ, ນໍ້າມັນແອັດຊັງ, ແອັດຊັງພິເສດ 428 ລ້ານໂດລາ, ສິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້) 344 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 314 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 231 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 224 ລ້ານໂດລາ ແລະ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) 223 ລ້ານໂດລາສະຫະລັດ.ໃນນັ້ນ, ນໍາເຂົ້າສ່ວນໃຫຍ່ ຈາກ ປະເທດໄທ ປະມານ 3.334 ລ້ານໂດລາ, ຈີນ ປະມານ 2.393 ລ້ານໂດລາ, ຫວຽດນາມ ປະມານ 349 ລ້ານໂດລາ, ສະຫະລັດອາເມລິກາ 226 ລ້ານໂດລາ ແລະ ຍີ່ປຸ່ນ ປະມານ 159 ລ້ານ ໂດລາສະຫະລັດ.
ຂ່າວ: ທະນູທອງ
ຂໍ້ມູນ: ເວບໄຊ ອສຄ
KPL