ການຕັ້ງກໍາແພງພາສີກີດກັ້ນການຄ້າ ອາດຈູດສະນວນລະເບີດໃສ່ເສດຖະກິດໂລກ

15/04/2025 10:09
Email Print 8065
ຂປລ ນະໂຍບາຍການຕັ້ງກຳແພງສິນຄ້າຂອງປະທານາທິບໍດີໂດນໂນ ທຣຳ ທີ່ສະເໜີໃຫ້ເກືອບທຸກສິນຄ້ານຳເຂົ້າສະຫະລັດອາເມລິການັ້ນກໍາລັງກາຍເປັນຫົວຂໍ້ເຮັດໃຫ້ຊາວໂລກວິຕົກກັງວົນ ແລະ ບໍ່ພໍໃຈ ເຊິ່ງນະໂຍບາຍດັ່ງກ່າວຄາດວ່າຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ເສດຖະກິດໂລກ ລວມທັງ ສປປ ລາວ.

    *ນະໂຍບາຍການຕັ້ງກຳແພງສິນຄ້າຂອງປະທານາທິບໍດີໂດນໂນ ທຣຳ ທີ່ສະເໜີໃຫ້ເກືອບທຸກສິນຄ້ານຳເຂົ້າສະຫະລັດອາເມລິການັ້ນກໍາລັງກາຍເປັນຫົວຂໍ້ເຮັດໃຫ້ຊາວໂລກວິຕົກກັງວົນ ແລະ ບໍ່ພໍໃຈ ເຊິ່ງນະໂຍບາຍດັ່ງກ່າວຄາດວ່າຈະສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ເສດຖະກິດໂລກ  ລວມທັງ ສປປ ລາວ, ໂດຍສະເພາະຜ່ານຊ່ອງທາງການຄ້າ ແລະ ການລົງທຶນ.

     ການຕັ້ງກຳແພງສິນຄ້າທີ່ກວມເອົາທັງເກົ່າ ແລະ ໃໝ່ນັ້ນອາດຈະເຮັດໃຫ້ຕົ້ນທຶນການນຳເຂົ້າສິນຄ້າໄປສະຫະລັດສູງຂຶ້ນ, ສົ່ງຜົນໃຫ້ການຄ້າສາກົນຫຼຸດລົງ ໃນນັ້ນປະເທດຄູ່ຄ້າຫລັກຂອງສະຫະລັດອາເມລິກາເຊັ່ນ:  ຈີນ, ສະຫະພາບເອີຣົບ, ການາດາ, ເມັກຊິໂກ, ອາຊຽນ ແລະ ອື່ນໆ ຈະປະເຊີນກັບຄວາມຕ້ອງການສິນຄ້າທີ່ຫລຸດລົງ ເນື່ອງຈາກລາຄາທີ່ແພງຂຶ້ນ. ນອກຈາກນີ້, ຜູ້ບໍລິໂພກໃນສະຫະລັດກໍ່ຈະພົບກັບລາຄາສິນຄ້າທີ່ສູງຂຶ້ນ ເຊິ່ງອາດນຳໄປສູ່ອັດຕາເງິນເຟີ້ ແລະ ກໍາລັງການຊື້ທີ່ຫຼຸດລົງເຊັ່ນກັນ.

     ປະເທດຄູ່ຄ້າບາງປະເທດອາດຕອບໂຕ້ດ້ວຍການຕັ້ງກຳແພງສິນຄ້າຂອງຕົນເອງ ນັ້ນອາດສົ່ງຜົນໃຫ້ເກີດສົງຄາມການຄ້າແຜ່ລາມ ແລະ ລົບກວນລະບົບຕ່ອງໂສ້ການຜະລິດທົ່ວໂລກ. ອົງການກອງທຶນເງິນຕາສາກົນ (IMF) ຄາດການວ່າ ຖ້າກຳແພງສິນຄ້າຖືກນຳໃຊ້ຢ່າງເຕັມທີ່, ເສດຖະກິດໂລກອາດເສຍປະມານ 7% ຂອງຈີດີພີ( GDP )ໃນປີຕໍ່ໆໄປ. ອຸດສາຫະກຳທີ່ຂຶ້ນກັບການນຳເຂົ້າວັດຖຸດິບ ຫຼື ຊິ້ນສ່ວນຈາກຕ່າງປະເທດ, ເຊັ່ນ: ລົດ,ເຮືອບິນ,ການແພດ ແລະ ເອເລັກໂຕຣນິກຈະໄດ້ຮັບຜົນກະທົບຢ່າງໜັກ.

     ຄວາມຈິງ ສປປ ລາວມີການສົ່ງອອກສິນຄ້າໄປສະຫະລັດໃນປະລິມານໜ້ອຍ, ສ່ວນໃຫຍ່ແມ່ນສິນຄ້າກະສິກຳ ແລະ ແຜ່ນແພ. ດ້ວຍການຕັ້ງກຳແພງພາສິນຄ້າຂອງທ່ານ ໂດໂນທຣໍາ ນັ້ນອາດເຮັດໃຫ້ລາວໄດ້ຮັບຜົກທົບເຊັ່ນກັນ ຢ່າງໃດກໍ່ຕາມ, ຜົນກະທົບທີ່ສຳຄັນຕໍ່ລາວຈະເປັນທາງອ້ອມ ຜ່ານຄູ່ຄ້າຫລັກຂອງລາວ, ໂດຍສະເພາະ ຈີນ, ໄທ, ແລະ ຫວຽດນາມ.

    ຖ້າເສດຖະກິດຂອງປະເທດເຫລົ່ານີ້ມີຂະຫຍາຍຕົວຊ້າລົງຍ້ອນກຳແພງສິນຄ້າສະຫະລັດ, ຄວາມຕ້ອງການສິນຄ້າຈາກລາວ, ເຊັ່ນ ໄຟຟ້າ, ແຮ່ທາດ, ແລະ ຜະລິດຕະພັນກະສິກຳ, ກໍ່ຈະຫລຸດລົງ. ໂດຍສະເພາະຂະແໜງພະລັງງານໄຟຟ້າ, ທີ່ລາວສົ່ງອອກໄປໄທ ແລະ ຫວຽດນາມ, ອາດປະເຊີນໜ້າຄວາມຕ້ອງການພະລັງງານຫຼຸດລົງ.

     ນອກຈາກນີ້, ລາຄາສິນຄ້ານຳເຂົ້າຂອງລາວ, ເຊັ່ນ ເຄື່ອງຈັກ, ວັດຖຸດິບ, ແລະ ສິນຄ້າອຸປະໂພກ, ອາດສູງຂຶ້ນ ຖ້າປະເທດຄູ່ຄ້າຖືກກະທົບຈາກການຄ້າທີ່ຂະຫຍາຍຕົວຊ້າລົງ. ເລື່ອງນີ້ຈະເຮັດໃຫ້ຄ່າຄອງຊີບໃນລາວສູງຂຶ້ນ, ໂດຍສະເພາະສິນຄ້າທີ່ຂຶ້ນກັບການນຳເຂົ້າ.

     ການລົງທຶນຕ່າງປະເທດໃນລາວ, ໂດຍສະເພາະໃນຂະແໜງພະລັງງານ ແລະ ໂຄງລ່າງ, ກໍ່ອາດຫຼຸດລົງ ຖ້າປະເທດຜູ້ລົງທຶນຢ່າງຈີນປະເຊີນກັບຄວາມຫຍຸ້ງຍາກທາງເສດຖະກິດ. ເລື່ອງນີ້ຈະສົ່ງຜົນໃຫ້ໂຄງການພັດທະນາຂອງລາວຊັກຊ້າລົງ ແລະ ຈະເພີ່ມຄວາມທຸກຍາກໃຫ້ ສປປ ລາວເພີ່ມຂຶ້ນ.

     ບັນດານັກວິເຄາະໄດ້ຕັ້ງຄໍາຖາມ: ຈຸດອາວະສານຍຸກໂລກາພິວັດ (Globalization) ອາດຢູ່ປາຍນີ້ວມື ຂອງ ທ່ານ ໂດໂນທຣໍາ ປະທານາທິບໍດີຂອງອາເມລິກາທີ່ພວມລັ່ນໄກປືນ ຈິງ ຫລື ບໍ່? ດັ່ງທີ່ຮູ້ນໍາກັນສະຕະວັດນີ້ແມ່ນຍຸກຄໍາຂອງໂລກາພິວັດພາຍໃຕ້ຄວາມໝາຍທີ່ວ່າ “ ຜົນຂອງການພັດທະນາໄດ້ຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນດ້ານຂໍ້ມູນຂ່າວສານ, ການຄົມມະນາຄົມຂົນສົ່ງ, ການຄ້າ ແລະ ນະວັດຕະກໍາໃໝ່ ໃຫ້ຈະເລີນເຕີບໂຕຢ່າງຕໍ່ ເນື່ອງທີ່ພົວພັນກັບການຂະຫຍາຍຕົວເສດຖະກິດ, ການເມືອງ, ເຕັກໂນໂລຊີ ແລະ ວັດທະນະທໍາຢ່າງສົມເຫດສົມຜົນໃນໂລກ”ນັ້ນອາດເຖິງການສິ້ນສຸດກໍວ່າໄດ້ເພາະເຫດ ການຕັ້ງກໍາແພງສີສິນຄ້ານັ້ນພວມເປັນໄພຂົ່ມຄູ່ ແລະ ຂູດຮີດປະເທດຕ່າງໆໄປທົ່ວໂລກ ບໍ່ລະເວັ້ນຮອດປະເທດທຸກຍາກດ້ອຍພັດທະນາ ນັ້ນບໍ່ພຽງເປັນພຶດຕິກໍາ ຂາດຄວາມຮັບຜິດຊອບ ຕໍ່ການເປັນພາວະຜູ້ນໍາທີ່ໜ້າເຊື່ອຖື ແຕ່ຫາກຍັງເປັນການທໍາລາຍລະບົບເສດຖະກິດໂລກ ໃຫ້ເສຍຫາຍໄປພ້ອມໆກັນ.

    ຜ່ານມາຜູ້ສື່ຂ່າວສາກົນມັກເວົ້າ “ ໃນໂລກນີ້ບໍ່ມີມິດແທ້ ແລະ ສັດຕູຖາວອນ” ນີ້ແມ່ນເລື່ອງຈິງ ສອດຄ່ອງກັບ ວາລະສານທີ່ມີຊື່ສຽງ ໂດ່ງດັງອັນດັບຕົ້ນໆຂອງໂລກ(ເດິອີໂກໂນມິສຂອງປະເທດອັງກິດ ຫລື The Economist )ໄດ້ຂຽນບົດຄວາມອອກມາໂດຍພາດຫົວຂໍ້ຂ່າວເຜັດໆຮ້ອນໆຕອບໂຕ ທ່ານ ໂດໂນທຣໍາ ວ່າທີປະທານາທິບໍດີສະໄໝທີ 2 ຂອງສະຫະລັດໂດຍມີເນື້ອໃນວ່າ : “ ທ່ານ ໂດໂນທຣໍາ ໄດ້ກະທຳຄວາມຜິດທາງເສດຖະກິດທີ່ຮ້າຍແຮງ, ເປັນອັນຕະລາຍ ແລະ ບໍ່ຈຳເປັນເຮັດເລີຍໃນປັດຈຸບັນເພາະວິທີທີ່ລາວພວມເຮັດຢູ່ນັ້ນເປັນການປະພຶດຫລ້າສະໄໝ ແລະ ມັນໝົດຍຸກແລ້ວ, ເກືອບທຸກຢ່າງທີ່ລາວເວົ້າກ່ຽວກັບປະຫວັດສາດ, ເສດຖະກິດ ແລະ ເຕັກນິກການຄ້ານັ້ນແມ່ນການຫລອກລວງທັງໝົດ”.

     ບັນຫາດັ່ງກ່າວນັ້ນບໍ່ພຽງແຕ່ສື່ມວນຊົນຕາເວັນຕົກບໍ່ມັກ ແລະ ເບື່ອໜ່າຍຕໍ່ການຕັດສິນໃຈເຮັດລົງໄປ ຂອງ ທ່ານ ໂດໂນທຣໍາ ແຕ່ຫາກປະຊາຊົນຊາວອັງກິດ ແລະ ປະຊາຄົມໂລກຍັງໄດ້ກ່າວປະນາມຕໍ່ສິ່ງທີ່ລາວ ໄດ້ປະພຶດ ແລະ ເຮັດໃນສິ່ງບໍ່ຖືກຕອ້ງໃນຫລາຍເລື່ອງ ເຊິ່ງເປັນໄພຂົ່ມຂູ່ຕໍ່ມວນມະນຸດ ແລະ ຂັດຂວາງການພັດທະນາໂດຍທາງກົງ-ທາງອອ້ມຢ່າງປະຈັກຕາ.


     ລະຫວ່າງວັນທີ 4-5 ວັນຜ່ານມາໝາດໆນີ້ ພາຍໃນປະເທດສະຫະລັດອາເມລິກາກໍມີປະຊາຊົນນັບຫລາຍລ້ານຄົນໃນຈໍານວນ 50 ລັດໄດ້ອອກມາເດີນປະທ້ວງສະແດງຄວາມບໍ່ພໍໃຈ ຕໍ່ ການຕັດສິນໃຈເຮັດລົງໄປຂອງ ທ່ານ ທຣໍາ ຍ້ອນເປັນຜົນສືບເນື່ອງມາຈາກຄ່າຄອງຊີບແພງ, ເສດຖະກິດຕົກຕໍ່າ, ເງິນເຟີ້, ໄພວ່າງງານ ແລະ ໜີ້ສາລະນະຂອງສະຫະລັດເພີ່ມຂຶ້ນຢ່າງຕໍ່ເນື່ອງ ໄດ້ກະທົບປາກທ້ອງ ແລະ ການດໍາລົງຊີວິດຂອງຊາວອາເມລິກາພົບທາງຕັນເປັນຕົ້ນ: ເຂົ້າປາອາຫານຖີບຕົວສູງຂຶ້ນ ແລະ ຜະເຊີນຄວາມຫຍຸ້ງຍາກຂາດເຂີນບໍ່ເຄີຍມີມາກ່ອນ.

      ພາຍໃຕ້ການບັນຊາຫົວເຮືອໃຫຍ່ ຂອງ ທ່ານ ໂດໂນທຣໍາ ທີ່ໃຊ້ວິທີ “ ຜ່າຕັດໃຫຍ່ ຫລັງຈາກນັ້ນບາດແຜ ແລະ ຢາຈະຊ່ວຍໃຫ້ຄົນປ່ວຍ ຫລື ຄົນເຈັບຄ່ອຍໆດີຂຶ້ນ”, ເຊິ່ງມັນເປັນນະໂຍບາຍຂອງລາວໃນການສ້າງເປັນກົນໄກຕັ້ງກໍາແພງພາສີກີດກັ້ນການຄ້າທີ່ບໍ່ສົມເຫດບໍ່ສົມຜົນ ແລະ ບໍ່ຍຸຕິທໍາເລີຍ. ຕົວຢ່າງ ການຕັ້ງກໍາແພງພາສີກີດກັ້ນຄ້າໄປທົ່ວໂລກຈາກເບື້ອງຕົ້ນເກັບພາສີ 10% ຂຶ້ນສູງເກີນ100%, ຕໍ່ກັບເຫດການດັ່ງກ່າວນັກວິເຄາະທົ່ວໂລກໃຫ້ທັດສະນະວ່າມັນເປັນທໍາລາຍຮ່ວງໂສ້ການຄ້າໂລກ ແລະ ຈະເຮັດໃຫ້ວົງຈອນເສດຖະກິດໂລກລົ້ມລະລາຍໃນອະນາຄົດອັນໄກ້ນີ້ ເຊິ່ງຈະສົ່ງຜົນເຮັດໃຫ້ໄພເງິນເຟີ້ຖີບຕົວສູງຂຶ້ນແບບກ້າວກະໂດດ, ຄ່າຄອງຊີບສູງຂຶ້ນ ແລະ ສະພາບຄວາມທຸກຍາກຈະສືບຕໍ່ແຜ່ລາມໄປທົ່ວໂລກຫລາຍຂຶ້ນ.

     ທ່ານ ດຣ ອະທິບ ອັດວານັນ, ນັກຊ່ຽວຊານເສດຖະກິດ ແລະ ນັກຂຽນຈາກປະເທດໄທ, ອະດີນັກສຶກສາຈາກມະຫາວິທະຍາໄລຊິຄາໂກ, ມະຫາວິທະຍາໄລຄາເນກິເມວເບີນໄດ້ຍົກໃຫ້ເຫັນໃນສິ່ງທີ່ ທ່ານ ທຣໍາເຮັດໃນປັດຈຸບັນນີ້ບໍ່ຕ່າງຫຍັງກັບຍຸກປີ 1900 ທີ່ປະເທດຕ່າງໆສ້າງກໍາແພງພາສີກີດ ກັ້ນສິນຄ້າເຮັດໃຫ້ເສດຖະກິດໂລກທົດຖອຍ ແລະ ເສຍຫາຍຢ່າງໜັກ. ລາວຍັງກ່າວວ່າ ທ່ານ ທຣໍາອາດເປັນນັກທຸລະກິດສະຫລາດສຸດຍອດທີ່ຫລິ້ນເກມໄປທົ່ວໂລກ ແລະ ຫລາຍປະເທດອາດຕົກຫລຸມກັບດັກຂອງ ທ່ານ ທຣໍາ ທີ່ຕັ້ງກໍາແພງພາສີສູງກວ່າໃນຍຸກສົງຄາມໂລກຄັ້ງທີ 2 ເອີ້ນວ່າ: ໂຍບາຍປ່ວງບ້າ ນັ້ນໝາຍວ່າ ທ່ານ ທຣໍາບໍ່ແມ່ນຄົນໂງ່ຄື ຫລາຍ ທ່ານ ຄິດ ແຕ່ເປັນນັກທຸລະກິດທີ່ປະສົບຜົນສໍາ ເລັດມາກ່ອນຈາກການເຮັດທຸລະກິດອະສັງຫາລິມະຊັບກາຍເປັນຄົນຮັ່ງມີດ້ວຍການຕໍ່ລອງ ຖ້າໃຜໄດ້ອ່ານບົດຄວາມເດິອາສອອບເດິດຽວ(The Art of The Deal) ຈະພົບວ່າ ທ່ານ ທຣໍາເປັນນັກຕໍ່ລອງການຄ້າ ແລະ ການຕະຫລາດທີ່ດຸເດືອດຮຸນແຮງມາຕະຫລອດໂດຍວິທີຂອງ ທຣໍາມັກໃຊ້ແມ່ນຕັ້ງລາຄາໃຫ້ສູງກ່ອນສະເໝີແລ້ວເຮັດໃຫ້ຝ່າຍກົງກັນຂ້າມມາຂໍຕໍ່ລອງເພື່ອຫລຸດລົງ ສະນັ້ນ ການຕັ້ງກໍາແພງທີ່ສູງໃນປັດຈຸບັນກໍເໜືອການ ຕັ້ງລາຄາສິນຄ້າທີ່ສູງເກີນເພື່ອໃຫ້ຄົນມາຕໍ່ລອງເພື່ອສະແຫວງຜົນປະໂຫຍດຂອງຕົນເອງ.

      ອີງຕາມແຫລ່ງຂ່າວຂອງຈາຍນາເດຍລີ (China daily) ໄດ້ລາຍງານບົດຕອບສໍາພາດຂອງ ທ່ານ ອາເຊັມ ຮານາຟີ( Assem Hanafi) ເອກອັກຄະລັດຖະທູດອີຢິບປະຈຳຈີນໃນວັນທີ 9 ເມສານີ້ວ່າ: ໂລກາພິວັດບໍ່ແມ່ນການປະດິດສ້າງ ຫລື ແບບແຜນວິທີໃໝ່ ແຕ່ມັນເປັນຄວາມຈິງທີ່ພວກເຮົາຕ້ອງຢູ່ຮ່ວມກັນກັບນຳມັນໃຫ້ໄດ້, ໂດຍເນັ້ນໜັກເຖິງຜົນປະໂຫຍດຂອງໂລກາພິວັດ, ການເປີດກວ້າງຕະຫລາດ, ການແລກປ່ຽນຄວາມຮູ້, ການເຄື່ອນໄຫວຂອງມະນຸດ, ທັງການພົວພັນດ້ານເສດຖະກິດ ແລະ ບໍ່ແມ່ນພື້ນຖານເສດຖະກິດລ້ວນໆແຕ່ແມ່ນສາຍເຫດສຳຄັນທີ່ເຮັດໃຫ້ ອີຢິບ ເຄື່ອນໄຫວຊຸກຍູ້ການຫັນເປັນໂລກາພິວັດ. ໃນສະພາບການສາກົນທີ່ສັບສົນໃນປະຈຸບັນ, ທ່ານ Hanafi ກ່າວວ່າ ການຮ່ວມມືມີຄວາມສຳຄັນຫລາຍກວ່າສິ່ງອື່ນໃດ ແລະ ອີຢິບໜຶ່ງໃນຄູ່ຮ່ວມຊະຕາກໍາມວນມະນຸດໃນໂລກນີ້ກໍໄດ້ຮັບຜົນປະໂຫຍດອັນໃຫຍ່ຫລວງຈາກການຮ່ວມມືສາກົນ, ໂດຍການເພີ່ມທະວີຄວາມເຂົ້າໃຈກັບວົງຄະນະຍາດສາກົນ ແລະ ການພົວພັນລະຫວ່າງປະຊາຊົນຢ່າງເລິກເຊິ່ງແມ່ນບົດບາດສຳຄັນໃນການພັດທະນາຂອງປະເທດ.
 
     ສື່ລາວທຽນທາມສ (The Laotiane Times ) , ເປັນໜຶ່ງໃນ ສື່ເອກະຊົນລາວເປັນພາສາອັງກິດໄດ້ນໍາສະເໜີຂ່າວວ່າ ສປປ ລາວແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ  ຖືວ່າເປັນປະເທດດ້ອຍພັດທະນາອາດຈະໄດ້ຮັບຜົນກະທົບ ແລະ ພວມຜະເຊີນໜ້າກັບການໃຊ້ມາດຕະການເກັບພາສີສິນການຄ້າຂອງ ທ່ານ ທຣໍາ,ທີ່ມີສູງເຖິງ 48%  ປັດຈຸບັນນີ້ ລັດຖະບານລາວ ຍັງບໍ່ມີທ່າທີອອກຂ່າວຕອບໂຕ ຢ່າງເປັນທາງການ ຕໍ່ນະໂຍບາຍການຂຶ້ນພາສີ ຂອງ ທ່ານ ທຣໍາ , ແຕ່ເຈົ້າໜ້າທີ່ຈາກກະຊວງອຸດສາຫະກໍາ ແລະ ການຄ້າຂອງ ສປປ ລາວເວົ້າວ່າໄດ້ຕິດຕາມສະຖານະການຢ່າງໃກ້ຊິດ.

      ທ່ານ ທຣຳ ປະທານນາທິບໍດິສະຫະລັດອາເມລິກາ ປະກາດເກັບພາສີສິນຄ້ານຳເຂົ້າຈາກຫລາຍປະເທດທີ່ອ້າງວ່າເກີນດຸນການຄ້າກັບສະຫະລັດ ໃນນັ້ນມີບັນດາປະເທດໃນອາຊຽນທີ່ໄດ້ຮັບຜົນກະທົບຢ່າງໜັກປະກອບມີຄື:  ກຳປູເຈຍ 49%, ລາວ 48%, ຫວຽດນາມ 46%, ມຽນມາ 44%, ໄທ 36%,  ອິນໂດເນເຊຍ 32%, ມາເລເຊຍ 24%, ບຣູໄນ 24% , ຟິລິບປິນ 17% ແລະ ສິງກະໂປ 10% ເຊິ່ງການປະກາດຈັດເກັບພາສີດັ່ງກ່າວນັ້ນໄດ້ເລີ່ມຈາກຂັ້ນຕ່ຳ 10% ເຖິງເກີນ 100% ເຊິ່ງມີຜົນບັງຄັບໃຊ້ນັບໃນວັນທີ 9 ເມສາຜ່ານມານີ້ ແລະ ສປປ ລາວເປັນປະເທດທີ 2 ຮອງຈາກປະເທດກໍາປູເຈຍໄດ້ຮັບກະທົບແຮງທີ່ສຸດໃນບັນດາ 10 ປະເທດສະມາຊິກອາຊຽນ.

      ຕໍ່ກັບເຫດການທີ່ວ່ານັ້ນ, ນັກທຸລະກິດລາວຈໍານວນໜຶ່ງໄດ້ກ່າວວ່າ: ແທນທີ່ ທ່ານ ໂດໂນທຣໍາຄວນຈະມີຈິດສໍານຶກເປັນຄົນມີເມດຕາ, ມີຄວາມປະນີປະນອມ ແລະ ເຫັນອົກເຫັນໃຈຊ່ວຍເຫລືອປະເທດດ້ອຍພັດທະນາທຸກຍາກ ແຕ່ກົງກັນຂ້າມລາວຊໍ້າພັດຍິ່ງ ສ້າງຄວາມກັງວົນໃຈ, ຄວາມຫຍ້ງຍາກ ແລະ   ເພີ່ມຄວາມທຸກຍາກໃຫ້ເຂົາເຈົ້າຕື່ມອີກ ທັງທີ່ຮູ້ວ່າ ສປປ ລາວ ໜຶ່ງໃນສະມາຊິກອາຊຽນກໍໄດ້ຮັບຜົນກະທົບ ແລະ ມີບາດແຜອັນເຈັບປວດຈາກສົງຄາມອິນໂດຈີນທີ່ສະຫະລັດເອົາເຮືອບິນມາຖິ້ມລູກລະເບີດໃສ່ແຜ່ນດິນຂອງລາວເກືອບ 3 ລ້ານໂຕນໃນປີ 1964 ຈົນເຖິງປັດຈຸບັນນີ້ລະເບີດຕົກຄ້າງຝັ່ງໄວ້ໃຕ້ດິນກໍຍັງສືບຕໍ່ເຂັນຂ້າປະຊາຊົນລາວໃນເຂດຊົນນະບົດຈໍານວນບໍ່ໜ້ອຍ ແລະ ຊາວລາວຈໍານວນໜຶ່ງບໍ່ສາມາດເຂົ້າເຖິງພື້ນທີ່ຜະລິດກະສິກໍາທີ່ເຕັມໄປດ້ວຍ “ ມໍລະດົກບາບ ” ທີ່ມະນຸດບໍ່ປາຖະໜາ.

    

     ຫລ້າສຸດບັນດາປະເທດສະມາຊິກອາຊຽນໄດ້ລາຍງານວ່າ: ຈະຈັດກອງປະຊຸມປຶກສາຫາລືບັນຫາການເພີ່ມພາສີຂອງອາເມລິກາທີ່ມີຕໍ່ອາຊຽນເພື່ອຮັບມືກັບສິ່ງທ້າຍທາຍໃໝ່ ພ້ອມດຽວກັນນີ້ ທ່ານອັນວາ ບິນ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍຢືນຢັນຕໍ່ສື່ມວນຊົນໃນວັນທີ 4 ເມສານີ້ວ່າ: ຈະປຶກສາຫາລືກັບບັນດາປະເທດສະມາຊິກອາຊຽນ ເພື່ອສົ່ງເສີມຫລັກການຍຸຕິທຳຂອງການຄ້າສາກົນ ແລະ ຄາດວ່າຈະປຶກສາຫາລືກ່ຽວກັບຜົນກະທົບຕໍ່ ການຄ້າ, ການລົງທຶນ ແລະ ຄວາມໝັ້ນຄົງທາງດ້ານເສດຖະກິດຂອງພາກພື້ນ.

      ປັດຈຸບັນນີ້, ການຄ້າລະຫວ່າງອາຊຽນ ແລະ ອາເມລິກາໄດ້ບັນລຸປະມານ 476,8 ຕື້ໂດລາໃນປີ 2024 ໃນນັ້ນ ການສົ່ງອອກສິນຄ້າຂອງອາເມລິກາໄປອາຊຽນໃນປີ 2024 ບັນລຸ 124,6 ຕື້ໂດລາ, ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ປີ 2023, ການນຳເຂົ້າສິນຄ້າຂອງອາເມລິກາຈາກອາຊຽນມີເຖິງ 352,34 ຕື້ໂດລາ, ເພີ່ມຂຶ້ນ 13,4 ຕື້ໂດລາ. 2023. ການຂາດດຸນການຄ້າຂອງອາເມລິກາກັບອາຊຽນປະມານ 227 ກວ່າຕື້ໂດລາໃນປີ 2024, ເພີ່ມຂຶ້ນ 11.6 % ເມື່ອທຽບໃສ່ປີ 2023.

      ແນວໃດກໍດີ ເຖິງແມ່ນວ່າສະຫະລັດອາເມລິກາຂຶ້ນຊື່ລືນາມເປັນປະເທດມະຫະອໍານາດທີ່ປຽບລົ້ນໄປດ້ວຍຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການທະຫານເປັນອັນດັບຕົ້ນໆຂອງໂລກກໍຕາມ ແຕ່ຖ້າຫາກວ່າໝູ່ຄົນໝົດໂລກນີ້ບໍ່ພໍໃຈ ແລະ ໝົດຄວາມເຊື່ອໝັ້ນ ເຊື່ອວ່າທຸກໆປະເທດກໍຈະຄ່ອຍໆຕີໂຕຫ່າງເຫີນອອກໄປ ແລະ ຕັດຂາດຍາດມິດເຊັ່ນກັນ.
ຢ່າລືມວ່າໂລກໜ່ວຍນີ້ເປັນເວທີຢູ່ຮ່ວມກັນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ແບ່ງປັນຜົນປະໂຫຍດຮ່ວມກັນ, ໃຫ້ຄວາມຍຸຕິທໍາ ແລະ ສະເໜີພາບກັນ, ມີຄວາມປະນີປະນອມ ປອງດອງກັນ, ຮ່ວມກັນຮັກສາສັນຕິພາບ ແລະ ຄວາມສະຫງົບສຸກ, ບໍ່ແບ່ງແຍກສຽດສີຄົ້ນລົ້ມໂຈມຕີ ແລະ ບໍ່ຖິ້ມໃຜໄວ້ຢູ່ເບື້ອງຫລັງ ເຊິ່ງເປັນສິ່ງທີ່ມະນຸດທຸກຄົນປາຖະໜາຢ່າງແທ້ຈິງ.  
ໂດຍ: ສອດສ່ອງ

 
KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top