ເອດີບີ ຄາດຄະເນການເຕີບໂຕທາງ ເສດຖະກິດຂອງລາວ ຢູ່ໃນລະດັບປານກາງ

09/04/2025 15:03
Email Print 690
ຂປລ ຂປລ. ໃນວັນທີ 9 ເມສາ 2025 ນີ້, ຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີ​ບີ (ADB) ປະຈຳ ສປປ ລາວ ໄດ້ລາຍງານການເຕີບໂຕ ທາງດ້ານເສດຖະກິດຂອງລາວ ໂດຍຍົກໃຫ້ເຫັນການບໍລິ ການດ້ານການຂົນສົ່ງ ແລະ ທ່ອງທ່ຽວ ຈະສືບຕໍ່ເປັນແຮງຊຸກຍູ້ ໃຫ້ການເຕີບໂຕ ທາງເສດຖະກິດລາວ, GDP ຄາດວ່າຈະເຕີບໂຕໃນລະດັບປານກາງ ໃນອັດຕາ 3,9% ໃນປີ 2025 ແລະ 4,0% ໃນປີ 2026.



ຂປລ. ໃນວັນທີ
9 ເມສາ 2025 ນີ້, ຫ້ອງການທະນາຄານພັດທະນາອາຊີ ຫລື ​ເອດີ​ບີ (ADB) ປະຈຳ ສປປ ລາວ ໄດ້ລາຍງານການເຕີບໂຕ ທາງດ້ານເສດຖະກິດຂອງລາວ  ໂດຍຍົກໃຫ້ເຫັນການບໍລິ ການດ້ານການຂົນສົ່ງ ແລະ ທ່ອງທ່ຽວ ຈະສືບຕໍ່ເປັນແຮງຊຸກຍູ້ ໃຫ້ການເຕີບໂຕ ທາງເສດຖະກິດລາວ,  GDP ຄາດວ່າຈະເຕີບໂຕໃນລະດັບປານກາງ ໃນອັດຕາ 3,9% ໃນປີ 2025 ແລະ 4,0% ໃນປີ 2026.

ທ່ານ ນາງ ແຊນນີ ແຄັມແບວ ຫົວໜ້າຫ້ອງການ ADB ປະຈຳ ສປປ ລາວ ໄດ້ໃຫ້ຮູ້ວ່າ: ສິ່ງສໍາຄັນທີ່ສຸດ ທີ່ຈະເສີມສ້າງພື້ນຖານ ເສດຖະກິດມະຫາພາກ ທີ່ຍຶດໝັ້ນເສດຖະກິດ ແລະ ຮັບປະກັນຄວາມຢືດຢຸ່ນໃນໄລຍະຍາວ, ເນື່ອງຈາກຄວາມບໍ່ແນ່ນອນ ໃນສະພາບການຂອງໂລກ ໃນປັດຈຸບັນ, ການສຸມໃສ່ປັບປຸງການຄຸ້ມຄອງງົບປະມານ, ການພັດທະນາຊັບພະຍາກອນມະນຸດ ແລະ ພະລັງງານທົດແທນ ຈະຊ່ວຍເສີມຂະຫຍາຍຄວາມ ອາດສາມາດຂອງປະເທດ ເພື່ອຕ້ານທານກັບຜົນກະທົບຈາກພາຍນອກ, ຮັບປະກັນການເຕີບໂຕ ຂອງເສດຖະກິດແບບຍືນຍົງ ແລະ ຍົກສູງການລວມຕົວຂອງສັງຄົມ. ນອກນີ້, ນະໂຍບາຍເງິນຕາທີ່ເຂັ້ມງວດຂຶ້ນ ຄາດວ່າຈະຊ່ວຍຮັກສາສະຖຽນລະພາບ ຂອງອັດຕາແລກ ປ່ຽນ ແລະ ຊ່ວຍຫລຸດຜ່ອນອັດຕາເງິນເຟີ້, ຊ່ວຍຮັກສາສະຖຽນລະພາບຂອງຄ່າເງິນກີບ ແລະ ອັດຕາເງິນເຟີ້ໃນໄຕມາດທີ 4 ຂອງປີ 2024; ຄ່າເງິນກີບໂດຍລວມໄດ້ອ່ອນຄ່າລົງ 5,4% ເມື່ອທຽບໃສ່ໂດລາສະຫະລັດ ແລະ ແຂງຄ່າຂຶ້ນ 1,2% ເມື່ອທຽບກັບເງິນບາດຂອງໄທ; ອັດຕາເງິນເຟີ້ສະເລ່ຍຢູ່ 23,3% ແຕ່ລາຄາອາຫານ, ເຄື່ອງດື່ມປະເພດເຫລົ້າ, ຮ້ານອາຫານ ແລະ ໂຮງແຮມຍັງຢູ່ໃນລະດັບສູງ ສົ່ງຜົນໃຫ້ລາຄາສິນຄ້າ ອຸປະໂພກບໍລິໂພກສູງຂຶ້ນ. ຄາດການວ່າ ອັດຕາເງິນເຟີ້ສະເລ່ຍຈະຫລຸດລົງຢູ່ໃນລະດັບ 13,5% ໃນປີ 2025 ແລະ 10,4% ໃນປີ 2026. ແນວໃດກໍຕາມ, ໜີ້ສິນທີ່ເປັນເງິນຕາຕ່າງປະເທດ ຈະຍັງຈະສືບຕໍ່ກົດດັນອັດຕາແລກປ່ຽນ ແລະ ກົດດັນອັດຕາເງິນເຟີ້, ການປັບຂຶ້ນລາຄາໄຟຟ້າ ເຊິ່ງມີຜົນບັງຄັບໃຊ້ໃນ ເດືອນມີນາ ປີ 2025 ຈະເຮັດໃຫ້ເງິນເຟີ້ສູງຂຶ້ນ ໃນໄລຍະສັ້ນຫາໄລຍະກາງ.




ການລົງທຶນດ້ານພະລັງງານທົດແທນ ແລະ ບໍ່ແຮ່ ຈະຊ່ວຍໃຫ້ຂະແໜງອຸດສາຫະກໍາ ເຕີບໂຕໃນໄລຍະສອງປີຕໍ່ໜ້າ. ຄາດວ່າມູນຄ່າການສົ່ງອອກໄຟຟ້າ
, ແຮ່ທາດ ແລະ ຜະລິດຕະພັນກະສິກຳຈະເພີ່ມຂຶ້ນ ແລະ ການນໍາເຂົ້າໜ້າຈະຟື້ນໂຕ ດ້ວຍຄ່າຂອງເງິນກີບຄົງທີ່. ແນວໃດກໍຕາມ, ຂະແໜງກະສິກຳ ຍັງຈະຜະເຊີນກັບສິ່ງທ້າທາຍ ຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄາດວ່າຈະຍັງຄົງເຕີບໂຕໃນລະດັບປານກາງ, ການຂາດແຄນແຮງງານ ແລະ ລາຄາສິນຄ້າກະສິກຳ ທີ່ຫລຸດລົງຈະເຮັດໃຫ້ການລົງທຶນເຂົ້າ ໃນຂະແໜງດັ່ງກ່າວຫລຸດລົງ. ສ່ວນນະໂຍບາຍ ທາງດ້ານການເງິນຈະຍັງເຂັ້ມງວດ ເນື່ອງຈາກຍັງມີພາລະໜີ້ສິນ ສາທາລະນະ, ງົບປະມານປີ 2025 ຕັ້ງເປົ້າໃຫ້ການຂາດດຸນຢູ່ ໃນລະດັບ 1% ຂອງ GDP ໂດຍລາຍຮັບເພີ່ມຂຶ້ນ 36% ເປັນ 68,1 ພັນຕື້ກີບ ແລະ ລາຍຈ່າຍເພີ່ມຂຶ້ນ 19,1% ເປັນ 71,8 ພັນຕື້ກີບ ທຽບໃສ່ປີຜ່ານມາ, ການປະຕິຮູບອາກອນ ແລະ ຍົກລະດັບວຽກງານຄຸ້ມຄອງ ອາກອນຫລາຍຂຶ້ນຈະຊຸກຍູ້ ໃຫ້ການເກັບລາຍຮັບເພີ່ມຂຶ້ນ. ແຕ່ແນວໃດກໍຕາມ, ໜີ້ສິນສາທາລະນະ ທີ່ຍັງສູງຈະຍັງເປັນສິ່ງທ້າທາຍ ຕໍ່ຄວາມຍືນຍົງດ້ານການເງິນ ແລະ ຈຳກັດລາຍຈ່າຍງົບປະມານຂອງລັດຖະບານ.

ສໍາລັບ ຄວາມສ່ຽງຈາກພາຍນອກທີ່ສໍາຄັນ ຕໍ່ການຄາດຄະເນການເຕີບໂຕຂອງລາວ ທີ່ເກີດມາຈາກການຂຶ້ນອັດຕາພາສີຂອງສະຫະລັດອາເມລິກາ ເຊິ່ງຄາດວ່າຈະສົ່ງຜົນກະທົບໂດຍກົງ ຕໍ່ເສດຖະກິດຂອງລາວ, ພ້ອມທັງສົ່ງຜົນກະທົບຢ່າງຮຸນແຮງຕໍ່ເສດຖະກິດ ຂອງປະເທດເພື່ອນບ້ານ ທີ່ເປັນຄູ່ຄ້າສຳຄັນຂອງລາວ. ຜົນກະທົບທັງໝົດຍັງຢູ່ພາຍໃຕ້ ຄວາມບໍ່ແນ່ນອນ ຂອບເຂດ ແລະ ການສົ່ງຕໍ່ຜົນກະທົບເຫລົ່ານີ້, ແມ່ນບໍ່ສາມາດກໍານົດມຸນຄ່າໄດ້ ເພາະວ່າມັນຈະຂຶ້ນກັບ ໄລຍະເວລາຂອງອັດຕາພາສີ ແລະ ຄວາມສາມາດໃນການເຈລະຈາ ຂອງບັນດາປະເທດ ທີ່ໄດ້ຮັບຜົນກະທົບ. ຄວາມເຂັ້ມງວດດ້ານນະໂຍ ບາຍເງິນຕາ ແລະ ການເງິນຈະສົ່ງຜົນທົບຕໍ່ລາຍຈ່າຍ ຂອງຂະແໜງສາທາລະນະສຸກ ແລະ ສຶກສາ ຈະມີຜົນກະທົບຕໍ່ການພັດທະນາ ຊັບພະຍາກອນມະນຸດ ແລະ ຜະລິດຕະພາບໂດຍລວມ  ເນື່ອງຈາກຄວາມຕ້ອງການ ໃນການຊຳລະໜີ້ສິນທີ່ເພີ່ມຂຶ້ນ ລາຍຈ່າຍທີ່ສໍາຄັນຕໍ່ກັບວຽກງານ ສາທາລະນະສຸກ ແລະ ສຶກສາ ແມ່ນຫລຸດລົງຢ່າງຫລວງຫລາຍ.

KPL

ຂ່າວອື່ນໆ

ads
ads

Top