ຂປລ
ທ່ານ ເຟີນານໂດ ຮັດດາດ (Fernando Haddad), ລັດຖະມົນຕີ ການເງິນ ບຣາຊິນ, ປະເທດເຈົ້າພາບ ຈັດກອງປະຊຸມ ບັນດາ ລັດຖະມົນຕີ ການເງິນ ກຸ່ມບັນດາ ພື້ນຖານເສດ ຖະກິດ ພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ ແຖວໜ້າໂລກ (G20) ໃຫ້ຮູ້ວ່າ: ກອງປະຊຸມ ໄດ້ສິ້ນສຸດລົງ ໃນວັນທີ 29 ກຸມພາ ແຕ່ບໍ່ມີ ຖະ ແຫລງການຮ່ວມ ຍ້ອນວ່າ ບັນດາສະມາຊິກ ມີຄວາມຄິດ ບໍ່ກົງກັນ ເຊິ່ງກ່ຽວຂ້ອງເຖິງ “ບັນດາ ການປະທະກັນ ດ້ານພູມີສາດ ການເມືອງ” ໃນປັດຈຸບັນ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ທ່ານ ເຟີນານໂດ ຮັດດາດ (Fernando Haddad), ລັດຖະມົນຕີ ການເງິນ ບຣາຊິນ, ປະເທດເຈົ້າພາບ ຈັດກອງປະຊຸມ ບັນດາ ລັດຖະມົນຕີ ການເງິນ ກຸ່ມບັນດາ ພື້ນຖານເສດ ຖະກິດ ພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ ແຖວໜ້າໂລກ (G20) ໃຫ້ຮູ້ວ່າ: ກອງປະຊຸມ ໄດ້ສິ້ນສຸດລົງ ໃນວັນທີ 29 ກຸມພາ ແຕ່ບໍ່ມີ ຖະແຫລງການຮ່ວມ ຍ້ອນວ່າ ບັນດາສະມາຊິກ ມີຄວາມຄິດ ບໍ່ກົງກັນ ເຊິ່ງກ່ຽວຂ້ອງເຖິງ “ບັນດາ ການປະທະກັນ ດ້ານພູມີສາດ ການເມືອງ” ໃນປັດຈຸບັນ.ໃນໂອກາດນີ້ ບັນດາຜູ້ເຂົ້າຮ່ວມ ໄດ້ແລກປ່ຽນ ທັດສະນະ ກ່ຽວກັບ ສົງຄາມ, ການປະທະກັນ ແລະ ວິກິດການ ດ້ານມະນຸດສະທຳ ໃນປັດຈຸບັນ, ໃນນັ້ນ ພົ້ນເດັ່ນແມ່ນ ສະພາບການຢູ່ ອູແກຣນ ແລະ ເຂດກາຊາ. ເຖິງຢ່າງໃດກໍ່ຕາມ, ທ່ານ ປະທານ G20 ບຣາຊິນ ກ່າວເຕືອນວ່າ ກອງປະຊຸມນີ້ ບໍ່ແມ່ນເວທີປາໄສ ທີ່ເໝາະສົມ ເພື່ອແກ້ໄຂ ບັນດາບັນຫາ ດ້ານພູມີສາດ ການເມືອງ, ພ້ອມທັງ ສະເໜີ ບັນດາ ບັນຫານີ້ ຈະສືບຕໍ່ ໄດ້ຮັບການປຶກສາ ຫາລື ໃນບັນດາ ເວທີປາໄສ ແລະ ກອງປະຊຸມ ທີ່ກ່ຽວຂ້ອງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL